|
| 1 |
|
| ຫລັງຈາກນັ້ນມາອີກບໍ່ເຫິງເທົ່າໃດ ຫົວໜ້າພະນັກງານເຮັດເຫຼົ້າອະງຸ່ນ ກັບຫົວໜ້າພະນັກງານເຮັດເຂົ້າຈີ່ຂອງກະສັດເອຢິບໄດ້ເຮັດໃຫ້ກະສັດເຄືອງໃຈ. |
|
| 2 |
|
| ສະນັ້ນ ເພິ່ນຈຶ່ງໃຈຮ້າຍຂ້າຣາຊການສອງຄົນນີ້ |
|
| 3 |
|
| ແລະສັ່ງຂັງພວກເຂົາໃນຄຸກທີ່ເຮືອນຂອງນາຍທະຫານຮັກສາຣາຊວັງ ຊຶ່ງເປັນບ່ອນດຽວກັນກັບທີ່ໂຢເຊັບຖືກຂັງຢູ່. |
|
| 4 |
|
| ພວກເຂົາຢູ່ນຳກັນໃນຄຸກເປັນເວລານານ ແລະເຈົ້າໜ້າທີ່ຮັກສາໄດ້ເອົາໂຢເຊັບ ມາເປັນຜູ້ຮັບໃຊ້ຂ້າຣາຊການສອງຄົນນີ້. |
|
| 5 |
|
| ຄືນໜຶ່ງ ໃນຫ້ອງຂັງນັ້ນ ຂ້າຣາຊການສອງຄົນຕ່າງກໍຝັນ; ຄວາມຝັນຂອງແຕ່ລະຄົນມີຄວາມໝາຍແຕກຕ່າງກັນ. |
|
| 6 |
|
| ຕອນເຊົ້າມາ ເມື່ອໂຢເຊັບເຂົ້າໄປໃນຫ້ອງຂອງພວກເຂົາ ລາວກໍສັງເກດເຫັນວ່າເຂົາທັງສອງກະວົນກະວາຍໃຈ. |
|
| 7 |
|
| ລາວຈຶ່ງຖາມວ່າ, “ມື້ນີ້ ພວກທ່ານມີຄວາມທຸກໃຈເລື່ອງຫຍັງນໍ?” |
|
| 8 |
|
| ພວກເຂົາຕອບວ່າ, “ພວກຂ້ອຍຝັນ ແລະບໍ່ມີຜູ້ໃດໃນທີ່ນີ້ສາມາດແກ້ຄວາມຝັນໄດ້.” ໂຢເຊັບເວົ້າຂຶ້ນວ່າ, “ແມ່ນພຣະເຈົ້າເທົ່ານັ້ນທີ່ຈະແກ້ໄດ້ ພວກທ່ານລອງເລົ່າຄວາມຝັນສູ່ຂ້ານ້ອຍຟັງເບິ່ງດູ.” |
|
| 9 |
|
| ເມື່ອໄດ້ຍິນດັ່ງນັ້ນ ຫົວໜ້າພະນັກງານເຮັດເຫຼົ້າອະງຸ່ນ ຈຶ່ງເລົ່າຄວາມຝັນຂອງຕົນສູ່ໂຢເຊັບຟັງວ່າ, “ຂ້ອຍໄດ້ຝັນເຫັນເຄືອອະງຸ່ນເຄືອໜຶ່ງຢູ່ຕໍ່ໜ້າຂ້ອຍ |
|
| 10 |
|
| ແລະມີສາມງ່າ. ໃນທັນໃດ ງ່າເຫຼົ່ານັ້ນກໍປົ່ງໃບ, ດອກກໍບານ ແລະມີພົ້ວໝາກອະງຸ່ນສຸກຢູ່ເຕັມງ່າ. |
|
| 11 |
|
| ຂ້ອຍຍົກຈອກຂອງກະສັດຂຶ້ນ ແລະປິດໝາກອະງຸ່ນບີບລົງໃສ່ຈອກນັ້ນແລະຍື່ນໃຫ້ເພິ່ນ.” |
|
| 12 |
|
| ໂຢເຊັບເວົ້າວ່າ, “ຄວາມຝັນຂອງທ່ານມີຄວາມໝາຍດັ່ງນີ້: ສາມງ່ານັ້ນໝາຍເຖິງສາມວັນ. |
|
| 13 |
|
| ພາຍໃນສາມວັນ ກະສັດຈະປົດປ່ອຍທ່ານອອກຈາກຄຸກ ທັງຍົກໂທດໃຫ້ແລະມອບຕຳແໜ່ງເດີມໃຫ້. ທ່ານຈະຍໍຈອກເຫຼົ້າອະງຸ່ນໃຫ້ເພິ່ນດັ່ງທີ່ເຄີຍໄດ້ເຮັດມາ. |
|
| 14 |
|
| ແຕ່ຢ່າລືມຂ້ານ້ອຍເດີ ເມື່ອທຸກສິ່ງຮຽບຮ້ອຍໄປດ້ວຍດີແລ້ວ. ຂໍທ່ານກະລຸນາບອກເລື່ອງຂອງຂ້ານ້ອຍໃຫ້ກະສັດຮັບຮູ້ນຳແດ່ ແລະຊ່ວຍຂ້ານ້ອຍໃຫ້ອອກຈາກຄຸກນີ້ດ້ວຍ. |
|
| 15 |
|
| ຕາມທີ່ຈິງແລ້ວ ຂ້ານ້ອຍຖືກຂາຍມາແຕ່ດິນແດນຂອງຊາວເຮັບເຣີ; ແມ່ນແຕ່ທີ່ປະເທດເອຢິບນີ້ ຂ້ານ້ອຍກໍບໍ່ໄດ້ເຮັດຜິດຫຍັງເລີຍ ພໍທີ່ຈະຖືກຄຸກຍ້ອນ.” |
|
| 16 |
|
| ເມື່ອຫົວໜ້າພະນັກງານເຮັດເຂົ້າຈີ່ເຫັນວ່າ ຄວາມຝັນຂອງພະນັກງານເຫຼົ້າອະງຸ່ນເປັນເລື່ອງດີ; ລາວຈຶ່ງເວົ້າກັບໂຢເຊັບວ່າ, “ຂ້ອຍກໍຝັນຄືກັນ ຂ້ອຍຝັນວ່າໄດ້ຖືຖາດເຂົ້າຈີ່ສາມຖາດເທິງຫົວຂ້ອຍ. |
|
| 17 |
|
| ໃນຖາດໜ່ວຍເທິງມີເຂົ້າຈີ່ທຸກຊະນິດສຳລັບກະສັດ ແຕ່ນົກໄດ້ມາກິນເຂົ້າຈີ່ນັ້ນ.” |
|
| 18 |
|
| ໂຢເຊັບຕອບວ່າ, “ຄວາມຝັນນັ້ນມີຄວາມໝາຍດັ່ງນີ້: ຖາດສາມໃບນັ້ນໝາຍເຖິງສາມວັນ. |
|
| 19 |
|
| ພາຍໃນສາມວັນ ກະສັດຟາໂຣຈະເອົາທ່ານອອກມາຈາກຄຸກ ແລະສັ່ງຕັດຄໍທ່ານເສຍ! ແລ້ວເຂົາກໍຈະເອົາສົບຂອງທ່ານໄປແຂວນໄວ້ທີ່ຕົ້ນໄມ້ ແລະຝູງນົກຈະມາເຈາະກິນເນື້ອຂອງທ່ານ.” |
|
| 20 |
|
| ຫລັງຈາກນັ້ນສາມວັນ ກໍເປັນວັນເກີດຂອງກະສັດ ເພິ່ນໄດ້ຈັດງານກິນລ້ຽງຂຶ້ນສຳລັບຂ້າຣາຊການທັງຫລາຍຂອງເພິ່ນ; ກະສັດໄດ້ປ່ອຍພະນັກງານເຮັດເຫຼົ້າອະງຸ່ນ ແລະພະນັກງານເຮັດເຂົ້າຈີ່ອອກຈາກຄຸກ ແລະໃຫ້ພວກເຂົາມາຢືນຢູ່ຕໍ່ໜ້າຂ້າຣາຊການທັງຫລາຍ. |
|
| 21 |
|
| ເພິ່ນມອບຕຳແໜ່ງເດີມຄືນໃຫ້ພະນັກງານເຮັດເຫຼົ້າອະງຸ່ນ |
|
| 22 |
|
| ແຕ່ສັ່ງປະຫານຫົວໜ້າພະນັກງານເຮັດເຂົ້າຈີ່. ທຸກສິ່ງເປັນໄປຕາມທີ່ໂຢເຊັບໄດ້ກ່າວໄວ້. |
|
| 23 |
|
| ແຕ່ຫົວໜ້າພະນັກງານເຮັດເຫຼົ້າອະງຸ່ນບໍ່ໄດ້ລະນຶກເຖິງໂຢເຊັບເລີຍ ລາວລືມໄລໂຢເຊັບໄປຢ່າງໝົດສິ້ນ. |
|
|
|
|