|
| 1 |
|
| ຢູ່ຕໍ່ມາ ມີການອຶດຢາກເກີດຂຶ້ນໃນປະເທດຊຶ່ງການອຶດຢາກເຊັ່ນນີ້ ເຄີຍມີມາແລ້ວໃນສະໄໝຂອງອັບຣາຮາມ. ອີຊາກຈຶ່ງໄປຫາເຈົ້າອາບີເມເຫຼັກ ຜູ້ທີ່ເປັນກະສັດຂອງຊາວຟີລິດສະຕິນທີ່ເມືອງເກຣາກ. |
|
| 2 |
|
| ພຣະເຈົ້າຢາເວໄດ້ປາກົດແກ່ອີຊາກ ແລະບອກເພິ່ນວ່າ, “ຢ່າໄປປະເທດເອຢິບ; ຈົ່ງຢູ່ໃນດິນແດນນີ້ຊຶ່ງເປັນບ່ອນທີ່ເຮົາບອກເຈົ້າຢູ່. |
|
| 3 |
|
| ໃນທີ່ນີ້ ເຮົາຈະຢູ່ນຳເຈົ້າແລະອວຍພອນເຈົ້າ. ເຮົາຈະມອບດິນແດນທັງໝົດນີ້ໃຫ້ແກ່ເຈົ້າກັບເຊື້ອສາຍຂອງເຈົ້າ. ເຮົາຈະເຮັດໃຫ້ຄຳສາບານ ຊຶ່ງເຮົາໄດ້ປະຕິຍານໄວ້ກັບອັບຣາຮາມ ພໍ່ຂອງເຈົ້າສຳເລັດ. |
|
| 4 |
|
| ເຮົາຈະໃຫ້ເຈົ້າມີເຊື້ອສາຍຫລວງຫລາຍ ດັ່ງດວງດາວໃນທ້ອງຟ້າ ແລະເຮົາຈະມອບດິນແດນທັງໝົດນີ້ໃຫ້ເຊື້ອສາຍຂອງເຈົ້າ. ຊົນຊາດທັງປວງຈະໄດ້ຮັບພຣະພອນຜ່ານທາງເຊື້ອສາຍຂອງເຈົ້າ. |
|
| 5 |
|
| ເຮົາຈະອວຍພອນເຈົ້າ ເພາະອັບຣາຮາມເຊື່ອຟັງເຮົາ ໂດຍໄດ້ປະຕິບັດຕາມຂໍ້ຄຳສັ່ງຂອງເຮົາ.” |
|
| 6 |
|
| ດັ່ງນັ້ນ ອີຊາກຈຶ່ງອາໄສຢູ່ທີ່ເມືອງເກຣາກ. |
|
| 7 |
|
| ເມື່ອຜູ້ຊາຍຊາວເມືອງຖາມກ່ຽວກັບເມຍຂອງເພິ່ນ ເພິ່ນກໍຕອບພວກເຂົາວ່າ ນາງເປັນນ້ອງສາວ. ເພິ່ນບໍ່ກ້າເວົ້າວ່ານາງເປັນເມຍຂອງຕົນ ເພາະຢ້ານພວກຜູ້ຊາຍຊາວເມືອງນີ້ຂ້າເພິ່ນ ແລະເອົານາງເຣເບກາຜູ້ເປັນຍິງສວຍງາມນີ້ໄປ. |
|
| 8 |
|
| ເມື່ອອີຊາກອາໄສຢູ່ໃນເມືອງນີ້ຊົ່ວໄລຍະໜຶ່ງແລ້ວ ເຈົ້າອາບີເມເຫຼັກກະສັດຂອງຊາວຟີລິດສະຕິນໄດ້ຫລຽວລົງມາຈາກປ່ອງຢ້ຽມ ແລະເຫັນອີຊາກກຳລັງກອດນາງເຣເບກາເມຍຂອງຕົນຢູ່. |
|
| 9 |
|
| ເຈົ້າອາບີເມເຫຼັກຈຶ່ງເອີ້ນອີຊາກມາ ແລະເວົ້າວ່າ, “ເບິ່ງດູ ນາງເປັນເມຍຂອງເຈົ້າແທ້ ແຕ່ເປັນຫຍັງເຈົ້າຈຶ່ງເວົ້າວ່ານາງເປັນນ້ອງສາວ?” ອີຊາກຈຶ່ງຕອບວ່າ, “ເພາະຂ້ານ້ອຍຢ້ານຖືກຂ້າ ຖ້າເວົ້າວ່ານາງເປັນເມຍ.” |
|
| 10 |
|
| ເຈົ້າອາບີເມເຫຼັກເວົ້າວ່າ, “ເປັນຫຍັງເຈົ້າຈຶ່ງເຮັດກັບເຮົາດັ່ງນີ້? ຄົນຂອງເຮົາບາງຄົນອາດນອນນຳເມຍຂອງເຈົ້າກໍໄດ້ ແລະເຈົ້າຕ້ອງຮັບຜິດຊອບໃນຄວາມຜິດຂອງພວກເຮົາ.” |
|
| 11 |
|
| ດັ່ງນັ້ນ ເຈົ້າອາບີເມເຫຼັກຈຶ່ງອອກຄຳສັ່ງເຕືອນປະຊາຊົນໃນເມືອງນັ້ນວ່າ, “ຖ້າຜູ້ໃດຜູ້ໜຶ່ງຂົ່ມເຫັງຊາຍຜູ້ນີ້ແລະເມຍຂອງລາວ ຈະໄດ້ຮັບໂທດເຖິງຕາຍ.” |
|
| 12 |
|
| ອີຊາກເຮັດນາໃນປະເທດນີ້ ແລະໃນປີນັ້ນເອງ ເພິ່ນເກັບກ່ຽວເຂົ້າໄດ້ຮ້ອຍເທົ່າໃນຈຳນວນເຂົ້າທີ່ເພາະປູກ ເພາະພຣະເຈົ້າຢາເວອວຍພອນເພິ່ນ. |
|
| 13 |
|
| ອີຊາກຈະເລີນຮຸ່ງເຮືອງຂຶ້ນແລະກາຍເປັນຄົນຮັ່ງມີ. |
|
| 14 |
|
| ຍ້ອນເພິ່ນມີຝູງແກະ, ຝູງງົວ ແລະມີຄົນຮັບໃຊ້ຫລາຍຄົນ ຊາວຟີລິດສະຕິນຈຶ່ງອິດສາເພິ່ນ. |
|
| 15 |
|
| ສະນັ້ນ ພວກເຂົາຈຶ່ງເອົາຂີ້ດິນຖົມນໍ້າສ້າງທຸກໜ່ວຍ ຊຶ່ງຄົນຮັບໃຊ້ຂອງພໍ່ເພິ່ນໄດ້ຂຸດໃນສະໄໝທີ່ພໍ່ຂອງເພິ່ນຍັງມີຊີວິດຢູ່. |
|
| 16 |
|
| ຕໍ່ມາ ເຈົ້າອາບີເມເຫຼັກໄດ້ບອກອີຊາກວ່າ, “ຈົ່ງໜີໄປຈາກດິນແດນຂອງເຮົາ. ເຈົ້າມີກຳລັງອຳນາດຫລາຍກວ່າເຮົາແລ້ວ.” |
|
| 17 |
|
| ດັ່ງນັ້ນ ອີຊາກຈຶ່ງໜີໄປຕັ້ງຄ້າຍພັກຢູ່ຮ່ອມພູຂອງເມືອງເກຣາກ ແລະຕັ້ງຫຼັກແຫຼ່ງຢູ່ໃນທີ່ນັ້ນຊົ່ວໄລຍະໜຶ່ງ. |
|
| 18 |
|
| ເພິ່ນຂຸດນໍ້າສ້າງເກົ່າທີ່ອັບຣາຮາມ ພໍ່ຂອງຕົນໄດ້ຂຸດໄວ້ໃນສະໄໝກ່ອນ ແລະພວກຟີລິດສະຕິນໄດ້ຖົມນໍ້າສ້າງເຫຼົ່ານັ້ນ ຫລັງຈາກອັບຣາຮາມໄດ້ຕາຍໄປແລ້ວ. ອີຊາກເອີ້ນຊື່ນໍ້າສ້າງທີ່ຂຸດໃໝ່ນີ້ ເໝືອນຊື່ເດີມທີ່ພໍ່ຂອງຕົນໄດ້ເອີ້ນມາແລ້ວ. |
|
| 19 |
|
| ຄົນຮັບໃຊ້ຂອງອີຊາກໄດ້ຂຸດນໍ້າສ້າງທີ່ຮ່ອມພູ ແລະພວກເຂົາໄດ້ພົບນໍ້າອອກບໍ່. |
|
| 20 |
|
| ຄົນລ້ຽງສັດຂອງຊາວເມືອງເກຣາກຈຶ່ງມາຖົກຖຽງກັນກັບຄົນລ້ຽງສັດຂອງອີຊາກວ່າ, “ບໍ່ນໍ້ານີ້ເປັນຂອງພວກເຮົາ.” ດັ່ງນັ້ນ ອີຊາກຈຶ່ງໃສ່ຊື່ບໍ່ນໍ້ານີ້ວ່າ, “ທະເລາະວິວາດ.” |
|
| 21 |
|
| ຄົນຮັບໃຊ້ຂອງອີຊາກໄດ້ຂຸດນໍ້າສ້າງອີກໜ່ວຍໜຶ່ງ ໃນບ່ອນນີ້ກໍມີການຖົກຖຽງກັນຕື່ມອີກ; ດັ່ງນັ້ນ ເພິ່ນຈຶ່ງໃສ່ຊື່ນໍ້າສ້າງນີ້ວ່າ, “ສັດຕູ.” |
|
| 22 |
|
| ເພິ່ນຈຶ່ງໜີຈາກທີ່ນັ້ນແລະໄປຂຸດນໍ້າສ້າງທີ່ອື່ນອີກ. ໃນທີ່ນີ້ບໍ່ມີການຖົກຖຽງກັນເກີດຂຶ້ນ. ດັ່ງນັ້ນ ເພິ່ນຈຶ່ງໃສ່ຊື່ນໍ້າສ້າງນີ້ວ່າ, “ອິດສະລະພາບ.” ເພິ່ນເວົ້າວ່າ, “ບັດນີ້ ພຣະເຈົ້າຢາເວໄດ້ໃຫ້ອິດສະລະພາບແກ່ພວກເຮົາໃນດິນແດນນີ້ ພວກເຮົາຈະຈະເລີນຮຸ່ງເຮືອງຂຶ້ນໃນທີ່ນີ້.” |
|
| 23 |
|
| ແລ້ວອີຊາກກໍຈາກບ່ອນນີ້ໄປສູ່ເບເອນເຊບາ. |
|
| 24 |
|
| ໃນຄືນນັ້ນ ພຣະເຈົ້າຢາເວປາກົດແກ່ເພິ່ນ ແລະກ່າວວ່າ, “ເຮົາເປັນພຣະເຈົ້າຂອງອັບຣາຮາມພໍ່ຂອງເຈົ້າ; ຢ່າສູ່ຢ້ານເລີຍ ເພາະເຮົາຢູ່ກັບເຈົ້າ. ແລະອວຍພອນໃຫ້ເຈົ້າມີເຊື້ອສາຍຫລວງຫລາຍ; ເຮົາໄດ້ສັນຍາໄວ້ກັບອັບຣາຮາມຜູ້ຮັບໃຊ້ຂອງເຮົາ.” |
|
| 25 |
|
| ໃນທີ່ນັ້ນ ອີຊາກໄດ້ສ້າງແທ່ນບູຊາຮ້ອງທູນອອກນາມຊື່ພຣະເຈົ້າຢາເວ. ແລ້ວເພິ່ນກໍຕັ້ງຄ້າຍພັກຢູ່ທີ່ນັ້ນ ແລະຄົນຂອງເພິ່ນກໍຂຸດນໍ້າສ້າງຕື່ມອີກ. |
|
| 26 |
|
| ເຈົ້າອາບີເມເຫຼັກມາແຕ່ເມືອງເກຣາກພ້ອມກັບອາຮູຊາດທີ່ປຶກສາ ແລະຟີໂກນແມ່ທັບຂອງຕົນເພື່ອຢ້ຽມຢາມອີຊາກ. |
|
| 27 |
|
| ອີຊາກຖາມວ່າ, “ທ່ານເອີຍ ດ້ວຍເຫດໃດຈຶ່ງມາຫາຂ້ານ້ອຍ? ໃນເມື່ອທ່ານກຽດຊັງຂ້ານ້ອຍ ແລະຂັບໄລ່ຂ້ານ້ອຍອອກມາຈາກດິນແດນຂອງທ່ານ.” |
|
| 28 |
|
| ເຈົ້າອາບີເມເຫຼັກຕອບວ່າ, “ບັດນີ້ ພວກເຮົາຮູ້ແລ້ວວ່າພຣະເຈົ້າຢາເວສະຖິດຢູ່ກັບເຈົ້າ ແລະພວກເຮົາຄິດວ່າເຈົ້າແລະເຮົາຄວນມີການຕົກລົງກັນຢ່າງຈິງໃຈ. |
|
| 29 |
|
| ພວກເຮົາປະສົງຢາກໃຫ້ເຈົ້າສັນຍາວ່າຈະບໍ່ທຳຮ້າຍພວກເຮົາ ດັ່ງທີ່ພວກເຮົາບໍ່ໄດ້ທຳຮ້າຍເຈົ້າ. ພວກເຮົາເມດຕາເຈົ້າໂດຍໃຫ້ເດີນທາງອອກໜີມາຢ່າງສະຫງົບສຸກ. ມາບັດນີ້ ເປັນການຈະແຈ້ງແລ້ວວ່າ ແມ່ນພຣະເຈົ້າຢາເວທີ່ອວຍພອນເຈົ້າ.” |
|
| 30 |
|
| ອີຊາກໄດ້ຈັດງານກິນລ້ຽງຂຶ້ນເພື່ອຕ້ອນຮັບພວກເພິ່ນ ພວກເພິ່ນພາກັນກິນແລະດື່ມຢ່າງມ່ວນຊື່ນ. |
|
| 31 |
|
| ໃນຕອນເຊົ້າມືດທັງສອງຝ່າຍຕ່າງກໍສາບານຕໍ່ກັນແລະກັນ. ອີຊາກໄດ້ສັ່ງລາພວກເພິ່ນ ແລະພວກເພິ່ນໄດ້ອຳລາກັບເມືອຢ່າງສັນມິດທີ່ດີ. |
|
| 32 |
|
| ໃນມື້ນັ້ນເອງ ຄົນຮັບໃຊ້ຂອງອີຊາກໄດ້ມາບອກເຖິງການຂຸດນໍ້າສ້າງວ່າ, “ເຮົາໄດ້ພົບນໍ້າ.” |
|
| 33 |
|
| ດັ່ງນັ້ນ ເພິ່ນຈຶ່ງໃສ່ຊື່ນໍ້າສ້າງນີ້ວ່າ, “ສາບານ” ຊຶ່ງຕໍ່ມາໄດ້ກາຍເປັນຊື່ຂອງເມືອງເບເອນເຊບາ. |
|
| 34 |
|
| ເມື່ອເອຊາວອາຍຸໄດ້ 40 ປີ; ເພິ່ນແຕ່ງງານກັບລູກສາວຂອງຊາວຮິດຕີສອງຄົນຄື: ນາງຢູດິດລູກສາວຂອງເບເອຣີ ແລະນາງບາເສມາດລູກສາວຂອງເອໂລນ. |
|
| 35 |
|
| ລູກໃພ້ສອງຄົນນີ້ເຮັດໃຫ້ອີຊາກແລະນາງເຣເບກາ ບໍ່ມີຄວາມສຸກໃຈເລີຍ. |
|
|
|
|