|
| 1 |
|
| ຫລັງຈາກກະສັດອາຮາບແຫ່ງອິດສະຣາເອນໄດ້ຕາຍໄປແລ້ວ ດິນແດນໂມອາບກໍໄດ້ກະບົດຕໍ່ຊາດອິດສະຣາເອນ. |
|
| 2 |
|
| ກະສັດອາຮາຊີຢາແຫ່ງອິດສະຣາເອນໄດ້ຕົກຈາກລະບຽງວັງທີ່ຊາມາເຣຍ ແລະເຈັບໜັກ. ເພິ່ນໄດ້ສົ່ງບາງຄົນໄປປຶກສາບາອານເຊບຸບ ພະຂອງຊາວຟີລິດສະຕິນທີ່ເມືອງເອັກໂຣນ ເພື່ອຢາກຮູ້ວ່າຕົນຈະດີຫລືບໍ່. |
|
| 3 |
|
| ແຕ່ເທວະດາຂອງພຣະເຈົ້າຢາເວໄດ້ກ່າວແກ່ເອລີຢາຜູ້ທຳນວາຍຊາວຕີຊະເບ ໃຫ້ໄປຫາຄົນຂອງກະສັດອາຮາຊີຢາ ແລະຖາມພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງຈະໄປປຶກສາບາອານເຊບຸບ ພະຂອງຊາວເອັກໂຣນ? ພວກເຈົ້າຄິດວ່າຢູ່ໃນຊາດອິດສະຣາເອນບໍ່ມີພຣະເຈົ້າຊັ້ນບໍ? |
|
| 4 |
|
| ຈົ່ງໄປບອກກະສັດວ່າ ພຣະເຈົ້າຢາເວກ່າວດັ່ງນີ້: ‘ເຈົ້າຈະບໍ່ຫາຍດີຈາກການເຈັບເປັນນີ້ດອກ ເຈົ້າຈະຕາຍ.”’ ດັ່ງນັ້ນ ເອລີຢາກໍໄດ້ໄປ. |
|
| 5 |
|
| ແລະພວກທີ່ກະສັດໄດ້ໃຊ້ໄປນັ້ນກໍກັບຄືນເມືອຫາກະສັດ. ເພິ່ນຖາມພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງກັບຄືນມາ.” |
|
| 6 |
|
| ພວກເຂົາຕອບວ່າ, “ພວກຂ້ານ້ອຍໄດ້ພົບຊາຍຄົນໜຶ່ງ ແລະລາວບອກພວກຂ້ານ້ອຍໃຫ້ກັບຄືນມາບອກທ່ານວ່າ ພຣະເຈົ້າຢາເວກ່າວຕໍ່ທ່ານດັ່ງນີ້: ‘ເປັນຫຍັງທ່ານຈົ່ງໃຊ້ຄົນໄປປຶກສາບາອານເຊບຸບ ພະຂອງຊາວເອັກໂຣນ? ທ່ານຄິດວ່າຢູ່ໃນຊາດອິດສະຣາເອນບໍ່ມີພຣະເຈົ້າຊັ້ນບໍ? ທ່ານຈະບໍ່ຫາຍດີຈາກການເຈັບເປັນນີ້ດອກ ທ່ານຈະຕາຍ.”’ |
|
| 7 |
|
| ກະສັດຖາມວ່າ, “ຊາຍຄົນນັ້ນມີລັກສະນະທ່າທາງຢ່າງໃດ?” |
|
| 8 |
|
| ພວກເຂົາຕອບເພິ່ນວ່າ, “ລາວນຸ່ງເສື້ອຄຸມທີ່ເຮັດດ້ວຍໜັງສັດແລະໃສ່ ສາຍໜັງຮັດເລົາຄີງ.” ກະສັດຮ້ອງຂຶ້ນວ່າ, “ແມ່ນເອລີຢາຊາວຕີຊະເບ.” |
|
| 9 |
|
| ແລ້ວເພິ່ນກໍໄດ້ໃຊ້ນາຍທະຫານຜູ້ໜຶ່ງພ້ອມທັງທະຫານຫ້າສິບຄົນ ໄປຈັບເອລີຢາ. ນາຍທະຫານເຫັນເອລີຢາກຳລັງນັ່ງຢູ່ເທິງເນີນພູ ລາວຈຶ່ງຮ້ອງໃສ່ເພິ່ນວ່າ, “ຄົນຂອງພຣະເຈົ້າເອີຍ ກະສັດສັ່ງໃຫ້ເຈົ້າລົງມາ.” |
|
| 10 |
|
| ເອລີຢາຕອບວ່າ, “ຖ້າຂ້ອຍເປັນຄົນຂອງພຣະເຈົ້າ ຂໍໃຫ້ໄຟຈາກສະຫວັນລົງມາໄໝ້ເຈົ້າແລະພວກທະຫານຂອງເຈົ້າໃຫ້ຕາຍສາ.” ໃນທັນໃດ ໄຟຈາກສະຫວັນກໍລົງມາໄໝ້ນາຍທະຫານແລະຄົນຂອງລາວຕາຍໝົດ. |
|
| 11 |
|
| ກະສັດຈຶ່ງໄດ້ໃຊ້ນາຍທະຫານຄົນໜຶ່ງອີກພ້ອມທັງທະຫານຫ້າສິບຄົນ ໃຫ້ຂຶ້ນໄປ ຫາເອລີຢາ ແລະບອກເພິ່ນວ່າ, “ຄົນຂອງພຣະເຈົ້າເອີຍ ກະສັດສັ່ງເຈົ້າໃຫ້ລົງມາດຽວນີ້.” |
|
| 12 |
|
| ແຕ່ເອລີຢາຕອບວ່າ, “ຖ້າຂ້ອຍເປັນຄົນຂອງພຣະເຈົ້າ ຂໍໃຫ້ໄຟຈາກສະຫວັນລົງມາໄໝ້ເຈົ້າ ແລະພວກທະຫານຂອງເຈົ້າໃຫ້ຕາຍສາ.” ໃນທັນໃດ ໄຟຂອງພຣະເຈົ້າກໍລົງມາຈາກສະຫວັນໄໝ້ນາຍທະຫານ ແລະຄົນຂອງລາວຕາຍໝົດ. |
|
| 13 |
|
| ເທື່ອໜຶ່ງອີກກະສັດໄດ້ໃຊ້ນາຍທະຫານຜູ້ໜຶ່ງໄປ ພ້ອມທັງທະຫານຫ້າສິບຄົນ. ນາຍທະຫານໄດ້ຂຶ້ນໄປທີ່ເທິງເນີນພູຄຸເຂົ່າລົງຕໍ່ໜ້າເອລີຢາ ແລະວິງວອນຂໍຕໍ່ເພິ່ນວ່າ, “ຄົນຂອງພຣະເຈົ້າເອີຍ ຂໍໂຜດເມດຕາຂ້ານ້ອຍ ແລະຄົນຂອງຂ້ານ້ອຍແດ່ທ້ອນ ຈົ່ງໄວ້ຊີວິດຂອງພວກຂ້ານ້ອຍດ້ວຍເທີ້ນ |
|
| 14 |
|
| ນາຍທະຫານສອງຄົນພ້ອມທັງຄົນຂອງພວກເຂົາກໍໄດ້ຖືກຂ້າໝົດໂດຍໄຟຈາກສະຫວັນ; ແຕ່ຂໍທ່ານໂຜດເມດຕາຂ້ານ້ອຍດ້ວຍ.” |
|
| 15 |
|
| ເທວະດາຂອງພຣະເຈົ້າຢາເວໄດ້ກ່າວແກ່ເອລີຢາວ່າ, “ຈົ່ງລົງໄປກັບລາວ ແລະຢ່າຢ້ານ.” ດັ່ງນັ້ນ ເອລີຢາຈຶ່ງໄປຫາກະສັດກັບນາຍທະຫານ |
|
| 16 |
|
| ແລະກ່າວຕໍ່ເພິ່ນວ່າ, “ພຣະເຈົ້າຢາເວໄດ້ກ່າວດັ່ງນີ້: ‘ຍ້ອນທ່ານໄດ້ໃຊ້ຄົນໄປປຶກສາບາອານເຊບຸບ ພະຂອງຊາວເອັກໂຣນ ທ່ານຈະບໍ່ຫາຍດີດອກ; ທ່ານຈະຕາຍ. ການກະທຳຂອງທ່ານເປັນເໝືອນດັ່ງວ່າ, ຢູ່ໃນຊາດອິດສະຣາເອນນີ້ບໍ່ມີພຣະເຈົ້າທີ່ຈະປຶກສານຳເລີຍ.”’ |
|
| 17 |
|
| ກະສັດອາຮາຊີຢາໄດ້ຕາຍໄປ ຕາມຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວໄວ້ຜ່ານທາງເອລີຢາ. ເພິ່ນບໍ່ມີລູກຊາຍ; ສະນັ້ນ ໂຢຣາມນ້ອງຊາຍຂອງເພິ່ນ ຈຶ່ງຂຶ້ນເປັນກະສັດປົກຄອງແທນໃນຣາຊການປີທີສອງຂອງກະສັດເຢໂຮຣາມ ລູກຊາຍຂອງເຈົ້າເຢໂຮຊາຟັດກະສັດແຫ່ງຢູດາຍ. |
|
| 18 |
|
| ສິ່ງອື່ນທີ່ກະສັດອາຮາຊີຢາໄດ້ກະທຳແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ. |
|
|
|
|