|
| 1 |
|
| ເມື່ອອັບຣາມອາຍຸໄດ້ 99 ປີ; ພຣະເຈົ້າຢາເວໄດ້ປາກົດແກ່ເພິ່ນ ແລະກ່າວວ່າ, “ເຮົາເປັນພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່. ຈົ່ງເຊື່ອຟັງເຮົາ ແລະປະພຶດແຕ່ສິ່ງທີ່ຊອບທຳ. |
|
| 2 |
|
| ເຮົາຈະເຮັດພັນທະສັນຍາກັບເຈົ້າ ແລະຈະໃຫ້ເຈົ້າມີເຊື້ອສາຍຢ່າງຫລວງຫລາຍ.” |
|
| 3 |
|
| ອັບຣາມກົ້ມຂາບລົງທີ່ພື້ນດິນ ແລະພຣະເຈົ້າກ່າວວ່າ, |
|
| 4 |
|
| “ນີ້ແມ່ນພັນທະສັນຍາທີ່ເຮົາເຮັດກັບເຈົ້າຄື: ເຮົາສັນຍາວ່າ ເຈົ້າຈະເປັນບັນພະບຸລຸດຂອງຊົນຊາດທັງຫລາຍ. |
|
| 5 |
|
| ຊື່ເຈົ້າຈະບໍ່ແມ່ນອັບຣາມອີກຕໍ່ໄປ, ແຕ່ເຈົ້າຈະມີຊື່ໃໝ່ວ່າ ອັບຣາຮາມ ເພາະເຮົາກຳລັງໃຫ້ເຈົ້າເປັນບັນພະບຸລຸດຂອງຫລາຍໆຊົນຊາດ. |
|
| 6 |
|
| ເຮົາຈະໃຫ້ເຈົ້າມີເຊື້ອສາຍຢ່າງຫລວງຫລາຍ ແລະບາງຄົນໃນເຊື້ອສາຍນັ້ນຈະເປັນເຖິງກະສັດ. ເຈົ້າຈະມີເຊື້ອສາຍຢ່າງຫລວງຫລາຍ ຈົນກາຍເປັນປະຊາຊາດຕ່າງໆ. |
|
| 7 |
|
| ເຮົາຈະຕັ້ງພັນທະສັນຍາລະຫວ່າງເຮົາ ກັບເຈົ້າ ແລະເຊື້ອສາຍຂອງເຈົ້າ ໃຫ້ເປັນພັນທະສັນຍາສືບໄປສຳລັບຄົນເຊັ່ນຕໍ່ໆໄປ. ເຮົາຈະເປັນພຣະເຈົ້າຂອງເຈົ້າ ແລະພຣະເຈົ້າຂອງເຊື້ອສາຍຂອງເຈົ້າ. |
|
| 8 |
|
| ເຮົາຈະມອບດິນແດນ ທີ່ເຈົ້າອາໄສຢູ່ປັດຈຸບັນໃນຖານະເປັນຄົນຕ່າງດ້າວນີ້ ໃຫ້ແກ່ເຈົ້າແລະເຊື້ອສາຍຂອງພວກເຈົ້າ. ດິນແດນການາອານທັງໝົດ ຈະເປັນຂອງພວກເຈົ້າຕະຫລອດໄປ ແລະເຮົາຈະເປັນພຣະເຈົ້າຂອງພວກເຂົາ.” |
|
| 9 |
|
| ພຣະເຈົ້າໄດ້ກ່າວແກ່ອັບຣາຮາມວ່າ, “ເຈົ້າເອງ ແລະເຊື້ອສາຍຂອງເຈົ້າເຊັ່ນຕໍ່ໄປກໍດີ ຈົ່ງຮັກສາພັນທະສັນຍາທີ່ເຈົ້າມີໄວ້ກັບເຮົາ. |
|
| 10 |
|
| ນີ້ຄືພັນທະສັນຍາຂອງເຮົາທີ່ມີຕໍ່ເຈົ້າກັບເຊື້ອສາຍຂອງເຈົ້າຕ້ອງຮັກສາ ຄືໃຫ້ຜູ້ຊາຍທຸກຄົນຈະຕ້ອງ ເຮັດພິທີຕັດ. |
|
| 11 |
|
| ຕັ້ງແຕ່ນີ້ຕໍ່ໄປ ເຈົ້າຈົ່ງເຮັດພິທີຕັດ ມັນຈະເປັນໝາຍສຳຄັນ ລະຫວ່າງເຮົາກັບເຈົ້າ |
|
| 12 |
|
| ຜູ້ຊາຍທຸກຄົນເມື່ອເຂົາອາຍຸໄດ້ແປດວັນ. ໃຫ້ເຮັດພິທີຕັດ ລວມທັງຄົນຮັບໃຊ້ຜູ້ທີ່ເກີດໃນຄອບຄົວຂອງເຈົ້າ ແລະຜູ້ທີ່ຖືກຊື້ມາຈາກຊາວຕ່າງດ້າວ. ການກະທຳເຊັ່ນນີ້ ຈະສະແດງເຖິງພັນທະສັນຍາລະຫວ່າງເຈົ້າກັບເຮົາ. |
|
| 13 |
|
| ແຕ່ລະຄົນຕ້ອງເຮັດພິທີຕັດ ແລະຈະຕ້ອງໝາຍໄວ້ໃນຮ່າງກາຍ ເພື່ອສະແດງວ່າພັນທະສັນຍາຂອງເຮົານັ້ນດຳລົງຢູ່ສືບໄປ. |
|
| 14 |
|
| ຊາຍຄົນໃດທີ່ບໍ່ຍອມເຮັດພິທີຕັດ ຊາຍຄົນນັ້ນກໍຈະຖືກຕັດອອກຈາກພີ່ນ້ອງຂອງຕົນ ເພາະລາວບໍ່ຮັກສາພັນທະສັນຍາທີ່ໄດ້ມີໄວ້ກັບເຮົາ.” |
|
| 15 |
|
| ພຣະເຈົ້າຍັງບອກອັບຣາຮາມຕື່ມວ່າ, “ສ່ວນນາງຊາຣາຍເມຍຂອງເຈົ້ານັ້ນ ເຈົ້າຢ່າເອີ້ນນາງຊາຣາຍອີກຕໍ່ໄປ ເພາະ ຊື່ຂອງນາງແມ່ນຊາຣາ. |
|
| 16 |
|
| ເຮົາຈະອວຍພອນນາງໃຫ້ມີລູກຊາຍຜູ້ໜຶ່ງ ແລະຈະອວຍພອນນາງໃຫ້ເປັນແມ່ຂອງຊົນຊາດທັງຫລາຍ ຈົນກະສັດຫລາຍຄົນຈະມາຈາກເຊື້ອສາຍຂອງນາງ.” |
|
| 17 |
|
| ອັບຣາຮາມກົ້ມຂາບລົງຍິ້ມຢູ່ໃນໃຈ ແລະເວົ້າວ່າ, “ຄົນອາຍຸໜຶ່ງຮ້ອຍປີແລ້ວ ຈະມີລູກໄດ້ຈັ່ງໃດ? ແລະຊາຣາກໍອາຍຸເກົ້າສິບປີແລ້ວ ນາງຍັງຈະມີລູກໄດ້ຢູ່ບໍ?” |
|
| 18 |
|
| ອັບຣາຮາມໄດ້ກ່າວຕໍ່ພຣະເຈົ້າວ່າ, “ຂໍໃຫ້ອິດຊະມາເອນມີຊີວິດຢູ່ຕໍ່ພຣະພັກຂອງພຣະອົງ!” |
|
| 19 |
|
| ແຕ່ພຣະເຈົ້າໄດ້ກ່າວວ່າ, “ບໍ່, ແມ່ນຊາຣາເມຍຂອງເຈົ້າເອງ ທີ່ຈະເກີດລູກຊາຍໃຫ້ເຈົ້າ ແລະຈົ່ງໃສ່ຊື່ເດັກນັ້ນວ່າ ອີຊາກ. ເຮົາຈະຮັກສາພັນທະສັນຍາຂອງເຮົາໄວ້ກັບລາວ ແລະກັບເຊື້ອສາຍຂອງລາວຕະຫລອດໄປ. ມັນເປັນພັນທະສັນຍາອັນຕະຫລອດໄປ. |
|
| 20 |
|
| ເຮົາໄດ້ຍິນເຈົ້າຂໍຮ້ອງກ່ຽວກັບອິດຊະມາເອນ; ເຮົາຈະອວຍພອນລາວແລະໃຫ້ລາວມີລູກຫລາຍຄົນ ແລະທັງມີເຊື້ອສາຍຢ່າງຫລວງຫລາຍ. ລາວຈະເປັນພໍ່ຂອງເຈົ້າຊາຍສິບສອງຄົນ ແລະເຊື້ອສາຍຂອງລາວກໍຈະກາຍເປັນປະເທດທີ່ຍິ່ງໃຫຍ່. |
|
| 21 |
|
| ແຕ່ເຮົາຈະຮັກສາພັນທະສັນຍາຂອງເຮົາກັບອີຊາກ ລູກຊາຍຂອງເຈົ້າ ຜູ້ທີ່ຈະເກີດຈາກຊາຣາໃນທ້າຍປີໜ້າລະຫວ່າງລະດູນີ້.” |
|
| 22 |
|
| ເມື່ອພຣະເຈົ້າກ່າວແກ່ອັບຣາຮາມແລ້ວໆ ພຣະອົງກໍຈາກເພິ່ນໄປ. |
|
| 23 |
|
| ເພື່ອເຮັດຕາມທີ່ພຣະເຈົ້າໄດ້ສັ່ງໄວ້ໃນມື້ດຽວກັນນັ້ນ; ອັບຣາຮາມກໍເຮັດພິທີຕັດໃຫ້ແກ່ອິດຊະມາເອນ ພ້ອມທັງຄົນຮັບໃຊ້ທຸກໆຄົນກັບຜູ້ທີ່ເກີດໃນເຮືອນ ແລະຜູ້ທີ່ໄດ້ຖືກຊື້ມາ. |
|
| 24 |
|
| ອັບຣາຮາມເຮັດພິທີຕັດ ເມື່ອເພິ່ນມີອາຍຸເກົ້າສິບເກົ້າປີ |
|
| 25 |
|
| ແລະອິດຊະມາເອນກໍເຮັດພິທີຕັດ ເມື່ອລາວອາຍຸສິບສາມປີ. |
|
| 26 |
|
| ພວກເຂົາທັງສອງເຮັດພິທີຕັດໃນມື້ດຽວກັນ |
|
| 27 |
|
| ຮ່ວມກັບພວກຄົນຮັບໃຊ້ທຸກຄົນຂອງອັບຣາຮາມ. |
|
|
|
|