|
| 1 |
|
| ຕໍ່ມາ ພຣະເຈົ້າຢາເວໄດ້ສົ່ງຜູ້ທຳນວາຍນາທານໄປຫາກະສັດດາວິດ. ນາທານໄດ້ໄປຫາເພິ່ນ ແລະກ່າວວ່າ, “ຍັງມີສອງຄົນຢູ່ໃນເມືອງດຽວກັນ ຜູ້ໜຶ່ງເປັນຄົນຮັ່ງມີ ແລະຜູ້ໜຶ່ງອີກເປັນຄົນຍາກຈົນ. |
|
| 2 |
|
| ຊາຍຮັ່ງມີນັ້ນມີງົວແລະແກະຫລາຍໂຕ |
|
| 3 |
|
| ຝ່າຍຊາຍຍາກຈົນນັ້ນມີພຽງແຕ່ແກະນ້ອຍໂຕດຽວຊຶ່ງລາວໄດ້ຊື້ມາ. ລາວລ້ຽງຮັກສາແກະນ້ອຍໂຕນັ້ນ ແລະມັນໄດ້ໃຫຍ່ຂຶ້ນມາຮ່ວມກັບພວກລູກໆຂອງຕົນ ຢູ່ໃນເຮືອນຂອງລາວ. ມັນກິນອາຫານທີ່ລາວກິນ ແລະດື່ມຈາກຈອກທີ່ລາວດື່ມ ພ້ອມທັງນອນທີ່ເທິງຕັກຂອງລາວ. ແກະນັ້ນເປັນດັ່ງລູກສາວຄົນໜຶ່ງຂອງລາວ. |
|
| 4 |
|
| ວັນໜຶ່ງ ມີແຂກມາຢ້ຽມຢາມເຮືອນຂອງຄົນຮັ່ງມີ ຄົນຮັ່ງມີຜູ້ນັ້ນບໍ່ຢາກຂ້າສັດຂອງຕົນຕຽມອາຫານໃຫ້ແຂກກິນ, ແຕ່ລາວກັບເອົາແກະນ້ອຍຂອງຄົນຍາກຈົນນັ້ນ ມາຂ້າຈັດຕຽມເປັນອາຫານໃຫ້ແຂກ.” |
|
| 5 |
|
| ກະສັດດາວິດໃຈຮ້າຍຫຼາຍໃຫ້ຄົນຮັ່ງມີຜູ້ນັ້ນ ແລະເວົ້າຂຶ້ນວ່າ, “ເຮົາຂໍສາບານໂດຍພຣະເຈົ້າຢາເວອົງຊົງຊີວິດຢູ່ວ່າ ຄົນທີ່ເຮັດຢ່າງນັ້ນຈະຕ້ອງຕາຍ |
|
| 6 |
|
| ລາວຕ້ອງໃຊ້ຄືນເຖິງສີ່ເທົ່າຕໍ່ລູກແກະທີ່ລາວເອົາໄປນັ້ນ ເພາະລາວໄດ້ເຮັດໃນສິ່ງທີ່ໂຫດຮ້າຍຫລາຍ.” |
|
| 7 |
|
| ນາທານກ່າວວ່າ, “ຊາຍຄົນນັ້ນຄືທ່ານເອງ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວຕໍ່ທ່ານດັ່ງນີ້: ເຮົາໄດ້ແຕ່ງຕັ້ງເຈົ້າໃຫ້ເປັນກະສັດຂອງຊາດອິດສະຣາເອນ ແລະໄດ້ຊ່ວຍກູ້ເຈົ້າໃຫ້ພົ້ນຈາກກຳມືຂອງໂຊນ. |
|
| 8 |
|
| ເຮົາໄດ້ມອບອານາຈັກຂອງໂຊນກັບເມຍທັງຫລາຍຂອງລາວໃຫ້ເຈົ້າ ເຮົາໄດ້ມອບຊາວອິດສະຣາເອນ ແລະຊາວຢູດາໃຫ້ເປັນຂອງເຈົ້າ. ຖ້າສິ່ງເຫຼົ່ານີ້ຍັງບໍ່ພຽງພໍສຳລັບເຈົ້າ ເຮົາອາດໃຫ້ເຈົ້າຫລາຍກວ່ານີ້ອີກຫລາຍເທົ່າກໍໄດ້. |
|
| 9 |
|
| ແລ້ວເປັນຫຍັງເຈົ້າຈຶ່ງບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ? ເປັນຫຍັງຈຶ່ງເຮັດສິ່ງຊົ່ວຊ້າຢ່າງນີ້? ເຈົ້າໄດ້ໃຫ້ອູຣິຢາຖືກຂ້າໃນສະໜາມຮົບ; ເຈົ້າປ່ອຍໃຫ້ຊາວອຳໂມນຂ້າລາວ ແລ້ວເຈົ້າກໍເອົາເມຍຂອງລາວ. |
|
| 10 |
|
| ບັດນີ້ ຍ້ອນວ່າເຈົ້າບໍ່ເຊື່ອຟັງເຮົາທັງເອົາເມຍຂອງອູຣິຢາ ໃນເຊື້ອສາຍຂອງເຈົ້າທຸກເຊັ່ນຄົນຈະມີບາງຄົນຕາຍດ້ວຍດາບ. |
|
| 11 |
|
| ພຣະເຈົ້າຢາເວກ່າວວ່າ, ‘ເຮົາຈະເຮັດໃຫ້ຜູ້ໜຶ່ງໃນຄອບຄົວຂອງເຈົ້າເອງ ນຳເອົາຄວາມເດືອດຮ້ອນມາສູ່ເຈົ້າ. ເຈົ້າຈະໄດ້ເຫັນເຫດການນີ້ ເມື່ອເຮົາເອົາເມຍທັງຫລາຍຂອງເຈົ້າໃຫ້ແກ່ຊາຍອື່ນ ແລະຊາຍຄົນນັ້ນກໍຈະສົມສູ່ກັບພວກນາງຢ່າງເປີດເຜີຍ. |
|
| 12 |
|
| ເຈົ້າໄດ້ເຮັດບາບໃນທີ່ລັບລີ້, ແຕ່ເຮົາຈະເຮັດໃຫ້ເຫດການນີ້ເກີດຂຶ້ນໃນທີ່ເປີດເຜີຍ ເພື່ອໃຫ້ຊາວອິດສະຣາເອນທຸກຄົນໄດ້ເຫັນ.”’ |
|
| 13 |
|
| ດາວິດຈຶ່ງເວົ້າຕໍ່ນາທານວ່າ, “ເຮົາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວແລ້ວ.” ນາທານກ່າວຕໍ່ດາວິດວ່າ, “ພຣະເຈົ້າຢາເວອະໄພໃຫ້ທ່ານ ແລະທ່ານຈະບໍ່ຕາຍ. |
|
| 14 |
|
| ແຕ່ຍ້ອນວ່າທ່ານໄດ້ໝິ່ນປະໝາດຕໍ່ພຣະເຈົ້າຢາເວ ໂດຍກະທຳຢ່າງນີ້ ລູກຂອງທ່ານທີ່ເກີດມາກໍຈະຕາຍ.” |
|
| 15 |
|
| ແລ້ວນາທານກໍໄດ້ກັບເມືອເຮືອນຂອງຕົນ. ພຣະເຈົ້າຢາເວໄດ້ເຮັດໃຫ້ລູກທີ່ກະສັດດາວິດໄດ້ກັບເມຍຂອງອູຣິຢານັ້ນປ່ວຍໜັກ. |
|
| 16 |
|
| ກະສັດດາວິດໄດ້ພາວັນນາອະທິຖານຕໍ່ພຣະເຈົ້າຂໍຊ່ວຍໃຫ້ລູກດີ. ເພິ່ນບໍ່ຍອມກິນຫຍັງໝົດ. ທຸກໆຄືນໃດ ເພິ່ນເຂົ້າໄປນອນຢຽດຢູ່ກັບພື້ນໃນຫ້ອງນອນຂອງເພິ່ນ. |
|
| 17 |
|
| ພວກຂ້າຣາຊການໃນວັງເຂົ້າໄປຫາເພິ່ນ ແລະພະຍາຍາມຊັກຊວນເພິ່ນໃຫ້ລຸກຂຶ້ນ, ແຕ່ເພິ່ນປະຕິເສດແລະທັງບໍ່ຍອມກິນຫຍັງກັບພວກເຂົາ. |
|
| 18 |
|
| ຢູ່ມາໃນວັນທີເຈັດ ເດັກນ້ອຍນັ້ນກໍໄດ້ຕາຍໄປ ແລະພວກຂ້າຣາຊການບໍ່ກ້າບອກຂ່າວນັ້ນໃຫ້ເພິ່ນຮູ້. ພວກເຂົາເວົ້າກັນວ່າ, “ເມື່ອເດັກນັ້ນຍັງມີຊີວິດຢູ່ ເພິ່ນບໍ່ໄດ້ຕອບພວກເຮົາເມື່ອພວກເຮົາເວົ້າກັບເພິ່ນ. ເຫດໃດພວກເຮົາຈຶ່ງຈະກ້າບອກເພິ່ນວ່າ ລູກຊາຍຂອງເພິ່ນໄດ້ຕາຍເສຍແລ້ວ ເພິ່ນອາດເຮັດສິ່ງອັນຕະລາຍຕໍ່ຕົນເອງກໍໄດ້.” |
|
| 19 |
|
| ເມື່ອກະສັດດາວິດສັງເກດເຫັນພວກເຂົາຊິ່ມກັນຢູ່ ເພິ່ນກໍເຂົ້າໃຈວ່າເດັກນ້ອຍນັ້ນໄດ້ຕາຍແລ້ວ. ເພິ່ນຖາມພວກເຂົາວ່າ, “ລູກຂອງເຮົາຕາຍແລ້ວແມ່ນບໍ?” ພວກເຂົາຕອບວ່າ, “ໂດຍ ເດັກນັ້ນໄດ້ຕາຍແລ້ວ.” |
|
| 20 |
|
| ກະສັດດາວິດຈຶ່ງລຸກຂຶ້ນຈາກພື້ນຫ້ອງ ໄປອາບນໍ້າ, ຫວີຜົມ ແລະປ່ຽນເຄື່ອງນຸ່ງຫົ່ມ. ແລ້ວເພິ່ນກໍໄປນະມັດສະການພຣະເຈົ້າຢາເວທີ່ພຣະວິຫານ. ເມື່ອເພິ່ນກັບຄືນມາວັງແລ້ວ ເພິ່ນກໍຖາມຫາອາຫານແລະກິນໃນທັນທີໂລດ ເມື່ອພວກເຂົາຍົກມາໃຫ້ເພິ່ນ. |
|
| 21 |
|
| ພວກຂ້າຣາຊການເວົ້າຕໍ່ເພິ່ນວ່າ, “ພວກຂ້ານ້ອຍບໍ່ເຂົ້າໃຈເລື່ອງນີ້ ເມື່ອເດັກຍັງມີຊີວິດຢູ່ ທ່ານຮ້ອງໄຫ້ສຳລັບລາວແລະບໍ່ຍອມກິນຫຍັງ, ແຕ່ພໍລາວຕາຍໄປແລ້ວ ທ່ານກໍລຸກຂຶ້ນມາກິນອາຫານ.” |
|
| 22 |
|
| ກະສັດດາວິດຕອບວ່າ, “ແມ່ນແລ້ວ ເຮົາອົດອາຫານແລະຮ້ອງໄຫ້ເມື່ອເດັກຍັງມີຊີວິດຢູ່. ເຮົາຄິດວ່າພຣະເຈົ້າຢາເວອາດຈະເມດຕາເຮົາກໍໄດ້ ແລະບໍ່ປ່ອຍໃຫ້ເດັກນັ້ນຕາຍ. |
|
| 23 |
|
| ແຕ່ດຽວນີ້ເດັກນັ້ນໄດ້ຕາຍໄປແລ້ວ ເຮົາຈະອົດອາຫານໄປເຮັດຫຍັງ? ເຮົາຈະນຳເດັກນັ້ນຄືນມາສູ່ຊີວິດໄດ້ຊັ້ນບໍ? ວັນໜຶ່ງ ເຮົາກໍຈະໄປຢູ່ບ່ອນທີ່ເດັກນັ້ນຢູ່, ແຕ່ເດັກນັ້ນກັບຄືນມາຫາເຮົາບໍ່ໄດ້ຈັກເທື່ອ.” |
|
| 24 |
|
| ຕໍ່ມາ ກະສັດດາວິດກໍເລົ້າໂລມໃຈນາງບັດເຊບາເມຍຂອງຕົນ. ເພິ່ນໄດ້ສົມສູ່ກັບນາງ ແລະນາງໄດ້ເກີດລູກຊາຍຄົນໜຶ່ງຜູ້ທີ່ກະສັດດາວິດໃສ່ຊື່ໃຫ້ວ່າ ໂຊໂລໂມນ. ພຣະເຈົ້າຢາເວຮັກເດັກຄົນນີ້ |
|
| 25 |
|
| ແລະໃຊ້ຜູ້ທຳນວາຍນາທານໃຫ້ຕັ້ງຊື່ເດັກນີ້ວ່າ, ເຢດີດີຢາ ເພາະເຫັນແກ່ພຣະເຈົ້າຢາເວ. |
|
| 26 |
|
| ໃນຂະນະດຽວກັນນັ້ນ ໂຢອາບກໍພວມສືບຕໍ່ໂຈມຕີຣັບບາ ເມືອງຫລວງຂອງຊາວອຳໂມນ ແລະໃກ້ຈະຢຶດເອົາໄດ້ແລ້ວ. |
|
| 27 |
|
| ໂຢອາບຈຶ່ງສົ່ງຜູ້ນຳຂ່າວມາລາຍງານຕໍ່ກະສັດດາວິດວ່າ, “ຂ້ານ້ອຍໄດ້ໂຈມຕີເມືອງຣັບບາແລະຢຶດເອົາບໍ່ນໍ້າໄດ້ແລ້ວ. |
|
| 28 |
|
| ບັດນີ້ ໃຫ້ທ່ານຮວບຮວມເອົາກຳລັງທີ່ຍັງເຫລືອຢູ່ນັ້ນມາໂຈມຕີ ແລະຢຶດເອົາເມືອງໂດຍຕົນເອງ ເພາະຂ້ານ້ອຍບໍ່ຢາກໄດ້ຊື່ສຽງໃນການຢຶດເມືອງນີ້.” |
|
| 29 |
|
| ດັ່ງນັ້ນ ກະສັດດາວິດຈຶ່ງຮວບຮວມເອົາກຳລັງຂອງເພິ່ນ ອອກໄປໂຈມຕີເມືອງຣັບບາແລະຢຶດເມືອງນີ້ໄດ້. |
|
| 30 |
|
| ເພິ່ນຢຶດມົງກຸດຂອງພະມິນກົມ ຮູບເຄົາຣົບຂອງຊາວອຳໂມນ ຊຶ່ງເປັນຄຳໜັກປະມານສາມສິບຫ້າກິໂລກຼາມ ແລະມີເພັດປະດັບຢູ່ໃນນັ້ນ. ກະສັດດາວິດໄດ້ແກະເອົາເພັດນັ້ນມາປະດັບໃສ່ມົງກຸດຂອງເພິ່ນ. ກະສັດດາວິດຍັງຢຶດຊັບສົມບັດຈາກເມືອງນີ້ໄດ້ຢ່າງຫລວງຫລາຍ. |
|
| 31 |
|
| ແລ້ວເພິ່ນກໍໄດ້ເອົາເລື່ອຍ, ຈົກ, ຂວານ, ໃຫ້ຊາວເມືອງນີ້ ແລະບັງຄັບພວກເຂົາເຮັດດິນຈີ່ໃຫ້ເພິ່ນ. ເພິ່ນໄດ້ປະຕິບັດເໝືອນກັນນີ້ຕໍ່ຊາວອຳໂມນໃນທຸກຫົວເມືອງ. ແລ້ວເພິ່ນພ້ອມທັງທະຫານຂອງເພິ່ນກໍກັບຄືນມານະຄອນເຢຣູຊາເລັມ. |
|
|
|
|