|
| 1 |
|
| ພຣະເຈົ້າໄດ້ອວຍພອນແກ່ໂນອາ ແລະພວກລູກຊາຍທັງສາມຄົນຂອງລາວວ່າ, “ຈົ່ງມີລູກຫລານໃຫ້ມາກຫລາຍ ເພື່ອວ່າເຊື້ອສາຍຂອງເຈົ້າຈະມີຊີວິດຢູ່ທົ່ວເທິງແຜ່ນດິນໂລກນີ້. |
|
| 2 |
|
| ສັດທຸກຊະນິດ, ນົກທຸກໂຕ, ສັດເລືອຄານ ແລະປາທຸກຊະນິດຈະມີຊີວິດຢູ່ໂດຍຢ້ານກົວພວກເຈົ້າ. |
|
| 3 |
|
| ບັດນີ້ ເຈົ້າກິນສັດນັ້ນ ແລະພືດໃບຂຽວໄດ້ ເພາະເຮົາໄດ້ໃຫ້ສິ່ງເຫຼົ່ານີ້ແກ່ພວກເຈົ້າເປັນອາຫານ. |
|
| 4 |
|
| ແຕ່ມີສິ່ງໜຶ່ງທີ່ເຈົ້າບໍ່ຕ້ອງກິນຄື: ຊີ້ນທີ່ມີເລືອດ; ເພາະເລືອດແມ່ນຫລັກສຳຄັນແຫ່ງຊີວິດ. |
|
| 5 |
|
| ຖ້າຜູ້ໃດທຳລາຍຊີວິດມະນຸດ ຜູ້ນັ້ນຈະຖືກລົງໂທດ. ສັດທຸກໂຕທີ່ທຳລາຍຊີວິດມະນຸດ ຈະຖືກລົງໂທດເຖິງແກ່ຄວາມຕາຍ. |
|
| 6 |
|
| ມະນຸດໄດ້ຖືກສ້າງໃຫ້ມີຮູບລັກສະນະຂອງພຣະເຈົ້າ; ສະນັ້ນ ຜູ້ໃດກໍຕາມທີ່ຂ້າເພື່ອນມະນຸດ ກໍຈະຖືກເພື່ອນມະນຸດຄົນອື່ນຂ້າເໝືອນກັນ. |
|
| 7 |
|
| ຈົ່ງມີລູກຫລານໃຫ້ມາກຫລາຍ ເພື່ອວ່າເຊື້ອສາຍຂອງເຈົ້າຈະມີຊີວິດຢູ່ທົ່ວໄປເທິງແຜ່ນດິນໂລກ.” |
|
| 8 |
|
| ພຣະເຈົ້າໄດ້ກ່າວແກ່ໂນອາ ແລະພວກລູກຊາຍຂອງລາວວ່າ, |
|
| 9 |
|
| “ບັດນີ້ ເຮົາເຮັດພັນທະສັນຍາຕໍ່ພວກເຈົ້າພ້ອມກັບເຊື້ອສາຍຂອງພວກເຈົ້າ |
|
| 10 |
|
| ແລະທຸກສິ່ງທີ່ມີຊີວິດເຊັ່ນ: ນົກທຸກຊະນິດ ແລະສັດທຸກຊະນິດ ຄືທຸກໆສິ່ງທີ່ອອກມາຈາກເຮືອນຳເຈົ້ານັ້ນ. |
|
| 11 |
|
| ດ້ວຍຖ້ອຍຄຳດັ່ງຕໍ່ໄປນີ້ ເຮົາຈຶ່ງຕັ້ງພັນທະສັນຍາກັບເຈົ້າຄື: ເຮົາສັນຍາວ່າຈະບໍ່ທຳລາຍທຸກສິ່ງທີ່ມີຊີວິດດ້ວຍນໍ້າຖ້ວມອີກ; ນໍ້າຖ້ວມແຜ່ນດິນໂລກແບບນີ້ຈະບໍ່ມີອີກຈັກເທື່ອ.” |
|
| 12 |
|
| ພຣະເຈົ້າຊົງກ່າວວ່າ, “ນີ້ແມ່ນໝາຍສຳຄັນຂອງພັນທະສັນຍາ ຊຶ່ງເຮົາກຳລັງເຮັດຢູ່ ລະຫວ່າງເຮົາກັບເຈົ້າ ແລະທຸກໆສິ່ງທີ່ມີຊີວິດທີ່ຢູ່ກັບເຈົ້າ ເພື່ອຄົນລຸ້ນຫລັງທັງໝົດໃນອະນາຄົດ, |
|
| 13 |
|
| ເຮົາຕັ້ງຮຸ້ງກິນນໍ້າໄວ້ໃນທ້ອງຟ້າ. ຮຸ້ງກິນນໍ້າຈະເປັນໝາຍສຳຄັນແຫ່ງພັນທະສັນຍາທີ່ເຮົາໄດ້ຕັ້ງໄວ້ກັບແຜ່ນດິນໂລກ. |
|
| 14 |
|
| ເມື່ອໃດ ເຮົາເຮັດໃຫ້ເມກປົກຄຸມທົ່ວທ້ອງຟ້າ ແລະໃຫ້ຮຸ້ງປາກົດຂຶ້ນ |
|
| 15 |
|
| ເມື່ອນັ້ນ ເຮົາກໍຈະນຶກເຖິງພັນທະສັນຍາ ທີ່ເຮົາໃຫ້ແກ່ເຈົ້າ ແລະສັດທັງປວງວ່າ ເຮົາຈະບໍ່ທຳລາຍທຸກສິ່ງທີ່ມີຊີວິດດ້ວຍນໍ້າອີກຈັກເທື່ອ. |
|
| 16 |
|
| ເມື່ອຮຸ້ງປາກົດຂຶ້ນໃນເມກ ເຮົາຈະເຫັນ ແລະເຮົາກໍຈະລະນຶກເຖິງພັນທະສັນຍາອັນຕະຫລອດໄປ ລະຫວ່າງເຮົາກັບທຸກສິ່ງທີ່ມີຊີວິດຢູ່ໃນແຜ່ນດິນໂລກ.” |
|
| 17 |
|
| ພຣະເຈົ້າຊົງກ່າວກັບໂນອາວ່າ, “ອັນນີ້ ແມ່ນໝາຍສຳຄັນຂອງພັນທະສັນຍາ ຊຶ່ງເຮົາເຮັດໄວ້ກັບທຸກສິ່ງທີ່ມີຊີວິດຢູ່ເທິງແຜ່ນດິນໂລກ.” |
|
| 18 |
|
| ລູກຊາຍຂອງໂນອາທີ່ອອກມາຈາກເຮືອໃຫຍ່ ມີດັ່ງນີ້: ເຊມ, ຮາມ ແລະຢາເຟດ. (ຮາມເປັນພໍ່ຂອງຊົນເຜົ່າການາອານ.) |
|
| 19 |
|
| ລູກຊາຍທັງສາມຂອງໂນອານີ້ເປັນບັນພະບຸລຸດຂອງປະຊາຊາດທັງໝົດທີ່ເທິງແຜ່ນດິນໂລກ. |
|
| 20 |
|
| ໂນອາ ຜູ້ທີ່ເປັນພໍ່ນາ ເປັນຄົນທຳອິດທີ່ປູກຕົ້ນອະງຸ່ນ. |
|
| 21 |
|
| ຫລັງຈາກດື່ມນໍ້າອະງຸ່ນຫລາຍຈົນມືນເມົາ ເພິ່ນຈຶ່ງຫລົງແກ້ເຄື່ອງນຸ່ງຫົ່ມຂອງຕົນອອກ ແລ້ວນອນເປືອຍກາຍຢູ່ໃນຜ້າເຕັນ. |
|
| 22 |
|
| ເມື່ອຮາມພໍ່ຂອງການາອານເຫັນພໍ່ຂອງຕົນ ກຳລັງນອນເປືອຍກາຍຢ່າງມືນເມົາຢູ່ເຊັ່ນນັ້ນ ລາວຈຶ່ງຟ້າວໄປບອກອ້າຍທັງສອງ. |
|
| 23 |
|
| ແລ້ວເຊມກັບຢາເຟດກໍຖືເອົາເສື້ອຄຸມຜືນໜຶ່ງ ພາດໃສ່ບ່າຂອງພວກເຂົາມາ. ພວກເຂົາຍ່າງຖອຍຫລັງເຂົ້າມາຫາພໍ່ ແລ້ວປົດເສື້ອທີ່ພາດຢູ່ເທິງບ່ານັ້ນປົກຕົວພໍ່ໄວ້ໂດຍປິ່ນໜ້າໜີ ເພາະບໍ່ຢາກເຫັນພໍ່ຂອງພວກຕົນຢູ່ໃນສະພາບເປືອຍກາຍເຊັ່ນນີ້. |
|
| 24 |
|
| ເມື່ອໂນອາຕື່ນຂຶ້ນມາ ແລະຊວ່າງເມົາ ເພິ່ນກໍຮູ້ສິ່ງທີ່ລູກຊາຍຫລ້າໄດ້ເຮັດກັບຕົນ |
|
| 25 |
|
| ຈຶ່ງຮ້ອງຂຶ້ນວ່າ, “ກູຂໍສາບແຊ່ງຊາວການາອານ ມັນຈະເປັນຂ້ອຍຂ້າຮັບໃຊ້ພວກອ້າຍຂອງມັນ |
|
| 26 |
|
| ຂໍສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍຊົງອວຍພອນເຊມ; ຊາວການາອານຈະເປັນຂ້ອຍຂ້າຮັບໃຊ້ຂອງເຊມແນ່ແທ້. |
|
| 27 |
|
| ຂໍພຣະເຈົ້າຊ່ວຍຢາເຟດ ໃຫ້ຮັ່ງມີເປັນດີ; ມີເຊື້ອສາຍຢ່າງຫລວງຫລາຍເຫຼືອນັບ. ຂໍໃຫ້ເຊື້ອສາຍຢາເຟດຢູ່ຮ່ວມກັບເຊື້ອສາຍເຊມ; ຊາວການາອານຈະເປັນທາດຮັບໃຊ້ຂອງຢາເຟດ.” |
|
| 28 |
|
| ຫລັງຈາກນໍ້າຖ້ວມແຜ່ນດິນໂລກແລ້ວ ໂນອາກໍມີອາຍຸຕໍ່ມາອີກ 350 ປີ; |
|
| 29 |
|
| ເພິ່ນໄດ້ຕາຍໄປເມື່ອເພິ່ນອາຍຸໄດ້ 950 ປີ. |
|
|
|
|