|
| 1 |
|
| ຢູ່ໃນເມືອງກິນການຍັງມີຊາຍບໍ່ດີຄົນໜຶ່ງຊື່ວ່າ ເຊບາ; ລາວເປັນລູກຊາຍຂອງບີກຣີ ຄົນໃນເຜົ່າເບັນຢາມິນ. ລາວເປົ່າແກແລະຮ້ອງວ່າ, “ພວກເຮົາບໍ່ມີສ່ວນໃນດາວິດ ບໍ່ມີສ່ວນໃນມໍຣະດົກຂອງລູກຊາຍຂອງເຢຊີ ຊາວອິດສະຣາເອນເອີຍ ຈົ່ງພາກັນກັບເມືອບ້ານເຖີດ.” |
|
| 2 |
|
| ແລ້ວຊາວອິດສະຣາເອນກໍປະກະສັດດາວິດແລະໄປກັບເຊບາ. ແຕ່ຊາວຢູດາຍັງຈົງຮັກພັກດີຕໍ່ກະສັດດາວິດ ແລະຕິດຕາມເພິ່ນໄປ, ເລີ່ມແຕ່ແມ່ນໍ້າຈໍແດນຈົນເຖິງນະຄອນເຢຣູຊາເລັມ. |
|
| 3 |
|
| ເມື່ອກະສັດດາວິດມາເຖິງວັງທີ່ນະຄອນເຢຣູຊາເລັມແລ້ວ ເພິ່ນກໍເອົາເມຍນ້ອຍສິບຄົນທີ່ເພິ່ນປະໄວ້ໃຫ້ເຝົ້າວັງໄປຂັງໄວ້. ເພິ່ນລ້ຽງດູພວກເຂົາຕາມຄວາມຕ້ອງການ, ແຕ່ບໍ່ໄດ້ສົມສູ່ກັບພວກເຂົາອີກເລີຍ. ພວກເຫຼົ່ານີ້ຖືກຂັງໄວ້ຢ່າງນີ້ ແລະຢູ່ເປັນຍິງໝ້າຍຕະຫລອດຊີວິດ. |
|
| 4 |
|
| ກະສັດບອກກັບອາມາສາວ່າ, “ໃຫ້ເອີ້ນພວກຜູ້ຊາຍຊາວຢູດາລວມທັງຕົວເຈົ້າມາເຕົ້າໂຮມກັນ ແລະໃຫ້ກັບມາທີ່ນີ້ພາຍໃນສາມວັນ.” |
|
| 5 |
|
| ອາມາສາຈຶ່ງໄປເອີ້ນເອົາພວກເຂົາ, ແຕ່ລາວບໍ່ໄດ້ກັບມາຕາມເວລາທີ່ກະສັດໄດ້ບອກໄວ້. |
|
| 6 |
|
| ກະສັດຈຶ່ງບອກອາບີໄຊວ່າ, “ເຊບາລູກຊາຍຂອງບີກຣີຈະສ້າງຄວາມເດືອດຮ້ອນໃຫ້ພວກເຮົາ ຫລາຍກວ່າອັບຊາໂລມອີກ; ດັ່ງນັ້ນ ຈົ່ງນຳເອົາທະຫານອອກຕາມຫາຈັບລາວ. ຖ້າບໍ່ດັ່ງນັ້ນ ລາວອາດຢຶດເອົາບາງເມືອງທີ່ມີປ້ອມປ້ອງກັນ ແລະປົບໜີຈາກພວກເຮົາ.” |
|
| 7 |
|
| ສະນັ້ນ ພວກທະຫານຂອງໂຢອາບ, ຊາວເກເຣັດແລະຊາວເປເລັດ ແລະທະຫານອື່ນໆທີ່ຄ້າງຢູ່ໃນນະຄອນເຢຣູຊາເລັມ ຈຶ່ງໄປກັບອາບີໄຊເພື່ອຕາມຫາຈັບເຊບາລູກຊາຍຂອງບີກຣີ. |
|
| 8 |
|
| ເມື່ອພວກເຂົາມາຮອດໂງ່ນຫີນໃຫຍ່ທີ່ກີເບໂອນນັ້ນ, ອາມາສາໄດ້ມາພົບພວກເຂົາ. ໂຢອາບນຸ່ງເຄື່ອງອອກສູ້ຮົບໂດຍມີດາບຢູ່ໃນຝັກຄັດແອວໄວ້. ໃນຂະນະທີ່ໂຢອາບຍ່າງກ້າວເຂົ້າມານັ້ນ ດາບຂອງລາວຫລຸດລົງ. |
|
| 9 |
|
| ໂຢອາບເວົ້າກັບອາມາສາວ່າ, “ສະຫາຍເອີຍ ສະບາຍດີບໍ່?” ລາວເອົາມືເບື້ອງຂວາຈັບໜວດຂອງອາມາສາ ເໝືອນກັບວ່າຈະຈູບລາວ |
|
| 10 |
|
| ແຕ່ອາມາສາບໍ່ໄດ້ສັງເກດເຫັນດາບຢູ່ໃນມືອີກເບື້ອງໜຶ່ງຂອງໂຢອາບ. ໂຢອາບໃຊ້ດາບແທງທີ່ທ້ອງຂອງອາມາສາຈົນໃສ້ໂລ່ລົງດິນ. ລາວສິ້ນໃຈຕາຍກັບທີ່ໂດຍບໍ່ຕ້ອງແທງຊໍ້າອີກ. ແລ້ວໂຢອາບກັບອາບີໄຊກໍອອກເດີນທາງຕາມຫາເຊບາລູກຊາຍຂອງບີກຣີຕໍ່ໄປ. |
|
| 11 |
|
| ທະຫານຄົນໜຶ່ງຂອງໂຢອາບໄດ້ຢືນຢູ່ຂ້າງຊາກສົບຂອງອາມາສາ ແລະຮ້ອງຂຶ້ນວ່າ, “ທຸກໆຄົນທີ່ຢູ່ຝ່າຍໂຢອາບແລະກະສັດດາວິດ ໃຫ້ຕິດຕາມໂຢອາບໄປ.” |
|
| 12 |
|
| ຊາກສົບຂອງອາມາສາອາບເລືອດນອນຢູ່ກາງຫົນທາງ. ທະຫານຂອງໂຢອາບເຫັນວ່າຜູ້ໃດກໍຢຸດເບິ່ງ; ສະນັ້ນ ລາວຈຶ່ງແກ່ສົບນັ້ນອອກຈາກທາງ ແລະເອົາໄປປະໄວ້ຢູ່ໃນທົ່ງນາແລະເອົາຜ້າຫົ່ມປົກສົບໄວ້. |
|
| 13 |
|
| ເມື່ອສົບຖືກຍ້າຍອອກຈາກທາງແລ້ວ ທຸກຄົນຈຶ່ງຕິດຕາມໂຢອາບໄປເພື່ອຊອກຫາຈັບເຊບາລູກຊາຍຂອງບີກຣີ. |
|
| 14 |
|
| ສ່ວນເຊບານັ້ນໄດ້ຜ່ານເຂດແດນຂອງເຜົ່າຕ່າງໆໃນຊາດອິດສະຣາເອນໄປ. ລາວໄດ້ມາຮອດເມືອງອາເບັນເບັດມາອາກາ ແລະທຸກຄົນໃນຕະກຸນບີກຣີ ໄດ້ມາເຕົ້າໂຮມກັນແລະຕິດຕາມລາວເຂົ້າໄປໃນເມືອງ. |
|
| 15 |
|
| ທະຫານຂອງໂຢອາບຮູ້ວ່າ ເຊບາຢູ່ໃນເມືອງນັ້ນ. ດັ່ງນັ້ນ ພວກເຂົາຈຶ່ງໄປລ້ອມເມືອງໄວ້. ພວກເຂົາຄູນດິນຂຶ້ນຕາມກຳແພງທາງຂ້າງນອກ ແລະທັງຂຸດລົງໃຕ້ພື້ນກຳແພງເພື່ອຈະໃຫ້ກຳແພງເຈື່ອນ. |
|
| 16 |
|
| ຢູ່ໃນເມືອງນີ້ ຍັງມີຍິງຄົນໜຶ່ງທີ່ເປັນຜູ້ສະຫລາດຫລາຍ ນາງຮ້ອງອອກມາຈາກກຳແພງເມືອງນັ້ນວ່າ, “ຟັງກ່ອນ ຟັງກ່ອນ ໄປບອກໂຢອາບມາພີ້ເພາະຂ້ອຍຢາກເວົ້າກັບລາວ.” |
|
| 17 |
|
| ໂຢອາບຈຶ່ງໄປຫາຍິງຄົນນັ້ນ ແລະນາງກໍຖາມໂຢອາບວ່າ, “ທ່ານແມ່ນໂຢອາບແມ່ນບໍ່?” ລາວຕອບວ່າ, “ແມ່ນແລ້ວ ຂ້ອຍນີ້ແຫຼະແມ່ນໂຢອາບ.” ນາງເວົ້າວ່າ, “ທ່ານເອີຍ ກະລຸນາຟັງຂ້ານ້ອຍ.” ໂຢອາບຕອບວ່າ, “ຂ້ອຍກຳລັງຟັງເຈົ້າຢູ່.” |
|
| 18 |
|
| ນາງເວົ້າວ່າ, “ດົນນານມາແລ້ວ ຄົນເຄີຍກ່າວກັນວ່າ ຈົ່ງໄປເອົາຄຳຕອບໃນເມືອງອາເບັນ ແລະພວກເຂົາໄດ້ປະຕິບັດຢ່າງນັ້ນ. |
|
| 19 |
|
| ເມືອງຂອງພວກຂ້ານ້ອຍເປັນເມືອງໃຫຍ່, ເປັນເມືອງທີ່ສະຫງົບສຸກ ແລະເປັນເມືອງທີ່ທ່ຽງທຳໃນຊາດອິດສະຣາເອນ. ເຫດໃດທ່ານຈຶ່ງທຳລາຍມັນ? ທ່ານຢາກທຳລາຍ ຫລືມ້າງເພສິ່ງທີ່ເປັນຂອງພຣະເຈົ້າຢາເວຊັ້ນບໍ?” |
|
| 20 |
|
| ໂຢອາບຕອບວ່າ, “ບໍ່ ຂ້ອຍຈະບໍ່ທຳລາຍຫລືມ້າງເພເມືອງຂອງເຈົ້າ |
|
| 21 |
|
| ບໍ່ແມ່ນແຜນການຂອງພວກເຮົາ. ມີຊາຍຄົນໜຶ່ງຊື່ວ່າເຊບາ ລູກຊາຍຂອງບີກຣີ ຄົນມາຈາກແຖບເນີນພູເອຟຣາອິມ ໄດ້ເລີ່ມກະບົດຕໍ່ສູ້ກະສັດດາວິດ. ຈົ່ງມອບຊາຍຄົນນີ້ໃຫ້ແກ່ພວກເຮົາສາ ແລະພວກເຮົາກໍຈະໄປຈາກເມືອງ.” ນາງຕອບວ່າ, “ພວກຂ້ານ້ອຍຈະໂຍນຫົວຂອງລາວຂ້າມກຳແພງໄປໃຫ້ທ່ານ.” |
|
| 22 |
|
| ແລ້ວນາງກໍນຳແຜນການຂອງຕົນໄປບອກຄົນທັງຫລາຍໃນເມືອງ ແລະພວກເຂົາໄດ້ຕັດເອົາຫົວຂອງເຊບາໂຍນຂ້າມກຳແພງໄປໃຫ້ໂຢອາບ. ແລ້ວໂຢອາບກໍໄດ້ເປົ່າແກເຕືອນທະຫານໃຫ້ໜີໄປຈາກເມືອງ ແລະກັບຄືນສູ່ບ້ານເມືອງຂອງຕົນ. ສ່ວນໂຢອາບນັ້ນກໍກັບຄືນໄປຫາກະສັດທີ່ນະຄອນເຢຣູຊາເລັມ. |
|
| 23 |
|
| ໂຢອາບເປັນຜູ້ບັນຊາການກອງທັບຂອງຊາດອິດສະຣາເອນ. ເບນາອີຢາ ລູກຊາຍຂອງເຢໂຮຍອາດາເປັນຜູ້ບັນຊາການທະຫານຊາວເກເຣັດແລະຊາວເປເລັດ. |
|
| 24 |
|
| ອາໂດນີຣາມເປັນຜູ້ດູແລກ່ຽວກັບແຮງງານ. ເຢໂຮຊາຟັດລູກຊາຍຂອງອາຮີລຸດ ເປັນຜູ້ບັນທຶກ. |
|
| 25 |
|
| ເຊວາເປັນເລຂາທິການຂອງສານ. ຊາດົກແລະອາບີອາທາເປັນປະໂຣຫິດ. |
|
| 26 |
|
| ອີຣາ ຊາວເມືອງຢາອີເປັນປະໂຣຫິດຄົນໜຶ່ງຂອງກະສັດດາວິດເໝືອນກັນ. |
|
|
|
|