|
| 1 |
|
| ອີຊາກເຖົ້າແກ່ຫລາຍ ແລະສາຍຕາກໍມືດມົວລົງ. ເພິ່ນເອີ້ນເອຊາວລູກຊາຍກົກມາ ແລະເວົ້າວ່າ, “ລູກເອີຍ” ລາວຕອບວ່າ, “ໂດຍ ລູກກຳລັງຟັງຢູ່.” |
|
| 2 |
|
| ອີຊາກກ່າວວ່າ, “ລູກກໍເຫັນວ່າ ພໍ່ນີ້ເຖົ້າແກ່ຫລາຍແລ້ວ ອາດຈະຕາຍໃນໄວໆນີ້ກໍໄດ້. |
|
| 3 |
|
| ບັດນີ້ ຈົ່ງເອົາໜ້າທະນູກັບລູກສອນ ແລະອອກໄປລ່າສັດໃນປ່າມາໃຫ້ພໍ່. |
|
| 4 |
|
| ຈົ່ງເຮັດອາຫານແຊບໆທີ່ພໍ່ມັກກິນມາໃຫ້ພໍ່. ເມື່ອກິນອີ່ມແລ້ວ ພໍ່ຈະອວຍພອນເຈົ້າເປັນຄັ້ງສຸດທ້າຍກ່ອນພໍ່ຈະຕາຍ.” |
|
| 5 |
|
| ເມື່ອອີຊາກເວົ້າກັບເອຊາວ ນາງເຣເບກາກໍຢູ່ທີ່ນັ້ນ. ສະນັ້ນ ພໍເອຊາວອອກຈາກເມືອງໄປລ່າສັດ |
|
| 6 |
|
| ນາງຈຶ່ງເວົ້າກັບຢາໂຄບວ່າ, “ແມ່ຫາກໍໄດ້ຍິນພໍ່ຂອງເຈົ້າເວົ້າກັບເອຊາວວ່າ, |
|
| 7 |
|
| ‘ໄປລ່າສັດມາເຮັດອາຫານອັນແຊບໆໃຫ້ພໍ່. ເມື່ອກິນອີ່ມແລ້ວ ພໍ່ຈະອວຍພອນເຈົ້າຊ້ອງໜ້າພຣະເຈົ້າຢາເວກ່ອນພໍ່ຈະຕາຍ.’ |
|
| 8 |
|
| ບັດນີ້ລູກເອີຍ ຈົ່ງຟັງໃຫ້ດີ ແລະເຮັດຕາມສິ່ງທີ່ແມ່ບອກ. |
|
| 9 |
|
| ຈົ່ງໄປທີ່ຝູງສັດ ແລະເລືອກເອົາລູກແບ້ໂຕຕຸ້ຍພີດີງາມມາ ເພື່ອແມ່ຈະເຮັດອາຫານຢ່າງແຊບໆທີ່ພໍ່ເຈົ້າມັກ. |
|
| 10 |
|
| ແລ້ວຈົ່ງເອົາອາຫານໄປໃຫ້ພໍ່ເຈົ້າກິນ ເພື່ອວ່າພໍ່ຈະອວຍພອນເຈົ້າກ່ອນເພິ່ນຈະຕາຍ.” |
|
| 11 |
|
| ແຕ່ຢາໂຄບເວົ້າກັບແມ່ວ່າ, “ແມ່ກໍຮູ້ວ່າເອຊາວເປັນຄົນມີຂົນ ສ່ວນເຮົານັ້ນຕົນຕົວກ້ຽງ. |
|
| 12 |
|
| ພໍ່ອາດລູບເບິ່ງເຮົາແລະເມື່ອຮູ້ວ່າເຮົາກຳລັງຫລອກລວງເພິ່ນ ແທນທີ່ເຮົາຈະໄດ້ຮັບພອນເລີຍຈະຖືກສາບແຊ່ງຊໍ້າ.” |
|
| 13 |
|
| ແມ່ຕອບລາວວ່າ, “ລູກເອີຍ ຂໍໃຫ້ຄຳສາບແຊ່ງຕົກຖືກແມ່ເທາະ; ຈົ່ງເຮັດຕາມທີ່ແມ່ບອກເຖີດ ຈົ່ງໄປເອົາແບ້ມາ.” |
|
| 14 |
|
| ດັ່ງນັ້ນ ລາວຈຶ່ງໄປເອົາແບ້ມາໃຫ້ແມ່ເຮັດອາຫານອັນແຊບໆ ທີ່ອີຊາກມັກ. |
|
| 15 |
|
| ແລ້ວນາງເຣເບກາກໍເອົາເສື້ອໂຕດີທີ່ສຸດຂອງເອຊາວທີ່ມີໃນເຮືອນມາໃຫ້ຢາໂຄບໃສ່. |
|
| 16 |
|
| ນາງເອົາໜັງແກະມາປົກແຂນ ແລະຄໍອັນກ້ຽງຂອງລາວ. |
|
| 17 |
|
| ນາງເອົາອາຫານອັນຫອມຫວນ ແລະເຂົ້າຈີ່ທີ່ຕົນເຮັດນັ້ນໃຫ້ຢາໂຄບຖືໄປ. |
|
| 18 |
|
| ແລ້ວຢາໂຄບກໍໄປຫາພໍ່ ແລະເວົ້າວ່າ, “ພໍ່ເອີຍ” ຜູ້ເປັນພໍ່ຈຶ່ງຕອບວ່າ, “ແມ່ນຫຍັງລູກ ເຈົ້າເປັນລູກຄົນໃດຂອງພໍ່?” |
|
| 19 |
|
| ຢາໂຄບຕອບວ່າ, “ລູກແມ່ນເອຊາວລູກຊາຍຄົນກົກຂອງພໍ່. ລູກເຮັດສິ່ງທີ່ພໍ່ໄດ້ບອກນັ້ນແລ້ວ. ຈົ່ງລຸກຂຶ້ນກິນອາຫານນີ້ເຖີດ ເພື່ອວ່າພໍ່ຈະອວຍພອນລູກ.” |
|
| 20 |
|
| ອີຊາກຖາມວ່າ, “ລູກໄດ້ມາແຕ່ໃສໄວແທ້?” ຢາໂຄບຕອບວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງພໍ່ຊ່ວຍຫາໃຫ້ລູກ.” |
|
| 21 |
|
| ອີຊາກເວົ້າກັບຢາໂຄບວ່າ, “ຈົ່ງຫຍັບເຂົ້າມາໃກ້ໆພໍ່ພີ້ເພື່ອພໍ່ຈະລູບເບິ່ງວ່າ ເຈົ້າແມ່ນເອຊາວແທ້ຫລືບໍ່?” |
|
| 22 |
|
| ຢາໂຄບຈຶ່ງຫຍັບເຂົ້າໃກ້ພໍ່ ເພິ່ນລູບຄຳລາວແລະເວົ້າວ່າ, “ສຽງປາກຂອງເຈົ້າຄືກັບສຽງປາກຂອງຢາໂຄບ ແຕ່ແຂນຂອງເຈົ້າຄືກັບແຂນຂອງເອຊາວ.” |
|
| 23 |
|
| ເພິ່ນບໍ່ຮູ້ວ່າແມ່ນຢາໂຄບ ເພາະແຂນຂອງລາວມີຂົນຄືກັບແຂນຂອງເອຊາວ. ເພິ່ນເກືອບຈະເລີ່ມອວຍພອນລາວ, |
|
| 24 |
|
| ແຕ່ເພິ່ນຍັງຖາມຊໍ້າອີກວ່າ, “ເຈົ້າແມ່ນເອຊາວແທ້ບໍ?” ລາວຕອບວ່າ, “ແມ່ນແທ້.” |
|
| 25 |
|
| ອີຊາກຈຶ່ງກ່າວວ່າ, “ຈົ່ງເອົາອາຫານມາໃຫ້ພໍ່ກິນ ເມື່ອກິນແລ້ວພໍ່ຈະອວຍພອນເຈົ້າ.” ຢາໂຄບຈຶ່ງເອົາອາຫານມາໃຫ້ພໍ່ຂອງຕົນກິນ ແລະເອົາເຫຼົ້າອະງຸ່ນໃຫ້ເພິ່ນດື່ມ. |
|
| 26 |
|
| ແລ້ວເພິ່ນກໍເວົ້າວ່າ, “ລູກເອີຍ ຈົ່ງຫຍັບເຂົ້າມາໃກ້ໆແລະຈູບພໍ່ສາ.” |
|
| 27 |
|
| ພໍລາວຫຍັບເຂົ້າໄປຈູບພໍ່ຂອງຕົນ ອີຊາກກໍໄດ້ກິ່ນເຄື່ອງນຸ່ງຂອງເອຊາວ. ດັ່ງນັ້ນ ເພິ່ນຈຶ່ງອວຍພອນລາວວ່າ, “ກິ່ນຫອມລູກຊາຍຂອງຂ້ອຍນີ້ ຄືກິ່ນທີ່ມາຈາກທົ່ງນາ ທີ່ພຣະເຈົ້າຢາເວສົ່ງພອນລົງມາໃຫ້. |
|
| 28 |
|
| ຂໍໃຫ້ພຣະເຈົ້າປະທານຄວາມຊຸ່ມຊື່ນ ຈາກສະຫວັນລົງມາແຜ່ ລ້ຽງທົ່ງນາແລະຕົ້ນເຂົ້າ ທັງເຫຼົ້າອະງຸ່ນໃຫ້ມີຫລາຍ. |
|
| 29 |
|
| ແລ້ວຫລາຍໆຊົນຊາດ ຈະຄຳນັບຮັບຄຳບັນຊາ; ພ້ອມພາກັນຕັ້ງໜ້າ ມາຂາບລົງຮັບໃຊ້ເຈົ້າ. ຈົ່ງປົກຄອງພວກເຂົາໃຫ້ໄດ້ດັ່ງປົກຄອງນ້ອງພີ່ ເຊັ່ນພີ່ນ້ອງແມ່ເຈົ້າ ຈຸ້ມເຈື້ອເຫຼົ່າລູກຫລານ ພວກເຂົາຈະພາກັນມາກົ້ມຂາບ ກົ້ມຄານຢ້ານກົວຍິ່ງ ຈິງໃຈຄຳນັບເຈົ້າສະເໝີດ້າມ ເຈົ້າພະຍາແທ້ໃດ ບັດນີ້ ພວກເຜົ່າໃດປ້ອຍດ່າເຈົ້າ ພວກເຂົາຈະຖືກປ້ອຍດ່າກັບຄືນ ພວກເຜົ່າໃດອວຍພອນເຈົ້າ ພວກເຂົາກໍຈະໄດ້ຮັບພຣະພອນນັ້ນເໝືອນກັນ.” |
|
| 30 |
|
| ພໍຢາໂຄບໄດ້ຮັບພອນຈາກອີຊາກແລ້ວ ລາວກໍອຳລາຈາກໄປ. ຫລັງຈາກນັ້ນໜ້ອຍໜຶ່ງ ເອຊາວອ້າຍຂອງລາວກໍກັບມາແຕ່ລ່າສັດ. |
|
| 31 |
|
| ລາວຄົວອາຫານອັນແຊບໆ ແລະຖືໄປໃຫ້ພໍ່. ລາວເວົ້າວ່າ, “ພໍ່ເອີຍ ຈົ່ງລຸກຂຶ້ນກິນອາຫານຂອງລູກເຖີດ ເພື່ອພໍ່ຈະອວຍພອນລູກ.” |
|
| 32 |
|
| ອີຊາກຖາມວ່າ, “ເຈົ້າແມ່ນໃຜ?” ລາວຕອບວ່າ, “ເຮົາແມ່ນເອຊາວລູກຊາຍກົກຂອງພໍ່.” |
|
| 33 |
|
| ພໍໄດ້ຍິນດັ່ງນັ້ນ ອີຊາກຈຶ່ງຕົກໃຈທັງສັ່ນໝົດຕົວ ແລະຖາມວ່າ, “ຖ້າດັ່ງນັ້ນ ແມ່ນໃຜທີ່ຂ້າສັດ ແລະຈັດແຈ່ງອາຫານເອົາມາໃຫ້ພໍ່ກິນ? ພໍ່ໄດ້ກິນ ແລະອວຍພອນທຸກຢ່າງແກ່ລາວແລ້ວ ກ່ອນເຈົ້າມາຮອດ ແລະພອນນັ້ນກໍຈະເປັນຂອງລາວຕະຫລອດໄປ.” |
|
| 34 |
|
| ເມື່ອເອຊາວໄດ້ຍິນຢ່າງນັ້ນ ລາວຈຶ່ງຮ້ອງໄຫ້ຂຶ້ນຢ່າງຂົມຂື່ນ ແລະເວົ້າວ່າ, “ພໍ່ເອີຍ ຈົ່ງອວຍພອນລູກເໝືອນກັນແດ່ທ້ອນ.” |
|
| 35 |
|
| ອີຊາກຕອບວ່າ, “ນ້ອງຂອງເຈົ້າຫລອກລວງພໍ່. ລາວເອົາພອນທີ່ເຈົ້າຄວນຈະໄດ້ຮັບນັ້ນໄປແລ້ວ.” |
|
| 36 |
|
| ເອຊາວເວົ້າວ່າ, “ນີ້ແມ່ນເທື່ອທີສອງທີ່ລາວໄດ້ໂກງລູກ ກໍບໍ່ແມ່ນຍ້ອນລາວຊື່ຢາໂຄບ ນັ້ນບໍ? ລາວໄດ້ເອົາສິດທິອ້າຍກົກຂອງລູກໄປ ແລະບັດນີ້ລາວຊໍ້າເອົາພອນຂອງລູກໄປອີກ. ພໍ່ບໍ່ມີພອນຈັກຢ່າງເຫຼືອໄວ້ໃຫ້ລູກອີກແດ່ບໍ?” |
|
| 37 |
|
| ອີຊາກຕອບວ່າ, “ພໍ່ໄດ້ອວຍພອນລາວເປັນນາຍຂອງເຈົ້າ ແລະໃຫ້ພວກຍາດຕິພີ່ນ້ອງເປັນຄົນຮັບໃຊ້ລາວ. ພໍ່ໄດ້ອວຍພອນລາວໃຫ້ມີເຂົ້າ ແລະມີເຫຼົ້າອະງຸ່ນຢ່າງອຸດົມສົມບູນ. ບັດນີ້ ພໍ່ບໍ່ມີຫຍັງເຫຼືອ ພໍທີ່ຈະອວຍພອນເຈົ້າໄດ້ດອກລູກເອີຍ.” |
|
| 38 |
|
| ເອຊາວສືບຕໍ່ວອນຂໍພໍ່ຂອງຕົນວ່າ, “ພໍ່ເອີຍ ພອນຂອງພໍ່ມີເທົ່ານີ້ບໍ? ຂໍອວຍພອນລູກແດ່ທ້ອນ.” ລາວເວົ້າພ້ອມທັງຮ້ອງໄຫ້. |
|
| 39 |
|
| ແລ້ວອີຊາກກໍເວົ້າວ່າ, “ເຈົ້າຈະພາກຈາກຖິ່ນ ທີ່ສົມບູນແລະຮັ່ງມີ; ເຈົ້າຈະຂາດຄວາມຊຸ່ມເຢັນ ທີ່ສະຫວັນໂຜດໃຫ້. |
|
| 40 |
|
| ຊີວິດຂອງເຈົ້ານັ້ນຈະໃຊ້ດາບ ຮັບໃຊ້ນ້ອງຊາຍຕົນ; ແຕ່ໃນທີ່ສຸດເຈົ້າຈະປົດປ່ອຍຕົນເອງ ເປັນອິດສະຫລະຈາກເຂົາໄດ້.” |
|
| 41 |
|
| ເອຊາວກຽດຊັງຢາໂຄບ ຍ້ອນວ່າພໍ່ໄດ້ອວຍພອນລາວ. ລາວຄິດວ່າ, “ມື້ໄວ້ທຸກໃຫ້ພໍ່ກໍໃກ້ເຂົ້າມາແລ້ວ; ເມື່ອມື້ນັ້ນສິ້ນສຸດລົງຍາມໃດ ເຮົາກໍຈະຂ້າຢາໂຄບເສຍຍາມນັ້ນ.” |
|
| 42 |
|
| ແຕ່ນາງເຣເບກາຮູ້ແຜນການຂອງເອຊາວກ່ອນ ຈຶ່ງໃຊ້ຄົນໄປເອີ້ນຢາໂຄບມາ ແລະບອກວ່າ, “ລູກຈົ່ງຟັງໃຫ້ດີ ເອຊາວອ້າຍຂອງເຈົ້າກຳລັງວາງແຜນຈະຂ້າເຈົ້າເພື່ອແກ້ແຄ້ນ. |
|
| 43 |
|
| ສະນັ້ນ ຈົ່ງເຮັດຕາມສິ່ງທີ່ແມ່ບອກເຈົ້າເດີ ລູກເອີຍ. |
|
| 44 |
|
| ຈົ່ງໜີໄປຢູ່ນຳລາບານລູງຂອງເຈົ້າ ທີ່ເມືອງຮາຣານຊົ່ວໄລຍະໜຶ່ງກ່ອນ ຈົນກວ່າອ້າຍຂອງເຈົ້າເຊົາຄຽດແຄ້ນ |
|
| 45 |
|
| ແລະລືມສິ່ງທີ່ເຈົ້າໄດ້ເຮັດຕໍ່ລາວມານັ້ນ. ແລ້ວແມ່ກໍຈະໃຊ້ຄົນໄປເອົາເຈົ້າກັບຄືນມາ. ເປັນຫຍັງໜໍ ຂ້ອຍຈະຕ້ອງສູນເສຍລູກທັງສອງໃນມື້ດຽວ?” |
|
| 46 |
|
| ນາງເຣເບກາເວົ້າຕໍ່ອີຊາກວ່າ, “ຂ້ອຍເບື່ອໜ່າຍທີ່ເອຊາວເອົາເມຍຄົນຕ່າງຊາດ. ຖ້າຢາໂຄບເອົາສາວຊາວຮິດຕີມາເປັນເມຍອີກ ກໍໃຫ້ຂ້ອຍຕາຍເສຍດີກວ່າ.” |
|
|
|
|