|
| 1 |
|
| ຕໍ່ມາ ໃນປີທີສາມຂອງການແຫ້ງແລ້ງ ພຣະເຈົ້າຢາເວໄດ້ກ່າວແກ່ເອລີຢາວ່າ, “ຈົ່ງໄປສະເໜີຕົວຕໍ່ອາຮາບ ແລະເຮົາຈະສົ່ງຝົນລົງມາ.” |
|
| 2 |
|
| ດັ່ງນັ້ນ ເອລີຢາຈຶ່ງອອກເດີນທາງໄປ. ການອຶດຢາກໃນນະຄອນຊາມາເຣຍຮ້າຍແຮງທີ່ສຸດ. |
|
| 3 |
|
| ກະສັດອາຮາບໄດ້ສັ່ງໃຫ້ໂອບາດີຢາ ຜູ້ກຳກັບເບິ່ງແຍງຣາຊວັງເຂົ້າມາຫາຕົນ. (ໂອບາດີຢາເປັນຜູ້ທີ່ນະມັດສະການພຣະເຈົ້າຢາເວຢ່າງເຄັ່ງຄັດທີ່ສຸດ |
|
| 4 |
|
| ໃນສະໄໝຍານາງເຢເຊເບນໄດ້ຂ້າຜູ້ທຳນວາຍຂອງພຣະເຈົ້າຢາເວ ໂອບາດີຢາໄດ້ເອົາພວກຜູ້ທຳນວາຍ ໜຶ່ງຮ້ອຍຄົນ ໄປເຊື່ອງໄວ້ຢູ່ໃນຖໍ້າບ່ອນລະຫ້າສິບຄົນ ແລະໄດ້ນຳເອົາອາຫານ ແລະນໍ້າໄປລ້ຽງພວກເຫຼົ່ານີ້.) |
|
| 5 |
|
| ກະສັດອາຮາບໄດ້ສັ່ງໂອບາດີຢາວ່າ, “ຈົ່ງອອກໄປຊອກຫາບໍ່ນໍ້າ ແລະຫ້ວຍຮ່ອງຢູ່ໃນດິນແດນ. ໃຫ້ພວກເຈົ້າຄົ້ນຫາຫຍ້າໃຫ້ພຽງພໍ ເພື່ອລ້ຽງຝູງມ້າ ແລະຝູງລໍຂອງພວກເຮົາໃຫ້ມີຊີວິດຢູ່. ບາງທີພວກເຮົາບໍ່ຈຳເປັນຕ້ອງຂ້າຝູງສັດເຫຼົ່ານີ້ເລີຍກໍໄດ້.” |
|
| 6 |
|
| ແລ້ວພວກເຂົາກໍຕົກລົງກັນວ່າ ຜູ້ໃດຈະໄປສຳຫລວດດິນແດນສ່ວນໃດແດ່ ແລະຕ່າງກໍອອກໄປຄົນລະທິດທາງ. |
|
| 7 |
|
| ຂະນະທີ່ໂອບາດີຢາໄດ້ເດີນທາງໄປນັ້ນ ທັນໃດລາວກໍພົບເອລີຢາ; ລາວຈື່ເພິ່ນໄດ້ຈຶ່ງກາບລົງຄຳນັບ ແລະຖາມເພິ່ນວ່າ, “ທ່ານທີ່ເຄົາຣົບ ທ່ານແມ່ນເອລີຢານາຍຂອງຂ້ານ້ອຍແທ້ບໍ?” |
|
| 8 |
|
| ເພິ່ນຕອບວ່າ, “ແມ່ນແລ້ວ ຂ້ອຍແມ່ນເອລີຢາ ຈົ່ງໄປບອກກະສັດນາຍຂອງເຈົ້າວ່າ ເອລີຢາຢູ່ທີ່ນີ້.” |
|
| 9 |
|
| ໂອບາດີຢາຕອບວ່າ, “ຂ້ານ້ອຍໄດ້ເຮັດຜິດຫຍັງແດ່ ທ່ານຈຶ່ງຢາກໃຫ້ຂ້ານ້ອຍໄດ້ຮັບອັນຕະລາຍ ໂດຍໃຫ້ກະສັດອາຮາບສັງຫານຂ້ານ້ອຍຖິ້ມ? |
|
| 10 |
|
| ໂດຍພຣະເຈົ້າຢາເວພຣະເຈົ້າຂອງທ່ານອົງຊົງພຣະຊົນຢູ່ ຂ້ານ້ອຍຂໍສາບານວ່າ, ກະສັດໄດ້ໃຫ້ຄົນຊອກຄົ້ນຫາທ່ານໃນທຸກປະເທດທົ່ວໂລກ. ຖ້າຜູ້ປົກຄອງປະເທດຄົນໃດລາຍງານວ່າ ທ່ານບໍ່ໄດ້ຢູ່ໃນປະເທດຂອງເຂົາ ກະສັດອາຮາບກໍໄດ້ບອກໃຫ້ຜູ້ປົກຄອງຄົນນັ້ນສາບານວ່າຕົນເອງບໍ່ໄດ້ພົບທ່ານ. |
|
| 11 |
|
| ບັດນີ້ ທ່ານຢາກໃຫ້ຂ້ານ້ອຍໄປຫາເພິ່ນ ແລະບອກເພິ່ນວ່າທ່ານຢູ່ທີ່ນີ້ຊັ້ນບໍ? |
|
| 12 |
|
| ພໍຂ້ານ້ອຍຈາກໄປແລ້ວຈະເປັນຢ່າງໃດເດ ຖ້າພຣະວິນຍານຂອງພຣະເຈົ້າຢາເວພາທ່ານໜີໄປບ່ອນທີ່ຄົນບໍ່ຮູ້ຈັກ? ເມື່ອຂ້ານ້ອຍບອກກະສັດອາຮາບວ່າທ່ານຢູ່ທີ່ນີ້, ແຕ່ເພິ່ນບໍ່ພົບທ່ານ ເພິ່ນກໍຈະສັງຫານຂ້ານ້ອຍເສຍ. ທ່ານຄົງຮູ້ແລ້ວວ່າ ຂ້ານ້ອຍເປັນຜູ້ທີ່ນະມັດສະການພຣະເຈົ້າຢາເວຢ່າງເຄັ່ງຄັດຕັ້ງແຕ່ນ້ອຍມາ. |
|
| 13 |
|
| ທ່ານເຄີຍໄດ້ຍິນບໍວ່າ ເມື່ອຣາຊິນີເຢເຊເບນໄດ້ຂ້າຜູ້ທຳນວາຍຂອງພຣະເຈົ້າຢາເວ ຂ້ານ້ອຍໄດ້ເອົາຜູ້ທຳນວາຍຂອງພຣະເຈົ້າຢາເວໜຶ່ງຮ້ອຍຄົນ ໄປເຊື່ອງໄວ້ຢູ່ໃນຖໍ້າບ່ອນລະຫ້າສິບຄົນ ແລະໄດ້ນຳເອົາອາຫານກັບນໍ້າໄປລ້ຽງພວກເພິ່ນ. |
|
| 14 |
|
| ແຕ່ບັດນີ້ ເປັນຫຍັງທ່ານຈຶ່ງສັ່ງໃຫ້ຂ້ານ້ອຍໄປບອກກະສັດວ່າທ່ານຢູ່ທີ່ນີ້? ເພິ່ນຈະຂ້າຂ້ານ້ອຍເປັນແນ່.” |
|
| 15 |
|
| ເອລີຢາຕອບວ່າ, “ໂດຍພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຊົງພຣະຊົນຢູ່, ອົງທີ່ຂ້ອຍຮັບໃຊ້ຢູ່ນີ້ ຂ້ອຍຂໍສັນຍາວ່າຂ້ອຍຈະຕ້ອງໄປສະເໜີຕົວຕໍ່ກະສັດອາຮາບໃນວັນນີ້.” |
|
| 16 |
|
| ດັ່ງນັ້ນ ໂອບາດີຢາຈຶ່ງໄປບອກກະສັດອາຮາບໃຫ້ຮູ້, ສ່ວນກະສັດອາຮາບກໍມາພົບກັບເອລີຢາ. |
|
| 17 |
|
| ພໍເຫັນເອລີຢາ ເພິ່ນກໍກ່າວວ່າ, “ເຈົ້າຢູ່ນີ້ເອງ ເຈົ້າຜູ້ສ້າງຄວາມເດືອດຮ້ອນຫລາຍທີ່ສຸດໃນອານາຈັກອິດສະຣາເອນ.” |
|
| 18 |
|
| ເອລີຢາຕອບວ່າ, “ຂ້ານ້ອຍບໍ່ແມ່ນຜູ້ສ້າງຄວາມເດືອດຮ້ອນແກ່ອິດສະຣາເອນ ແຕ່ແມ່ນທ່ານແລະພໍ່ຂອງທ່ານເອງຕ່າງຫາກ ເພາະທ່ານບໍ່ໄດ້ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ ແລະໄດ້ຂາບໄຫວ້ຮູບເຄົາຣົບຂອງພະບາອານ. |
|
| 19 |
|
| ບັດນີ້ ທ່ານຈົ່ງສັ່ງໃຫ້ປະຊາຊົນອິດສະຣາເອນທຸກຄົນໄປພົບຂ້ານ້ອຍເທິງພູເຂົາກາເມນ ພ້ອມທັງພວກຜູ້ທຳນວາຍຂອງພະບາອານສີ່ຮ້ອຍຫ້າສິບຄົນ ແລະພວກຜູ້ທຳນວາຍຂອງເຈົ້າແມ່ອາເຊຣາສີ່ຮ້ອຍຄົນ ທີ່ຣາຊີນີເຢເຊເບນເຄີຍຮ່ວມໂຕະອາຫານນຳ.” |
|
| 20 |
|
| ດັ່ງນັ້ນ ກະສັດອາຮາບຈຶ່ງເອີ້ນເອົາຊາວອິດສະຣາເອນທຸກຄົນ ແລະພວກຜູ້ທຳນວາຍຂອງພະບາອານທັງໝົດຂຶ້ນໄປພົບກັນທີ່ເທິງພູເຂົາກາເມນ. |
|
| 21 |
|
| ເອລີຢາໄດ້ຂຶ້ນໄປຢືນຢູ່ຕໍ່ໜ້າປະຊາຊົນ ແລະກ່າວວ່າ, “ພວກທ່ານຈະໃຊ້ເວລາອີກນານເທົ່າໃດຈຶ່ງຈະຕັດສິນໃຈ? ຖ້າພຣະເຈົ້າຢາເວແມ່ນພຣະເຈົ້າ ຈົ່ງນະມັດສະການພຣະອົງ; ຖ້າພະບາອານແມ່ນພຣະເຈົ້າ ຈຶ່ງຂາບໄຫວ້ພະບາອານ.” ແຕ່ປະຊາຊົນບໍ່ຕອບເພິ່ນຢ່າງໃດໝົດ. |
|
| 22 |
|
| ແລ້ວເອລີຢາກໍກ່າວຕໍ່ໄປວ່າ, “ຂ້າພະເຈົ້າຜູ້ດຽວທີ່ເປັນຜູ້ທຳນວາຍຂອງພຣະເຈົ້າຢາເວທີ່ຍັງເຫລືອຢູ່, ແຕ່ສ່ວນພວກຜູ້ທຳນວາຍຂອງພະບາອານນັ້ນມີສີ່ຮ້ອຍຫ້າສິບຄົນ. |
|
| 23 |
|
| ຈົ່ງເອົາງົວເຖິກສອງໂຕມາ ແລະໃຫ້ພວກເຂົາເລືອກເອົາໂຕໜຶ່ງໄປຕັດເປັນຕ່ອນ ແລ້ວເອົາມາວາງໄວ້ເທິງກອງຟືນ ແຕ່ບໍ່ໃຫ້ດັງໄຟໃສ່. ສ່ວນຂ້າພະເຈົ້າກໍຈະເອົາງົວອີກໂຕໜຶ່ງໄປຕັດເປັນຕ່ອນແລ້ວມາວາງໄວ້ເທິງກອງຟືນ ແຕ່ບໍ່ດັງໄຟໃສ່ຄືກັນ. |
|
| 24 |
|
| ແລ້ວຂໍໃຫ້ພວກຜູ້ທຳນວາຍພະບາອານພາວັນນາອະທິຖານຫານາມຊື່ພະຂອງພວກເຂົາ. ສ່ວນຂ້າພະເຈົ້າກໍຈະພາວັນນາອະທິຖານຫານາມຊື່ພຣະເຈົ້າຢາເວ ແລ້ວພຣະຕົນໃດທີ່ຕອບໂດຍສົ່ງໄຟລົງມາ ກໍແມ່ນພຣະຕົນນັ້ນແຫລະ ເປັນພຣະເຈົ້າ.” ປະຊາຊົນຈຶ່ງຮ້ອງຂຶ້ນວ່າ, “ສິ່ງທີ່ທ່ານເວົ້ານັ້ນເປັນສິ່ງທີ່ດີ.” |
|
| 25 |
|
| ແລ້ວເອລີຢາກໍໄດ້ກ່າວຕໍ່ພວກຜູ້ທຳນວາຍພະບາອານວ່າ, “ໃຫ້ພວກທ່ານເລືອກເອົາງົວເຖິກໄປຈັດແຈ່ງກ່ອນ, ເພາະພວກທ່ານມີຫລາຍຄົນດ້ວຍກັນ. ຈົ່ງພາວັນນາອະທິຖານຫານາມຊື່ພະຂອງພວກທ່ານ ແຕ່ຢ່າດັງໄຟໃສ່.” |
|
| 26 |
|
| ພວກເຂົາຈຶ່ງເອົາງົວເຖິກທີ່ນຳມາໃຫ້ພວກຕົນນັ້ນໄປຈັດແຈ່ງ ແລະພາວັນນາອະທິຖານຫານາມຊື່ພະບາອານຈົນເຖິງທ່ຽງ. ພວກເຂົາຮ້ອງຂຶ້ນວ່າ, “ໂອ ພະບາອານເອີຍ ຈົ່ງຕອບພວກຂ້ານ້ອຍດ້ວຍ.” ພວກເຂົາຟ້ອນອ້ອມແທ່ນບູຊາທີ່ພວກເຂົາກໍ່ຂຶ້ນນັ້ນ ແຕ່ບໍ່ມີສຽງຕອບໃດໆເລີຍ. |
|
| 27 |
|
| ພໍເຖິງຕອນທ່ຽງ, ເອລີຢາກໍເລີ່ມເຍາະເຍີ້ຍພວກເຂົາວ່າ, “ຮ້ອງໃຫ້ດັງກວ່ານີ້ແມ ເພິ່ນເປັນພະຕົນໜຶ່ງ ເພິ່ນອາດກຳລັງຝັນຢູ່ ຫລືກຳລັງຫຍຸ້ງຢູ່ ກຳລັງເດີນທາງຢູ່ ຫລືບາງທີເພິ່ນອາດຍັງນອນຫລັບຢູ່ ພວກທ່ານຈະຕ້ອງປຸກເພິ່ນໃຫ້ລຸກຂຶ້ນ.” |
|
| 28 |
|
| ດັ່ງນັ້ນ ພວກເຂົາຈຶ່ງຮ້ອງສຽງດັງກວ່າເກົ່າ ແລະເອົາມີດກັບດາບມາປາດໂຕເອງຈົນເລືອດໄຫລອອກ ຕາມພິທີທາງສາສະໜາຂອງພວກເຂົາ. |
|
| 29 |
|
| ພວກເຂົາໄດ້ເຮັດດັ່ງນີ້ໄປຈົນເຖິງເວລາຖວາຍບູຊາຕອນແລງ, ແຕ່ບໍ່ມີຄຳຕອບແລະບໍ່ມີສຽງໃດໆເລີຍ. |
|
| 30 |
|
| ແລ້ວເອລີຢາກໍບອກປະຊາຊົນວ່າ, “ຫຍັບເຂົ້າມາໃກ້ໆຂ້າພະເຈົ້າພີ້.” ແລະທຸກຄົນກໍເຂົ້າມາອ້ອມເພິ່ນ. ເພິ່ນໄດ້ສ້ອມແປງແທ່ນບູຊາຂອງພຣະເຈົ້າຢາເວ ຊຶ່ງຖືກທຳລາຍລົງນັ້ນຂຶ້ນໃໝ່. |
|
| 31 |
|
| ເພິ່ນໄດ້ເອົາຫີນສິບສອງກ້ອນ ຄືກ້ອນໜຶ່ງສຳລັບແຕ່ລະເຜົ່າໃນສິບສອງເຜົ່າ ຕາມຊື່ລູກຊາຍຂອງຢາໂຄບຜູ້ທີ່ພຣະເຈົ້າຢາເວໃສ່ຊື່ໃຫ້ວ່າ ອິດສະຣາເອນ. |
|
| 32 |
|
| ເພິ່ນໄດ້ສ້າງແທ່ນບູຊາໃນນາມຂອງພຣະເຈົ້າຢາເວດ້ວຍກ້ອນຫີນເຫຼົ່ານີ້. ເພິ່ນຂຸດຮ່ອງອ້ອມແທ່ນບູຊາໃຫ້ໃຫຍ່ພໍດີບັນຈຸນໍ້າໄດ້ເກືອບສິບສີ່ລິດ. |
|
| 33 |
|
| ແລ້ວເພິ່ນກໍເອົາຟືນມາລຽນໃສ່ເທິງແທ່ນບູຊາ, ແລ້ວສັ່ງວ່າ, “ຕັດງົວເປັນຕ່ອນໆ ແລະຢອງໄວ້ເທິງກອງຟືນນັ້ນ. ຈົ່ງຕັກນໍ້າໃສ່ໄຫໃຫ້ເຕັມທັງສີ່ໜ່ວຍ ແລະຖອກລົງເທິງເຄື່ອງບູຊາ ແລະເທິງກອງຟືນ.” ພວກເຂົາກໍເຮັດຕາມ. |
|
| 34 |
|
| ແລ້ວເພິ່ນກໍສັ່ງວ່າ, “ຈົ່ງເຮັດຄືເກົ່າອີກຄັ້ງໜຶ່ງ” ແລະພວກເຂົາກໍເຮັດຕາມອີກ; ເພິ່ນສັ່ງອີກວ່າ, “ຈົ່ງເຮັດຄືເກົ່າອີກເທື່ອທີສາມ” ແລະພວກເຂົາກໍເຮັດຕາມອີກ. |
|
| 35 |
|
| ນໍ້າໄດ້ໄຫລລົງອ້ອມແທ່ນບູຊາຈົນເຕັມຮ່ອງທີ່ຂຸດໄວ້. |
|
| 36 |
|
| ພໍເຖິງຍາມຖວາຍບູຊາຕອນແລງ ຜູ້ທຳນວາຍເອລີຢາກໍຍ່າງເຂົ້າໄປໃກ້ແທ່ນບູຊາ ແລະພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະຢາໂຄບ; ບັດນີ້ ຂໍພຣະອົງພິສູດໃຫ້ເຫັນວ່າ ພຣະອົງເປັນພຣະເຈົ້າຂອງຊາດອິດສະຣາເອນ ແລະຂ້ານ້ອຍເປັນຜູ້ຮັບໃຊ້ຂອງພຣະອົງ ຂ້ານ້ອຍໄດ້ເຮັດສິ່ງເຫຼົ່ານີ້ທັງໝົດຕາມຄຳສັ່ງຂອງພຣະອົງ. |
|
| 37 |
|
| ຂ້າແດ່ພຣະເຈົ້າຢາເວ ຂໍພຣະອົງຕອບຂ້ານ້ອຍດ້ວຍ ຂໍພຣະອົງຕອບຂ້ານ້ອຍເພື່ອປະຊາຊົນເຫຼົ່ານີ້ຈະຮູ້ວ່າ ພຣະອົງແມ່ນພຣະເຈົ້າຢາເວ ອົງເປັນພຣະເຈົ້າ ແລະຮູ້ວ່າພຣະອົງກຳລັງນຳພວກເຂົາກັບຄືນມາຫາພຣະອົງ.” |
|
| 38 |
|
| ແລ້ວພຣະເຈົ້າຢາເວກໍໄດ້ສົ່ງໄຟລົງມາໄໝ້ເຄື່ອງບູຊາ, ໄໝ້ຟືນ, ໄໝ້ກ້ອນຫີນ, ເຜົາໄໝ້ດິນ ແລະດູດນໍ້າໃນຮ່ອງຈົນແຫ້ງ. |
|
| 39 |
|
| ເມື່ອປະຊາຊົນເຫັນດັ່ງນີ້ ພວກເຂົາຈຶ່ງກົ້ມຂາບລົງແລະຮ້ອງຂຶ້ນວ່າ, “ພຣະເຈົ້າຢາເວອົງນີ້ເປັນພຣະເຈົ້າ ພຣະເຈົ້າຢາເວອົງນີ້ເປັນພຣະເຈົ້າ.” |
|
| 40 |
|
| ເອລີຢາຈຶ່ງສັ່ງວ່າ, “ຈົ່ງຈັບພວກຜູ້ທຳນວາຍຂອງພະບາອານ ຢ່າໃຫ້ຜູ້ໃດລອດໜີໄປໄດ້.” ດັ່ງນັ້ນ ປະຊາຊົນຈຶ່ງຈັບພວກເຂົາທຸກຄົນໄວ້ ແລ້ວເອລີຢາກໍໄດ້ນຳພວກເຂົາລົງໄປໃນຫ້ວຍກີໂຊນ ແລະຂ້າພວກເຂົາເສຍ. |
|
| 41 |
|
| ແລ້ວເອລີຢາກໍກ່າວຕໍ່ກະສັດອາຮາບວ່າ, “ບັດນີ້ ຈົ່ງໄປກິນແລະດື່ມສາ ຂ້ານ້ອຍໄດ້ຍິນສຽງຝົນມາແລ້ວ.” |
|
| 42 |
|
| ຂະນະທີ່ກະສັດອາຮາບຂຶ້ນໄປກິນແລະດື່ມນັ້ນ ເອລີຢາໄດ້ປີນຂຶ້ນໄປເທິງຍອດພູກາເມນ ຄຸເຂົ່າກົ້ມຂາບລົງດິນ ແລະກົ້ມໜ້າລົງຫວ່າງກາງຫົວເຂົ່າ. |
|
| 43 |
|
| ແລ້ວເພິ່ນກໍກ່າວແກ່ຄົນຮັບໃຊ້ຂອງຕົນວ່າ, “ຈົ່ງໄປເບິ່ງທາງທະເລພຸ້ນດູ.” ຄົນຮັບໃຊ້ກໍໄປເບິ່ງ ແລະກັບມາບອກວ່າ, “ຂ້ານ້ອຍບໍ່ໄດ້ເຫັນຫຍັງໝົດ.” ເອລີຢາສັ່ງໃຫ້ລາວໄປເບິ່ງເຈັດເທື່ອ. |
|
| 44 |
|
| ໃນເທື່ອທີເຈັດ ຄົນຮັບໃຊ້ໄດ້ກັບມາບອກເພິ່ນວ່າ, “ຂ້ານ້ອຍໄດ້ເຫັນກ້ອນເມກນ້ອຍໆ ກ້ອນໜຶ່ງສໍ່າຝາມືຂຶ້ນມາຈາກທະເລ.” ເອລີຢາຈຶ່ງສັ່ງຄົນຮັບໃຊ້ວ່າ, “ຈົ່ງໄປບອກກະສັດອາຮາບໃຫ້ເພິ່ນຂຶ້ນຂີ່ລົດມ້າ ແລະກັບຄືນເມືອກ່ອນຝົນຈະຕົກຮຳ.” |
|
| 45 |
|
| ຢູ່ມາຄາວໜຶ່ງ ເມກອັນໜາຕຶບກໍປົກຄຸ້ມຟ້າສະຫວັນ, ລົມເລີ່ມພັດມາ ແລະຝົນຫ່າໃຫຍ່ກໍເລີ່ມຕົກ. ກະສັດອາຮາບໄດ້ຂຶ້ນລົດມ້າກັບຄືນໄປສູ່ເມືອງຢິດຊະເຣນ. |
|
| 46 |
|
| ຣິດອຳນາດຂອງພຣະເຈົ້າຢາເວໄດ້ລົງມາຄວບຄຸມເອລີຢາ ເພິ່ນເອົາເສື້ອມັດແອວໃຫ້ແໜ້ນ ແລະແລ່ນແຊງຂຶ້ນໜ້າກະສັດອາຮາບມາຕະຫລອດທາງ ຈົນເຖິງເມືອງຢິດຊະເຣນ. |
|
|
|
|