|
| 1 |
|
| ເຈົ້າເບັນຮາດາດ ກະສັດແຫ່ງຊີເຣຍໄດ້ຮວບຮວມເອົາທະຫານທັງໝົດຂອງເພິ່ນ ແລະມີພວກກະສັດສາມສິບສອງຄົນ ມີຄົນອື່ນອີກສະໜັບສະໜູນໂດຍໃຫ້ຝູງມ້າແລະລົດຮົບ ໄດ້ຍົກທັບຂຶ້ນໄປອ້ອມນະຄອນຊາມາເຣຍໄວ້ແລະໄດ້ເຂົ້າໂຈມຕີເອົາເມືອງ. |
|
| 2 |
|
| ເພິ່ນໄດ້ໃຊ້ພວກຜູ້ນຳຂ່າວເຂົ້າໄປໃນເມືອງເພື່ອພົບກະສັດອາຮາບ ກະສັດແຫ່ງອິດສະຣາເອນ ແລະບອກວ່າ, “ກະສັດເບັນຮາດາດຮຽກຮ້ອງໃຫ້ທ່ານຍອມຈຳນົນ |
|
| 3 |
|
| ແລະມອບເງິນ, ຄຳ, ພວກເມຍ ແລະພວກລູກຜູ້ແຂງແຮງທີ່ສຸດຂອງທ່ານໃຫ້ເພິ່ນ.” |
|
| 4 |
|
| ກະສັດອາຮາບຕອບວ່າ, “ຈົ່ງໄປບອກກະສັດເບັນຮາດາດເຈົ້ານາຍຂອງເຮົາວ່າ ເຮົາຕົກລົງ; ໃຫ້ເພິ່ນເອົາຕົວເຮົາແລະທຸກສິ່ງທີ່ເຮົາມີໄປສາ.” |
|
| 5 |
|
| ຕໍ່ມາ ພວກຜູ້ນຳຂ່າວກໍກັບຄືນມາຫາກະສັດອາຮາບອີກ ພ້ອມດ້ວຍຄຳຮຽກຮ້ອງຢ່າງອື່ນຈາກກະສັດເບັນຮາດາດວ່າ, “ເຮົາໄດ້ໃຊ້ຄົນມາບອກທ່ານໃຫ້ມອບເງິນ, ຄຳ, ພວກເມຍ ແລະພວກລູກຂອງທ່ານໃຫ້ເຮົາ |
|
| 6 |
|
| ເຖິງຢ່າງນັ້ນກໍຕາມ ບັດນີ້ ເຮົາຈະສົ່ງພວກທະຫານຂອງເຮົາເຂົ້າໄປຄົ້ນໃນຣາຊວັງ ແລະໃນເຮືອນນາຍທະຫານຂອງທ່ານ ເພື່ອຢຶດເອົາສິ່ງຂອງທຸກໆຢ່າງທີ່ພວກເຂົາ ເຫັນວ່າມີຄ່າ. ມື້ອື່ນໃນເວລາດຽວກັນນີ້ ພວກນາຍທະຫານຈະມາໃນຣາຊວັງຂອງທ່ານ.” |
|
| 7 |
|
| ແລ້ວກະສັດອາຮາບກໍໄດ້ເອີ້ນພວກຜູ້ນຳຂອງປະເທດມາ ແລະບອກວ່າ, “ພວກທ່ານເຫັນແລ້ວວ່າຊາຍຄົນນີ້ຢາກທຳລາຍເຮົາ. ລາວໄດ້ສົ່ງຜູ້ນຳຂ່າວມາຂໍເອົາບັນດາເມຍ ແລະລູກໆຂອງເຮົາ, ເງິນແລະຄຳຂອງເຮົາ ແລະເຮົາເອງກໍຍອມໃຫ້ແລ້ວ.” |
|
| 8 |
|
| ພວກຜູ້ນຳກັບປະຊາຊົນຕອບວ່າ, “ຢ່າຟັງຄວາມລາວ ແລະຢ່າຍອມແພ້ລາວ.” |
|
| 9 |
|
| ດັ່ງນັ້ນ ກະສັດອາຮາບຈຶ່ງຕອບພວກຜູ້ນຳຂ່າວຂອງກະສັດເບັນຮາດາດວ່າ, “ຈົ່ງໄປບອກກະສັດຜູ້ເປັນເຈົ້ານາຍຂອງເຮົາວ່າ ເຮົາເອງຍິນຍອມເຮັດຕາມຄຳຮຽກຮ້ອງຄັ້ງທີໜຶ່ງ, ແຕ່ເຮົາເຮັດຕາມຄຳຮຽກຮ້ອງຄັ້ງນີ້ບໍ່ໄດ້.” ພວກຜູ້ນຳຂ່າວໄດ້ກັບໄປລາຍງານກະສັດເບັນຮາດາດ ແລ້ວກໍກັບຄືນມາໃໝ່ |
|
| 10 |
|
| ຈາກນັ້ນ ກະສັດເບັນຮາດາດຈຶ່ງໄດ້ສົ່ງຂ່າວມາເຖິງກະສັດອາຮາບວ່າ, “ເຮົາຈະນຳທະຫານມາໃຫ້ຫລາຍພໍ ເພື່ອຈັບເອົາກ້ອນຫີນຄົນລະກ້ອນ ແລະທຳລາຍເມືອງຂອງທ່ານ. ຖ້າເຮົາບໍ່ເຮັດຕາມທີ່ໄດ້ເວົ້ານັ້ນ ກໍຂໍພະທັງຫລາຍລົງໂທດເຮົາໃຫ້ເຖິງຕາຍ.” |
|
| 11 |
|
| ກະສັດອາຮາບຕອບວ່າ, “ຈົ່ງໄປບອກກະສັດເບັນຮາດາດວ່າ, ທະຫານທີ່ເກັ່ງກ້າແທ້ນັ້ນອວດອ້າງຫລັງຈາກແລ້ວເສິກ ບໍ່ແມ່ນອວດອ້າງກ່ອນເຮັດເສິກ.” |
|
| 12 |
|
| ກະສັດເບັນຮາດາດໄດ້ຮັບຄຳຕອບຈາກກະສັດອາຮາບ ໃນຕອນທີ່ເພິ່ນກັບໝູ່ເພື່ອນຂອງເພິ່ນພ້ອມທັງພວກກະສັດຄົນອື່ນໆ ກຳລັງນັ່ງດື່ມເຫຼົ້າໃນຜ້າເຕັນ. ເພິ່ນຈຶ່ງສັ່ງພວກທະຫານໃຫ້ຕຽມຕົວໂຈມຕີເມືອງ ແລະພວກເຂົາກໍເຂົ້າປະຈຳໜ້າທີ່ຢ່າງພຽບພ້ອມ. |
|
| 13 |
|
| ໃນຂະນະດຽວກັນນັ້ນ ກໍມີຜູ້ທຳນວາຍຄົນໜຶ່ງມາຫາກະສັດອາຮາບ ແລະບອກເພິ່ນວ່າ, “ພຣະເຈົ້າຢາເວບອກວ່າ ຢ່າຢ້ານກອງທັບໃຫຍ່ນັ້ນເລີຍ ວັນນີ້ ເຮົາຈະໃຫ້ເຈົ້າມີໄຊຊະນະເໜືອພວກເຂົາ ແລະເຈົ້າຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.” |
|
| 14 |
|
| ກະສັດອາຮາບຖາມວ່າ, “ຜູ້ໃດຈະເປັນຜູ້ເຮັດໃນການໂຈມຕີຄັ້ງນີ້?” ຜູ້ທຳນວາຍຕອບວ່າ, “ພຣະເຈົ້າຢາເວບອກວ່າ ແມ່ນພວກທະຫານໜຸ່ມທີ່ຢູ່ໃຕ້ການບັງຄັບບັນຊາຂອງຜູ້ປົກຄອງທ້ອງຖິ່ນຈະເປັນຜູ້ເຮັດ.” ກະສັດຖາມວ່າ, “ຜູ້ໃດຈະເປັນຜູ້ບັນຊາການກອງທັບໃຫຍ່?” ຜູ້ທຳນວາຍຕອບວ່າ, “ທ່ານເອງ.” |
|
| 15 |
|
| ດັ່ງນັ້ນ ກະສັດຈຶ່ງໄດ້ສັ່ງໃຫ້ບັນດາທະຫານໜຸ່ມທຸກຄົນ ທີ່ຢູ່ພາຍໃຕ້ການບັງຄັບບັນຊາຂອງຜູ້ປົກຄອງທ້ອງຖິ່ນມາ ທັງໝົດມີສອງຮ້ອຍສາມສິບສອງຄົນ. ແລ້ວເພິ່ນກໍເອີ້ນເອົາພວກທະຫານອິດສະຣາເອນມາຄືກັນຮວມທັງໝົດມີເຈັດພັນຄົນ. |
|
| 16 |
|
| ການໂຈມຕີໄດ້ເລີ່ມຂຶ້ນໃນຕອນທ່ຽງ ໃນຂະນະທີ່ກະສັດເບັນຮາດາດກັບພັນທະມິດຂອງເພິ່ນສາມສິບສອງຄົນກຳລັງດື່ມເຫຼົ້າເມົາຢູ່ໃນຜ້າເຕັນ. |
|
| 17 |
|
| ພວກທະຫານໜຸ່ມໄດ້ມຸ່ງໜ້າເຂົ້າໄປກ່ອນ. ພວກສອດແນມທີ່ກະສັດເບັນຮາດາດສົ່ງອອກໄປໄດ້ກັບຄືນມາລາຍງານເພິ່ນວ່າ, “ໄດ້ມີທະຫານໝວດໜຶ່ງກຳລັງມາແຕ່ເມືອງຊາມາເຣຍ.” |
|
| 18 |
|
| ເພິ່ນສັ່ງວ່າ, “ໃຫ້ພວກເຈົ້າຈັບພວກເຂົາທັງເປັນ ບໍ່ວ່າພວກເຂົາມາສູ້ຮົບ ຫລືມາເຈລະຈາສັນຕິພາບກໍຕາມ.” |
|
| 19 |
|
| ພວກທະຫານໜຸ່ມໄດ້ນຳພາການບຸກໂຈມຕີ ໂດຍມີກອງທັບອິດສະຣາເອນຕິດຕາມໄປດ້ວຍ. |
|
| 20 |
|
| ແຕ່ລະຄົນຕ່າງກໍໄດ້ຂ້າຄູ່ຕໍ່ສູ້ຂອງຕົນ. ຝ່າຍພວກຊີເຣຍນັ້ນໄດ້ປົບໜີໄປ ແລະພວກອິດສະຣາເອນກໍໄລ່ຕິດຕາມພວກເຂົາໄປຢ່າງບໍ່ລົດລະ ແຕ່ກະສັດເບັນຮາດາດໄດ້ຂີ່ມ້າປົບໜີໄປ ໂດຍມີທະຫານມ້າບາງຄົນຕິດຕາມໄປນຳ. |
|
| 21 |
|
| ກະສັດອາຮາບໄດ້ຍົກທັບອອກໄປ, ຢຶດເອົາ ມ້າແລະລົດຮົບ ແລະຕີຊາວຊີເຣຍໃຫ້ພ່າຍແພ້ຢ່າງໜັກ. |
|
| 22 |
|
| ຫຼັງຈາກນັ້ນ ມີຜູ້ທຳນວາຍຄົນໜຶ່ງໄດ້ໄປຫາກະສັດອາຮາບ ແລະບອກວ່າ, “ໃຫ້ທ່ານກັບຄືນເມືອຮວບຮວມເອົາກຳລັງຂອງທ່ານ ແລະວາງແຜນຢ່າງລະມັດລະວັງ ເພາະກະສັດຊີເຣຍຈະກັບຄືນມາໂຈມຕີອີກໃນລະດູໃບໄມ້ປົ່ງໃນປີຕໍ່ໄປ.” |
|
| 23 |
|
| ບັນດາຂ້າຣາຊການຂອງກະສັດເບັນຮາດາດໄດ້ເວົ້າກັບເພິ່ນວ່າ, “ບັນດາພະຂອງຊາວອິດສະຣາເອນເປັນພຣະເຈົ້າແຫ່ງພູຜາ. ດັ່ງນັ້ນ ຊາວອິດສະຣາເອນຈຶ່ງເອົາຊະນະພວກເຮົາ, ແຕ່ຖ້າພວກເຮົາຕໍ່ສູ້ພວກເຂົາໃນທີ່ຮາບພຽງ ພວກເຮົາຈະເອົາຊະນະພວກເຂົາໄດ້ຢ່າງແນ່ນອນ. |
|
| 24 |
|
| ບັດນີ້ຂໍທ່ານຈົ່ງປົດພວກກະສັດສາມສິບສອງຄົນນີ້ອອກຈາກຕຳແໜ່ງຜູ້ບັນຊາການ ແລະແຕ່ງຕັ້ງພວກຜູ້ບັນຊາການສະໜາມຮົບແທນ. |
|
| 25 |
|
| ຈົ່ງລະດົມເອົາທະຫານໃຫ້ຫລາຍເທົ່າກັບຈຳນວນທີ່ໄດ້ໜີໄປຈາກທ່ານ ສ່ວນມ້າແລະລົດຮົບກໍໃຫ້ມີຈຳນວນເທົ່າເກົ່າ. ແລ້ວພວກເຮົາກໍຈະສູ້ຮົບພວກອິດສະຣາເອນໃນບ່ອນຮາບພຽງ ແລະໃນຄັ້ງນີ້ ພວກເຮົາຈະເອົາຊະນະພວກເຂົາໃຫ້ໄດ້.” ກະສັດເບັນຮາດາດໄດ້ຕົກລົງເຮັດຕາມຄຳແນະນຳຂອງພວກເຂົາ. |
|
| 26 |
|
| ພໍເຖິງລະດູໃບໄມ້ປົ່ງ ເພິ່ນກໍລະດົມເອົາທະຫານຂອງເພິ່ນ ແລະຍົກທັບໄປເມືອງອາເຟັກເພື່ອໂຈມຕີຊາວອິດສະຣາເອນ. |
|
| 27 |
|
| ຝ່າຍຊາວອິດສະຣາເອນກໍເກນເອົາທະຫານປະກອບອາວຸດໃຫ້ ແລະຕຽມເອົາສະບຽງອາຫານ ແລ້ວຍົກທັບອອກໄປຕັ້ງຄ້າຍເປັນສອງໝວດປິ່ນໜ້າໃສ່ພວກຊີເຣຍ. ເມື່ອປຽບທຽບພວກອິດສະຣາເອນໃສ່ກັບພວກຊີເຣຍທີ່ກະຈັດກະຈາຍໄປທົ່ວທົ່ງນາແລ້ວ ພວກອິດສະຣາເອນກໍເບິ່ງຄືຝູງແບ້ນ້ອຍໆສອງຝູງ. |
|
| 28 |
|
| ມີຜູ້ທຳນວາຍຄົນໜຶ່ງໄດ້ໄປຫາກະສັດອາຮາບ ແລະບອກວ່າ, “ພຣະເຈົ້າຢາເວບອກໄວ້ດັ່ງນີ້: ‘ເນື່ອງຈາກຊາວຊີເຣຍເວົ້າວ່າ ເຮົາເປັນພຣະເຈົ້າຢາເວແຫ່ງພູຜາ ແລະບໍ່ແມ່ນພຣະເຈົ້າແຫ່ງບ່ອນຮາບພຽງ’ ເຮົາຈະໃຫ້ເຈົ້າມີໄຊຊະນະເໜືອກອງທັບໃຫຍ່ຂອງພວກເຂົາ ແລ້ວເຈົ້າແລະປະຊາຊົນຂອງເຈົ້າກໍຈະໄດ້ຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ.” |
|
| 29 |
|
| ພວກຊີເຣຍແລະພວກອິດສະຣາເອນຢູ່ໃນຄ້າຍ ປິ່ນໜ້າໃສ່ກັນເປັນເວລາເຈັດມື້. ໃນມື້ທີເຈັດທັງສອງຝ່າຍໄດ້ເລີ່ມຕໍ່ສູ້ກັນ ຊາວອິດສະຣາເອນໄດ້ຂ້າທະຫານລາບຊີເຣຍເປັນຈຳນວນໜຶ່ງຮ້ອຍພັນຄົນ. |
|
| 30 |
|
| ສ່ວນພວກທີ່ລອດຕາຍນັ້ນໄດ້ປົບໜີໄປເມືອງອາເຟັກ, ແຕ່ພວກນີ້ໄດ້ຖືກກຳແພງເຈື່ອນທັບຕາຍຊາວເຈັດພັນຄົນ. ກະສັດເບັນຮາດາດໄດ້ປົບໜີໄປໃນເມືອງນັ້ນເຊັ່ນດຽວກັນ ແລະເຂົ້າໄປລີ້ຢູ່ທາງຫລັງຫ້ອງຂອງເຮືອນຫລັງໜຶ່ງ. |
|
| 31 |
|
| ພວກຂ້າຣາຊການຂອງເພິ່ນໄດ້ເຂົ້າມາບອກວ່າ, “ພວກຂ້ານ້ອຍໄດ້ຍິນວ່າກະສັດແຫ່ງອິດສະຣາເອນມີໃຈເມດຕາ. ດັ່ງນັ້ນ ຈົ່ງໃຫ້ພວກຂ້ານ້ອຍເອົາຜ້າກະສອບຮັດແອວ ແລະເອົາເຊືອກຄ້ອງຄໍໄປຫາເພິ່ນ ແລະບາງທີເພິ່ນຈະໄວ້ຊີວິດຂອງທ່ານກໍໄດ້.” |
|
| 32 |
|
| ດັ່ງນັ້ນ ພວກເຂົາຈຶ່ງເອົາຜ້າກະສອບເຂົ້າຮັດແອວ ແລະເອົາເຊືອກຄ້ອງຄໍໄປຫາກະສັດອາຮາບ ແລະກ່າວວ່າ, “ກະສັດເບັນຮາດາດຂໍຮ້ອງທ່ານໃຫ້ໄວ້ຊີວິດເພິ່ນ.” ກະສັດອາຮາບຕອບວ່າ, “ເພິ່ນຍັງມີຊີວິດຢູ່ບໍ? ດີແລ້ວ ເພິ່ນກໍເປັນດັ່ງນ້ອງຊາຍຄົນໜຶ່ງຂອງເຮົານັ້ນເອງ.” |
|
| 33 |
|
| ພວກຂ້າຣາຊການຂອງກະສັດເບັນຮາດາດຄອຍຖ້າຫາໂອກາດຢູ່. ເມື່ອກະສັດອາຮາບເວົ້າຂຶ້ນວ່າ, “ນ້ອງຊາຍ” ພວກເຂົາຈຶ່ງກ່າວທັນທີວ່າ, “ດັ່ງທີ່ທ່ານເວົ້ານັ້ນແລ້ວ ເບັນຮາດາດແມ່ນນ້ອງຊາຍຂອງທ່ານ.” ກະສັດອາຮາບສັ່ງວ່າ, “ຈົ່ງພາລາວມາຫາເຮົາ” ເມື່ອກະສັດເບັນຮາດາດມາຮອດແລ້ວ ກະສັດອາຮາບກໍເຊີນເພິ່ນຂຶ້ນຂີ່ລົດມ້າໄປນຳ. |
|
| 34 |
|
| ກະສັດເບັນຮາດາດກ່າວແກ່ເພິ່ນວ່າ, “ຂ້າພະເຈົ້າຈະເອົາເມືອງທີ່ພໍ່ຂອງຂ້າພະເຈົ້າ ຢຶດເອົາຈາກພໍ່ຂອງທ່ານນັ້ນຄືນໃຫ້ທ່ານ ເພື່ອທ່ານຈະໄດ້ສ້າງສູນການຄ້າຂອງທ່ານໄວ້ໃນເມືອງດາມັສກັດ ດັ່ງທີ່ພໍ່ຂອງຂ້າພະເຈົ້າໄດ້ສ້າງໄວ້ທີ່ເມືອງຊາມາເຣຍ.” ກະສັດອາຮາບຕອບວ່າ, “ເພາະເງື່ອນໄຂນີ້ ຂ້າພະເຈົ້າຈະປ່ອຍທ່ານໄປ.” ເພິ່ນເຮັດຂໍ້ຕົກລົງກັບກະສັດເບັນຮາດາດ ແລ້ວກໍປ່ອຍເພິ່ນໄປ. |
|
| 35 |
|
| ຕໍ່ມາ ພຣະເຈົ້າຢາເວໄດ້ໃຊ້ລູກຜູ້ທຳນວາຍຄົນໜຶ່ງ ໄປບອກເພື່ອນຂອງຕົນທີ່ເປັນຜູ້ທຳນວາຍໃນກຸ່ມດຽວກັນວ່າ, “ເຈົ້າຈົ່ງຕົບໜ້າຂອງຂ້ອຍແມ,” ແຕ່ລາວບໍ່ຍອມເຮັດ. |
|
| 36 |
|
| ສະນັ້ນ ລາວຈຶ່ງບອກວ່າ, “ຍ້ອນເຈົ້າຂັດຂືນຄຳສັ່ງຂອງພຣະເຈົ້າຢາເວ ພໍເຈົ້າຈາກຂ້ອຍໄປ ສິງຈະກັດເຈົ້າຈົນຕາຍ.” ພໍລາວຈາກໄປ ສິງໂຕໜຶ່ງກໍມາກັດລາວຈົນຕາຍ. |
|
| 37 |
|
| ແລ້ວຜູ້ທຳນວາຍຄົນເກົ່ານີ້ກໍໄປຫາຊາຍຄົນໜຶ່ງອີກ ແລະສັ່ງວ່າ, “ຕົບໜ້າຂ້ອຍດູ.” ຊາຍຜູ້ນີ້ກໍປະຕິບັດຕາມ; ລາວຕົບໜ້າຜູ້ທຳນວາຍຄົນນີ້ບາດໜຶ່ງໝົດແຮງ ຈົນຜູ້ທຳນວາຍເຈັບປວດ. |
|
| 38 |
|
| ຜູ້ທຳນວາຍຈຶ່ງເອົາຜ້າພັນໜ້າໄວ້, ປອມຕົວໄປຢືນຢູ່ແຄມຖະໜົນ ແລະຄອຍຖ້າໃຫ້ກະສັດອິດສະຣາເອນຜ່ານມາ. |
|
| 39 |
|
| ພໍກະສັດອິດສະຣາເອນຜ່ານມາ ຜູ້ທຳນວາຍຄົນນີ້ກໍຮ້ອງໃສ່ເພິ່ນວ່າ, “ຂ້າແດ່ພະຣາຊາ ເມື່ອຂ້ານ້ອຍຕໍ່ສູ້ໃນສະໜາມຮົບ ມີທະຫານຄົນໜຶ່ງພາຊະເລີຍມາຫາຂ້ານ້ອຍ ແລະສັ່ງວ່າ, ‘ຈົ່ງເຝົ້າຮັກສາຊາຍຄົນນີ້; ຖ້າລາວໜີໄປ ເຈົ້າຈະຕ້ອງເອົາຊີວິດຂອງເຈົ້າເປັນຄ່າໃຊ້ທົດແທນ ຫລືເອົາເງິນສົດສາມພັນຫລຽນໃຊ້ແທນ.’ |
|
| 40 |
|
| ແຕ່ຂ້ານ້ອຍຫຍຸ້ງຢູ່ກັບວຽກອື່ນໆ ແລະຊະເລີຍກໍໜີໄປ.” ກະສັດຕອບວ່າ, “ເຈົ້າຈະຖືກລົງໂທດ ເພາະເຈົ້າກ່າວໂທດໃສ່ເຈົ້າເອງ.” |
|
| 41 |
|
| ແລ້ວຜູ້ທຳນວາຍກໍດືງຜ້າພັນໜ້າອອກ ທັນໃດນັ້ນ ກະສັດກໍຈື່ໄດ້ວ່າ ລາວເປັນຜູ້ທຳນວາຍຄົນໜຶ່ງ. |
|
| 42 |
|
| ຜູ້ທຳນວາຍຈຶ່ງກ່າວຕໍ່ກະສັດວ່າ, “ນີ້ຄືຖ້ອຍຄຳຂອງພຣະເຈົ້າຢາເວ: ‘ເພາະເຈົ້າປ່ອຍຄົນທີ່ເຮົາສັ່ງໃຫ້ຂ້າຖິ້ມໜີໄປ ເຈົ້າຈະຕ້ອງເອົາຊີວິດຂອງເຈົ້າເອງທົດແທນຄືນ ແລະກອງທັບຂອງເຈົ້າກໍຈະຖືກທຳລາຍ ທີ່ເຈົ້າໄດ້ປ່ອຍໃຫ້ກອງທັບຂອງລາວໜີໄປ.”’ |
|
| 43 |
|
| ສ່ວນກະສັດກໍໄດ້ກັບຄືນສູ່ນະຄອນຊາມາເຣຍ ດ້ວຍຄວາມກັງວົນແລະເປັນທຸກໃຈ. |
|
|
|
|