|
| 1 |
|
| ຢາໂຄບໄດ້ຍິນພວກລູກຊາຍຂອງລາບານເວົ້າວ່າ, “ຢາໂຄບໄດ້ເອົາຊັບສົມບັດທຸກສິ່ງທີ່ເປັນຂອງພໍ່ພວກເຮົາໄປ. ຊັບສົມບັດທັງໝົດທີ່ລາວມີນັ້ນເປັນຂອງພໍ່ພວກເຮົາ.” |
|
| 2 |
|
| ຢາໂຄບເຫັນໄດ້ອີກວ່າ ທ່າທີຂອງລາບານທີ່ມີຕໍ່ຕົນນັ້ນບໍ່ດີຄືແຕ່ກ່ອນ. |
|
| 3 |
|
| ແລ້ວພຣະເຈົ້າຢາເວກໍບອກລາວວ່າ, “ຈົ່ງກັບຄືນເມືອສູ່ດິນແດນຂອງບັນພະບຸລຸດ ແລະຍາດຕິພີ່ນ້ອງຂອງເຈົ້າສາ ເຮົາຈະຢູ່ກັບເຈົ້າ.” |
|
| 4 |
|
| ສະນັ້ນ ຢາໂຄບຈຶ່ງສັ່ງຄວາມໄປຫານາງຣາເຊັນ ແລະນາງເລອາ ໃຫ້ມາພົບຕົນທີ່ທົ່ງລ້ຽງສັດ. |
|
| 5 |
|
| ລາວເວົ້າກັບເມຍທັງສອງວ່າ, “ອ້າຍສັງເກດເຫັນວ່າພໍ່ຂອງພວກນ້ອງນັ້ນ ບໍ່ມີທ່າທີດີຕໍ່ອ້າຍເໝືອນດັ່ງແຕ່ກ່ອນ, ແຕ່ພຣະເຈົ້າຂອງພໍ່ອ້າຍສະຖິດຢູ່ນຳອ້າຍ. |
|
| 6 |
|
| ພວກນ້ອງທັງສອງກໍຮູ້ແລ້ວວ່າ ອ້າຍໄດ້ເຮັດວຽກໃຫ້ເພິ່ນເຕັມກຳລັງ. |
|
| 7 |
|
| ນອກນີ້ເພິ່ນຍັງໂກງອ້າຍ ແລະປ່ຽນຄ່າຈ້າງຂອງອ້າຍເຖິງສິບເທື່ອ. ແຕ່ພຣະເຈົ້າບໍ່ອະນຸຍາດໃຫ້ເພິ່ນທຳຮ້າຍອ້າຍແຕ່ຢ່າງໃດ. |
|
| 8 |
|
| ເມື່ອໃດທີ່ພໍ່ຂອງນ້ອງເວົ້າວ່າ, ‘ແບ້ທີ່ມີຂົນກ່ານຈະເປັນຄ່າຈ້າງຂອງອ້າຍ’ ແລະແບ້ທຸກໂຕໄດ້ອອກລູກມາເປັນສີກ່ານ. ເມື່ອໃດທີ່ເພິ່ນເວົ້າວ່າ ‘ແບ້ທີ່ມີຂົນດ່າງດາວຈະເປັນຄ່າຈ້າງຂອງອ້າຍ’ ແບ້ທຸກໂຕໄດ້ອອກລູກມາເປັນສີດ່າງດາວ. |
|
| 9 |
|
| ພຣະເຈົ້າໄດ້ເອົາຝູງສັດຂອງພໍ່ພວກນ້ອງມາໃຫ້ອ້າຍ. |
|
| 10 |
|
| ໃນລະດູປະສົມພັນຂອງສັດນັ້ນ ອ້າຍໄດ້ຝັນເຫັນແບ້ປະສົມພັນກັນ ມີຂົນເປັນສີກ່ານ, ເປັນຈຸດ ແລະດ່າງດາວ. |
|
| 11 |
|
| ເທວະດາຂອງພຣະເຈົ້າໄດ້ກ່າວແກ່ອ້າຍທາງຄວາມຝັນວ່າ, ‘ຢາໂຄບເອີຍ’ ອ້າຍຕອບວ່າ, ‘ຂ້ານ້ອຍຢູ່ທີ່ນີ້.’ |
|
| 12 |
|
| ແລະເພິ່ນກ່າວຕໍ່ໄປວ່າ, ‘ຈົ່ງເບິ່ງພຸ້ນດູ ແບ້ເຖິກທີ່ປະສົມພັນກັນຢູ່ນັ້ນ ເປັນຈຸດດ່າງດາວແລະກ່ານ. ເຮົາບັນດານໃຫ້ເປັນເຊັ່ນນີ້ ເພາະເຮົາຮູ້ຈັກທຸກໆສິ່ງທີ່ລາບານກຳລັງເຮັດກັບເຈົ້າ. |
|
| 13 |
|
| ເຮົາແມ່ນພຣະເຈົ້າຜູ້ທີ່ປາກົດໃຫ້ເຈົ້າເຫັນທີ່ເບັດເອນ ບ່ອນທີ່ເຈົ້າໄດ້ຖວາຍເສົາອະນຸສອນ ໂດຍຖອກນໍ້າມັນຫອມຖວາຍ ແລະສາບານໄວ້ກັບເຮົານັ້ນ. ບັດນີ້ ຈົ່ງຕຽມຕົວອອກໜີຈາກດິນແດນນີ້ ແລະກັບຄືນສູ່ບ້ານເກີດເມືອງນອນຂອງເຈົ້າ.”’ |
|
| 14 |
|
| ນາງຣາເຊັນ ແລະນາງເລອາຈຶ່ງຕອບເພິ່ນວ່າ, “ພໍ່ຂອງພວກເຮົາບໍ່ມີມໍຣະດົກຫຍັງເຫຼືອໄວ້ໃຫ້ພວກເຮົາແລ້ວ. |
|
| 15 |
|
| ເພິ່ນຖືພວກເຮົາຄືຄົນອື່ນ ເພິ່ນຂາຍພວກເຮົາ ແລະດຽວນີ້ ເພິ່ນກໍຈ່າຍຄືນສິ່ງທີ່ເພິ່ນໄດ້ມາຈາກການຂາຍພວກເຮົານັ້ນ. |
|
| 16 |
|
| ຊັບສົມບັດທຸກຢ່າງທີ່ພຣະເຈົ້າໄດ້ເອົາມາຈາກພໍ່ຂອງພວກນ້ອງ ເປັນຂອງພວກເຮົາແລະລູກໆ. ຈົ່ງເຮັດຕາມທີ່ພຣະເຈົ້າໄດ້ບອກອ້າຍເຖີດ.” |
|
| 17 |
|
| ດັ່ງນັ້ນ ຢາໂຄບຈຶ່ງຕຽມຕົວກັບຄືນເມືອຫາພໍ່ຂອງຕົນທີ່ການາອານ. ລາວຕຽມເອົາລູກກັບເມຍຂຶ້ນຂີ່ຫລັງອູດ ແລະມ້ຽນມັດເອົາສິ່ງຂອງທຸກຢ່າງ ຊຶ່ງຕົນໄດ້ທີ່ເມໂຊໂປຕາເມຍ |
|
| 18 |
|
| ແລະປ້ອງຝູງສັດນຳໜ້າອອກເດີນທາງກັບຄືນເມືອຫາເມືອງພໍ່ຂອງຕົນ. |
|
| 19 |
|
| ລາບານອອກໄປຕັດຂົນແກະ ແລະໃນຂະນະທີ່ເພິ່ນບໍ່ຢູ່ນັ້ນ ນາງຣາເຊັນໄດ້ເຂົ້າໄປລັກເອົາຮູບເຄົາຣົບປະຈຳຄອບຄົວຂອງພໍ່ຕົນໄປນຳ. |
|
| 20 |
|
| ຢາໂຄບໄດ້ຫລອກລວງລາບານຊາວອາຣາມດ້ວຍການໜີໄປໂດຍບໍ່ຄອບ. |
|
| 21 |
|
| ລາວໄດ້ເອົາຊັບສົມບັດທັງໝົດໜີຂ້າມແມ່ນໍ້າເອີຟຣັດ ແລະມຸ່ງໜ້າໄປສູ່ເຂດເນີນພູກີເລອາດ. |
|
| 22 |
|
| ສາມວັນຕໍ່ມາ ລາບານຈຶ່ງຮູ້ວ່າຢາໂຄບໄດ້ໜີໄປແລ້ວ. |
|
| 23 |
|
| ສະນັ້ນ ເພິ່ນຈຶ່ງພາຄົນໄລ່ຕິດຕາມຢາໂຄບໄປເປັນເວລາເຈັດວັນ ແລະທັນລາວທີ່ເຂດເນີນພູກີເລອາດ. |
|
| 24 |
|
| ໃນຄືນນັ້ນ ພຣະເຈົ້າໄດ້ປາກົດໃນຄວາມຝັນຂອງລາບານຊາວອາຣາມ ແລະກ່າວແກ່ລາວວ່າ, “ຈົ່ງລະວັງ ເຈົ້າຢ່າຂູ່ເຂັນຢາໂຄບແຕ່ຢ່າງໃດເລີຍ.” |
|
| 25 |
|
| ຢາໂຄບຕັ້ງຄ້າຍພັກຂອງຕົນຢູ່ເທິງເນີນພູ; ສ່ວນລາບານແລະພວກທີ່ຕິດຕາມຕົນມານັ້ນຕັ້ງຄ້າຍພັກຢູ່ທີ່ເນີນພູກີເລອາດ. |
|
| 26 |
|
| ລາບານເວົ້າຕໍ່ຢາໂຄບວ່າ, “ເປັນຫຍັງເຈົ້າຈຶ່ງຫຼອກລວງຂ້ອຍ ແລະພາລູກສາວຂ້ອຍໜີໄປເໝືອນດັ່ງຍິງຊະເລີຍເສິກ? |
|
| 27 |
|
| ເປັນຫຍັງເຈົ້າຈຶ່ງປົບໜີຂ້ອຍມາຢ່າງລັບໆ ແລະໜີມາໂດຍບໍ່ຄອບຂ້ອຍ? ຖ້າເຈົ້າບອກ ຂ້ອຍກໍຈະໄປສົ່ງເຖິງທາງດ້ວຍຄວາມຍິນດີ ໂດຍມີຂະບວນແຫ່ທັງສຽງຄ້ອງ, ສຽງກອງ, ສຽງພິນ ແລະສຽງຮ້ອງລຳທຳເພງ. |
|
| 28 |
|
| ເຈົ້າບໍ່ໃຫ້ຂ້ອຍຈູບສັ່ງລາແມ່ນແຕ່ລູກສາວ ແລະຫລານໆຂອງຂ້ອຍເລີຍ. ເຈົ້າຄືມາເຮັດແບບໂງ່ໆເຊັ່ນນີ້ |
|
| 29 |
|
| ຂ້ອຍມີສິດທີ່ຈະທຳຮ້າຍເຈົ້າ, ແຕ່ຄືນນີ້ພຣະເຈົ້າຂອງພໍ່ເຈົ້າໄດ້ບອກຂ້ອຍ ບໍ່ໃຫ້ຂູ່ເຂັນເຈົ້າແຕ່ປະການໃດ. |
|
| 30 |
|
| ຂ້ອຍຮູ້ວ່າເຈົ້າປົບໜີ ເພາະຢາກກັບເມືອບ້ານແຮງ, ແຕ່ເປັນຫຍັງ ເຈົ້າຈຶ່ງເອົາຮູບເຄົາຣົບປະຈຳຄອບຄົວຂອງຂ້ອຍມານຳ.” |
|
| 31 |
|
| ຢາໂຄບຕອບວ່າ, “ຂ້ອຍຄິດຢ້ານເຈົ້າ ແລະຢ້ານວ່າເຈົ້າຈະເອົາລູກສາວຂອງເຈົ້າຄືນ. |
|
| 32 |
|
| ແຕ່ຖ້າເຈົ້າພົບຮູບເຄົາຣົບນຳຜູ້ໃດຜູ້ໜຶ່ງໃນທີ່ນີ້ ໃຫ້ຂ້າຜູ້ນັ້ນຖິ້ມໂລດ. ຄົນຂອງເຮົາກໍຢູ່ທີ່ນີ້ເພື່ອເປັນພະຍານ. ຈົ່ງຄົ້ນຫາເອົາທຸກສິ່ງທີ່ເປັນຂອງເຈົ້າຄືນໄປ.” ຢາໂຄບບໍ່ຮູ້ວ່າ ຣາເຊັນໄດ້ລັກເອົາຮູບເຄົາຣົບມານຳ. |
|
| 33 |
|
| ລາບານເຂົ້າໄປຄົ້ນໃນຜ້າເຕັນຂອງຢາໂຄບ. ແລ້ວເຂົ້າໄປໃນຜ້າເຕັນຂອງເລອາ ແລະຜ້າເຕັນຂອງຄົນຮັບໃຊ້ຍິງສອງຄົນ ແຕ່ບໍ່ພົບຮູບພະນັ້ນເລີຍ. ແລ້ວເພິ່ນກໍໄດ້ເຂົ້າໄປໃນຜ້າເຕັນຂອງນາງຣາເຊັນ. |
|
| 34 |
|
| ນາງຣາເຊັນເອົາຮູບພະປະຈຳຄອບຄົວເຫຼົ່ານັ້ນ ເຊື່ອງໄວ້ໃນຖົງອານໃສ່ຫລັງອູດ ແລະນັ່ງເທິງອານນັ້ນ. ລາບານຊອກເບິ່ງໝົດໃນຜ້າເຕັນແຕ່ບໍ່ພົບ. |
|
| 35 |
|
| ນາງຣາເຊັນເວົ້າຕໍ່ພໍ່ຂອງຕົນວ່າ, “ພໍ່ຢ່າຮ້າຍລູກເດີ ທີ່ລູກບໍ່ອາດລຸກຢືນຂຶ້ນໄດ້ເມື່ອພໍ່ເຂົ້າມາ ຍ້ອນວ່າລູກເປັນປະຈຳເດືອນ.” ລາບານຊອກຄົ້ນເບິ່ງໝົດທຸກບ່ອນ ແຕ່ເພິ່ນບໍ່ພົບຮູບພະນັ້ນ. |
|
| 36 |
|
| ແລ້ວຢາໂຄບກໍຮ້າຍຂຶ້ນຈຶ່ງຖາມວ່າ, “ຂ້ອຍໄດ້ເຮັດຫຍັງຜິດ? ຂ້ອຍໄດ້ສ້າງອາດຊະຍາກຳຫຍັງຈຶ່ງເຮັດໃຫ້ເຈົ້າຕ້ອງຕາມຂ້ອຍມາ? |
|
| 37 |
|
| ບັດນີ້ ເຈົ້າໄດ້ຄົ້ນເບິ່ງສິ່ງຂອງຂອງຂ້ອຍທັງໝົດແລ້ວ ມີສິ່ງໃດແດ່ທີ່ເຈົ້າເຫັນວ່າມັນເປັນຂອງເຈົ້າ? ເອົາອອກມາໃຫ້ຄົນຂອງເຈົ້າ ແລະຄົນຂອງຂ້ອຍເບິ່ງດູ ແລະໃຫ້ພວກເຂົາຕັດສິນວ່າລະຫວ່າງເຈົ້າກັບຂ້ອຍແມ່ນຜູ້ໃດຜິດຜູ້ໃດຖືກ. |
|
| 38 |
|
| ເບິ່ງດູ ຂ້ອຍໄດ້ອາໄສຢູ່ກັບເຈົ້າເປັນເວລາຊາວປີ ແລະແກະກັບແບ້ຂອງເຈົ້າໄດ້ອອກແມ່ແຜ່ລູກຢູ່ບໍ່ຂາດ, ແຕ່ຂ້ອຍບໍ່ໄດ້ກິນແກະເຖິກຢູ່ໃນຝູງຂອງເຈົ້າແມ່ນແຕ່ໂຕດຽວ. |
|
| 39 |
|
| ເທື່ອໃດທີ່ແກະຂອງເຈົ້າຖືກສັດປ່າກັດຕາຍ ຂ້ອຍກໍຈ່າຍຄ່າເສຍຫາຍເອງເທື່ອນັ້ນ. ຂ້ອຍບໍ່ໄດ້ເອົາມາໃຫ້ເຈົ້າເບິ່ງ ແລະບອກວ່າມັນບໍ່ແມ່ນຄວາມຜິດຂອງຂ້ອຍ. ເຈົ້າໄດ້ທວງຄືນສິ່ງທີ່ຖືກລັກໄປຍາມກາງເວັນແລະຍາມກາງຄືນ. |
|
| 40 |
|
| ມີຫລາຍເທື່ອທີ່ຂ້ອຍຕ້ອງທົນຕໍ່ແສງແດດເຜົາຜານໃນເວລາກາງເວັນ ແລະທົນຕໍ່ຄວາມໜາວໃນເວລາກາງຄືນ ຈົນຂ້ອຍບໍ່ອາດຈະນອນຕາຫລັບໄດ້. |
|
| 41 |
|
| ແມ່ນແບບນີ້ແຫຼະ ທີ່ຂ້ອຍໄດ້ອາໄສຢູ່ນຳເຈົ້າເປັນເວລາສິບສີ່ປີ ເພື່ອຈະໄດ້ລູກສາວຂອງເຈົ້າສອງຄົນມາເປັນເມຍ ແລະອີກຫົກປີເພື່ອມີຝູງສັດເປັນຂອງຕົນເອງ, ແຕ່ເຖິງປານນັ້ນ ເຈົ້າຍັງປ່ຽນຄ່າຈ້າງຂອງຂ້ອຍເຖິງສິບເທື່ອ. |
|
| 42 |
|
| ຖ້າພຣະເຈົ້າແຫ່ງບັນພະບຸລຸດຂອງຂ້ອຍ ຄືພຣະເຈົ້າຂອງອັບຣາຮາມແລະອີຊາກ ບໍ່ໄດ້ສະຖິດຢູ່ນຳຂ້ອຍ; ປານນີ້ເຈົ້າຄົງໄລ່ຂ້ອຍໜີໄປມືເປົ່າແລ້ວ. ແຕ່ພຣະເຈົ້າເຫັນຄວາມທຸກລຳບາກຂອງຂ້ອຍ ທັງຮູ້ຈັກວຽກງານທີ່ຂ້ອຍໄດ້ເຮັດ ແລະໃນຄືນວານນີ້ ພຣະອົງຈຶ່ງຕັດສິນຄວາມໃຫ້.” |
|
| 43 |
|
| ລາບານຕອບຢາໂຄບວ່າ, “ຍິງພວກນີ້ເປັນຂອງຂ້ອຍ ແລະລູກຂອງພວກເຂົາກໍເປັນຂອງຂ້ອຍ ຕະຫລອດທັງຝູງສັດກໍເປັນຂອງຂ້ອຍດ້ວຍ. ທີ່ຈິງແລ້ວທຸກສິ່ງທີ່ເຈົ້າເຫັນຢູ່ນີ້ເປັນຂອງຂ້ອຍໝົດ, ແຕ່ໃນເມື່ອຂ້ອຍບໍ່ສາມາດກີດກັ້ນ ລູກສາວກັບພວກຫລານໆຂອງຂ້ອຍບໍ່ໃຫ້ໄປກັບເຈົ້າໄດ້ |
|
| 44 |
|
| ຂ້ອຍພ້ອມແລ້ວທີ່ຈະເຮັດຂໍ້ຕົກລົງກັບເຈົ້າ. ພວກເຮົາຈົ່ງພາກັນຂົນຫີນມາກອງໄວ້ ເພື່ອໃຫ້ເປັນສິ່ງເຕືອນໃຈພວກເຮົາໃນເລື່ອງນີ້.” |
|
| 45 |
|
| ສະນັ້ນ ຢາໂຄບຈຶ່ງຕັ້ງເສົາຫີນເສົາໜຶ່ງຂຶ້ນເປັນທີ່ລະນຶກ. |
|
| 46 |
|
| ລາວບອກຄົນຂອງຕົນຂົນຫີນມາກອງໄວ້ ແລະພວກເຂົາໄດ້ກິນລ້ຽງໃກ້ກອງຫີນນັ້ນ. |
|
| 47 |
|
| ລາບານໃສ່ຊື່ກອງຫີນນັ້ນວ່າ ເຢກາສາຮາດູທາ; ໃນຂະນະດຽວກັນນັ້ນ ຢາໂຄບໃສ່ຊື່ກອງຫີນນັ້ນວ່າ ຄາລີເອັດ. |
|
| 48 |
|
| ລາບານເວົ້າວ່າ, “ກອງຫີນນີ້ຈະເປັນສິ່ງເຕືອນໃຈລະຫວ່າງພວກເຮົາທັງສອງ.” ດ້ວຍເຫດນີ້ ບ່ອນນັ້ນຈຶ່ງມີຊື່ວ່າ ຄາລີເອັດ. |
|
| 49 |
|
| ລາບານອວຍພອນອີກວ່າ, “ຂໍໃຫ້ພຣະເຈົ້າຢາເວເຝົ້າຄອຍເບິ່ງພວກເຮົາ ເວລາຫ່າງຈາກກັນໄປ.” ດັ່ງນັ້ນ ບ່ອນນີ້ຈຶ່ງມີຊື່ອີກວ່າ, “ມີຊະປາ.” |
|
| 50 |
|
| ລາບານເວົ້າຕໍ່ໄປວ່າ, “ຖ້າເຈົ້າຂົ່ມເຫັງລູກສາວຂອງຂ້ອຍ ຫລືແຕ່ງງານກັບຍິງອື່ນອີກ; ເຖິງແມ່ນຂ້ອຍບໍ່ຮູ້ກໍຕາມ ຈົ່ງຈົດຈຳໄວ້ວ່າພຣະເຈົ້າຄອຍເຝົ້າເບິ່ງພວກເຮົາສະເໝີ.” ລາບານເວົ້າຕໍ່ຢາໂຄບວ່າ, |
|
| 51 |
|
| “ອັນນີ້ແມ່ນກອງຫີນທີ່ຂ້ອຍກອງຂຶ້ນກັ້ນເຂດແດນລະຫວ່າງພວກເຮົາທັງສອງ ເພື່ອໃຫ້ເປັນທີ່ຄິດຮອດຄິດເຖິງ. |
|
| 52 |
|
| ເສົາຫີນທັງສອງນີ້ຈະເປັນສິ່ງເຕືອນໃຈວ່າ ຂ້ອຍຈະບໍ່ຂ້າມເຂດແດນໄປໂຈມຕີເຈົ້າ ແລະເຈົ້າກໍຈະບໍ່ຂ້າມເຂດແດນມາໂຈມຕີຂ້ອຍ. |
|
| 53 |
|
| ພຣະເຈົ້າຂອງອັບຣາຮາມ ແລະພຣະເຈົ້າຂອງນາໂຮ ຈະເປັນຜູ້ຕັດສິນລະຫວ່າງພວກເຮົາທັງສອງ.” ແລ້ວຢາໂຄບກໍສາບານໃນນາມຂອງພຣະເຈົ້າ ອົງທີ່ອີຊາກພໍ່ຂອງຕົນນະມັດສະການ. |
|
| 54 |
|
| ຢາໂຄບໄດ້ຖວາຍເຄື່ອງບູຊາທີ່ເນີນພູ ແລະໄດ້ເຊີນພີ່ນ້ອງຂອງຕົນມາຮ່ວມກິນເຂົ້າຈີ່ນຳກັນ. ຫລັງຈາກກິນເຂົ້າຈີ່ແລ້ວ ພວກເຂົາກໍໄດ້ນອນຄ້າງຄືນຢູ່ທີ່ນັ້ນ. |
|
| 55 |
|
| ວັນຕໍ່ມາແຕ່ເຊົ້າໆ ລາບານໄດ້ຈູບສັ່ງລາລູກສາວກັບພວກຫລານໆຂອງຕົນ ແລ້ວເພິ່ນກໍກັບຄືນເມືອບ້ານເມືອງຂອງຕົນ. |
|
|
|
|