×

Lao ພຣະຄຳພີສັກສິ 2012

ປະຖົມມະການ 35

1
ພຣະເຈົ້າ​ໄດ້​ບອກ​ຢາໂຄບ​ວ່າ, “ຈົ່ງ​ຮີບ​ຕຽມຕົວ​ໄປ​ທີ່​ເບັດເອນ​ດຽວ​ນີ້ ແລະ​ອາໄສ​ຢູ່​ທີ່​ນັ້ນ. ໃນ​ທີ່ນັ້ນ ຈົ່ງ​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າ ອົງ​ທີ່​ໄດ້​ປາກົດ​ແກ່​ເຈົ້າ​ຄາວ​ທີ່​ເຈົ້າ​ກຳລັງ​ໄດ້​ປົບໜີ​ຈາກ​ເອຊາວ ອ້າຍ​ຂອງ​ເຈົ້າ.”
2
ດັ່ງນັ້ນ ຢາໂຄບ​ຈຶ່ງ​ບອກ​ຄົນ​ຢູ່​ໃນ​ຄອບຄົວ ແລະ​ທຸກຄົນ​ທີ່​ອາໄສ​ຢູ່​ນຳ​ຕົນ​ວ່າ, “ຈົ່ງ​ຖິ້ມ​ຮູບ​ພະ​ຂອງ​ຄົນຕ່າງຊາດ​ທີ່​ພວກເຈົ້າ​ມີ​ຢູ່​ນັ້ນ; ຈົ່ງ​ຊຳລະ​ຕົວ​ໃຫ້​ໝົດ​ມົນທິນ ແລະ​ນຸ່ງ​ຫົ່ມ​ເຄື່ອງ​ທີ່​ສະອາດ.
3
ພວກເຮົາ​ຈະ​ໜີ​ຈາກ​ທີ່​ນີ້​ໄປ​ຢູ່​ເບັດເອນ; ໃນ​ທີ່ນັ້ນ ຂ້ອຍ​ຈະ​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າ ອົງ​ທີ່​ໄດ້​ຊ່ວຍເຫລືອ​ຂ້ອຍ​ຍາມ​ເດືອດຮ້ອນ ແລະ​ອົງ​ທີ່​ສະຖິດ​ຢູ່​ນຳ​ຂ້ອຍ​ໃນ​ທຸກບ່ອນ​ທີ່​ຂ້ອຍ​ໄປ.”
4
ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອົາ​ຮູບ​ພະ​ທັງໝົດ​ຂອງ​ຄົນຕ່າງຊາດ ຊຶ່ງ​ພວກເຂົາ​ມີ​ຢູ່​ກັບ​ຕຸ້ມຫູ​ທີ່​ພວກເຂົາ​ໃສ່​ຢູ່​ມອບ​ໃຫ້​ຢາໂຄບ. ເພິ່ນ​ໄດ້​ເອົາ​ເຄື່ອງ​ເຫຼົ່ານີ້​ໄປ​ຝັງ​ໄວ້​ໃຕ້​ຕົ້ນ​ໝາກກໍ່​ໃກ້​ກັບ​ເມືອງ​ຊີເຄມ.
5
ເມື່ອ​ຢາໂຄບ​ພ້ອມ​ກັບ​ລູກຊາຍ​ກຳລັງ​ອອກ​ເດີນທາງ​ໄປ​ນັ້ນ ຊາວ​ເມືອງ​ໃກ້ຄຽງ​ກໍ​ເກີດ​ຄວາມ​ຢ້ານກົວ​ຫຼາຍ ແລະ​ບໍ່​ກ້າ​ໄລ່​ຕິດຕາມ​ພວກເຂົາ​ໄປ.
6
ຢາໂຄບ​ແລະ​ຄົນ​ຂອງຕົນ​ທຸກຄົນ​ໄດ້​ມາ​ຮອດ​ເມືອງ​ລູເຊ​ໃນ​ການາອານ ຊຶ່ງ​ເອີ້ນ​ກັນ​ໃນ​ເວລາ​ນັ້ນ​ວ່າ ເບັດເອນ.
7
ໃນ​ທີ່ນັ້ນ ເພິ່ນ​ໄດ້​ສ້າງ​ແທ່ນບູຊາ ແລະ​ໃສ່​ຊື່​ບ່ອນ​ນີ້​ວ່າ ພຣະເຈົ້າ​ຂອງ​ເບັດເອນ ເພາະ​ພຣະເຈົ້າ​ປາກົດ​ແກ່​ເພິ່ນ​ຄາວ​ທີ່​ເພິ່ນ​ໄດ້​ປົບໜີ​ຈາກ​ອ້າຍ​ຂອງຕົນ​ນັ້ນ.
8
ນາງ​ເດໂບຣາ​ເອື້ອຍ​ລ້ຽງ​ຂອງ​ນາງ​ເຣເບກາ​ໄດ້​ເສຍ​ຊີວິດ ແລະ​ຖືກ​ຝັງ​ໄວ້​ໃຕ້​ຕົ້ນ​ໝາກກໍ່​ທີ່​ຢູ່​ທາງ​ທິດ​ໃຕ້​ຂອງ​ເມືອງ​ເບັດເອນ. ສະນັ້ນ ພວກເຂົາ​ຈຶ່ງ​ໃສ່​ຊື່​ຕົ້ນໄມ້​ນັ້ນ​ວ່າ, “ຕົ້ນ​ໝາກກໍ່​ແຫ່ງ​ນໍ້າຕາ.”
9
ເມື່ອ​ຢາໂຄບ​ກັບ​ຈາກ​ເມໂຊໂປຕາເມຍ​ນັ້ນ​ພຣະເຈົ້າ​ໄດ້​ປາກົດ​ແກ່​ເພິ່ນ​ອີກ ແລະ​ທັງ​ອວຍພອນ​ເພິ່ນ​ວ່າ,
10
“ເຈົ້າ​ຊື່​ຢາໂຄບ ແຕ່​ບັດນີ້​ໄປ ຊື່​ຂອງ​ເຈົ້າ​ຈະ​ແມ່ນ​ອິດສະຣາເອນ.” ສະນັ້ນ ພຣະເຈົ້າ​ຈຶ່ງ​ເອີ້ນ​ເພິ່ນ​ວ່າ ອິດສະຣາເອນ.
11
ແລ້ວ​ພຣະອົງ​ກໍ​ກ່າວ​ອີກ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ມີ​ລູກຫລານ​ໃຫ້​ຫລວງຫລາຍ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ກາຍເປັນ​ຫລາຍ​ຊົນຊາດ ແລະ​ສືບ​ເຊື້ອສາຍ​ໃຫ້​ກະສັດ​ຫລາຍ​ຄົນ.
12
ເຮົາ​ຈະ​ມອບ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ອັບຣາຮາມ​ແລະ​ອີຊາກ​ນັ້ນ ໃຫ້​ແກ່​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ​ສືບຕໍ່​ກັນ​ໄປ.”
13
ແລ້ວ​ພຣະເຈົ້າ​ກໍ​ຈາກ​ເພິ່ນ​ໄປ.
14
ໃນ​ບ່ອນ​ທີ່​ພຣະເຈົ້າ​ກ່າວ​ແກ່​ຢາໂຄບ​ນັ້ນ ເພິ່ນ​ໄດ້​ຕັ້ງ​ເສົາ​ຫີນ​ໄວ້​ເປັນ​ທີ່ລະນຶກ ແລະ​ຖວາຍ​ໃຫ້​ພຣະເຈົ້າ​ໂດຍ​ຖອກ​ເຫຼົ້າ​ອະງຸ່ນ​ກັບ​ນໍ້າມັນ​ໝາກກອກເທດ​ໃສ່​ເທິງ​ນັ້ນ.
15
ຢາໂຄບ​ໃສ່​ຊື່​ບ່ອນ​ນັ້ນ​ວ່າ ເບັດເອນ.
16
ຢາໂຄບ​ແລະ​ຄອບຄົວ​ຂອງຕົນ​ໄດ້​ອອກ​ຈາກ​ເບັດເອນ​ໄປ ແລະ​ເມື່ອ​ເດີນທາງ​ມາ​ໃກ້​ຈະ​ຮອດ​ເອຟຣາທາ ນາງ​ຣາເຊັນ​ກໍ​ເຈັບ​ທ້ອງ​ຈະ​ອອກລູກ. ເທື່ອ​ນີ້​ນາງ​ຄອດ​ລູກ​ລຳບາກ​ຫລາຍ.
17
ເມື່ອ​ນາງ​ເບັ່ງ​ລູກ​ອອກ​ເທື່ອໃດ ນາງ​ຜະດຸງຄັນ​ກໍ​ເວົ້າ​ກັບ​ນາງ​ວ່າ “ບໍ່​ຕ້ອງ​ຢ້ານ​ຣາເຊັນ​ເອີຍ ເຈົ້າ​ຈະ​ໄດ້​ລູກ​ຜູ້ຊາຍ​ອີກ.”
18
ແຕ່​ນາງ​ສິ້ນໃຈ​ຕາຍ​ຫລັງຈາກ​ຄອດ​ລູກ​ແລ້ວ. ກ່ອນ​ສິ້ນໃຈ​ຕາຍ ນາງ​ໄດ້​ໃສ່​ຊື່​ໃຫ້​ລູກຊາຍ​ຂອງຕົນ​ວ່າ ເບັນໂອນີ ແຕ່​ຢາໂຄບ​ຜູ້​ເປັນ​ພໍ່​ໃສ່​ຊື່​ໃຫ້​ໃໝ່​ວ່າ ເບັນຢາມິນ.
19
ຣາເຊັນ​ໄດ້​ຕາຍໄປ ແລະ​ຢາໂຄບ​ໄດ້​ຝັງສົບ​ຂອງ​ນາງ​ໄວ້ ໃກ້​ແຄມ​ທາງ​ໄປ​ເມືອງ​ເອຟຣາທາ ປັດຈຸບັນ​ນີ້​ແມ່ນ​ເມືອງ​ເບັດເລເຮັມ.
20
ຢາໂຄບ​ຝັງ​ເສົາ​ຫີນ​ໄວ້​ທີ່​ນັ້ນ​ເປັນ​ທີ່ລະນຶກ ແລະ​ເສົາ​ຫີນ​ນັ້ນ​ໝາຍ​ຊື່​ຂອງ​ນາງ​ຣາເຊັນ​ໄວ້ ຈົນເຖິງ​ເທົ່າ​ທຸກ​ວັນນີ້.
21
ຢາໂຄບ​ໄດ້​ຍົກຍ້າຍ​ໄປ​ຕໍ່ ແລະ​ຕັ້ງ​ຄ້າຍພັກ​ອາໄສ​ຢູ່​ທາງ​ດ້ານ​ໜຶ່ງ​ອີກ​ຂອງ​ຫໍຄອຍ​ເອເດ.
22
ເມື່ອ​ຢາໂຄບ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ນັ້ນ ຣູເບັນ​ໄດ້​ລັກ​ນອນ​ນຳ​ນາງ​ບິນຮາ ເມຍນ້ອຍ​ຄົນ​ໜຶ່ງ​ຂອງ​ພໍ່​ຕົນ; ເມື່ອ​ຢາໂຄບ​ຮູ້​ເລື່ອງ​ນີ້ ເພິ່ນ​ກໍ​ຮ້າຍ​ຫຼາຍ. ຢາໂຄບ​ມີ​ລູກຊາຍ​ສິບສອງ​ຄົນ.
23
ລູກຊາຍ​ທີ່​ເກີດ​ຈາກ​ນາງ​ເລອາ ມີ​ດັ່ງນີ້: ຣູເບັນ​ຜູ້​ເປັນ​ອ້າຍກົກ, ຊີເມໂອນ, ເລວີ, ຢູດາ, ອິດຊາຄາ ແລະ​ເຊບູໂລນ.
24
ລູກຊາຍ​ທີ່​ເກີດ​ຈາກ​ນາງ​ຣາເຊັນ ມີ​ດັ່ງນີ້: ໂຢເຊັບ​ແລະ​ເບັນຢາມິນ.
25
ລູກຊາຍ​ທີ່​ເກີດ​ຈາກ​ນາງ​ບິນຮາ ເອື້ອຍ​ລ້ຽງ​ຂອງ​ຣາເຊັນ ມີ​ດັ່ງນີ້: ດານ​ແລະ​ເນັບທາລີ.
26
ລູກຊາຍ​ທີ່​ເກີດ​ຈາກ​ນາງ​ຊີລະປາ ເອື້ອຍ​ລ້ຽງ​ຂອງ​ນາງ​ເລອາ ມີ​ດັ່ງນີ້: ກາດ​ແລະ​ອາເຊ. ພວກ​ລູກຊາຍ​ເຫຼົ່ານີ້​ໄດ້​ເກີດ​ທີ່​ເມໂຊໂປຕາເມຍ.
27
ຢາໂຄບ​ໄດ້​ກັບຄືນ​ມາ​ຫາ​ອີຊາກ​ພໍ່​ຂອງຕົນ​ທີ່​ມຳເຣ ໃກ້​ກັບ​ເຮັບໂຣນ ບ່ອນ​ທີ່​ອັບຣາຮາມ​ແລະ​ອີຊາກ​ເຄີຍ​ອາໄສ​ຢູ່.
28
ອີຊາກ​ໄດ້​ດຳລົງ​ຊີວິດ​ອີກ​ຕໍ່ໄປ​ຈົນເຖິງ 180 ປີ;
29
ເພິ່ນ​ໄດ້​ຕາຍໄປ​ເມື່ອ​ອາຍຸ​ສູງ​ຫລາຍ; ຢາໂຄບ ແລະ​ເອຊາວ​ລູກຊາຍ​ຂອງ​ເພິ່ນ​ເອງ ເປັນ​ຜູ້​ຝັງສົບ​ເພິ່ນ​ໄວ້.
Lao ພຣະຄຳພີສັກສິ 2012
@ 2012 United Bible Societies
:
ບັນທຶກບັນທຶກ