|
| 1 |
|
| ຫລັງຈາກກະສັດໂຊໂລໂມນສ້າງພຣະວິຫານຂອງພຣະເຈົ້າຢາເວ, ຣາຊວັງ ແລະທຸກໆສິ່ງທີ່ເພິ່ນຢາກສ້າງນັ້ນສຳເລັດລົງແລ້ວ; |
|
| 2 |
|
| ພຣະເຈົ້າຢາເວກໍໄດ້ປາກົດຕໍ່ເພິ່ນອີກ ດັ່ງທີ່ພຣະອົງໄດ້ປາກົດທີ່ເມືອງກີເບໂອນນັ້ນ. |
|
| 3 |
|
| ພຣະເຈົ້າຢາເວໄດ້ກ່າວແກ່ເພິ່ນວ່າ, “ເຮົາໄດ້ຍິນຄຳພາວັນນາອະທິຖານຂອງເຈົ້າແລ້ວ ເຮົາຂໍຮັບເອົາວິຫານທີ່ເຈົ້າໄດ້ສ້າງນີ້ ໃຫ້ເປັນບ່ອນນະມັດສະການເຮົາຕະຫລອດໄປ. ເຮົາຈະເບິ່ງແຍງຮັກສາ ແລະປ້ອງກັນວິຫານນັ້ນຕະຫລອດເວລາ. |
|
| 4 |
|
| ຖ້າເຈົ້າຮັບໃຊ້ເຮົາຢ່າງສັດຊື່ ແລະຢ່າງໝົດຈິດໝົດໃຈ ດັ່ງດາວິດພໍ່ຂອງເຈົ້າ ເຮົາກໍຈະຮັກສາຄຳສັນຍາທີ່ເຮົາໄດ້ມີໄວ້ກັບດາວິດພໍ່ຂອງເຈົ້າ; ແລະຖ້າເຈົ້າເຊື່ອຟັງກົດບັນຍັດຕ່າງໆຂອງເຮົາ ແລະເຮັດທຸກສິ່ງທີ່ເຮົາໄດ້ສັ່ງເຈົ້າ, |
|
| 5 |
|
| ເຮົາກໍຈະຮັກສາຄຳສັນຍາທີ່ເຮົາໄດ້ມີໄວ້ກັບດາວິດພໍ່ຂອງເຈົ້າ ເມື່ອເຮົາບອກລາວວ່າ, ‘ຊາດອິດສະຣາເອນຈະມີຄົນໃນເຊື້ອສາຍຂອງເຈົ້າປົກຄອງເລື້ອຍໄປ.’ |
|
| 6 |
|
| ຖ້າເຈົ້າຫລືເຊື້ອສາຍຂອງເຈົ້າເຊົາຕິດຕາມເຮົາ ແລະບໍ່ເຊື່ອຟັງບັນດາກົດບັນຍັດ ແລະຂໍ້ຄຳສັ່ງຂອງເຮົາທີ່ໄດ້ໃຫ້ແກ່ພວກເຈົ້າ, ແຕ່ໄປຮັບໃຊ້ແລະຂາບໄຫວ້ບັນດາພະອື່ນ; |
|
| 7 |
|
| ແລ້ວເຮົາກໍຈະຕັດປະຊາຊົນອິດສະຣາເອນຂອງເຮົາ ອອກຈາກດິນແດນທີ່ເຮົາໄດ້ໃຫ້ພວກເຂົານັ້ນ. ເຮົາຈະປະຖິ້ມວິຫານນີ້ ຊຶ່ງເຮົາໄດ້ໃຫ້ເປັນບ່ອນສັກສິດ ເພື່ອນະມັດສະການເຮົາຄືກັນ. ປະຊາຊົນທົ່ວທຸກແຫ່ງຈະດູຖູກ ແລະໝິ່ນປະໝາດຊາດອິດສະຣາເອນ. |
|
| 8 |
|
| ວິຫານນີ້ຈະກາຍເປັນກອງສິ່ງທີ່ຮົກຮ້າງເພພັງ ແລະທຸກໆຄົນທີ່ຜ່ານໄປມາຈະງຶດງໍ້ສະດຸ້ງຕົກໃຈ. ແລ້ວພວກເຂົາກໍຈະຖາມວ່າ, ‘ເປັນຫຍັງພຣະເຈົ້າຢາເວຈຶ່ງເຮັດຕໍ່ດິນແດນ ແລະວິຫານຢ່າງນີ້?’ |
|
| 9 |
|
| ຄົນທັງຫລາຍຈະຕອບວ່າ, ‘ເພາະພວກເຂົາໄດ້ປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ຜູ້ທີ່ນຳພາປູ່ຍ່າຕາຍາຍຂອງພວກເຂົາອອກມາຈາກປະເທດເອຢິບ. ພວກເຂົາຫຼົງໄຫລຕິດຕາມບັນດາພະອື່ນ ແລະຂາບໄຫວ້ພວກມັນ. ເພາະສະນັ້ນ ພຣະເຈົ້າຢາເວຈຶ່ງໄດ້ນຳໄພພິບັດມາສູ່ພວກເຂົາ.”’ |
|
| 10 |
|
| ກະສັດໂຊໂລໂມນໄດ້ໃຊ້ເວລາຊາວປີ ໃນການສ້າງວິຫານຂອງພຣະເຈົ້າຢາເວກັບຣາຊວັງຂອງເພິ່ນ. |
|
| 11 |
|
| ເຈົ້າຮີຣາມກະສັດແຫ່ງຕີເຣໄດ້ເປັນຜູ້ຈັດຫາໄມ້ແປກ, ໄມ້ສົນ ແລະຄຳ, ສົ່ງໄປໃຫ້ກະສັດໂຊໂລໂມນ ຕາມທີ່ເພິ່ນຕ້ອງການໃນການສ້າງຂອງເພິ່ນ. ຫລັງຈາກໄດ້ສ້າງສຳເລັດແລ້ວ ກະສັດໂຊໂລໂມນກໍໄດ້ມອບຊາວເມືອງທີ່ຢູ່ໃນຂົງເຂດຄາລີເລ ໃຫ້ກະສັດຮີຣາມ. |
|
| 12 |
|
| ເມື່ອກະສັດຮີຣາມໄປກວດກາເບິ່ງເມືອງເຫຼົ່ານີ້ແລ້ວ ເພິ່ນກໍບໍ່ມັກ. |
|
| 13 |
|
| ສະນັ້ນ ເພິ່ນຈຶ່ງກ່າວຕໍ່ກະສັດໂຊໂລໂມນວ່າ, “ອ້າຍເອີຍ ເຈົ້າມອບເມືອງແບບນີ້ບໍໃຫ້ຂ້ອຍ?” ເພາະເຫດຜົນດັ່ງກ່າວນັ້ນ ໃນທຸກວັນນີ້ ຄົນຈຶ່ງຍັງເອີ້ນຂົງເຂດນີ້ວ່າກາບູນ. |
|
| 14 |
|
| ກະສັດຮີຣາມໄດ້ສົ່ງຄຳໄປໃຫ້ກະສັດໂຊໂລໂມນ ໜັກເກືອບຫ້າພັນກິໂລກຼາມ. |
|
| 15 |
|
| ກະສັດໂຊໂລໂມນໄດ້ເກນເອົາຄົນງານມາສ້າງວິຫານຂອງພຣະເຈົ້າຢາເວແລະຣາຊວັງ ທັງຖົມດິນຢູ່ທາງທິດຕາເວັນອອກຂອງເມືອງ ແລະສ້າງກຳແພງເມືອງ. ເພິ່ນຍັງໄດ້ໃຊ້ຄົນງານພວກນີ້ສ້າງເມືອງຮາໂຊ, ເມກິດໂດ ແລະເກເຊ. ( |
|
| 16 |
|
| ກະສັດແຫ່ງເອຢິບໄດ້ມາບຸກໂຈມຕີແລະຢຶດເອົາເມືອງເກເຊນີ້ໄດ້ ເພິ່ນໄດ້ຂ້າຊາວເມືອງ ແລະເຜົາເມືອງຖິ້ມ. ແລ້ວເພິ່ນກໍມອບເມືອງນີ້ ໃຫ້ເປັນຂອງຂວັນແກ່ລູກສາວໃນເວລານາງແຕ່ງງານກັບກະສັດໂຊໂລໂມນ |
|
| 17 |
|
| ແລະກະສັດໂຊໂລໂມນໄດ້ສ້າງເມືອງນີ້ຂຶ້ນໃໝ່.) ເພິ່ນໄດ້ໃຊ້ພວກຄົນງານຂອງເພິ່ນສ້າງເມືອງເບັດໂຮໂຣນເບື້ອງລຸ່ມ |
|
| 18 |
|
| ເມືອງບາອາລາດ, ເມືອງຕາມາໃນຖິ່ນແຫ້ງແລ້ງກັນດານຂອງອານາຈັກຢູດາຍ |
|
| 19 |
|
| ແລະອີກຫລາຍເມືອງສຳລັບໄວ້ສະບຽງອາຫານ ຫລາຍເມືອງສຳລັບໄວ້ມ້າ ແລະລົດຮົບທັງຫລາຍຂອງເພິ່ນ ແລະສຳລັບທຸກສິ່ງທີ່ເພິ່ນຢາກຈະສ້າງໃນນະຄອນເຢຣູຊາເລັມ, ໃນເລບານອນ ແລະໃນບ່ອນຕ່າງໆຂອງອານາຈັກຂອງເພິ່ນ. |
|
| 20 |
|
| ພວກຄົນງານທີ່ກະສັດໂຊໂລໂມນໄດ້ເກນເອົານີ້ ແມ່ນເຊື້ອສາຍຂອງຊາວການາອານ ທີ່ຊາວອິດສະຣາເອນໄດ້ໄວ້ຊີວິດຂອງພວກເຂົາ ຕອນທີ່ຢຶດເອົາດິນແດນຂອງພວກເຂົານັ້ນ. ພວກເຫຼົ່ານີ້ມີດັ່ງນີ້: ຊາວອາໂມ, ຊາວຮິດຕີ, ຊາວເປຣິຊີ ຊາວຮີວີແລະຊາວເຢບຸດ; ລູກຫລານຂອງພວກເຫຼົ່ານີ້ຍັງສືບຕໍ່ເປັນທາດຮັບໃຊ້ມາຈົນເທົ່າທຸກວັນນີ້. |
|
| 21 |
|
|
|
| 22 |
|
| ກະສັດໂຊໂລໂມນບໍ່ໄດ້ໃຊ້ຊາວອິດສະຣາເອນເປັນທາດຮັບໃຊ້ ແຕ່ໃຫ້ເປັນທະຫານ, ຂ້າຣາຊການ, ຜູ້ບັນຊາການກອງທັບ, ຜູ້ບັງຄັບກອງລົດຮົບ ແລະທະຫານມ້າ. |
|
| 23 |
|
| ມີຫົວໜ້າພະນັກງານຫ້າຮ້ອຍຫ້າສິບຄົນ ຄວບຄຸມຄົນງານທີ່ສ້າງອາຄານຕ່າງໆໃຫ້ກະສັດໂຊໂລໂມນ. |
|
| 24 |
|
| ກະສັດໂຊໂລໂມນໄດ້ຖົມດິນຢູ່ທາງທິດຕາເວັນອອກຂອງເມືອງ ຫລັງຈາກທີ່ເມຍຂອງເພິ່ນ ຄືລູກສາວຂອງກະສັດເອຢິບໄດ້ຍ້າຍຈາກເມືອງຂອງດາວິດ ໄປຢູ່ວັງທີ່ເພິ່ນໄດ້ສ້າງໃຫ້ນາງ. |
|
| 25 |
|
| ກະສັດໂຊໂລໂມນໄດ້ຖວາຍເຄື່ອງເຜົາບູຊາ ແລະເຄື່ອງບູຊາເພື່ອຄວາມສາມັກຄີທຳທີ່ເທິງແທ່ນບູຊາ ຊຶ່ງເພິ່ນໄດ້ສ້າງຖວາຍແກ່ພຣະເຈົ້າຢາເວປີລະສາມຄັ້ງ. ເພິ່ນຍັງໄດ້ເຜົາເຄື່ອງຫອມບູຊາ ຖວາຍຕໍ່ໜ້າພຣະເຈົ້າຢາເວ. ດັ່ງນັ້ນ ເພິ່ນຈຶ່ງສ້າງພຣະວິຫານສຳເລັດ. |
|
| 26 |
|
| ກະສັດໂຊໂລໂມນຍັງໄດ້ສ້າງກອງທັບເຮືອທີ່ເອຊີໂອນເກເບໃກ້ກັບເອລາດ ຢູ່ແຄມຝັ່ງຂອງອ່າວອາກາບາໃນດິນແດນເອໂດມ. |
|
| 27 |
|
| ສ່ວນກະສັດຮີຣາມກໍສົ່ງທະຫານທີ່ຊ່ຽວຊານຈາກກອງທັບເຮືອຂອງເພິ່ນ ໄປຮັບໃຊ້ໜ້າທີ່ການກັບທະຫານຂອງກະສັດໂຊໂລໂມນ. |
|
| 28 |
|
| ພວກເຂົາຂີ່ເຮືອໄປເມືອງໂອເຟຍ ແລະໄດ້ນຳເອົາຄຳໜັກປະມານສິບຫ້າໂຕນ ມາໃຫ້ກະສັດໂຊໂລໂມນ. |
|
|
|
|