|
| 1 |
|
| ນາໂບດຊາວຢິດຊະເຣນ ມີສວນອະງຸ່ນຕອນໜຶ່ງຢູ່ໃກ້ກັບວັງຂອງກະສັດອາຮາບແຫ່ງຊາມາເຣຍ. |
|
| 2 |
|
| ມື້ໜຶ່ງ ກະສັດອາຮາບໄດ້ກ່າວຕໍ່ນາໂບດວ່າ, “ເອົາສວນອະງຸ່ນຂອງເຈົ້າໃຫ້ເຮົາສາ ເພາະມັນຕິດກັບວັງຂອງເຮົາ ແລະເຮົາຈະໃຊ້ດິນຕອນນີ້ເຮັດເປັນສວນຜັກ. ເຮົາຈະເອົາສວນອະງຸ່ນທີ່ດີກວ່ານີ້ປ່ຽນກັບເຈົ້າ ຫລືຖ້າເຈົ້າຍິນດີຂາຍ ເຮົາກໍຈະຈ່າຍເງິນໃຫ້ເຈົ້າໃນລາຄາທີ່ດີ.” |
|
| 3 |
|
| ແຕ່ນາໂບດຕອບວ່າ, “ສວນນີ້ເປັນມໍຣະດົກຕົກທອດມາຈາກປູ່ຍ່າຕາຍາຍຂອງຂ້ານ້ອຍ. ພຣະເຈົ້າຢາເວຫ້າມຂ້ານ້ອຍບໍ່ໃຫ້ຍົກສວນນີ້ແກ່ທ່ານ.” |
|
| 4 |
|
| ກະສັດອາຮາບໄດ້ກັບເມືອວັງທັງໂສກເສົ້າແລະໂກດຮ້າຍຍ້ອນຄຳເວົ້າຂອງນາໂບດຊາວຢິດຊະເຣນ. ເພິ່ນນອນປິ່ນໜ້າເຂົ້າໃສ່ຝາເທິງຕຽງທັງບໍ່ຍອມກິນຫຍັງເລີຍ. |
|
| 5 |
|
| ນາງເຢເຊເບນເມຍຂອງເພິ່ນຈຶ່ງຖາມວ່າ, “ເປັນຫຍັງອ້າຍຈຶ່ງຫງ່ວມເຫງົາ ແລະບໍ່ກິນຫຍັງເລີຍ?” |
|
| 6 |
|
| ເພິ່ນຕອບວ່າ, “ຍ້ອນນາໂບດຊາວຢິດຊະເຣນໄດ້ເວົ້າໃຫ້ອ້າຍ. ອ້າຍຂໍຊື້ສວນອະງຸ່ນຈາກລາວ ຫລືຖ້າລາວຍິນຍອມອ້າຍກໍຈະເອົາສວນອະງຸ່ນໃໝ່ປ່ຽນ, ແຕ່ລາວຕອບວ່າ, ‘ຂ້ານ້ອຍຈະບໍ່ເອົາສວນອະງຸ່ນຂອງຂ້ານ້ອຍໃຫ້ທ່ານ.”’ |
|
| 7 |
|
| ນາງເຢເຊເບນຕອບວ່າ, “ອ້າຍເປັນກະສັດບໍ່ແມ່ນບໍ? ລຸກຂຶ້ນຈາກຕຽງດຽວນີ້ ເຮັດໃຫ້ໃຈສະບາຍແລະກິນເຂົ້າສາ. ນ້ອງຈະເອົາສວນອະງຸ່ນຂອງນາໂບດຊາວຢິດຊະເຣນໃຫ້ອ້າຍດອກ.” |
|
| 8 |
|
| ດັ່ງນັ້ນ ນາງຈຶ່ງຂຽນຈົດໝາຍບາງສະບັບເຊັນຊື່ຂອງກະສັດອາຮາບລົງ ຕີຕາປະທັບຂອງເພິ່ນໃສ່ ແລ້ວກໍສົ່ງຈົດໝາຍນີ້ໄປຫາພວກຂ້າຣາຊການພ້ອມທັງປະຊາຊົນຊັ້ນຜູ້ນຳໃນເມືອງຢິດຊະເຣນ. |
|
| 9 |
|
| ໃນຈົດໝາຍນັ້ນມີຖ້ອຍຄຳວ່າ, “ຈົ່ງປະກາດຖືສິນອົດອາຫານໜຶ່ງວັນ ເອີ້ນປະຊາຊົນໃຫ້ມາໂຮມກັນ ແລະໃຫ້ນາໂບດນັ່ງຢູ່ເທິງບ່ອນທີ່ມີກຽດ. |
|
| 10 |
|
| ເອົານັກເລງສອງຄົນມາຢືນຢູ່ຕໍ່ໜ້າຟ້ອງວ່າ ລາວໄດ້ປ້ອຍດ່າພຣະເຈົ້າແລະກະສັດ. ແລ້ວເອົາລາວອອກໄປນອກເມືອງ ແລະແກວ່ງກ້ອນຫີນໃສ່ລາວໃຫ້ຕາຍ.” |
|
| 11 |
|
| ພວກຂ້າຣາຊການ ແລະພວກປະຊາຊົນຊັ້ນຜູ້ນຳໃນເມືອງຢິດຊະເຣນ ກໍໄດ້ປະຕິບັດຕາມຄຳສັ່ງຂອງນາງເຢເຊເບນ. |
|
| 12 |
|
| ພວກເຂົາໄດ້ປະກາດໃຫ້ຖືສິນອົດອາຫານໜຶ່ງວັນ, ເອີ້ນປະຊາຊົນມາໂຮມກັນ ແລະໃຫ້ນາໂບດນັ່ງຢູ່ເທິງບ່ອນທີ່ມີກຽດ. |
|
| 13 |
|
| ນັກເລງສອງຄົນໄດ້ມາຟ້ອງທ່າມກາງປະຊາຊົນວ່າ, “ນາໂບດໄດ້ປ້ອຍດ່າພຣະເຈົ້າແລະກະສັດ.” ດັ່ງນັ້ນ ພວກເຂົາຈຶ່ງນຳລາວອອກໄປນອກເມືອງ ແລະແກວ່ງກ້ອນຫີນໃສ່ລາວໃຫ້ຕາຍ. |
|
| 14 |
|
| ຕໍ່ມາ ພວກເຂົາກໍສົ່ງຂ່າວໄປບອກນາງເຢເຊເບນວ່າ, “ນາໂບດຖືກຂ້າແລ້ວ.” |
|
| 15 |
|
| ພໍນາງເຢເຊເບນໄດ້ຮັບຂ່າວ ນາງຈຶ່ງບອກກະສັດອາຮາບວ່າ, “ນາໂບດຊາວຢິດຊະເຣນຕາຍແລ້ວ. ສະນັ້ນ ຈົ່ງໄປຢຶດສວນອະງຸ່ນທີ່ນາໂບດບໍ່ຍອມຂາຍໃຫ້ອ້າຍນັ້ນເປັນກຳມະສິດສາ.” |
|
| 16 |
|
| ກະສັດອາຮາບກໍໄປຢຶດສວນອະງຸ່ນຂອງນາໂບດຊາວຢິດຊະເຣນເປັນກຳມະສິດຂອງຕົນທັນທີ. |
|
| 17 |
|
| ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວກໍໄດ້ມາເຖິງຜູ້ທຳນວາຍເອລີຢາ ໄທເມືອງຕີຊະເບວ່າ, |
|
| 18 |
|
| “ຈົ່ງໄປຫາກະສັດອາຮາບທີ່ນະຄອນຊາມາເຣຍ. ເຈົ້າຈະພົບລາວຢູ່ໃນສວນອະງຸ່ນຂອງນາໂບດ ຊຶ່ງລາວກຳລັງຈະຢຶດເປັນກຳມະສິດ. |
|
| 19 |
|
| ຈົ່ງບອກລາວວ່າ, ອັນນີ້ແມ່ນຖ້ອຍຄຳຂອງພຣະເຈົ້າຢາເວກ່າວ: ‘ຫລັງຈາກຂ້າຊາຍຜູ້ນີ້ແລ້ວ ເຈົ້າຍັງຈະຢຶດຊັບສິນຂອງລາວອີກຊັ້ນບໍ?’ ພຣະເຈົ້າຢາເວຍັງກ່າວອີກວ່າ, ‘ຝູງໝາໄດ້ເລຍເລືອດຂອງນາໂບດຢູ່ບ່ອນໃດ ຝູງໝາກໍຈະເລຍເລືອດຂອງເຈົ້າຢູ່ບ່ອນນັ້ນເຊັ່ນດຽວກັນ.”’ |
|
| 20 |
|
| ເມື່ອກະສັດອາຮາບເຫັນເອລີຢາ ເພິ່ນກໍເວົ້າວ່າ, “ເຈົ້າໄລ່ທັນເຮົາແລ້ວຊັ້ນບໍ ສັດຕູຂອງເຮົາເອີຍ?” ເອລີຢາຕອບວ່າ, “ແມ່ນແລ້ວ ທ່ານໄດ້ອຸທິດຕົວຢ່າງໝົດສິ້ນ ກະທຳໃນສິ່ງທີ່ຜິດຕໍ່ສາຍຕາຂອງພຣະເຈົ້າຢາເວ. |
|
| 21 |
|
| ສະນັ້ນ ພຣະອົງຈຶ່ງກ່າວຕໍ່ທ່ານວ່າ, ‘ເຮົາຈະນຳເອົາຄວາມຈິບຫາຍມາສູ່ເຈົ້າ ເຮົາຈະທຳລາຍເຈົ້າໃຫ້ພິນາດໄປ ແລະຂ້າຜູ້ຊາຍທຸກຄົນໃນຄອບຄົວຂອງເຈົ້າ ບໍ່ວ່າເປັນທາດຮັບໃຊ້ ຫລືເປັນອິດສະຫລະຢູ່ໃນອິດສະຣາເອນ. |
|
| 22 |
|
| ເຮົາຈະເຮັດໃຫ້ຄອບຄົວຂອງເຈົ້າຈະເປັນດັ່ງຄອບຄົວຂອງເຢໂຣໂບອາມລູກຊາຍຂອງເນບັດ ແລະດັ່ງຄອບຄົວຂອງບາອາຊາລູກຊາຍຂອງອາຮີຢາ, ເພາະເຈົ້າໄດ້ຍົວະເຍົ້າເຮົາໃຫ້ໂກດຮ້າຍ ໂດຍນຳພາພວກອິດສະຣາເອນເຮັດບາບ.’ |
|
| 23 |
|
| ແລະກ່ຽວກັບນາງເຢເຊເບນນັ້ນ ພຣະເຈົ້າຢາເວກ່າວວ່າ, ‘ຝູງໝາຈະກັດກິນຮ່າງກາຍຂອງນາງໃນເມືອງຢິດຊະເຣນ.’ |
|
| 24 |
|
| ຍາດຕິພີ່ນ້ອງຄົນໃດຂອງເຈົ້າທີ່ຕາຍໃນເມືອງກໍຈະຖືກໝາກັດກິນ ແລະຄົນໃດທີ່ຕາຍນອກເມືອງກໍຈະຖືກແຮ້ງເຈາະກິນ.” |
|
| 25 |
|
| ບໍ່ເຄີຍມີຜູ້ໃດທີ່ອຸທິດຕົວເອງຢ່າງໝົດສິ້ນ ເຮັດໃນສິ່ງທີ່ຜິດຕໍ່ສາຍຕາຂອງພຣະເຈົ້າຢາເວ ດັ່ງກະສັດອາຮາບ. ທຸກສິ່ງທີ່ເພິ່ນໄດ້ເຮັດນັ້ນກໍເພາະນາງເຢເຊເບນເມຍຂອງເພິ່ນ ເປັນຜູ້ຍຸແຍ່ໃຫ້ເຮັດ. |
|
| 26 |
|
| ເພິ່ນເຮັດບາບຢ່າງໜ້າລະອາຍທີ່ສຸດໂດຍຂາບໄຫວ້ຮູບເຄົາຣົບດັ່ງຊາວອາໂມ. ພວກນີ້ແມ່ນພວກທີ່ພຣະເຈົ້າຢາເວໄດ້ຂັບໄລ່ໃຫ້ອອກໜີໄປ ເມື່ອພວກອິດສະຣາເອນໄດ້ບຸກໜ້າເຂົ້າມາ. |
|
| 27 |
|
| ເມື່ອເອລີຢາເວົ້າຈົບ ກະສັດອາຮາບກໍຈີກເສື້ອຂອງຕົນແກ້ອອກ ແລະນຸ່ງຜ້າກະສອບເຂົ້າ. ເພິ່ນບໍ່ຍອມກິນຫຍັງ ແລະນອນຢູ່ແຕ່ໃນຜ້າກະສອບເຂົ້າທັງໂສກເສົ້າ ແລະເປັນທຸກໃຈ. |
|
| 28 |
|
| ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ເອລີຢາຊາວຕີຊະເບວ່າ, |
|
| 29 |
|
| “ເຈົ້າເຫັນແລ້ວບໍ່ແມ່ນບໍວ່າ ອາຮາບໄດ້ຖ່ອມຕົວຕໍ່ໜ້າເຮົາຢ່າງໃດ? ຍ້ອນລາວໄດ້ຖ່ອມຕົວຢ່າງນີ້ ເຮົາຈະບໍ່ນຳເອົາຄວາມພິນາດມາສູ່ລາວ ໃນຕະຫລອດຊົ່ວຊີວິດຂອງລາວ; ແຕ່ເຮົາຈະນຳເອົາຄວາມພິນາດມາສູ່ຄອບຄົວຂອງອາຮາບໃນສະໄໝລູກຊາຍຂອງລາວ.” |
|
|
|
|