|
| 1 |
|
| ຫລັງຈາກນັ້ນແລ້ວ ດາວິດກໍຖາມພຣະເຈົ້າຢາເວວ່າ, “ຂ້ານ້ອຍຄວນໄປຢຶດເອົາເມືອງໜຶ່ງໃນຢູດາຍຫລືບໍ່?” ພຣະເຈົ້າຢາເວຕອບເພິ່ນວ່າ, “ໄປຢຶດເອົາ.” ດາວິດຖາມວ່າ, “ເມືອງໃດ?” ພຣະອົງກ່າວວ່າ, “ເມືອງເຮັບໂຣນ.” |
|
| 2 |
|
| ດັ່ງນັ້ນ ດາວິດຈຶ່ງໄປທີ່ເມືອງເຮັບໂຣນພ້ອມເມຍທັງສອງຂອງຕົນ ຄືອາຮີໂນອາມຊາວຢິດຊະເຣນ ແລະອາບີກາຍເມຍໝ້າຍສາວຂອງນາບານຊາວກາເມນ. |
|
| 3 |
|
| ນອກຈາກນີ້ ຍັງມີທະຫານແລະຄອບຄົວຂອງພວກເຂົາໄປນຳດາວິດດ້ວຍ ແລະພວກເຂົາກໍໄດ້ຕັ້ງຫຼັກແຫຼ່ງຢູ່ຕາມຖິ່ນອ້ອມແອ້ມເມືອງເຮັບໂຣນ. |
|
| 4 |
|
| ຕໍ່ມາ ຊາວຢູດາກໍເອົານໍ້າມັນສັກສິດຫົດສົງດາວິດ ໃຫ້ເປັນກະສັດຂອງພວກຕົນ. ເມື່ອກະສັດດາວິດໄດ້ຍິນຂ່າວວ່າ, ຊາວເມືອງຢາເບັດກີເລອາດໄດ້ຝັງຊາກສົບຂອງໂຊນແລ້ວ, |
|
| 5 |
|
| ເພິ່ນຈຶ່ງສົ່ງບາງຄົນໄປທີ່ນັ້ນ ເພື່ອນຳຂ່າວໄປບອກຊາວຢາເບັດກີເລອາດວ່າ, “ຂໍໃຫ້ພຣະເຈົ້າຢາເວອວຍພອນພວກທ່ານ ສຳລັບຄວາມຈົງຮັກພັກດີ ທີ່ມີຕໍ່ກະສັດຂອງພວກທ່ານໂດຍໄດ້ຝັງຊາກສົບຂອງເພິ່ນໄວ້. |
|
| 6 |
|
| ບັດນີ້ ຂໍພຣະເຈົ້າຢາເວໃຫ້ຄວາມເມດຕາແລະຄວາມສັດຊື່ຕໍ່ພວກທ່ານເຖີດ ແລະຂ້າພະເຈົ້າເອງກໍຈະເຮັດດີຕໍ່ພວກທ່ານ ເພາະສິ່ງທີ່ພວກທ່ານໄດ້ເຮັດນັ້ນ. |
|
| 7 |
|
| ສະນັ້ນ ຈົ່ງເຂັ້ມແຂງແລະກ້າຫານເຖີດ ໂຊນກະສັດຂອງພວກທ່ານໄດ້ຕາຍໄປແລ້ວ ແລະປະຊາຊົນຊາວຢູດາກໍໄດ້ໃຊ້ນໍ້າມັນສັກສິດຫົດສົງຂ້າພະເຈົ້າ ໃຫ້ເປັນກະສັດຂອງພວກເຂົາແລ້ວ.” |
|
| 8 |
|
| ອັບເນລູກຊາຍຂອງເນຣະ ຜູ້ບັນຊາການທະຫານຂອງກະສັດໂຊນ ໄດ້ປົບໜີໄປກັບອີຊະໂບເຊັດລູກຊາຍຂອງກະສັດໂຊນ. ພວກເຂົາໄດ້ຂ້າມແມ່ນໍ້າຈໍແດນໄປທີ່ເມືອງມະຫານາອິມ. |
|
| 9 |
|
| ຢູ່ໃນເມືອງນີ້ ອັບເນໄດ້ແຕ່ງຕັ້ງອີຊະໂບເຊັດໃຫ້ເປັນກະສັດປົກຄອງ ເຂດແດນກີເລອາດ, ອາເຊ ຢິດຊະເຣນ, ເອຟຣາອິມ, ເບັນຢາມິນ ແລະທົ່ວທັງດິນແດນອິດສະຣາເອນອີກດ້ວຍ. |
|
| 10 |
|
| ອີຊະໂບເຊັດມີອາຍຸສີ່ສິບປີ ເມື່ອເພິ່ນເປັນກະສັດຂອງຊາດອິດສະຣາເອນ. ເພິ່ນໄດ້ປົກຄອງດິນແດນເປັນເວລາສອງປີ. ສ່ວນເຜົ່າຢູດານັ້ນຈົງຮັກພັກດີຕໍ່ກະສັດດາວິດ |
|
| 11 |
|
| ແລະກະສັດດາວິດໄດ້ປົກຄອງຊາວຢູດາຢູ່ໃນເມືອງເຮັບໂຣນເຈັດປີເຄິ່ງ. |
|
| 12 |
|
| ອັບເນລູກຂອງເນຣະແລະບັນດາຂ້າຣາຊການຂອງເຈົ້າອີຊະໂບເຊັດລູກຊາຍຂອງໂຊນ ໄດ້ອອກຈາກເມືອງມະຫານາອິມໄປທີ່ເມືອງກີເບໂອນ. |
|
| 13 |
|
| ໂຢອາບລູກຊາຍຂອງນາງເຊຣູອີຢາ ແລະບັນດາຂ້າຣາຊການຄົນອື່ນໆຂອງກະສັດດາວິດໄດ້ໄປພົບພວກເຂົາທີ່ສະນໍ້າກີເບໂອນ ບ່ອນທີ່ຕ່າງຝ່າຍຕ່າງກໍຕັ້ງທ່າຢູ່ຟາກສະນໍ້າແຕ່ລະເບື້ອງ. |
|
| 14 |
|
| ອັບເນເວົ້າຕໍ່ໂຢອາບວ່າ, “ໃຫ້ບັນດາຊາຍໜຸ່ມບາງຄົນຂອງແຕ່ລະຝ່າຍ ລອງສີມືຮົບກັນເບິ່ງດູ.” ໂຢອາບຕອບວ່າ, “ຕົກລົງ.” |
|
| 15 |
|
| ດັ່ງນັ້ນ ຈຶ່ງມີຊາຍໜຸ່ມສິບສອງຄົນຈາກຝ່າຍອີຊະໂບເຊັດ ແລະເຜົ່າເບັນຢາມິນ ຮົບກັບຊາຍໜຸ່ມສິບສອງຄົນຂອງກະສັດດາວິດ. |
|
| 16 |
|
| ແຕ່ລະຄົນຕ່າງກໍກອດຫົວຂອງຄູ່ຕໍ່ສູ້ໃຜລາວໄວ້ ແລະໃຊ້ດາບແທງຂ້າງຄູ່ຕໍ່ສູ້ຂອງຕົນ ແລະທັງຊາວສີ່ຄົນ ໄດ້ລົ້ມຕາຍພ້ອມກັນ. ດັ່ງນັ້ນ ຄົນຈຶ່ງເອີ້ນບ່ອນນີ້ວ່າ, “ທົ່ງດາບ.” |
|
| 17 |
|
| ແລ້ວການສູ້ຮົບກັນກໍລະເບີດຂຶ້ນຢ່າງດຸເດືອດ. ທະຫານຝ່າຍກະສັດດາວິດໄດ້ເອົາຊະນະອັບເນແລະຊາວອິດສະຣາເອນ. |
|
| 18 |
|
| ລູກຊາຍສາມຄົນຂອງນາງເຊຣູອີຢາ: ໂຢອາບ, ອາບີໄຊ ແລະອາສາເຮນກໍຢູ່ໃນທີ່ນັ້ນດ້ວຍ. ສ່ວນອາສາເຮນຜູ້ແລ່ນໄວເໝືອນຟານປ່ານັ້ນ |
|
| 19 |
|
| ໄລ່ຕາມອັບເນຢ່າງບໍ່ລົດລະ |
|
| 20 |
|
| ອັບເນຫລຽວຄືນຫລັງທັງເວົ້າວ່າ, “ອາສາເຮນ, ແມ່ນເຈົ້າບໍ?” ອາສາເຮນຕອບວ່າ, “ແມ່ນແລ້ວ.” |
|
| 21 |
|
| ອັບເນບອກລາວວ່າ, “ເຊົາໄລ່ຕາມຂ້ອຍ ໃຫ້ໄລ່ຕາມທະຫານຄົນອື່ນ ແລະຢຶດເອົາສິ່ງຂອງທີ່ເຂົາມີສາ,” ແຕ່ອາສາເຮນຍັງໄລ່ຕາມອັບເນໄປຢູ່. |
|
| 22 |
|
| ອັບເນບອກລາວອີກວ່າ, “ຢຸດໄລ່ຕາມຂ້ອຍສາ ເປັນຫຍັງຈຶ່ງໃຫ້ຂ້ອຍຕ້ອງຂ້າເຈົ້າ ແລະຂ້ອຍຈະສູ້ໜ້າກັບໂຢອາບອ້າຍຂອງເຈົ້າໄດ້ຢ່າງໃດ?” |
|
| 23 |
|
| ແຕ່ອາສາເຮນບໍ່ຢຸດໄລ່. ດັ່ງນັ້ນ ອັບເນຈຶ່ງຊັດຫອກຄືນຫລັງ ຖືກທ້ອງຂອງອາສາເຮນຈົນປາຍຫອກຊອດອອກມາຂ້າງຫລັງ; ອາສາເຮນລົ້ມຟຸບລົງກັບດິນ ແລະສິ້ນໃຈຕາຍ. ເມື່ອພວກທີ່ຕາມມາຮອດບ່ອນທີ່ອາສາເຮນນອນຕາຍຢູ່ນັ້ນ ຈຶ່ງພາກັນຢຸດຢູ່ທີ່ນັ້ນ. |
|
| 24 |
|
| ແຕ່ໂຢອາບກັບອາບີໄຊໄດ້ໄລ່ຕາມອັບເນໄປ. ເມື່ອພວກເຂົາມາຮອດເນີນພູອຳມາທີ່ທາງທິດຕາເວັນອອກຂອງກີອາ ຕາມເສັ້ນທາງໄປສູ່ຖິ່ນແຫ້ງແລ້ງກັນດານກີເບໂອນ ກໍເປັນເວລາຕາເວັນຕົກດິນ. |
|
| 25 |
|
| ຊາວເຜົ່າເບັນຢາມິນຈຶ່ງກັບມາເຕົ້າໂຮມກັບອັບເນອີກ ພວກເຂົາຢືນຢູ່ທີ່ເນີນພູ. |
|
| 26 |
|
| ອັບເນຮ້ອງໃສ່ໂຢອາບວ່າ, “ພວກເຮົາຕ້ອງສູ້ຮົບກັນຕະຫລອດໄປຊັ້ນບໍ? ເຈົ້າບໍ່ເຫັນບໍວ່າໃນທີ່ສຸດບໍ່ມີຫຍັງໝົດນອກຈາກຄວາມຂົມຂື່ນແຕ່ເທົ່ານັ້ນ. ພວກເຮົາເປັນພີ່ນ້ອງຊາດດຽວກັນ ເຫິງປານໃດເຈົ້າຈຶ່ງຈະສັ່ງຄົນຂອງເຈົ້າ ໃຫ້ເຊົາໄລ່ຕາມພວກຂ້ອຍ?” |
|
| 27 |
|
| ໂຢອາບຕອບວ່າ, “ຂ້ອຍສາບານໂດຍພຣະເຈົ້າອົງຊົງຊີວິດຢູ່ ຖ້າເຈົ້າບໍ່ຂໍຮ້ອງໄວ້ ຄົນຂອງຂ້ອຍຈະໄລ່ຕາມເຈົ້າໄປຈົນຮອດມື້ອື່ນເຊົ້າ.” |
|
| 28 |
|
| ແລ້ວໂຢອາບກໍເປົ່າແກສັນຍານໃຫ້ຄົນຂອງຕົນ ເຊົາໄລ່ພວກອິດສະຣາເອນ; ແລ້ວການສູ້ຮົບກັນກໍຢຸດຕິລົງ. |
|
| 29 |
|
| ອັບເນແລະຄົນຂອງຕົນໄດ້ເຄື່ອນທັບ ຜ່ານຮ່ອມພູຈໍແດນຕະຫລອດທັງຄືນ ພວກເຂົາໄດ້ຂ້າມແມ່ນໍ້າຈໍແດນໄປ. ຫລັງຈາກຍ່າງຕະຫລອດເຊົ້າ ພວກເຂົາຈຶ່ງກັບມາຮອດມະຫານາອິມ. |
|
| 30 |
|
| ເມື່ອໂຢອາບເຊົາໄລ່ຕາມອັບເນແລ້ວ ລາວຈຶ່ງຮວບຮວມເອົາຄົນຂອງຕົນ ແລະເຫັນວ່າມີຢູ່ສິບເກົ້າຄົນທີ່ຂາດຫາຍໄປຊຶ່ງບໍ່ນັບອາສາເຮນເຂົ້າດ້ວຍ. |
|
| 31 |
|
| ຄົນຂອງຝ່າຍກະສັດດາວິດໄດ້ຂ້າຄົນໃນເຜົ່າເບັນຢາມິນທີ່ເປັນທະຫານຂອງອັບເນຕາຍສາມຮ້ອຍຫົກສິບຄົນ. |
|
| 32 |
|
| ໂຢອາບແລະທະຫານຂອງຕົນໄດ້ນຳເອົາຊາກສົບຂອງອາສາເຮນ ໄປຝັງໄວ້ຢູ່ໃນອຸບມຸງຄອບຄົວຂອງຕົນທີ່ເມືອງເບັດເລເຮັມ. ແລ້ວພວກເຂົາກໍຍ່າງຕະຫລອດຄືນກັບມາເຖິງເມືອງເຮັບໂຣນໃນຕອນເຊົ້າ. |
|
|
|
|