|
| 1 |
|
| ພຣະເຈົ້າບໍ່ໄດ້ລືມໂນອາພ້ອມທັງສັດຊະນິດຕ່າງໆທີ່ຢູ່ໃນເຮືອ; ພຣະອົງໄດ້ເຮັດໃຫ້ມີລົມພັດມາ ແລະນໍ້າກໍບົກລົງ. |
|
| 2 |
|
| ຮູນໍ້າໃຕ້ພື້ນດິນ ແລະປ່ອງນໍ້າເທິງຟ້າສະຫວັນ ຖືກອັດໝົດ ຝົນເຊົາຕົກ |
|
| 3 |
|
| ແລະນໍ້າກໍຄ່ອຍໆບົກລົງຕາມລຳດັບເປັນເວລາໜຶ່ງຮ້ອຍຫ້າສິບວັນ. |
|
| 4 |
|
| ໃນວັນທີສິບເຈັດຂອງເດືອນທີເຈັດ ເຮືອຂອງໂນອາໄດ້ຄ້າງຄາຢູ່ທີ່ເທິງພູເຂົາອາຣາຣັດ. |
|
| 5 |
|
| ນໍ້າໄດ້ບົກລົງເລື້ອຍໆ ຈົນຮອດວັນທີໜຶ່ງຂອງເດືອນທີສິບແລ້ວ ຈອມພູທັງຫລາຍກໍໄດ້ປາກົດຂຶ້ນ. |
|
| 6 |
|
| ຕໍ່ມາອີກສີ່ສິບວັນ ໂນອາໄດ້ໄຂປ່ອງຢ້ຽມເຮືອອອກ |
|
| 7 |
|
| ແລະປ່ອຍກາໂຕໜຶ່ງອອກໄປ ກາໂຕນີ້ບໍ່ໄດ້ບິນຄືນມາ ແຕ່ມັນໄດ້ບິນເວີ່ນຢູ່ຈົນນໍ້າໄດ້ແຫ້ງລົງ. |
|
| 8 |
|
| ໃນເວລາດຽວກັນນັ້ນ ໂນອາໄດ້ປ່ອຍນົກເຂົາໂຕໜຶ່ງອອກໄປອີກ ເພື່ອຈະໄດ້ຮູ້ວ່ານໍ້າບົກແລ້ວຫລືຍັງ |
|
| 9 |
|
| ແຕ່ນົກເຂົາໂຕນັ້ນບໍ່ມີບ່ອນຈັບ ຈຶ່ງໄດ້ກັບຄືນມາ ເພາະນໍ້າຍັງຖ້ວມພື້ນດິນຢູ່; ພໍເຫັນນົກກັບມາ ໂນອາກໍຟ້າວເດ່ມືອອກໄປຈັບເອົານົກໂຕນັ້ນມາໄວ້ໃນເຮືອນຳໝູ່. |
|
| 10 |
|
| ເຈັດວັນຕໍ່ມາ ເພິ່ນໄດ້ປ່ອຍນົກເຂົາອອກໄປອີກ. |
|
| 11 |
|
| ນົກເຂົາໂຕນັ້ນໄດ້ບິນກັບມາໃນຕອນແລງ ພ້ອມທັງຄາບເອົາໃບໝາກກອກເທດ. ສະນັ້ນ ເພິ່ນຈຶ່ງຮູ້ຈັກຄັກແນ່ວ່າ ນໍ້າໄດ້ບົກລົງແລ້ວ. |
|
| 12 |
|
| ເຈັດວັນຕໍ່ມາ ເພິ່ນໄດ້ປ່ອຍນົກເຂົາອອກໄປອີກ, ແຕ່ໃນເທື່ອນີ້ມັນບໍ່ໄດ້ກັບຄືນມາ. |
|
| 13 |
|
| ເມື່ອໂນອາອາຍຸໄດ້ 601 ປີ ຄືໃນວັນທີໜຶ່ງຂອງເດືອນທີໜຶ່ງຂອງປີນັ້ນ ນໍ້າກໍໄດ້ບົກ ແລະແຫ້ງລົງໝົດ ເພິ່ນເປີດຫລັງຄາເຮືອອອກເບິ່ງໄປລອບໆ ຈຶ່ງເຫັນວ່າໜ້າດິນແຫ້ງແລ້ວ. |
|
| 14 |
|
| ໃນວັນທີຊາວເຈັດຂອງເດືອນທີສອງ ພື້ນດິນຈຶ່ງໄດ້ແຫ້ງໝົດ. |
|
| 15 |
|
| ແລ້ວພຣະເຈົ້າກໍກ່າວແກ່ໂນອາວ່າ, |
|
| 16 |
|
| “ເຈົ້າແລະເມຍພ້ອມດ້ວຍພວກລູກຊາຍກັບພວກລູກໃພ້ຂອງເຈົ້າ ຈົ່ງພາກັນອອກໄປຈາກເຮືອ. |
|
| 17 |
|
| ຈົ່ງປ່ອຍນົກ ແລະສັດທັງຫລາຍທີ່ຢູ່ໃນເຮືອອອກໄປໝົດ ເພື່ອໃຫ້ອອກແມ່ແຜ່ລູກຫລາຍຂຶ້ນຢູ່ເທິງແຜ່ນດິນໂລກ.” |
|
| 18 |
|
| ດັ່ງນັ້ນ ໂນອາ ແລະເມຍພ້ອມທັງພວກລູກຊາຍ ແລະພວກລູກໃພ້ຂອງຕົນ ຈຶ່ງພາກັນອອກໄປຈາກເຮືອ. |
|
| 19 |
|
| ສັດແລະນົກທຸກຊະນິດຕ່າງກໍອອກມາຈາກເຮືອເປັນໝູ່ໆຕາມຊະນິດຂອງມັນ. |
|
| 20 |
|
| ແລ້ວໂນອາກໍໄດ້ສ້າງແທ່ນບູຊາແທ່ນໜຶ່ງ ຖວາຍແກ່ພຣະເຈົ້າຢາເວ; ເພິ່ນເອົາສັດແລະນົກແນວລະໂຕ ທີ່ບໍ່ເປັນມົນທິນ ຂ້າເຜົາຖວາຍທັງໂຕເທິງແທ່ນບູຊາ. |
|
| 21 |
|
| ກິ່ນຫອມຫວນຂອງເຄື່ອງຖວາຍນີ້ເປັນທີ່ພໍໃຈພຣະເຈົ້າຢາເວ ແລະພຣະເຈົ້າຢາເວກໍຊົງກ່າວວ່າ, “ເຮົາຈະບໍ່ໃຫ້ແຜ່ນດິນໂລກຕົກຢູ່ໃຕ້ຄຳສາບແຊ່ງອີກຈັກເທື່ອ ຍ້ອນສິ່ງທີ່ມະນຸດກະທຳ; ເຮົາຮູ້ວ່າ ແຕ່ເວລາມະນຸດຍັງນ້ອຍ ຄວາມຄິດຂອງເຂົາກໍຊົ່ວຢູ່ແລ້ວ. ເຮົາຈະບໍ່ທຳລາຍສິ່ງທີ່ມີຊີວິດ ເໝືອນດັ່ງທີ່ເຮົາໄດ້ທຳລາຍໃນຄັ້ງນີ້ອີກຈັກເທື່ອ. |
|
| 22 |
|
| ຕາບໃດທີ່ໂລກຍັງຄົງດຳລົງຢູ່ ລະດູຫວ່ານກັບລະດູເກັບກ່ຽວກໍຍັງມີຢູ່ຕໍ່ໄປ ຈະມີໜາວມີຮ້ອນຮ່ວມກັນຢູ່ສະເໝີໄປ ຍາມຮ້ອນແລະຍາມໜາວ ກາງເວັນແລະກາງຄືນດ້ວຍ.” |
|
|
|
|