|
| 1 |
|
| ໃນເວລານັ້ນ ຢູດາໄດ້ໜີຈາກພວກອ້າຍນ້ອງຂອງຕົນ ແລະໄປອາໄສຢູ່ນຳຊາຍຄົນໜຶ່ງຊື່ວ່າ ຮີຣາ. ຮີຣາເປັນຄົນມາຈາກເມືອງອາດຸນລຳ. |
|
| 2 |
|
| ຢູ່ໃນທີ່ນັ້ນ ຢູດາໄດ້ພົບກັບລູກສາວຂອງຊູອາຊາວການາອານ. ລາວຈຶ່ງແຕ່ງງານກັບນາງ |
|
| 3 |
|
| ແລະນາງເກີດລູກຊາຍຜູ້ໜຶ່ງໃຫ້ລາວຊື່ວ່າ ເອຣະ. |
|
| 4 |
|
| ນາງຖືພາອີກ ແລະເກີດລູກຊາຍອີກຜູ້ໜຶ່ງໃຫ້ລາວຊື່ວ່າ ໂອນານ. |
|
| 5 |
|
| ນາງໄດ້ລູກຊາຍອີກເປັນຄົນທີສາມແລະໃສ່ຊື່ໃຫ້ວ່າ ເຊລາ. ເວລາລູກຊາຍຜູ້ນີ້ເກີດມາ ຢູດາອາໄສຢູ່ທີ່ເມືອງອັກຊິບ. |
|
| 6 |
|
| ເມື່ອເອຣະໃຫຍ່ແລ້ວ ພໍ່ໄດ້ແຕ່ງເມຍໃຫ້ລາວຊື່ວ່າ ຕາມາ. |
|
| 7 |
|
| ເອຣະປະພຶດຊົ່ວ ແລະພຣະເຈົ້າຢາເວບໍ່ພໍໃຈນຳລາວ. ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງເຮັດໃຫ້ລາວຕາຍ. |
|
| 8 |
|
| ເມື່ອເປັນເຊັ່ນນີ້ຢູດາກໍເວົ້າຕໍ່ໂອນານວ່າ, “ຈົ່ງເອົາເມຍຂອງອ້າຍເຈົ້າສາ ເພື່ອສືບທອດຕະກຸນໄວ້, ແຕ່ໃຫ້ຖືນາງເປັນເອື້ອຍໃພ້ຢູ່.” |
|
| 9 |
|
| ແຕ່ໂອນານຮູ້ວ່າ ເດັກນ້ອຍທີ່ຈະເກີດມານັ້ນບໍ່ແມ່ນລູກຂອງຕົນ. ດັ່ງນັ້ນ ເມື່ອລາວນອນກັບເມຍຂອງອ້າຍເທື່ອໃດ ລາວກໍເຮັດໃຫ້ນໍ້າກາມຕົກເຮ່ຍເທື່ອນັ້ນ ເພື່ອວ່າລາວຈະບໍ່ໄດ້ມີລູກສືບເຊື້ອສາຍໃຫ້ອ້າຍຂອງຕົນ. |
|
| 10 |
|
| ສິ່ງທີ່ລາວກະທຳນັ້ນ ບໍ່ເປັນທີ່ພໍໃຈພຣະເຈົ້າຢາເວ ແລະພຣະອົງເຮັດໃຫ້ລາວຕາຍຄືກັນ. |
|
| 11 |
|
| ແລ້ວຢູດາກໍເວົ້າຕໍ່ຕາມາລູກໃພ້ຂອງຕົນວ່າ, “ຈົ່ງກັບຄືນເມືອບ້ານພໍ່ຂອງເຈົ້າສາ ແລະຢູ່ເປັນຍິງໝ້າຍຄອຍຖ້າໃຫ້ເຊລາລູກຊາຍຂອງຂ້ອຍໃຫຍ່.” ເພິ່ນເວົ້າເຊັ່ນນີ້ຍ້ອນເພິ່ນຢ້ານວ່າ ເຊລາອາດຈະຖືກຂ້າຄືກັນກັບອ້າຍຂອງລາວ. ສະນັ້ນ ຕາມາຈຶ່ງກັບຄືນເມືອຢູ່ບ້ານນຳພໍ່ຂອງຕົນ. |
|
| 12 |
|
| ຢູ່ມາອີກດົນນານ ເມຍຂອງຢູດາກໍຕາຍໄປ. ເມື່ອຢູດາໝົດກຳນົດໄວ້ທຸກແລ້ວ ເພິ່ນກັບຮີຣາຊາວອາດຸນລຳໝູ່ຂອງເພິ່ນ ກໍໄປຕັດຂົນແກະຂອງຕົນທີ່ເມືອງຕິມນາ. |
|
| 13 |
|
| ມີຄົນມາບອກຕາມາວ່າ, “ພໍ່ປູ່ຂອງເຈົ້າກຳລັງໄປຕັດຂົນແກະທີ່ເມືອງຕິມນາ.” |
|
| 14 |
|
| ສະນັ້ນ ນາງຈຶ່ງປ່ຽນເຄື່ອງໄວ້ທຸກແລະເອົາຜ້າອັດໜ້າໄວ້ ແລ້ວໄປນັ່ງຢູ່ທາງເຂົ້າຂອງບ້ານເອນາອີມທີ່ຈະໄປເມືອງຕິມນາ ຍ້ອນນາງຮູ້ວ່າເຊລາກໍໃຫຍ່ແລ້ວ, ແຕ່ນາງບໍ່ທັນໄດ້ແຕ່ງງານກັບລາວເທື່ອ. |
|
| 15 |
|
| ເມື່ອຢູດາເຫັນນາງ ເພິ່ນກໍຄິດວ່ານາງເປັນໂສເພນີ ຍ້ອນວ່ານາງໄດ້ເອົາຜ້າອັດໜ້າໄວ້. |
|
| 16 |
|
| ເພິ່ນຈຶ່ງເຂົ້າໄປຫານາງທີ່ແຄມທາງ ແລະຖາມວ່າ, “ນ້ອງສາວໄປນອນກັບອ້າຍບໍ່?” (ເພິ່ນບໍ່ຮູ້ວ່ານາງເປັນລູກໃພ້ຂອງຕົນເອງ.) ນາງຖາມຄືນວ່າ, “ອ້າຍຈະເອົາຫຍັງໃຫ້ນ້ອງ?” |
|
| 17 |
|
| ເພິ່ນຕອບວ່າ, “ອ້າຍຈະເອົາລູກແບ້ຈາກຝູງໂຕໜຶ່ງສົ່ງມາໃຫ້ນ້ອງ.” ນາງຕອບວ່າ, “ຕົກລົງ ແຕ່ອ້າຍຈະຕ້ອງມອບຂອງມັດຈຳໃຫ້ນ້ອງ ຈົນກວ່າອ້າຍຈະສົ່ງລູກແບ້ມາໃຫ້.” |
|
| 18 |
|
| ເພິ່ນຖາມນາງວ່າ, “ອ້າຍຈະເອົາຫຍັງໃຫ້ນ້ອງເປັນຂອງມັດຈຳ?” ນາງຕອບວ່າ, “ກາທີ່ມີເຊືອກຫ້ອຍ ແລະໄມ້ຄ້ອນເທົ້າທີ່ອ້າຍກຳລັງຖືຢູ່ນັ້ນເດ.” ເພິ່ນເອົາຂອງເຫຼົ່ານັ້ນໃຫ້ນາງ. ແລ້ວທັງສອງກໍໄປນອນນຳກັນແລະນາງກໍຕັ້ງທ້ອງ. |
|
| 19 |
|
| ຕາມາລຸກຂຶ້ນໜີເມືອເຮືອນຂອງຕົນ; ນາງເອົາຜ້າອັດໜ້າອອກແລະນຸ່ງເຄື່ອງໄວ້ທຸກຕາມເຄີຍ. |
|
| 20 |
|
| ຕໍ່ມາ ຢູດາໄດ້ສົ່ງຮີຣາເພື່ອນຊາວອາດຸນລຳຂອງຕົນນຳລູກແບ້ໄປໃຫ້ຍິງນັ້ນ ເພື່ອປ່ຽນເອົາຂອງທີ່ຕົນໄດ້ມັດຈຳໄວ້ ແຕ່ລາວໄປຫານາງບໍ່ພົບ. |
|
| 21 |
|
| ລາວໄດ້ຖາມຊາວເອນາອີມບາງຄົນຢູ່ໃນທີ່ນັ້ນວ່າ, “ໂສເພນີຜູ້ທີ່ນັ່ງຢູ່ແຄມທາງນີ້ໄປຢູ່ໃສແລ້ວ?” ພວກເຂົາຕອບວ່າ, “ຢູ່ທີ່ນີ້ບໍ່ເຄີຍມີໂສເພນີ.” |
|
| 22 |
|
| ສະນັ້ນ ລາວຈຶ່ງກັບຄືນເມືອຫາຢູດາ ແລະເວົ້າຕໍ່ລາວວ່າ, “ຂ້ອຍບໍ່ພົບນາງ. ຄົນໃນເຂດນັ້ນເວົ້າວ່າໃນທີ່ນັ້ນບໍ່ເຄີຍມີໂສເພນີ.” |
|
| 23 |
|
| ຢູດາເວົ້າວ່າ, “ຊ່າງເທາະ ປະຂອງເຫຼົ່ານັ້ນໄວ້ໃຫ້ນາງສາ. ພວກເຮົາບໍ່ຢາກໃຫ້ຄົນຫົວເລາະເຍາະເຍີ້ຍ. ຂ້ອຍພະຍາຍາມເອົາຂອງໄປໃຫ້ນາງ ແຕ່ເຈົ້າກໍບໍ່ພົບນາງ.” |
|
| 24 |
|
| ຢູ່ຕໍ່ມາ ປະມານສາມເດືອນມີຄົນມາບອກຢູດາວ່າ, “ດຽວນີ້ຕາມາລູກໃພ້ຂອງເຈົ້າຖືກເຂົາຫລິ້ນມານສາແລ້ວ.” ຢູດາຈຶ່ງສັ່ງວ່າ, “ເອົານາງອອກມາແລະເຜົາໃຫ້ຕາຍທັງເປັນ.” |
|
| 25 |
|
| ເມື່ອເຂົາເອົານາງອອກມາຂ້າງນອກ ນາງຈຶ່ງສົ່ງຄົນໄປບອກກັບພໍ່ປູ່ວ່າ, “ຂ້ອຍຖືພານຳຄົນທີ່ມີຂອງເຫຼົ່ານີ້. ຈົ່ງເບິ່ງກາທີ່ມີເຊືອກຫ້ອຍກັບໄມ້ເທົ້ານີ້ດູ ວ່າເປັນຂອງໃຜ?” |
|
| 26 |
|
| ຢູດາຈື່ຂອງເຫຼົ່ານັ້ນໄດ້ ແລະເວົ້າວ່າ, “ນາງເຮັດຖືກຕ້ອງແລ້ວ. ຂ້ອຍບໍ່ໄດ້ເຮັດຕາມຄຳຕົກລົງທີ່ມີຕໍ່ນາງ. ຂ້ອຍຄວນຈະໃຫ້ນາງແຕ່ງງານກັບເຊລາລູກຊາຍຂອງຂ້ອຍ.” ແຕ່ນັ້ນມາ ຢູດາກໍບໍ່ໄດ້ນອນນຳນາງອີກຈັກເທື່ອ. |
|
| 27 |
|
| ຢູ່ມາ ເມື່ອເຖິງກຳນົດຄອດລູກ ກໍຮູ້ວ່າລູກໃນທ້ອງນັ້ນເປັນຝາແຝດ. |
|
| 28 |
|
| ເມື່ອນາງຕາມາເບັ່ງລູກອອກ ລູກຜູ້ໜຶ່ງເອົາມືອອກມາ; ນາງຜະດຸງຄັນຈຶ່ງຈັບມືໄວ້ ແລະເອົາດ້າຍສີແດງມັດມືແລະເວົ້າວ່າ, “ຜູ້ນີ້ອອກກ່ອນ.” |
|
| 29 |
|
| ແຕ່ເດັກນ້ອຍຫົດມືເຂົ້າຄືນ ແລະນ້ອງຂອງລາວຈຶ່ງເກີດກ່ອນ. ແລ້ວນາງຜະດຸງຄັນກໍເວົ້າວ່າ, “ອ້າວ! ຊ່າງແຫກອອກມາໄດ້.” ສະນັ້ນ ເດັກນ້ອຍຜູ້ນີ້ຈຶ່ງມີຊື່ວ່າ ເປເຣັດ. |
|
| 30 |
|
| ແລ້ວອ້າຍຂອງລາວກໍອອກມາ ໂດຍມີດ້າຍສີແດງມັດທີ່ມືຂອງລາວ ເພິ່ນຈຶ່ງໃສ່ຊື່ໃຫ້ລາວວ່າ ເຊຣາ. |
|
|
|
|