|
| 1 |
|
| ອັບຣາມພາເມຍຂອງຕົນພ້ອມກັບສິ່ງຂອງທີ່ຕົນມີຢູ່ ອອກຈາກພາກເໜືອຂອງປະເທດເອຢິບມຸ່ງໜ້າໄປສູ່ເຂດໃຕ້ຂອງການາອານ. ໂລດກໍຕິດຕາມເພິ່ນໄປດ້ວຍ. |
|
| 2 |
|
| ອັບຣາມເປັນຄົນຮັ່ງມີ; ເພິ່ນມີຝູງແກະ, ຝູງແບ້ ແລະຝູງງົວ ພ້ອມທັງເງິນຄຳຢ່າງຫລວງຫລາຍ. |
|
| 3 |
|
| ແລ້ວເພິ່ນກໍຍົກຍ້າຍຈາກທີ່ນັ້ນ ເດີນທາງຕໍ່ໄປເລື້ອຍໆສູ່ເມືອງເບັດເອນ ແລະເພິ່ນກໍໄປເຖິງບ່ອນທີ່ຕົນເຄີຍຕັ້ງຄ້າຍພັກພາອາໄສມາກ່ອນ ຢູ່ລະຫວ່າງເມືອງເບັດເອນກັບເມືອງອາອີ |
|
| 4 |
|
| ບ່ອນທີ່ເພິ່ນເຄີຍໄດ້ສ້າງແທ່ນບູຊາໄວ້ແຕ່ກ່ອນນັ້ນ. ແລ້ວຢູ່ທີ່ນີ້ ເພິ່ນກໍໄດ້ຮ້ອງທູນອອກນາມຊື່ພຣະເຈົ້າຢາເວ. |
|
| 5 |
|
| ໂລດຜູ້ທີ່ຮ່ວມເດີນທາງໄປກັບອັບຣາມນັ້ນ ກໍມີຝູງແກະ, ຝູງແບ້, ຝູງງົວ ຕະຫລອດທັງຄົນໃນຄອບຄົວ ແລະຄົນຮັບໃຊ້ຈຳນວນຫລວງຫລາຍຄືກັນ. |
|
| 6 |
|
| ສະນັ້ນ ຈຶ່ງບໍ່ມີທົ່ງຫຍ້າພຽງພໍສຳລັບລ້ຽງສັດ ເພື່ອໃຫ້ພວກເຂົາຢູ່ຮ່ວມກັນໄດ້ ເພາະຕ່າງຝ່າຍຕ່າງກໍມີສັດຫລາຍ. |
|
| 7 |
|
| ເມື່ອເປັນເຊັ່ນນັ້ນ ຄົນລ້ຽງສັດຂອງອັບຣາມ ແລະໂລດຈຶ່ງຜິດຖຽງກັນ. (ຊາວການາອານ ແລະຊາວເປຣີຊີກໍຍັງຢູ່ໃນດິນແດນນັ້ນ.) |
|
| 8 |
|
| ແລ້ວອັບຣາມກໍເວົ້າກັບໂລດວ່າ, “ເຮົາທັງສອງເປັນພີ່ນ້ອງກັນ ຂໍຢ່າໃຫ້ຄົນຂອງເຈົ້າ ແລະຄົນຂອງຂ້ອຍຕ້ອງຜິດຖຽງກັນເລີຍ. |
|
| 9 |
|
| ສະນັ້ນ ໃຫ້ພວກເຮົາແຍກທາງກັນເສຍ. ຈົ່ງເລືອກເອົາທີ່ດິນທີ່ເຈົ້າຕ້ອງການ. ຖ້າເຈົ້າໄປທາງຊ້າຍ ຂ້ອຍກໍຈະໄປທາງຂວາ ຖ້າເຈົ້າໄປທາງຂວາ ຂ້ອຍກໍຈະໄປທາງຊ້າຍ.” |
|
| 10 |
|
| ໂລດຫລຽວໄປຮອບໆຈຶ່ງເຫັນວ່າ ທົ່ງຮາບພຽງຂອງແມ່ນໍ້າຈໍແດນທັງໝົດ ຈົນເຖິງເມືອງໂຊອາ ມີນໍ້າຫລາຍເໝືອນດັ່ງສວນຂອງພຣະເຈົ້າຢາເວ ຫລືດິນແດນຂອງປະເທດເອຢິບ. (ກ່ອນທີ່ພຣະເຈົ້າຢາເວໄດ້ທຳລາຍເມືອງໂຊໂດມກັບເມືອງໂກໂມຣາ ທົ່ງຮາບພຽງນີ້ອຸດົມສົມບູນຫລາຍ.) |
|
| 11 |
|
| ດັ່ງນັ້ນ ໂລດຈຶ່ງໄດ້ຕັດສິນໃຈເລືອກເອົາທົ່ງຮາບພຽງຂອງແມ່ນໍ້າຈໍແດນທັງໝົດ ເປັນບ່ອນຢູ່ອາໄສຂອງຕົນ ແລະເພິ່ນໄດ້ເຄື່ອນຂະບວນມຸ່ງໜ້າໄປທາງທິດຕາເວັນອອກ. ໂລດແລະອັບຣາມກໍໄດ້ແຍກທາງກັນໄປ. |
|
| 12 |
|
| ອັບຣາມອາໄສຢູ່ໃນດິນແດນການາອານ ສ່ວນໂລດນັ້ນຕັ້ງຖິ່ນຖານຢູ່ທ່າມກາງເມືອງຕ່າງໆ ໃນທົ່ງຮາບພຽງໃກ້ກັບເມືອງໂຊໂດມ |
|
| 13 |
|
| ຊຶ່ງປະຊາຊົນໃນເມືອງນີ້ຊົ່ວຊ້າ ແລະເຮັດຜິດບາບຕໍ່ສູ້ພຣະເຈົ້າຢາເວ. |
|
| 14 |
|
| ຫລັງຈາກໂລດໄດ້ໜີໄປແລ້ວ ພຣະເຈົ້າຢາເວກໍບອກອັບຣາມວ່າ, “ຕັ້ງແຕ່ບ່ອນທີ່ເຈົ້າຢືນຢູ່ນີ້ ຈົ່ງແນມໄປທົ່ວທຸກທິດໃຫ້ດີ. |
|
| 15 |
|
| ດິນທຸກບ່ອນທີ່ເຈົ້າແນມເຫັນ ເຮົາຈະໃຫ້ເຈົ້າ ແລະເຊື້ອສາຍຂອງເຈົ້າ ແລະມັນຈະເປັນຂອງພວກເຈົ້າຕະຫລອດໄປເປັນນິດ. |
|
| 16 |
|
| ເຮົາຈະໃຫ້ເຈົ້າມີເຊື້ອສາຍຫລວງຫລາຍ ເໝືອນດັ່ງຂີ້ຝຸ່ນດິນຈົນນັບບໍ່ຖ້ວນ |
|
| 17 |
|
| ບັດນີ້ ຈົ່ງອອກເດີນທາງໄປທົ່ວດິນແດນນັ້ນ ເພາະເຮົາຈະມອບດິນທັງໝົດໃຫ້ເຈົ້າ.” |
|
| 18 |
|
| ດັ່ງນັ້ນ ອັບຣາມຈຶ່ງຍົກຍ້າຍຂະບວນທີ່ພັກໄປຕັ້ງຢູ່ໃກ້ຕົ້ນໄມ້ສັກສິດຂອງມຳເຣທີ່ເຮັບໂຣນ ແລະໃນທີ່ນັ້ນ ເພິ່ນໄດ້ສ້າງແທ່ນບູຊາຖວາຍແກ່ພຣະເຈົ້າຢາເວ. |
|
|
|
|