|
| 1 |
|
| ພຣະເຈົ້າຢາເວໄດ້ມາຢ້ຽມຢາມນາງຊາຣາ ເໝືອນດັ່ງທີ່ພຣະອົງໄດ້ກ່າວໄວ້, ແລະພຣະເຈົ້າຢາເວໄດ້ກະທຳແກ່ນາງຊາຣາຕາມທີ່ຊົງສັນຍາໄວ້; |
|
| 2 |
|
| ນາງໄດ້ຕັ້ງທ້ອງແລະເກີດລູກຊາຍຜູ້ໜຶ່ງໃຫ້ແກ່ອັບຣາຮາມ ເມື່ອເພິ່ນເຖົ້າແກ່ແລ້ວ. ເດັກຊາຍນັ້ນເກີດມາ ຕາມເວລາທີ່ພຣະເຈົ້າໄດ້ກຳນົດໄວ້. |
|
| 3 |
|
| ອັບຣາຮາມໃສ່ຊື່ລູກຊາຍວ່າ ອີຊາກ |
|
| 4 |
|
| ແລະເມື່ອອີຊາກໄດ້ແປດວັນ ອັບຣາຮາມກໍເຮັດພິທີຕັດໃຫ້ຕາມທີ່ພຣະເຈົ້າໄດ້ສັ່ງເພິ່ນ. |
|
| 5 |
|
| ເມື່ອອີຊາກເກີດມາ ອັບຣາຮາມອາຍຸໄດ້ 100 ປີ |
|
| 6 |
|
| ແລະຊາຣາເວົ້າວ່າ, “ພຣະເຈົ້າໃຫ້ຂ້ອຍຊົມຊື່ນຍິນດີແລະຫົວເລາະ. ທຸກຄົນທີ່ໄດ້ຍິນເລື່ອງນີ້ກໍຈະຫົວເລາະນຳຂ້ອຍ.” |
|
| 7 |
|
| ນາງເວົ້າອີກວ່າ, “ໃຜໜໍຈະກ້າເວົ້າກັບອັບຣາຮາມວ່າ ຊາຣາຍັງມີລູກດູດນົມ? ແຕ່ຂ້ອຍກໍໄດ້ລູກຊາຍຜູ້ໜຶ່ງໃຫ້ລາວເມື່ອເຖົ້າແກ່ແລ້ວ.” |
|
| 8 |
|
| ເດັກນ້ອຍນັ້ນໄດ້ຈະເລີນເຕີບໂຕຂຶ້ນ ແລະໃນມື້ທີ່ອີຊາກເຊົານົມ ອັບຣາຮາມໄດ້ຈັດງານກິນລ້ຽງຢ່າງຍິ່ງໃຫຍ່. |
|
| 9 |
|
| ມື້ໜຶ່ງອິດຊະມາເອນລູກຊາຍຂອງອັບຣາຮາມ ຜູ້ທີ່ເກີດຈາກນາງຮາກາຊາວເອຢິບ ກຳລັງເຢາະເຢີ້ຍ ອີຊາກລູກຊາຍຂອງນາງຊາຣາ. |
|
| 10 |
|
| ເມື່ອນາງຊາຣາເຫັນເຊັ່ນນີ້ ຈຶ່ງເວົ້າກັບອັບຣາຮາມວ່າ, “ຈົ່ງສົ່ງຄົນຮັບໃຊ້ຍິງຜູ້ນີ້ ແລະລູກຊາຍຂອງນາງໜີໄປສາ. ລູກຊາຍຂອງນາງບໍ່ຄວນໄດ້ຮັບມໍຣະດົກສ່ວນໃດໆຂອງເຈົ້າ ຊຶ່ງອີຊາກລູກຊາຍຂອງຂ້ອຍແຕ່ຜູ້ດຽວເທົ່ານັ້ນ ຈະເປັນຜູ້ໄດ້ຮັບ.” |
|
| 11 |
|
| ເລື່ອງນີ້ສ້າງຄວາມໜັກໃຈໃຫ້ແກ່ອັບຣາຮາມ ເພາະອິດຊະມາເອນກໍເປັນລູກຂອງເພິ່ນຄືກັນ. |
|
| 12 |
|
| ແຕ່ພຣະເຈົ້າກ່າວແກ່ອັບຣາຮາມວ່າ, “ຢ່າອຸກໃຈໃນເລື່ອງເດັກນ້ອຍກັບຄົນຮັບໃຊ້ຍິງຮາກາເລີຍ. ຈົ່ງເຮັດຕາມທີ່ຊາຣາບອກເຈົ້າ ເພາະແມ່ນທາງອີຊາກທີ່ເຈົ້າຈະມີເຊື້ອສາຍຫລວງຫລາຍ ຕາມທີ່ເຮົາໄດ້ສັນຍາໄວ້. |
|
| 13 |
|
| ເຮົາຈະໃຫ້ເດັກນ້ອຍເກີດມາຢ່າງຫລວງຫລາຍ ແກ່ລູກຊາຍຂອງຄົນຮັບໃຊ້ຍິງຜູ້ນີ້ເໝືອນກັນ ເພື່ອວ່າພວກເຂົາຈະໄດ້ກາຍເປັນປະເທດໜຶ່ງ. ລາວກໍເປັນລູກຊາຍຂອງເຈົ້າເໝືອນກັນ.” |
|
| 14 |
|
| ມື້ຕໍ່ມາ ຕັ້ງແຕ່ເຊົ້າໆ ອັບຣາຮາມໄດ້ເອົາເຂົ້າຈີ່ ແລະນໍ້າໃສ່ຖົງໜັງໃຫ້ນາງຮາກາ. ເພິ່ນເອົາເດັກນ້ອຍເຈ່ຍໃສ່ຫລັງໃຫ້ນາງ ແລະສົ່ງນາງໜີໄປ. ນາງພະເນຈອນໄປໃນຖິ່ນແຫ້ງແລ້ງກັນດານເບເອນເຊບາ. |
|
| 15 |
|
| ເມື່ອນໍ້າໃນຖົງໜັງໝົດ ນາງຈຶ່ງປະລູກໄວ້ຢູ່ໃຕ້ພຸ່ມໄມ້ແຫ່ງໜຶ່ງ ແລະໜີໄປນັ່ງຢູ່ຫ່າງຈາກເດັກນັ້ນປະມານລູກໜ້າທະນູຕົກ. ນາງເວົ້າຢູ່ຜູ້ດຽວວ່າ, “ຂ້ອຍບໍ່ກ້າເບິ່ງລູກສິ້ນໃຈຕາຍຕໍ່ໜ້າຕໍ່ຕາ.” ແລ້ວນາງ ກໍເລີ່ມຮ້ອງໄຫ້ຂຶ້ນ. |
|
| 16 |
|
|
|
| 17 |
|
| ພຣະເຈົ້າໄດ້ຍິນສຽງຂອງເດັກນ້ອຍຮ້ອງໄຫ້ ແລະເທວະດາຂອງພຣະເຈົ້າກໍໄດ້ເອີ້ນນາງຮາກາມາຈາກສະຫວັນວ່າ, “ຮາກາ ເຈົ້າມີຄວາມເດືອດຮ້ອນຫຍັງ? ຢ່າຢ້ານກົວເລີຍ. ພຣະເຈົ້າໄດ້ຍິນສຽງເດັກນ້ອຍຮ້ອງໄຫ້ແລ້ວ. |
|
| 18 |
|
| ຈົ່ງລຸກຂຶ້ນໄປອູ້ມແລະອອຍລາວເຖີດ. ເຮົາຈະໃຫ້ບັນດາເຊື້ອສາຍຂອງລາວເກີດເປັນຊົນຊາດໃຫຍ່.” |
|
| 19 |
|
| ແລ້ວພຣະເຈົ້າກໍໄດ້ບັນດານໃຫ້ນາງເຫັນນໍ້າສ້າງໜ່ວຍໜຶ່ງ. ນາງຈຶ່ງຟ້າວໄປຕັກເອົານໍ້າຈົນເຕັມຖົງ ແລະເອົາມາໃຫ້ລູກຊາຍດື່ມ. |
|
| 20 |
|
| ພຣະເຈົ້າຢູ່ນຳເດັກຊາຍຜູ້ນີ້ ຈົນລາວຈະເລີນເຕີບໂຕໃຫຍ່ຂຶ້ນ; ລາວອາໄສຢູ່ທີ່ຖິ່ນແຫ້ງແລ້ງກັນດານປາຣານ ແລະກາຍເປັນນາຍພານຜູ້ສະຫລາດແລະຊຳນິຊຳນານ. |
|
| 21 |
|
| ຜູ້ເປັນແມ່ໄດ້ໄປຫາເມຍຈາກປະເທດເອຢິບມາໃຫ້ລາວ. |
|
| 22 |
|
| ໃນຄາວນັ້ນ ເຈົ້າອາບີເມເຫຼັກ ແລະຟິໂກນແມ່ທັບຂອງເພິ່ນໄດ້ມາຫາອັບຣາຮາມ ແລະເວົ້າວ່າ, “ພຣະເຈົ້າສະຖິດຢູ່ກັບເຈົ້າ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ. |
|
| 23 |
|
| ສະນັ້ນ ຈົ່ງປະຕິຍານໃນທີ່ນີ້ຊ້ອງໜ້າພຣະເຈົ້າວ່າ ເຈົ້າຈະບໍ່ຫລອກລວງເຮົາ, ລູກຫລານ ຫລືເຊື້ອສາຍຂອງເຮົາ. ເຮົາສັດຊື່ຕໍ່ເຈົ້າ. ດັ່ງນັ້ນ ຈົ່ງສັນຍາກັບເຮົາວ່າ ເຈົ້າຈະສັດຊື່ຕໍ່ເຮົາເໝືອນກັນແລະຕໍ່ດິນແດນທີ່ເຈົ້າຢູ່ນີ້.” |
|
| 24 |
|
| ອັບຣາຮາມຕອບວ່າ, “ຂ້ານ້ອຍຂໍປະຕິຍານ.” |
|
| 25 |
|
| ອັບຣາຮາມຮ້ອງຂໍຕໍ່ເຈົ້າອາບີເມເຫຼັກເຖິງເລື່ອງນໍ້າສ້າງ ທີ່ຂ້າຣາຊການຂອງເພິ່ນໄດ້ຢຶດເອົາໄປນັ້ນ. |
|
| 26 |
|
| ເພິ່ນຕອບວ່າ, “ເຮົາບໍ່ຮູ້ຈັກ ເຈົ້າບໍ່ເຄີຍບອກເຮົາເຖິງເລື່ອງນີ້ເລີຍ ແລະແມ່ນເທື່ອທຳອິດທີ່ເຮົາໄດ້ຍິນກ່ຽວກັບເລື່ອງນີ້.” |
|
| 27 |
|
| ແລ້ວອັບຣາຮາມກໍໄດ້ເອົາແກະແລະງົວບາງໂຕມອບໃຫ້ເຈົ້າອາບີເມເຫຼັກ ແລະທັງສອງໄດ້ເຮັດຂໍ້ຕົກລົງກັນ. |
|
| 28 |
|
| ອັບຣາຮາມໄດ້ແຍກເອົາລູກແກະເຈັດໂຕອອກມາຈາກຝູງ |
|
| 29 |
|
| ແລະເຈົ້າອາບີເມເຫຼັກໄດ້ຖາມວ່າ, “ເປັນຫຍັງເຈົ້າຈຶ່ງເຮັດເຊັ່ນນັ້ນ?” |
|
| 30 |
|
| ແລ້ວອັບຣາຮາມກໍຕອບວ່າ, “ທ່ານຈົ່ງຮັບເອົາລູກແກະເຈັດໂຕນີ້ໄປເຖີດ. ໂດຍກະທຳເຊັ່ນນີ້ ທ່ານຈະໄດ້ຮັບຮູ້ວ່າຂ້ານ້ອຍເປັນຜູ້ຂຸດນໍ້າສ້າງນີ້.” |
|
| 31 |
|
| ດັ່ງນັ້ນ ບ່ອນນັ້ນຈຶ່ງເອີ້ນວ່າ ເບເອນເຊບາ ເພາະເປັນບ່ອນທີ່ທັງສອງຝ່າຍໄດ້ປະຕິຍານຕໍ່ກັນແລະກັນ. |
|
| 32 |
|
| ຫລັງຈາກທີ່ທັງສອງໄດ້ເຮັດຂໍ້ຕົກລົງກັນທີ່ເບເອນເຊບາແລ້ວ; ເຈົ້າອາບີເມເຫຼັກ ແລະຟິໂກນຜູ້ທີ່ເປັນແມ່ທັບຂອງເພິ່ນ ກໍພາກັນກັບຄືນສູ່ດິນແດນຊາວຟີລິດສະຕິນ. |
|
| 33 |
|
| ແລ້ວອັບຣາຮາມກໍປູກກົກໄມ້ຕົ້ນໜຶ່ງຊື່ວ່າ, “ຕາມາຣີ” ໃສ່ທີ່ເບເອນເຊບາ ແລະຮ້ອງທູນອອກນາມຊື່ພຣະເຈົ້າຢາເວ ຄືພຣະເຈົ້າຜູ້ດຳລົງຢູ່ຕະຫລອດໄປເປັນນິດ. |
|
| 34 |
|
| ອັບຣາຮາມໄດ້ຢູ່ທີ່ດິນແດນຟີລິດສະຕິນເປັນເວລານານ. |
|
|
|
|