|
| 1 |
|
| ເຈົ້າຮີຣາມ ກະສັດແຫ່ງເມືອງຕີເຣໄດ້ສົ່ງບັນດາຜູ້ຮັບໃຊ້ໄປຫາກະສັດໂຊໂລໂມນ ເພາະເພິ່ນໄດ້ຍິນວ່າເຈົ້າໂຊໂລໂມນຂຶ້ນເປັນກະສັດສືບແທນພໍ່ຂອງເພິ່ນ ເພາະເຈົ້າຮີຣາມກໍເປັນມິດກັບກະສັດດາວິດເລື້ອຍມາ. |
|
| 2 |
|
| ກະສັດໂຊໂລໂມນຈຶ່ງສົ່ງຄຳຕອບໄປບອກກະສັດຮີຣາມດັ່ງນີ້: |
|
| 3 |
|
| “ທ່ານກໍຮູ້ຢູ່ແລ້ວວ່າ ຍ້ອນເກີດສົງຄາມຢູ່ຢ່າງບໍ່ລົດລະ ກະສັດດາວິດພໍ່ຂອງຂ້າພະເຈົ້າຈຶ່ງຕ້ອງສູ້ຮົບບັນດາປະເທດອ້ອມຮອບນັ້ນທີ່ເປັນສັດຕູ; ເພິ່ນບໍ່ສາມາດສ້າງວິຫານເພື່ອພຣະນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນໄດ້ ຈົນກວ່າພຣະເຈົ້າຢາເວໃຫ້ເພິ່ນຊະນະສັດຕູທັງຫລາຍຂອງເພິ່ນ. |
|
| 4 |
|
| ແຕ່ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າໄດ້ໃຫ້ຄວາມສະຫງົບສຸກແກ່ຊາຍແດນຂອງຂ້າພະເຈົ້າ. ຂ້າພະເຈົ້າບໍ່ມີສັດຕູ ແລະບໍ່ມີໂພຍໄພໃດໆມາລົບກວນ. |
|
| 5 |
|
| ດັ່ງນັ້ນ ຂ້າພະເຈົ້າໄດ້ຕັດສິນໃຈສ້າງວິຫານ ສຳລັບພຣະນາມພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າ ດັ່ງທີ່ພຣະເຈົ້າຢາເວໄດ້ສັນຍາຕໍ່ກະສັດດາວິດພໍ່ຂອງຂ້າພະເຈົ້າວ່າ, ‘ລູກຊາຍຂອງເຈົ້າຜູ້ທີ່ເຮົາຈະໃຫ້ເປັນກະສັດສືບແທນເຈົ້ານັ້ນ ຈະສ້າງວິຫານສຳລັບນາມຊື່ຂອງເຮົາ.’ |
|
| 6 |
|
| ດັ່ງນັ້ນ ຂໍທ່ານຈົ່ງສົ່ງຄົນຂອງທ່ານໄປທີ່ພູເລບານອນ ເພື່ອຕັດຕົ້ນແປກໃຫ້ຂ້າພະເຈົ້າດ້ວຍ. ຄົນຂອງຂ້າພະເຈົ້າຈະເຮັດວຽກກັບພວກເຂົາ ແລະຂ້າພະເຈົ້າກໍຈະຈ່າຍເງິນໃຫ້ຕາມທີ່ທ່ານຄິດລາຄາ. ທ່ານກໍຮູ້ດີແລ້ວວ່າ ຄົນຂອງຂ້າພະເຈົ້າບໍ່ຊ່າງຕັດໄມ້ໄດ້ດີດັ່ງຄົນຂອງທ່ານ.” |
|
| 7 |
|
| ເມື່ອກະສັດຮີຣາມໄດ້ຮັບຄຳຕອບຈາກກະສັດໂຊໂລໂມນ ເພິ່ນກໍພໍໃຈທີ່ສຸດ ແລະກ່າວວ່າ, “ວັນນີ້ ຂໍສັນລະເສີນພຣະເຈົ້າຢາເວ ທີ່ໃຫ້ກະສັດດາວິດມີລູກຊາຍຜູ້ສະຫລາດ ຂຶ້ນເປັນກະສັດປົກຄອງຊົນຊາດອັນໃຫຍ່ນີ້ແທນເພິ່ນ.” |
|
| 8 |
|
| ແລ້ວກະສັດຮີຣາມກໍສົ່ງຂໍ້ຄວາມໄປບອກກະສັດໂຊໂລໂມນວ່າ, “ຂ້າພະເຈົ້າໄດ້ຮັບຄຳຕອບຈາກທ່ານແລ້ວ ຂ້າພະເຈົ້າພ້ອມທີ່ຈະເຮັດທຸກສິ່ງຕາມທີ່ທ່ານຂໍຮ້ອງ. ຂ້າພະເຈົ້າຈະຈັດຫາໄມ້ແປກ ແລະໄມ້ສົນໃຫ້. |
|
| 9 |
|
| ຄົນຂອງຂ້າພະເຈົ້າຈະນຳໄມ້ເຫຼົ່ານັ້ນຈາກພູເລບານອນລົງສູ່ທະເລ ແລະມັດເປັນແພລ່ອງຕາມທະເລໄປບ່ອນທີ່ທ່ານໄດ້ເລືອກໄວ້. ໃນທີ່ນັ້ນ ຄົນຂອງຂ້າພະເຈົ້າຈະແກ້ມັດໄມ້ອອກ ແລະໃຫ້ຄົນຂອງທ່ານຮັບຜິດຊອບຕໍ່ໄປ. ສ່ວນພາລະຂອງທ່ານ ຂໍທ່ານລຳລຽງອາຫານໃຫ້ຄົນຂອງຂ້າພະເຈົ້າ.” |
|
| 10 |
|
| ດັ່ງນັ້ນ ກະສັດຮີຣາມຈຶ່ງໄດ້ຈັດສົ່ງໄມ້ແປກ ແລະໄມ້ສົນທັງໝົດໄປໃຫ້ຕາມທີ່ກະສັດໂຊໂລໂມນຕ້ອງການ. |
|
| 11 |
|
| ສ່ວນກະສັດໂຊໂລໂມນກໍສົ່ງສະບຽງອາຫານໄປລ້ຽງຄົນຂອງກະສັດຮີຣາມທຸກປີມີດັ່ງນີ້: ເຂົ້າເດືອຍສີ່ພັນໂຕນ ແລະນໍ້າມັນໝາກກອກເທດສົດສີ່ພັນລິດ. |
|
| 12 |
|
| ພຣະເຈົ້າຢາເວໄດ້ໂຜດສະຕິປັນຍາໃຫ້ແກ່ກະສັດໂຊໂລໂມນ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບເພິ່ນ. ຄວາມສະຫງົບສຸກໄດ້ເກີດມີຂຶ້ນ ລະຫວ່າງກະສັດຮີຣາມແລະກະສັດໂຊໂລໂມນ ທັງສອງຈຶ່ງມີຂໍ້ຕົກລົງຕໍ່ກັນ. |
|
| 13 |
|
| ກະສັດໂຊໂລໂມນໄດ້ເກນເອົາຄົນງານສາມສິບພັນຄົນ ຈາກທົ່ວທັງອານາຈັກອິດສະຣາເອນ |
|
| 14 |
|
| ແລະແຕ່ງຕັ້ງອາໂດນີຣາມໃຫ້ເປັນຜູ້ກຳກັບພວກເຂົາ. ເພິ່ນແບ່ງຄົນງານນີ້ອອກເປັນສາມພວກຄືພວກລະສິບພັນຄົນ, ແຕ່ລະພວກໃຊ້ເວລາເຮັດວຽກຢູ່ທີ່ພູເລບານອນໜຶ່ງເດືອນ ແລະກັບຄືນເມືອຢູ່ເຮືອນສອງເດືອນ. |
|
| 15 |
|
| ກະສັດໂຊໂລໂມນຍັງມີຄົນຂົນຫີນເຈັດສິບພັນຄົນ ແລະຄົນຕັດຫີນຢູ່ແຖບເນີນພູແປດສິບພັນຄົນ; |
|
| 16 |
|
| ນອກນີ້ອີກ ເພິ່ນຍັງໃຫ້ມີບັນດາຫົວໜ້າຄົນງານ ສາມພັນສາມຮ້ອຍຄົນ ເປັນຜູ້ກຳກັບວຽກການຂອງພວກເຂົາ. |
|
| 17 |
|
| ຕາມຄຳສັ່ງຂອງກະສັດໂຊໂລໂມນ ພວກເຂົາໄດ້ສະກັດຫີນກ້ອນໃຫຍ່ງາມດີ ເພື່ອໃຊ້ເປັນຮາກຖານຂອງພຣະວິຫານ. |
|
| 18 |
|
| ຄົນງານຂອງກະສັດໂຊໂລໂມນ ແລະຄົນງານຂອງກະສັດຮີຣາມ ພ້ອມທັງຄົນທີ່ມາຈາກເມືອງບິບໂລ ໄດ້ຈັດຕຽມກ້ອນຫີນແລະໄມ້ເພື່ອສ້າງວິຫານ. |
|
|
|
|