|
| 1 |
|
| ໃນຣາຊການຂອງກະສັດດາວິດນັ້ນ ການອຶດຢາກຢ່າງໜັກໄດ້ເກີດຂຶ້ນເປັນເວລາສາມປີເຕັມ. ດັ່ງນັ້ນ ກະສັດດາວິດຈຶ່ງຖາມພຣະເຈົ້າຢາເວກ່ຽວກັບເລື່ອງນີ້ ແລະພຣະເຈົ້າຢາເວໄດ້ຕອບເພິ່ນວ່າ, “ໂຊນແລະຄອບຄົວຂອງລາວມີຄວາມຜິດໃນຖານຂ້າຄົນ, ລາວໄດ້ຂ້າປະຊາຊົນກີເບໂອນ.” ( |
|
| 2 |
|
| ຊາວກີເບໂອນບໍ່ແມ່ນປະຊາຊົນອິດສະຣາເອນ; ພວກເຂົາເປັນຊາວອາໂມກຸ່ມໜຶ່ງນ້ອຍໆ ທີ່ຊາວອິດສະຣາເອນສັນຍາວ່າຈະປ້ອງກັນພວກເຂົາ, ແຕ່ກະສັດໂຊນພະຍາຍາມທຳລາຍພວກເຂົາ ເພາະຄວາມຮ້ອນໃຈທີ່ເຫັນແກ່ຊາວອິດສະຣາເອນແລະຊາວຢູດາ.) |
|
| 3 |
|
| ດັ່ງນັ້ນ ກະສັດດາວິດຈຶ່ງເອີ້ນຊາວກີເບໂອນມາ ແລະກ່າວແກ່ພວກເຂົາວ່າ, “ເຮົາຢາກແກ້ຄວາມຜິດທີ່ໄດ້ເຮັດຕໍ່ພວກເຈົ້າ ເພື່ອວ່າພວກເຈົ້າຈະໄດ້ອວຍພອນປະຊາຊົນຂອງພຣະເຈົ້າຢາເວ. ເຮົາຄວນຈະເຮັດຫຍັງແດ່ສຳລັບພວກເຈົ້າ?” |
|
| 4 |
|
| ພວກເຂົາຕອບວ່າ, “ການຜິດຖຽງກັນທີ່ໄດ້ເກີດຂຶ້ນລະຫວ່າງພວກຂ້ານ້ອຍກັບກະສັດໂຊນແລະຄອບຄົວຂອງເພິ່ນນັ້ນ ບໍ່ອາດຕົກລົງກັນໄດ້ດ້ວຍເງິນ ຫລືຄຳ ຫລືດ້ວຍການຂ້າຊາວອິດສະຣາເອນຄົນໃດຄົນໜຶ່ງ.” ກະສັດດາວິດຖາມວ່າ, “ຖ້າດັ່ງນັ້ນ ຢາກໃຫ້ເຮົາເຮັດຫຍັງສຳລັບພວກເຈົ້າ?” |
|
| 5 |
|
| ພວກເຂົາຕອບວ່າ, “ກະສັດໂຊນຢາກທຳລາຍພວກຂ້ານ້ອຍ ແລະບໍ່ຢາກໃຫ້ຄົນໃດຄົນໜຶ່ງໃນພວກຂ້ານ້ອຍມີຊີວິດຢູ່ໃນຊາດອິດສະຣາເອນນີ້. |
|
| 6 |
|
| ສະນັ້ນ ຈົ່ງມອບຊາຍເຈັດຄົນຈາກເຊື້ອສາຍຂອງເພິ່ນ ແລະພວກຂ້ານ້ອຍຈະແຂວນຄໍພວກເຂົາຊ້ອງໜ້າພຣະເຈົ້າຢາເວຢູ່ໃນເມືອງກີເບອາ ບ້ານເກີດເມືອງນອນຂອງໂຊນ ກະສັດທີ່ພຣະເຈົ້າຢາເວໄດ້ເລືອກເອົານັ້ນ.” ກະສັດຕອບວ່າ, “ເຮົາຈະມອບພວກເຂົາໃຫ້ພວກເຈົ້າ.” |
|
| 7 |
|
| ແຕ່ກະສັດໄດ້ໄວ້ຊີວິດເມຟີໂບເຊັດ ລູກຊາຍຂອງໂຢນາທານແລະຫລານຊາຍຂອງໂຊນ ກໍຍ້ອນຄຳສາບານແຫ່ງພຣະເຈົ້າຢາເວລະຫວ່າງດາວິດກັບໂຢນາທານລູກຊາຍຂອງໂຊນ. |
|
| 8 |
|
| ເຖິງຢ່າງໃດກໍຕາມ ກະສັດດາວິດໄດ້ມອບຄົນດັ່ງຕໍ່ໄປນີ້ໃຫ້: ອາກໂມນີແລະເມຟີໂບເຊັດລູກຊາຍທັງສອງຂອງນາງຣິຊະປາ ລູກສາວຂອງອາອີຢາ ທີ່ໄດ້ກັບກະສັດໂຊນ; ລູກຊາຍຫ້າຄົນຂອງເມຣາບ ລູກສາວຂອງກະສັດໂຊນ ທີ່ໄດ້ກັບອັດຣີເອນ ລູກຊາຍຂອງບາກຊິນໄລຊາວເມືອງເມໂຮລາ. |
|
| 9 |
|
| ກະສັດດາວິດໄດ້ມອບຄົນເຫຼົ່ານີ້ໃຫ້ຊາວກີເບໂອນແຂວນຄໍທີ່ເທິງພູຊ້ອງໜ້າພຣະເຈົ້າຢາເວ. ທັງເຈັດຄົນນັ້ນຈຶ່ງຕາຍພ້ອມກັນ. ພວກເຂົາໄດ້ຂ້າຄົນເຫຼົ່ານີ້ໃນຕົ້ນລະດູກ່ຽວເຂົ້າບາເລ. |
|
| 10 |
|
| ແລ້ວນາງຣິຊະປາ ເມຍນ້ອຍຂອງກະສັດໂຊນຜູ້ທີ່ເປັນລູກສາວຂອງອາອີຢາ ກໍໄດ້ໃຊ້ຜ້າກະສອບເຂົ້າເຮັດບ່ອນຊົ້ນສຳລັບຕົນຢູ່ເທິງໂງ່ນຫີນບ່ອນທີ່ວາງຊາກສົບນັ້ນ. ນາງອາໄສຢູ່ທີ່ນັ້ນຕັ້ງແຕ່ຍາມເກັບກ່ຽວຈົນເຖິງລະດູຝົນຈາກຟ້າສະຫວັນ. ໃນຕອນກາງເວັນ ນາງຮັກສາຊາກສົບບໍ່ໃຫ້ນົກມາເຈາະ ແລະໃນຕອນກາງຄືນ ນາງຮັກສາຊາກສົບບໍ່ໃຫ້ສັດປ່າເຂົ້າມາໃກ້. |
|
| 11 |
|
| ເມື່ອກະສັດດາວິດໄດ້ຍິນວ່າ ນາງຣິຊະປາໄດ້ເຮັດດັ່ງນັ້ນ |
|
| 12 |
|
| ເພິ່ນຈຶ່ງໄປເອົາກະດູກຂອງກະສັດໂຊນແລະໂຢນາທານ ຈາກຊາວຢາເບັດກີເລອາດ. (ຊາວຢາເບັດໄດ້ລັກເອົາຊາກສົບຈາກສີ່ແຍກກາງເມືອງເບັດຊານ ບ່ອນທີ່ຊາວຟີລິດສະຕິນແຂວນຊາກສົບໄວ້ ໃນມື້ທີ່ກະສັດໂຊນຖືກຂ້າຢູ່ທີ່ເທິງພູກິນໂບອາ.) |
|
| 13 |
|
| ກະສັດດາວິດໄດ້ຮວບຮວມເອົາກະດູກຂອງກະສັດໂຊນແລະໂຢນາທານ ຕະຫລອດທັງກະດູກຂອງເຈັດຄົນທີ່ຖືກແຂວນຄໍນັ້ນ. |
|
| 14 |
|
| ໂດຍປະຕິບັດຕາມຄຳສັ່ງຂອງກະສັດດາວິດ ພວກເຂົາໄດ້ເອົາກະດູກຂອງກະສັດໂຊນແລະໂຢນາທານ ໄປຝັງໄວ້ໃນອຸບມຸງຂອງກີເຊພໍ່ຂອງກະສັດໂຊນ ທີ່ເມືອງເຊລາໃນເຂດແດນຂອງພວກເບັນຢາມິນ. ຫລັງຈາກນັ້ນມາ ພຣະເຈົ້າກໍຕອບຄຳພາວັນນາອະທິຖານຂອງພວກເຂົາສຳລັບປະເທດຊາດບ້ານເມືອງ. |
|
| 15 |
|
| ຕໍ່ມາ ເສິກໄດ້ເກີດຂຶ້ນລະຫວ່າງພວກຟີລິດສະຕິນແລະພວກອິດສະຣາເອນ. ຝ່າຍກະສັດດາວິດພ້ອມທະຫານຂອງເພິ່ນກໍໄດ້ອອກໄປສູ້ຮົບພວກຟີລິດສະຕິນ. ໃນບັ້ນຮົບຄັ້ງໜຶ່ງ ກະສັດດາວິດເກີດມີຄວາມອ່ອນເພຍ. |
|
| 16 |
|
| ມີຄົນຮ່າງໃຫຍ່ຜູ້ໜຶ່ງຊື່ວ່າ ອີສະບີເບໂນບໄດ້ຖືຫອກເປັນທອງສຳຣິດ ໜັກປະມານສາມກິໂລກຼາມເຄິ່ງທັງມີດາບດວງໃໝ່ຄາດແອວ ໂດຍຄິດວ່າຕົນຈະຂ້າກະສັດດາວິດໄດ້. |
|
| 17 |
|
| ແຕ່ອາບີໄຊ ລູກຊາຍຂອງນາງເຊຣູອີຢາມາຊ່ວຍກະສັດດາວິດໄວ້ທັນ ໂດຍໄດ້ໂຈມຕີຄົນຮ່າງໃຫຍ່ແລະຂ້າລາວໄດ້ໃນທີ່ສຸດ. ແລ້ວທະຫານຂອງກະສັດດາວິດກໍໄດ້ຂໍໃຫ້ກະສັດສັນຍາວ່າ ເພິ່ນຈະບໍ່ອອກໄປທີ່ສະໜາມຮົບກັບພວກເຂົາອີກເລີຍ ໂດຍບອກເພິ່ນວ່າ, “ທ່ານເປັນຄວາມຫວັງຂອງຊາດອິດສະຣາເອນ ແລະພວກຂ້ານ້ອຍບໍ່ຢາກສູນເສຍທ່ານໄປ.” |
|
| 18 |
|
| ຫລັງຈາກນັ້ນ ກໍມີການສູ້ຮົບກັບພວກຟີລິດສະຕິນອີກທີ່ເມືອງໂກບ, ໃນການສູ້ຮົບບັ້ນນີ້ສິບເບກາຍ ຊາວເມືອງຮູຊາໄດ້ຂ້າຄົນຮ່າງໃຫຍ່ຜູ້ໜຶ່ງຊື່ວ່າ ສາເຟ. |
|
| 19 |
|
| ການສູ້ຮົບກັບພວກຟີລິດສະຕິນມີຂຶ້ນອີກທີ່ເມືອງໂກບ ຊຶ່ງໃນເທື່ອນີ້ເອນຮານານລູກຊາຍຂອງຢາອີ ຈາກເມືອງເບັດເລເຮັມໄດ້ຂ້າໂກລີອາດຊາວກາດ ຜູ້ທີ່ຖືຫອກເທົ່າກັບໄມ້ກຳພັ້ນຫູກ. |
|
| 20 |
|
| ຕໍ່ມາ ເສິກໄດ້ເກີດຂຶ້ນອີກທີ່ເມືອງກາດ ບ່ອນທີ່ມີຊາຍຮ່າງໃຫຍ່ຜູ້ໜຶ່ງເປັນຄົນມັກສູ້ຮົບ. ລາວມີນິ້ວມືເບື້ອງລະຫົກນິ້ວ ແລະມີນິ້ວຕີນເບື້ອງລະຫົກນິ້ວ. |
|
| 21 |
|
| ລາວທ້າທາຍຊາວອິດສະຣາເອນ ແລະໂຢນາທານລູກຊາຍຂອງຊາມມາ ແລະຫລານຊາຍຂອງກະສັດດາວິດໄດ້ຂ້າລາວ. |
|
| 22 |
|
| ສີ່ຄົນນີ້ເປັນເຊື້ອສາຍຂອງຄົນຮ່າງໃຫຍ່ໃນເມືອງກາດ. ກະສັດດາວິດແລະທະຫານຂອງເພິ່ນໄດ້ຂ້າຄົນຮ່າງໃຫຍ່ເຫຼົ່ານັ້ນ. |
|
|
|
|