|
| 1 |
|
| ຍັງມີຄົນຂອງພຣະເຈົ້າຄົນໜຶ່ງຈາກຢູດາຍ ທີ່ໄດ້ຮັບຖ້ອຍຄຳຈາກພຣະເຈົ້າຢາເວໃຫ້ໄປທີ່ເມືອງເບັດເອນ. ເພິ່ນໄດ້ມາຮອດບ່ອນນັ້ນໃນຂະນະທີ່ກະສັດເຢໂຣໂບອາມ ກຳລັງຢືນຖວາຍເຄື່ອງບູຊາທີ່ແທ່ນ. |
|
| 2 |
|
| ຜູ້ນັ້ນໄດ້ຮ້ອງຕໍ່ສູ້ແທ່ນບູຊາດ້ວຍຖ້ອຍຄຳຂອງພຣະເຈົ້າຢາເວ ແລະກ່າວວ່າ, “ໂອ ແທ່ນບູຊາ ແທ່ນບູຊາເອີຍ! ພຣະເຈົ້າຢາເວກ່າວດັ່ງນີ້: ‘ມີເດັກນ້ອຍຄົນໜຶ່ງຈະເກີດມາໃນຄອບຄົວຂອງດາວິດ ທີ່ຈະຊື່ວ່າ ໂຢສີຢາ. ລາວຈະປະຫານບັນດາປະໂຣຫິດທີ່ຮັບໃຊ້ພະຂອງຄົນຕ່າງຊາດເທິງແທ່ນບູຊານີ້ ແລະຜູ້ທີ່ຖວາຍເຄື່ອງບູຊາເທິງແທ່ນບູຊານີ້ ແລະລາວກໍຈະເຜົາກະດູກຄົນໃສ່ເທິງເຈົ້າ.”’ |
|
| 3 |
|
| ແລ້ວລາວໄດ້ໃຫ້ມີໝາຍສຳຄັນໃນວັນດຽວກັນວ່າ, “ນີ້ເປັນໝາຍສຳຄັນວ່າ ພຣະເຈົ້າຢາເວໄດ້ກ່າວວ່າ, ‘ແທ່ນບູຊານີ້ຈະແຕກພັງທະລາຍລົງ ແລະຂີ້ເຖົ່າປົນໄຂມັນທີ່ເທິງແທ່ນນີ້ກໍຈະກະຈັດກະຈາຍໄປ.”’ |
|
| 4 |
|
| ເມື່ອກະສັດເຢໂຣໂບອາມໄດ້ຍິນຖ້ອຍຄຳທີ່ຄົນຂອງພຣະເຈົ້າໄດ້ຮ້ອງຕໍ່ສູ້ແທ່ນບູຊາທີ່ເບັດເອນ. ເພິ່ນກໍຊີ້ໜ້າຊາຍຜູ້ນັ້ນ ແລະສັ່ງວ່າ, “ຈັບຊາຍຄົນນີ້ໄວ້.” ໃນທັນໃດນັ້ນ ແຂນຂອງກະສັດກໍລ່ອຍຈົນພັບຄືນບໍ່ໄດ້. |
|
| 5 |
|
| ແທ່ນບູຊາກໍແຕກພັງທະລາຍລົງຢ່າງກະທັນຫັນ ແລະຂີ້ເຖົ່າປົນໄຂມັນກໍຕົກລົງດິນ ຊຶ່ງເປັນໄປຕາມໝາຍສຳຄັນທີ່ຄົນຂອງພຣະເຈົ້າໄດ້ກ່າວຖ້ອຍຄຳຂອງພຣະເຈົ້າຢາເວໄວ້ກ່ອນນັ້ນ. |
|
| 6 |
|
| ກະສັດເຢໂຣໂບອາມໄດ້ກ່າວແກ່ຜູ້ທຳນວາຍວ່າ, “ກະລຸນາພາວັນນາອະທິຖານຂໍພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ໃຫ້ຮັກສາແຂນຂອງເຮົາໃຫ້ດີແດ່ທ້ອນ.” ຄົນຂອງພຣະເຈົ້າໄດ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ແລະແຂນຂອງກະສັດກໍດີເປັນປົກກະຕິເໝືອນເດີມ. |
|
| 7 |
|
| ແລ້ວກະສັດກໍກ່າວແກ່ຄົນຂອງພຣະເຈົ້າວ່າ, “ເຊີນເມືອຮັບປະທານອາຫານໃນວັງນຳເຮົາເທີ້ນ ແລະເຮົາຈະໃຫ້ບຳເໜັດແກ່ທ່ານໃນສິ່ງທີ່ທ່ານໄດ້ກະທຳ.” |
|
| 8 |
|
| ຄົນຂອງພຣະເຈົ້າຕອບວ່າ, “ເຖິງແມ່ນວ່າທ່ານຈະເອົາຊັບສິນຂອງທ່ານເຄິ່ງໜຶ່ງໃຫ້ຂ້າພະເຈົ້າ ຂ້າພະເຈົ້າກໍຈະບໍ່ຍອມໄປກັບທ່ານ ຫລືກິນແລະດື່ມຫຍັງກັບທ່ານ. |
|
| 9 |
|
| ເພາະພຣະເຈົ້າຢາເວໄດ້ສັ່ງຂ້າພະເຈົ້າບໍ່ໃຫ້ກິນແລະດື່ມສິ່ງໃດໝົດ ແລະທັງບໍ່ໃຫ້ກັບເມືອທາງເສັ້ນເກົ່າອີກ.” |
|
| 10 |
|
| ດັ່ງນັ້ນ ລາວຈຶ່ງບໍ່ໄດ້ກັບຄືນເມືອຕາມທາງເສັ້ນເກົ່າ, ແຕ່ກັບໄປທາງເສັ້ນອື່ນ. |
|
| 11 |
|
| ໃນເວລານັ້ນ ຍັງມີຜູ້ທຳນວາຍຜູ້ເຖົ້າຄົນໜຶ່ງຢູ່ໃນເມືອງເບັດເອນ. ພວກລູກຊາຍ ຂອງເພິ່ນໄດ້ມາບອກເຖິງເລື່ອງທັງໝົດທີ່ຄົນຂອງພຣະເຈົ້າໄດ້ກະທຳທີ່ເມືອງເບັດເອນໃນມື້ນັ້ນ ຕະຫລອດທັງຖ້ອຍຄຳທີ່ເພິ່ນໄດ້ກ່າວແກ່ກະສັດເຢໂຣໂບອາມ. |
|
| 12 |
|
| ຜູ້ເປັນພໍ່ຖາມວ່າ, “ເມື່ອເພິ່ນໜີໄປນັ້ນ ເພິ່ນໄປທາງໃດ?” ພວກລູກບອກພໍ່ວ່າ, “ທາງນັ້ນ.” |
|
| 13 |
|
| ແລ້ວເພິ່ນກໍສັ່ງພວກລູກວ່າ, “ໃຫ້ຕຽມອານໃສ່ຫລັງລໍໃຫ້ພໍ່.” ພວກເຂົາໄດ້ເຮັດຕາມທີ່ເພິ່ນໄດ້ສັ່ງ ແລະເພິ່ນກໍຂີ່ລໍອອກໄປ. |
|
| 14 |
|
| ເພິ່ນໄດ້ໄປຕາມທາງທີ່ຄົນຂອງພຣະເຈົ້າໄປນັ້ນ ແລະພົບເພິ່ນພວມນັ່ງຢູ່ກ້ອງຕົ້ນໂອກຕົ້ນໜຶ່ງ. ເພິ່ນຖາມວ່າ, “ທ່ານນີ້ບໍເປັນຄົນຂອງພຣະເຈົ້າຈາກຢູດາຍ?” ຊາຍຄົນນັ້ນຕອບວ່າ, “ແມ່ນແລ້ວ.” |
|
| 15 |
|
| ເພິ່ນກ່າວເຊີນວ່າ, “ເຊີນໄປທີ່ເຮືອນຮັບປະທານອາຫານກັບຂ້າພະເຈົ້າເທີ້ນ.” |
|
| 16 |
|
| ແຕ່ລາວຕອບວ່າ, “ຂ້າພະເຈົ້າເມືອກັບທ່ານ ແລະຮັບເອົາການຕ້ອນຮັບຈາກທ່ານບໍ່ໄດ້ດອກ. ຂ້າພະເຈົ້າບໍ່ຕ້ອງການກິນຫລືດື່ມຫຍັງກັບທ່ານຢູ່ບ່ອນນີ້ |
|
| 17 |
|
| ເພາະພຣະເຈົ້າຢາເວໄດ້ສັ່ງຂ້າພະເຈົ້າວ່າ ບໍ່ໃຫ້ກິນແລະດື່ມຫຍັງ ແລະທັງບໍ່ໃຫ້ກັບຄືນເມືອຕາມທາງເສັ້ນເກົ່າ.” |
|
| 18 |
|
| ແລ້ວຜູ້ທຳນວາຍຜູ້ເຖົ້າຈາກເບັດເອນກໍກ່າວແກ່ລາວວ່າ, “ຂ້າພະເຈົ້າເອງກໍເປັນຜູ້ທຳນວາຍເໝືອນກັບທ່ານ ພຣະເຈົ້າຢາເວສັ່ງໃຫ້ເທວະດາຕົນໜຶ່ງມາບອກຂ້າພະເຈົ້າໃຫ້ພາທ່ານເມືອເຮືອນ ເພື່ອໃຫ້ທ່ານໄດ້ກິນແລະດື່ມ,” ແຕ່ຜູ້ທຳນວາຍຜູ້ເຖົ້າຄົນນີ້ເວົ້າຕົວະ. |
|
| 19 |
|
| ດັ່ງນັ້ນ ຄົນຂອງພຣະເຈົ້າຈຶ່ງກັບເມືອເຮືອນຂອງຜູ້ທຳນວາຍຜູ້ເຖົ້າຄົນນີ້ ຮ່ວມຮັບປະທານອາຫານນຳເພິ່ນ. |
|
| 20 |
|
| ໃນຂະນະທີ່ທັງສອງພວມນັ່ງຮັບປະທານອາຫານຮ່ວມກັນຢູ່ນັ້ນ ພຣະເຈົ້າຢາເວໄດ້ບອກຖ້ອຍຄຳ ແກ່ຜູ້ທຳນວາຍຜູ້ເຖົ້າ |
|
| 21 |
|
| ແລະເພິ່ນກໍຮ້ອງໃສ່ຄົນຂອງພຣະເຈົ້າຈາກຢູດາຍວ່າ, “ພຣະເຈົ້າຢາເວກ່າວວ່າ ຍ້ອນທ່ານບໍ່ໄດ້ເຊື່ອຟັງຖ້ອຍຄຳຂອງພຣະເຈົ້າຢາເວ ແລະບໍ່ໄດ້ປະຕິບັດຕາມສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໄດ້ສັ່ງທ່ານ. |
|
| 22 |
|
| ແຕ່ທ່ານໄດ້ກັບຄືນໄປ ແລະຮັບປະທານອາຫານໃນບ່ອນທີ່ພຣະອົງສັ່ງຫ້າມບໍ່ໃຫ້ກິນ. ຍ້ອນເລື່ອງນີ້ທ່ານຈະຖືກຂ້າ ແລະສົບຂອງທ່ານຈະບໍ່ໄດ້ຖືກຝັງໄວ້ ໃນຂຸມຝັງສົບປະຈຳຄອບຄົວຂອງທ່ານ.” |
|
| 23 |
|
| ຫລັງຈາກທັງສອງກິນອີ່ມແລ້ວ ຜູ້ທຳນວາຍຜູ້ເຖົ້າກໍຕຽມອານໃສ່ຫລັງລໍ ໃຫ້ຄົນຂອງພຣະເຈົ້າຂີ່ໄປ. |
|
| 24 |
|
| ເມື່ອໄປຕາມທາງ ໄດ້ມີສິງໂຕໜຶ່ງອອກມາກັດເພິ່ນຕາຍ. ຊາກສົບຂອງເພິ່ນນອນຢຽດຢູ່ກາງຖະໜົນ ສ່ວນລໍກັບສິງກໍໄດ້ຢືນຢູ່ໃກ້ຂ້າງເພິ່ນໃນທີ່ນັ້ນ. |
|
| 25 |
|
| ມີຜູ້ຄົນໄດ້ຜ່ານໄປ ແລະເຫັນຊາກສົບຂອງເພິ່ນໃນຫົນທາງ ທັງໂຕສິງກໍຢືນຢູ່ຂ້າງສົບນັ້ນ ພວກເຂົາຈຶ່ງໄປທີ່ເມືອງເບັດເອນບ່ອນທີ່ຜູ້ທຳນວາຍຜູ້ເຖົ້າຢູ່ ແລະໄດ້ລາຍງານຕາມທີ່ພວກຕົນໄດ້ເຫັນ. |
|
| 26 |
|
| ເມື່ອຜູ້ທຳນວາຍຜູ້ເຖົ້າໄດ້ຍິນກ່ຽວກັບເຫດການນີ້ ເພິ່ນຈຶ່ງເວົ້າວ່າ, “ນັ້ນຄືຄົນຂອງພຣະເຈົ້າທີ່ບໍ່ຟັງຖ້ອຍຄຳຂອງພຣະເຈົ້າຢາເວ. ດ້ວຍເຫດນີ້ ພຣະເຈົ້າຢາເວຈຶ່ງສົ່ງສິງມາຄຸບ ແລະກັດເພິ່ນຕາຍຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້.” |
|
| 27 |
|
| ແລ້ວເພິ່ນກໍເວົ້າແກ່ພວກລູກຊາຍຂອງຕົນວ່າ, “ຕຽມອານໃສ່ຫລັງລໍໃຫ້ພໍ່ແດ່.” ພວກເຂົາກໍປະຕິບັດຕາມ |
|
| 28 |
|
| ແລະເພິ່ນກໍຂີ່ລໍອອກໄປ ແລະພົບຊາກສົບຂອງຜູ້ທຳນວາຍນອນຢຽດໃນຫົນທາງ ຊຶ່ງມີລໍແລະສິງຢືນຢູ່ທີ່ນັ້ນ. ສິງບໍ່ໄດ້ກັດກິນຊາກສົບ ຫລືຕໍ່ສູ້ລໍແຕ່ຢ່າງໃດ. |
|
| 29 |
|
| ຜູ້ທຳນວາຍຜູ້ເຖົ້າຍົກເອົາສົບຂຶ້ນໃສ່ຫລັງລໍ ແລະນຳກັບເມືອເມືອງເບັດເອນ ເພື່ອເຮັດພິທີໄວ້ທຸກແລະຝັງສົບຜູ້ທຳນວາຍຄົນນັ້ນ. |
|
| 30 |
|
| ເພິ່ນຝັງໃສ່ຂຸມຝັງສົບປະຈຳຄອບຄົວຂອງເພິ່ນເອງ. ແລ້ວເພິ່ນກັບພວກລູກຊາຍກໍໄວ້ທຸກໃຫ້ ແລະກ່າວລຳພັນວ່າ, “ນ້ອງຊາຍຂອງຂ້ອຍເອີຍ ນ້ອງຊາຍຂອງຂ້ອຍເອີຍ!” |
|
| 31 |
|
| ຫລັງຈາກການຝັງສົບແລ້ວໆ ຜູ້ທຳນວາຍຜູ້ເຖົ້າກໍເວົ້າຕໍ່ພວກລູກຊາຍຂອງຕົນວ່າ, “ເມື່ອພໍ່ຕາຍໄປ ໃຫ້ຝັງສົບພໍ່ໃສ່ຂຸມນີ້ ແລະເອົາຊາກສົບຂອງພໍ່ນອນໃກ້ກັບເພິ່ນນີ້ເດີ.” |
|
| 32 |
|
| ຄຳເວົ້າທີ່ລາວໄດ້ກ່າວໄວ້ຕາມຖ້ອຍຄຳຂອງພຣະເຈົ້າຢາເວ ເພື່ອຕໍ່ສູ້ແທ່ນບູຊາໃນເມືອງເບັດເອນ ແລະຕໍ່ສູ້ບ່ອນຂາບໄຫວ້ຕ່າງໆ ຢູ່ໃນເມືອງຊາມາເຣຍນີ້ຈະເກີດເປັນຈິງແທ້. |
|
| 33 |
|
| ເຈົ້າເຢໂຣໂບອາມກະສັດແຫ່ງອິດສະຣາເອນຍັງບໍ່ເລີກການກະທຳຊົ່ວຂອງຕົນ, ເພິ່ນຍັງສືບຕໍ່ເລືອກເອົາພວກປະໂຣຫິດຈາກຄອບຄົວຂອງຄົນທຳມະດາ ໃຫ້ຮັບໃຊ້ທີ່ແທ່ນບູຊາ ຊຶ່ງເພິ່ນໄດ້ສ້າງຂຶ້ນນັ້ນ. |
|
| 34 |
|
| ບາບທີ່ເພິ່ນໄດ້ກະທຳນັ້ນ ໄດ້ນຳເອົາການທຳລາຍແລະຄວາມຈິບຫາຍ ມາສູ່ຍາດວົງຂອງເພິ່ນເອງຈາກຜືນແຜ່ນດິນໂລກ. |
|
|
|
|