|
| 1 |
|
| ຕໍ່ມາ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຢຮູ ລູກຊາຍຂອງຮານານີໃຫ້ບອກກະສັດບາອາຊາວ່າ, |
|
| 2 |
|
| “ເຈົ້າເປັນຄົນຕໍ່າຕ້ອຍແຕ່ເຮົາໄດ້ໃຫ້ເຈົ້າເປັນຜູ້ນຳປະຊາຊົນອິດສະຣາເອນຂອງເຮົາ. ບັດນີ້ ເຈົ້າໄດ້ເຮັດບາບເໝືອນກັນກັບເຢໂຣໂບອາມ ແລະນຳພາປະຊາຊົນຂອງເຮົາເຮັດບາບ. ບາບຂອງພວກເຂົາໄດ້ເຮັດໃຫ້ເຮົາໂກດຮ້າຍ. |
|
| 3 |
|
| ດັ່ງນັ້ນ ເຮົາຈະກຳຈັດເຈົ້າ ແລະຄອບຄົວຂອງເຈົ້າ ດັ່ງທີ່ເຮົາໄດ້ເຮັດຕໍ່ເຢໂຣໂບອາມລູກຊາຍຂອງເນບັດ. |
|
| 4 |
|
| ຄົນໃດໃນຄອບຄົວຂອງເຈົ້າທີ່ຕາຍໃນເມືອງຈະຖືກໝາກັດກິນ ແລະຄົນໃດທີ່ຕາຍຢູ່ນອກເມືອງກໍຈະຖືກແຮ້ງເຈາະກິນ.” |
|
| 5 |
|
| ສິ່ງອື່ນໆທີ່ກະສັດບາອາຊາໄດ້ກະທຳຕະຫລອດທັງວິລະກຳຕ່າງໆຂອງເພິ່ນ ແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມ ປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ. |
|
| 6 |
|
| ກະສັດບາອາຊາໄດ້ຕາຍໄປຢູ່ກັບບັນພະບຸລຸດຂອງຕົນ ແລະຊາກສົບຂອງເພິ່ນໄດ້ຖືກຝັງໄວ້ທີ່ນະຄອນຕີຣະຊາ. ແລ້ວເຈົ້າເອລາ ລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດປົກຄອງແທນ. |
|
| 7 |
|
| ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວຕໍ່ສູ້ກະສັດບາອາຊາ ແລະຄອບຄົວຂອງເພິ່ນ, ໂດຍກ່າວຜ່ານທາງຜູ້ທຳນວາຍເຢຮູລູກຊາຍຂອງຮານານີນັ້ນ ເພາະເຫດຜົນສອງປະການດັ່ງນີ້: ປະການທີໜຶ່ງ ຍ້ອນກະສັດບາອາຊາກັບຄອບຄົວຂອງເພິ່ນໄດ້ເຮັດບາບຕໍ່ສູ້ພຣະອົງ ແລະຍົວະເຍົ້າພຣະເຈົ້າຢາເວໃຫ້ໂກດຮ້າຍໂດຍເຮັດສິ່ງທີ່ຊົ່ວຊ້າ ເໝືອນກັນກັບກະສັດເຢໂຣໂບອາມ ແລະຄອບຄົວ; ປະການທີສອງ ຍ້ອນເພິ່ນເອງໄດ້ສັງຫານເຊື້ອສາຍທັງໝົດຂອງເຈົ້າເຢໂຣໂບອາມ. |
|
| 8 |
|
| ໃນຣາຊການປີທີຊາວຫົກຂອງເຈົ້າອາສາ ກະສັດແຫ່ງຢູດາຍ; ເຈົ້າເອລາ ລູກຊາຍຂອງກະສັດບາອາຊາໄດ້ຂຶ້ນປົກຄອງອານາຈັກອິດສະຣາເອນ. ເພິ່ນໄດ້ປົກຄອງຢູ່ທີ່ນະຄອນຕີຣະຊາເປັນເວລາສອງປີ. |
|
| 9 |
|
| ແຕ່ວ່າຊິມຣີ ນາຍທະຫານຄົນໜຶ່ງທີ່ເປັນຜູ້ຄວບຄຸມລົດຮົບໄດ້ວາງອຸບາຍຕໍ່ສູ້ເພິ່ນ. ໃນມື້ໜຶ່ງທີ່ນະຄອນຕີຣະຊາ ກະສັດເອລາພວມນັ່ງດື່ມເຫຼົ້າຈົນເມົາຢູ່ໃນເຮືອນຂອງອາຣະຊາ ຜູ້ເບິ່ງແຍງຮັກສາວັງ. |
|
| 10 |
|
| ຊິມຣີໄດ້ເຂົ້າມາລອບຂ້າກະສັດເອລາຢູ່ໃນເຮືອນນັ້ນ ແລະຕັ້ງຕົວຂຶ້ນເປັນກະສັດປົກຄອງແທນເພິ່ນ. ເຫດການນີ້ໄດ້ເກີດຂຶ້ນ ໃນຣາຊການປີທີຊາວເຈັດຂອງເຈົ້າອາສາກະສັດແຫ່ງຢູດາຍ. |
|
| 11 |
|
| ພໍເມື່ອຊິມຣີໄດ້ຂຶ້ນເປັນກະສັດແລ້ວ, ລາວກໍຂ້າທຸກຄົນໃນຄອບຄົວຂອງກະສັດບາອາຊາ. ຊາຍທຸກຄົນທີ່ເປັນຍາດພີ່ນ້ອງ ແລະໝູ່ເພື່ອນຂອງກະສັດບາອາຊາກໍຖືກຂ້າໝົດ. |
|
| 12 |
|
| ຊິມຣີໄດ້ຂ້າທຸກຄົນໃນຄອບຄົວຂອງກະສັດບາອາຊາ ຊຶ່ງເປັນໄປຕາມຖ້ອຍຄຳຂອງພຣະເຈົ້າຢາເວ ທີ່ໄດ້ກ່າວຜ່ານທາງຜູ້ທຳນວາຍເຢຮູ. |
|
| 13 |
|
| ຍ້ອນກະສັດບາອາຊາ ແລະເອລາລູກຊາຍຂອງຕົນໄດ້ຂາບໄຫວ້ຮູບເຄົາຣົບ ແລະນຳພາຊາວອິດສະຣາເອນເຮັດບາບ ຊຶ່ງເປັນການຍົວະເຍົ້າພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນ ໃຫ້ໂກດຮ້າຍ. |
|
| 14 |
|
| ສິ່ງອື່ນໆທີ່ກະສັດເອລາໄດ້ກະທໍາແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ. |
|
| 15 |
|
| ໃນຣາຊການປີທີຊາວເຈັດຂອງເຈົ້າອາສາກະສັດແຫ່ງຢູດາຍ, ຊິມຣີໄດ້ຂຶ້ນປົກຄອງຢູ່ທີ່ນະຄອນຕີຣະຊາ ເໜືອອານາຈັກອິດສະຣາເອນເປັນເວລາເຈັດວັນ. ໃນເວລານັ້ນ ກອງທັບຂອງຊາວອິດສະຣາເອນພວມອ້ອມເມືອງກິບເບໂທນໃນຟີລິດສະຕິນ |
|
| 16 |
|
| ແລະເມື່ອໄດ້ຍິນວ່າ ຊິມຣີໄດ້ວາງອຸບາຍຕໍ່ສູ້ກະສັດ ແລະໄດ້ລອບສັງຫານກະສັດແລ້ວ; ພວກເຂົາທຸກຄົນຈຶ່ງປະກາດແຕ່ງຕັ້ງອົມຣີ ຜູ້ບັນຊາການກອງທັບຂອງພວກເຂົາ ໃຫ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ. |
|
| 17 |
|
| ອົມຣີໄດ້ຍົກທັບອອກແຕ່ເມືອງກິບເບໂທນໄປອ້ອມນະຄອນຕີຣະຊາໄວ້. |
|
| 18 |
|
| ເມື່ອຊິມຣີເຫັນວ່າເມືອງຖືກຕີແຕກແລ້ວ, ເພິ່ນຈຶ່ງເຂົ້າໄປໃນປ້ອມປ້ອງກັນວັງ ແລະໄດ້ຈູດຣາຊວັງຖິ້ມ ແລະຕາຍໄປໃນກອງໄຟນັ້ນ. |
|
| 19 |
|
| ເຫດການເປັນໄປດັ່ງນີ້ ກໍຍ້ອນເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ, ໂດຍນຳພາຊາວອິດສະຣາເອນເຮັດບາບດັ່ງກະສັດເຢໂຣໂບອາມຜູ້ປົກຄອງຄົນກ່ອນ. |
|
| 20 |
|
| ສິ່ງອື່ນໆທີ່ກະສັດຊິມຣີໄດ້ກະທຳ, ຕະຫລອດທັງການວາງແຜນກະບົດຂອງເພິ່ນ ແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ. |
|
| 21 |
|
| ປະຊາຊົນອິດສະຣາເອນໄດ້ແຕກແຍກກັນ. ບາງຄົນຢາກຕັ້ງຕິບນີລູກຊາຍຂອງກີນາດໃຫ້ຂຶ້ນເປັນກະສັດ; ແຕ່ບາງຄົນຍັງພໍໃຈກັບອົມຣີຢູ່. |
|
| 22 |
|
| ແຕ່ໃນທີ່ສຸດ ພວກທີ່ຕິດຕາມອົມຣີກໍໄດ້ຊະນະ. ຕິບນີໄດ້ຕາຍໄປ ແລະອົມຣີຈຶ່ງຂຶ້ນເປັນກະສັດປົກຄອງແທນ. |
|
| 23 |
|
| ໃນຣາຊການປີທີສາມສິບເອັດຂອງເຈົ້າອາສາ ກະສັດແຫ່ງຢູດາຍ, ອົມຣີໄດ້ຂຶ້ນເປັນກະສັດປົກຄອງອານາຈັກອິດສະຣາເອນ; ແລະເພິ່ນໄດ້ປົກຄອງຢູ່ເປັນເວລາສິບສອງປີ. ຫົກປີທຳອິດນັ້ນ ເພິ່ນໄດ້ປົກຄອງຢູ່ທີ່ນະຄອນຕີຣະຊາ. |
|
| 24 |
|
| ແລະຕໍ່ມາ ເພິ່ນໄດ້ຊື້ເນີນພູຊາມາເຣຍເປັນລາຄາຫົກພັນຫລຽນເງິນ ຈາກຊາຍຄົນໜຶ່ງຊື່ວ່າ ເຊເມ. ກະສັດອົມຣີໄດ້ສ້າງປ້ອມປ້ອງກັນອ້ອມພູນີ້ ແລະທັງສ້າງເມືອງຂຶ້ນໃນບ່ອນນີ້. ເພິ່ນໃສ່ຊື່ເມືອງນີ້ຕາມຊື່ຂອງເຊເມ ເຈົ້າຂອງຄົນເກົ່າຂອງເນີນພູນີ້ວ່າ ຊາມາເຣຍ. |
|
| 25 |
|
| ກະສັດອົມຣີໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວຢ່າງຮ້າຍແຮງກວ່າຄົນອື່ນໆທີ່ປົກຄອງກ່ອນເພິ່ນ. |
|
| 26 |
|
| ເພິ່ນໄດ້ເຮັດບາບດັ່ງກະສັດເຢໂຣໂບອາມລູກຊາຍຂອງເນບັດໄດ້ເຮັດ, ເພິ່ນໄດ້ເຮັດບາບໂດຍນຳພາຊາວອິດສະຣາເອນໄປຂາບໄຫວ້ຮູບເຄົາຣົບ ຊຶ່ງເປັນການຍົວະເຍົ້າພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໃຫ້ໂກດຮ້າຍ. |
|
| 27 |
|
| ສິ່ງອື່ນໆທີ່ກະສັດອົມຣີໄດ້ກະທຳ ພ້ອມທັງຄວາມສຳເລັດທຸກຢ່າງຂອງເພິ່ນ ແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ. |
|
| 28 |
|
| ກະສັດອົມຣີໄດ້ຕາຍໄປ ແລະຖືກຝັງໄວ້ທີ່ຊາມາເຣຍ. ແລ້ວເຈົ້າອາຮາບ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ. |
|
| 29 |
|
| ໃນຣາຊການປີທີສາມສິບແປດຂອງເຈົ້າອາສາ ກະສັດແຫ່ງຢູດາຍ; ເຈົ້າອາຮາບ ລູກຊາຍຂອງກະສັດອົມຣີໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ. ເພິ່ນປົກຄອງຢູ່ທີ່ນະຄອນຊາມາເຣຍເປັນເວລາຊາວສອງປີ. |
|
| 30 |
|
| ເຈົ້າອາຮາບລູກຊາຍຂອງກະສັດອົມຣີ ໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວຢ່າງຮ້າຍແຮງກວ່າຄົນໃດໆທີ່ປົກຄອງມາກ່ອນເພິ່ນ. |
|
| 31 |
|
| ການທີ່ເຮັດບາບດັ່ງກະສັດເຢໂຣໂບອາມລູກຊາຍຂອງເນບັດນັ້ນຍັງບໍ່ພຽງພໍ; ເພິ່ນໄດ້ເຮັດບາບໄປຫລາຍກວ່ານັ້ນອີກ ໂດຍເອົານາງເຢເຊເບນມາເປັນເມຍ ນາງເປັນລູກສາວຂອງເອັດບາອານກະສັດແຫ່ງຊີໂດນ ແລະເພິ່ນຂາບໄຫວ້ພະບາອານ. |
|
| 32 |
|
| ເພິ່ນໄດ້ສ້າງວິຫານສຳລັບພະບາອານທີ່ນະຄອນຊາມາເຣຍ, ສ້າງແທ່ນບູຊາຂຶ້ນ ແລະເອົາແທ່ນບູຊາມາໄວ້ໃນວິຫານ. |
|
| 33 |
|
| ນອກຈາກນີ້ ເພິ່ນຍັງສ້າງຮູບເຈົ້າແມ່ອາເຊຣາ. ເພິ່ນຍົວະເຍົ້າພຣະເຈົ້າຢາເວ ພຣະເຈົ້າຂອງຊາວອິດສະຣາເອນໃຫ້ໂກດຮ້າຍ ຫລາຍກວ່າກະສັດແຫ່ງອິດສະຣາເອນຄົນອື່ນໆທີ່ໄດ້ເຮັດມາ. |
|
| 34 |
|
| ໃນຣາຊການຂອງເພິ່ນ, ຮີເອນຊາວເມືອງເບັດເອນໄດ້ສ້າງເມືອງເຢຣິໂກຂຶ້ນໃໝ່. ຂະນະທີ່ຮີເອນສ້າງພື້ນຖານຂອງເມືອງເຢຣິໂກຂຶ້ນນັ້ນ ອາບີຣາມລູກຊາຍກົກຂອງເພິ່ນກໍຕາຍ ແລະຂະນະທີ່ເພິ່ນສ້າງປະຕູເມືອງຂຶ້ນນັ້ນ, ເຊກຸບລູກຊາຍຫລ້າຂອງເພິ່ນກໍຕາຍອີກ. ເຫດການນີ້ແມ່ນຖືກຕ້ອງຕາມຖ້ອຍຄຳຂອງພຣະເຈົ້າຢາເວ ທີ່ບອກໄວ້ຜ່ານທາງໂຢຊວຍລູກຊາຍຂອງນູນ. |
|
|
|
|