|
| 1 |
|
| ຢູ່ຕໍ່ມາ ກະສັດດາວິດໄດ້ທ້ອນໂຮມເອົາທະຫານທັງໝົດຂອງເພິ່ນ ໂດຍແບ່ງພວກເຂົາອອກເປັນກອງພັນແລະກອງຮ້ອຍ ແລະໃຫ້ມີນາຍຮ້ອຍນາຍພັນເປັນຜູ້ບັນຊາການ. |
|
| 2 |
|
| ແລ້ວເພິ່ນກໍສົ່ງພວກເຂົາອອກໄປເປັນສາມກອງ ຊຶ່ງມີລູກຊາຍຂອງນາງເຊຣູອີຢາຄືໂຢອາບແລະອາບີໄຊນ້ອງຊາຍຂອງຕົນແລະອິດໄຕຊາວເມືອງກາດ ເປັນຜູ້ບັນຊາການຂອງແຕ່ລະກອງ. ແລ້ວກະສັດກໍເວົ້າກັບທະຫານຂອງຕົນວ່າ, “ເຮົາເອງຈະໄປກັບພວກເຈົ້າ.” |
|
| 3 |
|
| ພວກເຂົາຕອບວ່າ, “ທ່ານບໍ່ຄວນໄປກັບພວກຂ້ານ້ອຍ ຖ້າພວກຂ້ານ້ອຍລ້າຖອຍຫລືຖືກຂ້າເສຍເຄິ່ງໜຶ່ງ ກໍບໍ່ສຳຄັນຫຍັງສຳລັບພວກສັດຕູ; ແຕ່ທ່ານເອງມີຄ່າກວ່າຄົນດັ່ງພວກຂ້ານ້ອຍຕັ້ງໝື່ນຄົນ. ຄົງເປັນການດີກວ່າທີ່ທ່ານຢູ່ໃນເມືອງນີ້ ແລະຈັດສົ່ງກອງໜູນອອກໄປຊ່ວຍ.” |
|
| 4 |
|
| ກະສັດຕອບວ່າ, “ເຮົາຈະເຮັດສິ່ງໃດກໍໄດ້ທີ່ພວກເຈົ້າຄິດວ່າເປັນການດີ.” ແລ້ວເພິ່ນກໍຢືນເບິ່ງຢູ່ຂ້າງປະຕູກຳແພງເມືອງ ໃນຂະນະທີ່ທະຫານຂອງເພິ່ນຍ່າງອອກໄປເປັນກອງຮ້ອຍແລະກອງພັນ. |
|
| 5 |
|
| ເພິ່ນຮ້ອງສັ່ງໂຢອາບ, ອາບີໄຊ ແລະອິດໄຕວ່າ, “ເພື່ອເຫັນແກ່ເຮົາ ຢ່າໄດ້ທຳຮ້າຍຊາຍໜຸ່ມອັບຊາໂລມເດີ.” ທະຫານທຸກກົມກອງກໍໄດ້ຍິນຄຳສັ່ງ ທີ່ກະສັດດາວິດສັ່ງແກ່ພວກນາຍຂອງຕົນ. |
|
| 6 |
|
| ກອງທັບຂອງກະສັດດາວິດໄດ້ອອກໄປໂຈມຕີພວກອິດສະຣາເອນທີ່ນອກເມືອງ ແລະໄດ້ຕໍ່ສູ້ພວກເຂົາຢູ່ໃນປ່າເອຟຣາອິມ. |
|
| 7 |
|
| ພວກອິດສະຣາເອນພ່າຍແພ້ທະຫານຂອງກະສັດດາວິດ ໂດຍມີທະຫານຖືກຂ້າໃນມື້ນັ້ນຊາວພັນຄົນ ຊຶ່ງເປັນການພ່າຍແພ້ອັນໜັກໜ່ວງທີ່ສຸດ. |
|
| 8 |
|
| ການສູ້ຮົບໄດ້ລຸກລາມໄປທົ່ວທັງປະເທດ ແລະມີທະຫານຖືກຂ້າໃນກາງປ່າ ຫລາຍກວ່າຖືກຂ້າຢູ່ໃນສະໜາມຮົບ. |
|
| 9 |
|
| ໃນທັນໃດນັ້ນ ອັບຊາໂລມໄດ້ພົບທະຫານບາງຄົນຂອງກະສັດດາວິດ. ອັບຊາໂລມກຳລັງຂີ່ລໍແລະໃນຂະນະທີ່ລໍພວມແລ່ນຜ່ານເຂົ້າໄປໃນຕົ້ນໂອກ ຫົວຂອງອັບຊາໂລມເລີຍຄາຢູ່ກັບງ່າໄມ້. ລໍຈຶ່ງແລ່ນໜີໄປແລະປ່ອຍໃຫ້ອັບຊາໂລມແຂວນຢູ່ກາງອາກາດ. |
|
| 10 |
|
| ທະຫານຄົນໜຶ່ງຂອງກະສັດດາວິດໄດ້ມາເຫັນລາວ ຈຶ່ງໄປລາຍງານຕໍ່ໂຢອາບວ່າ, “ທ່ານເອີຍ ຂ້ານ້ອຍເຫັນອັບຊາໂລມກຳລັງແຂວນຄາຢູ່ກັບຕົ້ນໂອກ.” |
|
| 11 |
|
| ໂຢອາບຕອບວ່າ, “ເມື່ອເຈົ້າເຫັນດັ່ງນັ້ນ ເປັນຫຍັງຈຶ່ງບໍ່ຂ້າລາວຢູ່ກັບບ່ອນໂລດ? ແລ້ວຂ້ອຍເອງກໍຈະເອົາເງິນສິບຫລຽນກັບສາຍແອວໃຫ້ເຈົ້າ.” |
|
| 12 |
|
| ແຕ່ທະຫານຜູ້ນັ້ນຕອບວ່າ, “ເຖິງແມ່ນວ່າ ທ່ານຈະເອົາເງິນໃຫ້ຂ້ານ້ອຍພັນຫລຽນ ຂ້ານ້ອຍກໍບໍ່ຍອມແຕະຕ້ອງຕົວລູກຊາຍຂອງກະສັດ ເພາະພວກຂ້ານ້ອຍທຸກຄົນຕ່າງກໍໄດ້ຍິນກະສັດສັ່ງທ່ານ, ອາບີໄຊ ແລະອິດໄຕວ່າ, ‘ເພື່ອເຫັນແກ່ເຮົາ ຢ່າທຳລາຍຊາຍໜຸ່ມອັບຊາໂລມເດີ.’ |
|
| 13 |
|
| ແຕ່ຖ້າຂ້ານ້ອຍບໍ່ເຊື່ອຟັງກະສັດແລະຂ້າອັບຊາໂລມ ແນ່ນອນທີ່ສຸດ ກະສັດຈະຕ້ອງຮູ້ຈັກເລື່ອງນີ້. ເມື່ອເພິ່ນຮູ້ເລື່ອງແລ້ວ ທ່ານເອງຈະບໍ່ອາດປ້ອງກັນຂ້ານ້ອຍໄວ້ໄດ້ດອກ.” |
|
| 14 |
|
| ໂຢອາບເວົ້າຂຶ້ນວ່າ, “ຂ້ອຍຈະບໍ່ເສຍເວລາເວົ້າກັບເຈົ້າອີກຕໍ່ໄປ.” ໂຢອາບຈຶ່ງໃຊ້ຫອກສາມແງ່ມແທງທີ່ໜ້າເອິກຂອງອັບຊາໂລມ ຂະນະທີ່ລາວແຂວນຢູ່ທີ່ຕົ້ນໂອກແລະຍັງມີຊີວິດ. |
|
| 15 |
|
| ແລ້ວທະຫານຂອງໂຢອາບອີກສິບຄົນກໍເຂົ້າໄປຂ້າອັບຊາໂລມ. |
|
| 16 |
|
| ຕໍ່ມາ ໂຢອາບເປົ່າແກໃຫ້ຢຸດຮົບ ແລະທະຫານທີ່ໄລ່ຕາມພວກອິດສະຣາເອນໄປນັ້ນກໍກັບຄືນມາ. |
|
| 17 |
|
| ພວກເຂົາໄດ້ຫາມເອົາຊາກສົບຂອງອັບຊາໂລມໂຍນລົງໃນຂຸມເລິກທີ່ປ່າ ແລະເອົາກ້ອນຫີນມາກອງອັດປາກຂຸມນັ້ນໄວ້ເປັນກອງໃຫຍ່. ສ່ວນຊາວອິດສະຣາເອນນັ້ນຕ່າງກໍໜີເມືອເຮືອນຂອງໃຜລາວຈົນໝົດ. |
|
| 18 |
|
| ເມື່ອອັບຊາໂລມຍັງມີຊີວິດຢູ່ນັ້ນ ລາວໄດ້ສ້າງອະນຸສາວະລີສ່ວນຕົວໄວ້ທີ່ຮ່ອມພູຂອງກະສັດ ເພາະລາວບໍ່ມີລູກຊາຍໄວ້ສືບໜໍ່ແທນແນວ. ດັ່ງນັ້ນ ອັບຊາໂລມຈຶ່ງເອີ້ນຊື່ອະນຸສາວະລີນັ້ນຕາມຊື່ຂອງຕົນ ແລະທຸກວັນນີ້ກໍຍັງເປັນທີ່ຮູ້ຈັກກັນວ່າ ອະນຸສາວະລີອັບຊາໂລມ. |
|
| 19 |
|
| ຢູ່ຕໍ່ມາ ອາຮີມາອາດລູກຊາຍຂອງຊາດົກໄດ້ເວົ້າກັບໂຢອາບວ່າ, “ຈົ່ງໃຫ້ຂ້ອຍແລ່ນໄປບອກກະສັດໂດຍນຳຂ່າວດີໄປແຈ້ງວ່າ ພຣະເຈົ້າຢາເວໄດ້ຊ່ວຍເພິ່ນໃຫ້ພົ້ນໄພຈາກສັດຕູຂອງເພິ່ນແລ້ວ.” |
|
| 20 |
|
| ໂຢອາບຕອບວ່າ, “ບໍ່ຕ້ອງໄປ ວັນນີ້ເຈົ້າບໍ່ຕ້ອງນຳເອົາຂ່າວໃດໆໄປບອກເພິ່ນ ມື້ໃໝ່ຈຶ່ງຄ່ອຍໄປ; ສຳລັບວັນນີ້ເຈົ້າບໍ່ຕ້ອງໄປດອກ ເພາະເປັນມື້ທີ່ລູກຊາຍຂອງກະສັດຕາຍ.” |
|
| 21 |
|
| ແລ້ວໂຢອາບກໍໄດ້ເວົ້າກັບຄົນເອທີໂອເປຍ ທາດຮັບໃຊ້ຂອງຕົນວ່າ, “ຈົ່ງໄປບອກໃຫ້ກະສັດຮູ້ຕາມທີ່ເຈົ້າໄດ້ເຫັນ.” ທາດຮັບໃຊ້ຄົນນັ້ນຂາບລົງແລະແລ່ນອອກໄປ. |
|
| 22 |
|
| ສ່ວນອາຮີມາອາດລູກຊາຍຂອງຊາດົກກໍຍັງຢືນຢັນຢູ່ດັ່ງເດີມວ່າ, “ຂ້ອຍບໍ່ຫ່ວງດອກ ເຖິງຈະມີຫຍັງເກີດຂຶ້ນກໍຕາມ; ຂ້ອຍຈະນຳຂ່າວນີ້ໄປບອກຄືກັນ.” ໂຢອາບຖາມວ່າ, “ລູກເອີຍ ເປັນຫຍັງເຈົ້າຈຶ່ງຢາກໄປ? ເຈົ້າຈະບໍ່ໄດ້ຮັບລາງວັນຫຍັງສຳລັບເລື່ອງນີ້.” |
|
| 23 |
|
| ອາຮີມາອາດເວົ້າອີກວ່າ, “ມີຫຍັງເກີດຂຶ້ນກໍຕາມ ຂ້ອຍກໍຈະໄປ.” ໂຢອາບກ່າວວ່າ, “ຖ້າດັ່ງນັ້ນໄປສາ.” ດັ່ງນັ້ນ ອາຮີມາອາດຈຶ່ງແລ່ນໄປທາງຮ່ອມພູຈໍແດນ ແລະໃນບໍ່ຊ້າກໍແລ່ນກາຍຄົນເອທີໂອເປຍໄປ. |
|
| 24 |
|
| ສ່ວນກະສັດດາວິດກໍກຳລັງນັ່ງຢູ່ ລະຫວ່າງປະຕູກຳແພງເມືອງຊັ້ນໃນແລະຊັ້ນນອກ. ເມື່ອທະຫານຍາມເທິງກຳແພງຫລຽວອອກໄປ ແລະເຫັນຊາຍຄົນໜຶ່ງກຳລັງແລ່ນມາຜູ້ດຽວ ລາວຈຶ່ງລົງມາບອກກະສັດ |
|
| 25 |
|
| ແລະກະສັດກ່າວວ່າ, “ຖ້າລາວມາຄົນດຽວ ລາວກຳລັງນຳຂ່າວດີມາ.” ຊາຍທີ່ແລ່ນມານັ້ນກໍຫຍັບໃກ້ເຂົ້າມາເລື້ອຍໆ. |
|
| 26 |
|
| ແລ້ວຄົນຍາມຜູ້ນັ້ນກໍເຫັນຊາຍຜູ້ໜຶ່ງພວມແລ່ນມາອີກ ລາວຈຶ່ງເອີ້ນລົງໄປໃສ່ຄົນເຝົ້າປະຕູວ່າ, “ເບິ່ງຫັ້ນແມ ມີຊາຍອີກຄົນໜຶ່ງກຳລັງແລ່ນມາ.” ກະສັດຕອບວ່າ, “ຜູ້ນີ້ນຳເອົາຂ່າວດີມາຄືກັນ.” |
|
| 27 |
|
| ຄົນຍາມເວົ້າວ່າ, “ຂ້ານ້ອຍເຫັນວ່າຄົນທີ່ແລ່ນມາກ່ອນນັ້ນເບິ່ງຄືອາຮີມາອາດລູກຊາຍຂອງຊາດົກ.” ກະສັດກ່າວວ່າ, “ລາວເປັນຄົນດີ ແລະລາວກຳລັງນຳຂ່າວດີມາ.” |
|
| 28 |
|
| ອາຮີມາອາດຮ້ອງບອກກະສັດພ້ອມທັງຂາບລົງຕໍ່ໜ້າເພິ່ນ ແລະເວົ້າວ່າ, “ຂໍສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ຜູ້ໂຜດໃຫ້ທ່ານຊະນະພວກທີ່ກະບົດຕໍ່ທ່ານ.” |
|
| 29 |
|
| ກະສັດຖາມວ່າ, “ຊາຍໜຸ່ມອັບຊາໂລມປອດໄພບໍ?” ອາຮີມາອາດຕອບວ່າ, “ທ່ານເອີຍ ເມື່ອໂຢອາບນາຍທະຫານຂອງທ່ານສົ່ງຂ້ານ້ອຍອອກໄປ ຂ້ານ້ອຍໄດ້ເຫັນເຫດການອຶກກະທຶກສັບສົນຫລາຍ, ແຕ່ຂ້ານ້ອຍບໍ່ຮູ້ສາເຫດວ່າແມ່ນຫຍັງ.” |
|
| 30 |
|
| ກະສັດກ່າວວ່າ, “ອອກໄປຢືນຢູ່ຫັ້ນ.” ລາວກໍກ້າວຍ່າງອອກໄປຢືນຢູ່ບ່ອນນັ້ນ. |
|
| 31 |
|
| ຕໍ່ມາ ຄົນຮັບໃຊ້ເອທີໂອເປຍກໍມາຮອດ ແລະເວົ້າຕໍ່ກະສັດວ່າ, “ຂ້ານ້ອຍມີຂ່າວດີມາບອກພະຣາຊາ ວັນນີ້ພຣະເຈົ້າຢາເວໃຫ້ທ່ານຮົບຊະນະທຸກຄົນທີ່ໄດ້ກະບົດຕໍ່ສູ້ທ່ານ.” |
|
| 32 |
|
| ກະສັດຖາມວ່າ, “ຊາຍໜຸ່ມອັບຊາໂລມປອດໄພບໍ?” ຄົນຮັບໃຊ້ຄົນນັ້ນຕອບວ່າ, “ຂ້ານ້ອຍຢາກໃຫ້ເຫດການທີ່ໄດ້ເກີດຂຶ້ນກັບອັບຊາໂລມນີ້ ເກີດຂຶ້ນກັບສັດຕູຂອງທ່ານທຸກຄົນແລະກັບທຸກຄົນທີ່ກະບົດຕໍ່ສູ້ທ່ານ.” |
|
| 33 |
|
| ເມື່ອໄດ້ຍິນດັ່ງນັ້ນ ກະສັດກໍເຕັມໄປດ້ວຍຄວາມທຸກໃຈ. ເພິ່ນລຸກຂຶ້ນຍ່າງໄປພ້ອມທັງຮ້ອງໄຫ້ ແລະຈົ່ມວ່າ, “ໂອ ອັບຊາໂລມລູກຊາຍຂອງພໍ່ເອີຍ ຖ້າເປັນໄປໄດ້ພໍ່ເອງຢາກຈະຕາຍແທນລູກເສຍ ໂອ ອັບຊາໂລມລູກຊາຍຂອງພໍ່ເອີຍ! ລູກຊາຍຂອງພໍ່ເອີຍ!” |
|
|
|
|