|
| 1 |
|
| ໂຢເຊັບໄດ້ສັ່ງຄົນຮັບໃຊ້ຜູ້ທີ່ຮັບຜິດຊອບໃນເຮືອນຂອງຕົນວ່າ, “ຈົ່ງເອົາອາຫານໃສ່ກະສອບຂອງຄົນເຫຼົ່ານີ້ ໃຫ້ຫລາຍເທົ່າທີ່ພວກເຂົາສາມາດເອົາເມືອໄດ້ ແລະໃຫ້ເອົາເງິນຂອງແຕ່ລະຄົນໃສ່ເທິງເຂົ້າໃນກະສອບຂອງແຕ່ລະຄົນ. |
|
| 2 |
|
| ໃຫ້ເອົາເງິນຄ່າເຂົ້າກັບຈອກເງິນຂອງເຮົາ ໃສ່ໃນກະສອບເຂົ້າຂອງນ້ອງຊາຍຫລ້າຂອງພວກເຂົາ.” ຄົນຮັບໃຊ້ກໍປະຕິບັດຕາມທີ່ໂຢເຊັບໄດ້ສັ່ງນັ້ນ. |
|
| 3 |
|
| ເມື່ອຮຸ່ງເຊົ້າຂຶ້ນມາ ພວກເຂົາຈຶ່ງອອກເດີນທາງກັບເມືອພ້ອມດ້ວຍລໍຂອງພວກເຂົາ. |
|
| 4 |
|
| ເມື່ອພວກເຂົາໄປບໍ່ໄກຈາກຕົວເມືອງພໍເທົ່າໃດ ໂຢເຊັບກໍກ່າວແກ່ຄົນຮັບໃຊ້ຜູ້ຮັບຜິດຊອບປະຈຳເຮືອນຂອງຕົນວ່າ, “ຈົ່ງຮີບອອກໄປຕິດຕາມຄົນເຫຼົ່ານັ້ນ. ເມື່ອເຈົ້າທັນພວກເຂົາແລ້ວ ໃຫ້ເຈົ້າຖາມພວກເຂົາວ່າ, ‘ເປັນຫຍັງພວກເຈົ້າຈຶ່ງປະພຶດການຊົ່ວຕອບແທນການດີ? |
|
| 5 |
|
| ເປັນຫຍັງຈຶ່ງລັກເອົາຈອກເງິນນາຍຂອງຂ້ອຍ ທີ່ເພິ່ນໃຊ້ດື່ມແລະໃຊ້ທຳນວາຍເບິ່ງເຫດການ? ພວກເຈົ້າເຮັດຜິດຢ່າງຮ້າຍແຮງຮູ້ບໍ່?”’ |
|
| 6 |
|
| ເມື່ອຄົນຮັບໃຊ້ຕາມພວກເຂົາໄປທັນແລ້ວ ລາວກໍເວົ້າດັ່ງທີ່ນາຍໄດ້ສັ່ງ. |
|
| 7 |
|
| ພວກເຂົາຈຶ່ງຕອບວ່າ, “ທ່ານເວົ້າເຊັ່ນນີ້ໝາຍຄວາມວ່າຢ່າງໃດ? ພວກເຮົາສາບານໄດ້ວ່າບໍ່ເຄີຍກະທຳຢ່າງນັ້ນຈັກເທື່ອ. |
|
| 8 |
|
| ທ່ານໄດ້ເຫັນແລ້ວວ່າ ພວກເຮົານຳເອົາເງິນທີ່ພົບຢູ່ໃນກະສອບເຂົ້າທີ່ການາອານນັ້ນມາສົ່ງຄືນ. ພວກເຮົາຈະມາລັກເອົາເງິນ ຫລືຄຳຂອງນາຍຂອງທ່ານເຮັດຫຍັງ? |
|
| 9 |
|
| ເອົາເທາະ ໃນຈຳນວນພວກເຮົານີ້ຖ້າຈອກເງິນຕົກຢູ່ນຳຜູ້ໃດ ໃຫ້ທ່ານຂ້າຜູ້ນັ້ນຖິ້ມໂລດ ແລະພວກເຮົາທຸກຄົນກໍຈະຍອມເປັນຄົນຮັບໃຊ້ຂອງທ່ານ.” |
|
| 10 |
|
| ຄົນຮັບໃຊ້ເວົ້າວ່າ, “ຕົກລົງ ແຕ່ຖ້າຂ້ອຍພົບຈອກນັ້ນຢູ່ນຳຜູ້ໃດ ຜູ້ນັ້ນຈະຕ້ອງເປັນຄົນຮັບໃຊ້ຂອງຂ້ອຍ ນອກນັ້ນໃຫ້ກັບໄປຢ່າງອິດສະຫລະ.” |
|
| 11 |
|
| ດັ່ງນັ້ນ ພວກເຂົາແຕ່ລະຄົນຈຶ່ງຟ້າວຍົກກະສອບຂອງຕົນວາງລົງເທິງດິນ ແລ້ວໄດ້ເປີດກະສອບຂອງຕົນອອກ. |
|
| 12 |
|
| ຄົນຮັບໃຊ້ຂອງໂຢເຊັບໄດ້ຄົ້ນເບິ່ງຢ່າງຄັກແນ່ ແຕ່ອ້າຍກົກຈົນຮອດນ້ອງຫລ້າ ແລະໃນທີ່ສຸດກໍພົບຈອກນັ້ນຢູ່ໃນກະສອບເຂົ້າຂອງເບັນຢາມິນ. |
|
| 13 |
|
| ດັ່ງນັ້ນ ພວກເຂົາຈຶ່ງຈີກເສື້ອຂອງຕົນດ້ວຍຄວາມເສຍໃຈ. ພວກເຂົາເອົາກະສອບຂຶ້ນຫລັງລໍຄືນ ແລະກັບຄືນເມືອໃນເມືອງ. |
|
| 14 |
|
| ເມື່ອຢູດາແລະອ້າຍນ້ອງຂອງລາວໄດ້ມາຮອດເຮືອນຂອງໂຢເຊັບ ພໍດີໃນຂະນະນັ້ນ ເພິ່ນເອງກໍຍັງຢູ່ເຮືອນ. ພວກເຂົາພາກັນກົ້ມຂາບລົງຕໍ່ໜ້າເພິ່ນ |
|
| 15 |
|
| ແລະໂຢເຊັບໄດ້ກ່າວຕໍ່ພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດເຊັ່ນນີ້? ພວກເຈົ້າບໍ່ຮູ້ບໍວ່າຄົນຄືຂ້ອຍນີ້ທຳນວາຍໄດ້?” |
|
| 16 |
|
| ຢູດາເວົ້າວ່າ, “ບໍ່ຮູ້ຈະເວົ້າກັບທ່ານຢ່າງໃດແລ້ວ ທ່ານເອີຍ? ບໍ່ມີທາງໂຕ້ຖຽງໄດ້ແລ້ວ? ແລະບໍ່ຮູ້ວ່າຈະພິສູດຄວາມບໍຣິສຸດໄດ້ຢ່າງໃດ? ພຣະເຈົ້າໄດ້ປະຈານຂາຍໜ້າຄວາມຜິດຂອງພວກເຮົາແລ້ວ. ບັດນີ້ ພວກເຮົາທຸກຄົນຕົກເປັນຄົນຮັບໃຊ້ຂອງທ່ານ ແລະບໍ່ແມ່ນແຕ່ຜູ້ດຽວທີ່ທ່ານໄດ້ພົບຈອກນຳ.” |
|
| 17 |
|
| ໂຢເຊັບເວົ້າວ່າ, “ໂອ ບໍ່! ຂ້ອຍຈະເຮັດເຊັ່ນນັ້ນບໍ່ໄດ້ດອກ ຂ້ອຍພົບຈອກນຳຜູ້ໃດ ແມ່ນຜູ້ນັ້ນ ທີ່ຈະຕົກເປັນຄົນຮັບໃຊ້ຂອງຂ້ອຍ. ນອກນັ້ນ ຈົ່ງກັບເມືອຫາພໍ່ຂອງພວກເຈົ້າຢ່າງປອດໄພສາເຖີດ.” |
|
| 18 |
|
| ຢູດາໄດ້ເຂົ້າໄປຫາໂຢເຊັບ ແລະຂໍຮ້ອງວ່າ, “ທ່ານເອີຍ ກະລຸນາໃຫ້ຂ້ານ້ອຍໄດ້ເວົ້າກັບທ່ານຢ່າງກົງໄປກົງມາແດ່ທ້ອນ. ຢ່າຟ້າວຮ້າຍໃຫ້ຂ້ານ້ອຍເລີຍ; ທ່ານເອງກໍເປັນດັ່ງກະສັດ. |
|
| 19 |
|
| ທ່ານໄດ້ຖາມພວກຂ້ານ້ອຍວ່າ, ‘ເຈົ້າມີພໍ່ແລະນ້ອງອີກບໍ່?’ |
|
| 20 |
|
| ພວກຂ້ານ້ອຍກໍຕອບວ່າ, ‘ພວກຂ້ານ້ອຍມີພໍ່ທີ່ເຖົ້າແກ່ຫລາຍ ແລະຍັງມີນ້ອງຊາຍຜູ້ໜຶ່ງທີ່ເກີດມາເມື່ອເພິ່ນເຖົ້າແກ່ແລ້ວ. ອ້າຍຂອງເດັກຜູ້ນີ້ໄດ້ຕາຍໄປແລ້ວ ແລະລາວຜູ້ດຽວເທົ່ານັ້ນ ທີ່ເກີດຮ່ວມທ້ອງແມ່ດຽວກັນ ທີ່ຍັງມີຊີວິດຢູ່; ສະນັ້ນ ພໍ່ຈຶ່ງຮັກລາວຫລາຍ.’ |
|
| 21 |
|
| ທ່ານເອີຍ ທ່ານໄດ້ບອກໃຫ້ພວກຂ້ານ້ອຍເອົາລາວມາທີ່ນີ້ ເພື່ອທ່ານຈະໄດ້ເຫັນລາວ |
|
| 22 |
|
| ແລະພວກຂ້ານ້ອຍກໍໄດ້ຕອບທ່ານວ່າ ເດັກຜູ້ນີ້ຈາກພໍ່ຂອງລາວມາບໍ່ໄດ້. ຖ້າລາວຈາກມາເມື່ອໃດ ພໍ່ຂອງລາວຕ້ອງຕາຍເມື່ອນັ້ນ. |
|
| 23 |
|
| ແລ້ວທ່ານກໍເວົ້າວ່າ, ‘ພວກເຈົ້າຢ່າມາໃຫ້ຂ້ອຍເຫັນໜ້າອີກ ຖ້າບໍ່ມີນ້ອງຊາຍຂອງພວກເຈົ້າມານຳ.’ |
|
| 24 |
|
| ເມື່ອພວກຂ້ານ້ອຍກັບຄືນເມືອຫາພໍ່ ພວກຂ້ານ້ອຍກໍໄດ້ເລົ່າເລື່ອງທີ່ທ່ານໄດ້ເວົ້ານັ້ນສູ່ເພິ່ນຟັງ. |
|
| 25 |
|
| ແລ້ວເພິ່ນກໍບອກໃຫ້ພວກຂ້ານ້ອຍກັບມາຊື້ອາຫານອີກເລັກນ້ອຍ. |
|
| 26 |
|
| ພວກຂ້ານ້ອຍຈຶ່ງຕອບເພິ່ນວ່າ, ‘ພວກເຮົາກັບໄປບໍ່ໄດ້; ເພິ່ນຈະບໍ່ຮັບ ຖ້າບໍ່ມີນ້ອງຊາຍຂອງພວກເຮົາມານຳ. ພວກເຮົາຈະໄປຖ້າມີນ້ອງຊາຍຫລ້າໄປນຳ.’ |
|
| 27 |
|
| ພໍ່ຂອງພວກຂ້ານ້ອຍຈຶ່ງຕອບວ່າ, ‘ພວກເຈົ້າກໍຮູ້ແລ້ວວ່າຣາເຊັນ ເມຍຂອງຂ້ອຍ ໄດ້ເກີດລູກຊາຍສອງຄົນເທົ່ານັ້ນໃຫ້ຂ້ອຍ. |
|
| 28 |
|
| ຜູ້ທີໜຶ່ງໄດ້ຈາກຂ້ອຍໄປແລ້ວ. ຂ້ອຍຄາດວ່າລາວຄົງຖືກສັດຮ້າຍກັດກິນຕາຍ ເພາະຂ້ອຍບໍ່ໄດ້ເຫັນລາວນັບຕັ້ງແຕ່ມື້ລາວຈາກໄປ. |
|
| 29 |
|
| ຖ້າພວກເຈົ້າເອົາຜູ້ຫລ້າໄປຈາກຂ້ອຍແລະຖືກຂ້າອີກ ກໍເທົ່າກັບພວກເຈົ້າເຮັດໃຫ້ພໍ່ອຸກໃຈຕາຍໃນຍາມເຖົ້າແກ່ແລ້ວເຊັ່ນນີ້!”’ |
|
| 30 |
|
| ຢູດາເວົ້າຕໍ່ໄປວ່າ, “ທ່ານເອີຍ ຖ້າຂ້ານ້ອຍກັບເມືອຫາພໍ່ ໂດຍບໍ່ມີນ້ອງຄົນນີ້ກັບເມືອນຳແລ້ວ ພໍພໍ່ເຫັນວ່າບໍ່ມີລາວມານຳ ເພິ່ນກໍຈະທໍລະມານໃຈຕາຍ. ຊີວິດຂອງເພິ່ນແມ່ນຂຶ້ນຢູ່ກັບຊີວິດຂອງເດັກຄົນນີ້ ແລະເພິ່ນກໍເຖົ້າແກ່ຫລາຍແທ້ ທີ່ຈະທໍລະມານໃຈຕາຍຍ້ອນສິ່ງທີ່ພວກຂ້ານ້ອຍໄດ້ສ້າງຂຶ້ນ. |
|
| 31 |
|
|
|
| 32 |
|
| ຂ້ານ້ອຍໄດ້ເອົາຊີວິດຂອງຂ້ານ້ອຍເອງປະກັນແທນເດັກຄົນນີ້. ຂ້ານ້ອຍບອກເພິ່ນວ່າ, ‘ຖ້າຂ້ານ້ອຍບໍ່ນຳລາວກັບຄືນເມືອຫາເພິ່ນແລ້ວ ຂ້ານ້ອຍກໍຈະເປັນຜູ້ຮັບຜິດຊອບທຸກຢ່າງຈາກເພິ່ນຊົ່ວຊີວິດ.’ |
|
| 33 |
|
| ບັດນີ້ທ່ານເອີຍ ຂ້ານ້ອຍຈະຢູ່ທີ່ນີ້ເປັນຄົນຮັບໃຊ້ຂອງທ່ານແທນເດັກນ້ອຍຜູ້ນີ້; ກະລຸນາໃຫ້ລາວກັບຄືນເມືອພ້ອມກັບພວກອ້າຍຂອງລາວສາ. |
|
| 34 |
|
| ຂ້ານ້ອຍຈະກັບຄືນເມືອຫາພໍ່ໄດ້ຢ່າງໃດ ໃນເມື່ອບໍ່ມີເດັກຄົນນີ້ເມືອນຳ? ຂ້ານ້ອຍທົນເບິ່ງເພິ່ນທໍລະມານໃຈຕາຍບໍ່ໄດ້ດອກ.” |
|
|
|
|