|
| 1 |
|
| ກະສັດອາຮາບມີລູກຫລານເຈັດສິບຄົນ ທີ່ນະຄອນຊາມາເຣຍ. ເຢຮູໄດ້ຂຽນຈົດໝາຍສົ່ງໄປຫາບັນດາຜູ້ປົກຄອງເມືອງ, ບັນດາຜູ້ນຳປະຊາຊົນ ແລະບັນດາຜູ້ເບິ່ງແຍງລູກຫລານຂອງກະສັດອາຮາບ. ຈົດໝາຍນັ້ນມີເນື້ອຄວາມດັ່ງນີ້: |
|
| 2 |
|
| “ພວກທ່ານຜູ້ມີໜ້າທີ່ເບິ່ງແຍງລູກຫລານຂອງກະສັດ ພວກທ່ານມີພຽບພ້ອມທັງລົດຮົບ, ມ້າ, ອາວຸດ ແລະເມືອງຕ່າງໆທີ່ມີປ້ອມປ້ອງກັນອັນແໜ້ນໜາ. ດັ່ງນັ້ນ ເມື່ອພວກທ່ານໄດ້ຮັບຈົດໝາຍນີ້ແລ້ວ |
|
| 3 |
|
| ຂໍໃຫ້ພວກທ່ານເລືອກເອົາຜູ້ໜຶ່ງ ທີ່ມີຄຸນສົມບັດດີໃນບັນດາລູກຫລານຂອງກະສັດ, ແຕ່ງຕັ້ງລາວໃຫ້ເປັນກະສັດ ແລະໃຫ້ລາວຕໍ່ສູ້ເພື່ອປ້ອງກັນລາວເອງ.” |
|
| 4 |
|
| ແລ້ວພວກຜູ້ປົກຄອງນະຄອນຊາມາເຣຍຕ່າງກໍຢ້ານກົວຫລາຍ ຈຶ່ງເວົ້າກັນວ່າ, “ພວກເຮົາຈະຄັດຄ້ານເຢຮູໄດ້ຢ່າງໃດ ໃນເມື່ອກະສັດໂຢຣາມ ແລະກະສັດອາຮາຊີຢາກໍຍັງຕໍ່ຕ້ານລາວບໍ່ໄດ້.” |
|
| 5 |
|
| ສະນັ້ນ ຂ້າຣາຊການຜູ້ກຳກັບຣາຊວັງ ແລະຂ້າຣາຊການຜູ້ປົກຄອງເມືອງ ພ້ອມດ້ວຍຜູ້ນຳປະຊາຊົນ ແລະພວກຜູ້ເບິ່ງແຍງລູກຫລານຂອງກະສັດ ຈຶ່ງສົ່ງຂໍ້ຄວາມໄປຫາເຢຮູວ່າ, “ພວກຂ້າພະເຈົ້າເປັນຜູ້ຮັບໃຊ້ທ່ານ ແລະພ້ອມແລ້ວທີ່ຈະປະຕິບັດຕາມທຸກສິ່ງທີ່ທ່ານສັ່ງ. ແຕ່ພວກຂ້າພະເຈົ້າຈະບໍ່ແຕ່ງຕັ້ງຜູ້ໃດຜູ້ໜຶ່ງໃຫ້ເປັນກະສັດ; ຈົ່ງເຮັດຕາມທີ່ທ່ານເຫັນວ່າດີທີ່ສຸດເຖີດ.” |
|
| 6 |
|
| ແລ້ວເຢຮູກໍໄດ້ຂຽນຈົດໝາຍໄປຫາພວກເຫຼົ່ານີ້ອີກວ່າ, “ຖ້າພວກທ່ານຢູ່ຝ່າຍຂ້າພະເຈົ້າ ແລະພ້ອມທີ່ຈະປະຕິບັດຕາມຄຳສັ່ງ, ມື້ອື່ນໃນເວລາດຽວກັນນີ້ ຂໍໃຫ້ເອົາຫົວພວກລູກຫລານກະສັດອາຮາບ ມາໃຫ້ຂ້າພະເຈົ້າທີ່ເມືອງຢິດຊະເຣນນີ້.” ລູກຫລານເຈັດສິບຄົນ ຂອງກະສັດອາຮາບຢູ່ໃຕ້ການດູແລເບິ່ງແຍງ ຂອງບັນດາຜູ້ນຳຂອງນະຄອນຊາມາເຣຍຜູ້ລ້ຽງດູພວກເຂົາມາຈົນໃຫຍ່. |
|
| 7 |
|
| ເມື່ອໄດ້ຮັບຈົດໝາຍຂອງເຢຮູແລ້ວ, ບັນດາຜູ້ນຳນະຄອນຊາມາເຣຍກໍຂ້າລູກຫລານຂອງກະສັດອາຮາບທັງໝົດເຈັດສິບຄົນ, ເອົາຫົວພວກເຂົາໃສ່ກະຕ່າ ແລະສົ່ງໄປໃຫ້ເຢຮູທີ່ເມືອງຢິດຊະເຣນ. |
|
| 8 |
|
| ເມື່ອມີຄົນບອກເຢຮູວ່າ ຫົວພວກລູກຫລານກະສັດອາຮາບຖືກນຳມາຮອດແລ້ວ ເພິ່ນກໍສັ່ງໃຫ້ເອົາຫົວເຫຼົ່ານັ້ນກອງຂຶ້ນເປັນສອງກອງທີ່ປະຕູເມືອງ ແລະປະໄວ້ຢູ່ຫັ້ນຈົນເຖິງມື້ອື່ນເຊົ້າ. |
|
| 9 |
|
| ມື້ເຊົ້າມາ ເຢຮູໄດ້ໄປທີ່ປະຕູເມືອງ ແລະກ່າວຕໍ່ພວກທີ່ຢູ່ໃນບ່ອນນັ້ນວ່າ, “ຂ້າພະເຈົ້າເອງເປັນຜູ້ກະບົດຕໍ່ກະສັດໂຢຣາມ ແລະໄດ້ຂ້າເພິ່ນ; ພວກທ່ານບໍ່ແມ່ນຜູ້ຮັບຜິດຊອບໃນເລື່ອງນີ້, ແຕ່ແມ່ນໃຜທີ່ຂ້າຄົນເຫຼົ່ານີ້? |
|
| 10 |
|
| ນີ້ກໍສະແດງໃຫ້ເຫັນວ່າທຸກຖ້ອຍຄຳຂອງພຣະເຈົ້າຢາເວທີ່ພຣະເຈົ້າຢາເວໄດ້ກ່າວກ່ຽວກັບພວກລູກຫລານຂອງກະສັດອາຮາບໄດ້ກາຍເປັນຈິງ. ພຣະເຈົ້າຢາເວໄດ້ເຮັດຕາມທີ່ພຣະອົງໄດ້ກ່າວໄວ້ ຜ່ານທາງເອລີຢາຜູ້ຮັບໃຊ້ຂອງພຣະອົງ.” |
|
| 11 |
|
| ແລ້ວເຢຮູກໍໄດ້ຂ້າຍາດຕິພີ່ນ້ອງຄົນອື່ນໆທັງໝົດຂອງກະສັດອາຮາບທີ່ຢູ່ໃນເມືອງຢິດຊະເຣນ ທັງຂ້າພວກນາຍທະຫານທຸກຄົນ, ໝູ່ເພື່ອນທີ່ໃກ້ຊິດ ແລະພວກປະໂຣຫິດດ້ວຍ; ບໍ່ມີໃຜເຫຼືອຢູ່ເລີຍ. |
|
| 12 |
|
| ຕໍ່ມາ ເຢຮູກໍອອກຈາກເມືອງຢິດຊະເຣນໄປທີ່ນະຄອນຊາມາເຣຍ. ເມື່ອຕາມທາງໄປຮອດບ່ອນທີ່ເອີ້ນວ່າ, “ຄ້າຍຜູ້ລ້ຽງແກະ.” |
|
| 13 |
|
| ເພິ່ນກໍພົບພວກຍາດຕິພີ່ນ້ອງຂອງກະສັດອາຮາຊີຢາແຫ່ງຢູດາຍ ຈຶ່ງຖາມວ່າ, “ພວກເຈົ້າແມ່ນໃຜ?” ພວກເຂົາຕອບວ່າ, “ພວກເຮົາແມ່ນຍາດຕິພີ່ນ້ອງຂອງກະສັດອາຮາຊີຢາ ພວກເຮົາກຳລັງຈະລົງໄປເມືອງຢິດຊະເຣນ ເພື່ອຢ້ຽມຢາມລູກຫລານຍານາງເຢເຊເບນ ແລະເຊື້ອວົງທຸກຄົນຂອງກະສັດ.” |
|
| 14 |
|
| ເຢຮູສັ່ງວ່າ, “ໃຫ້ຈັບພວກເຂົາທັງເປັນ.” ພວກທະຫານໄດ້ໄລ່ຈັບພວກເຂົາ ແລະເຢຮູໄດ້ຂ້າພວກເຂົາໃກ້ກັບຂຸມເບັດ-ອີເກັດ. ຄົນເຫຼົ່ານີ້ລວມທັງໝົດມີສີ່ສິບສອງຄົນ ແລະບໍ່ມີໃຜລອດຊີວິດ. |
|
| 15 |
|
| ແລ້ວເຢຮູກໍໄດ້ອອກເດີນທາງຕໍ່ໄປ ເມື່ອຕາມທາງໄປນັ້ນເພິ່ນໄດ້ພົບໂຢນາດາບລູກຊາຍຂອງເຣກາບ. ເຢຮູຈຶ່ງຄຳນັບລາວ ແລະເວົ້າວ່າ, “ທ່ານ ແລະຂ້າພະເຈົ້າມີຄວາມຄິດແບບດຽວກັນ ທ່ານຈະສະໜັບສະໜູນຂ້າພະເຈົ້າຫລືບໍ່?” ໂຢນາດາບຕອບວ່າ, “ຈະສະໜັບສະໜູນ.” ເຢຮູບອກວ່າ, “ຖ້າດັ່ງນັ້ນ ຍື່ນມືຂອງທ່ານມາເບິ່ງດູ” ທັງສອງຈັບມືກັນ ແລະເຢຮູໄດ້ດຶງເອົາໂຢນາດາບຂຶ້ນລົດມ້າໄປນຳຕົນ |
|
| 16 |
|
| ທັງກ່າວວ່າ, “ໄປກັບຂ້າພະເຈົ້າ ແລະທ່ານຈະເຫັນດ້ວຍຕົນເອງວ່າ ຂ້າພະເຈົ້າມີຄວາມສັດຊື່ຕໍ່ພຣະເຈົ້າຢາເວສໍ່າໃດ?” ທັງສອງໄດ້ຂີ່ລົດມ້າໄປນະຄອນຊາມາເຣຍດ້ວຍກັນ. |
|
| 17 |
|
| ເມື່ອໄປຮອດທີ່ນັ້ນແລ້ວ ເຢຮູໄດ້ຂ້າຍາດຕິພີ່ນ້ອງທຸກຄົນຂອງກະສັດອາຮາບ ໂດຍບໍ່ເຫລືອຈັກຄົນ. ນີ້ຄືເຫດການທີ່ເກີດຂຶ້ນຕາມຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ບອກໄວ້ກັບເອລີຢາ. |
|
| 18 |
|
| ເຢຮູໄດ້ເອີ້ນເອົາຊາວຊາມາເຣຍທຸກຄົນມາ ແລະບອກວ່າ, “ກະສັດອາຮາບໄດ້ຮັບໃຊ້ພະບາອານພຽງແຕ່ໜ້ອຍດຽວ ສ່ວນຂ້າພະເຈົ້າຈະຮັບໃຊ້ພະບາອານຫລາຍກວ່າເພິ່ນອີກ. |
|
| 19 |
|
| ຈົ່ງເອີ້ນເອົາບັນດາຜູ້ທຳນວາຍພະບາອານທຸກຄົນມາ ພ້ອມທັງຜູ້ທີ່ຂາບໄຫວ້ພະນີ້ ຕະຫລອດບັນດາປະໂຣຫິດຂອງພະບາອານທຸກຄົນດ້ວຍ. ຢ່າໄດ້ຍົກເວັ້ນຜູ້ໃດເລີຍ; ຂ້າພະເຈົ້າຈະຖວາຍເຄື່ອງບູຊາອັນຍິ່ງໃຫຍ່ແກ່ພະບາອານ ແລະຜູ້ໃດກໍຕາມທີ່ບໍ່ຍອມມາ ກໍຈະຖືກຂ້າ.” (ນີ້ເປັນກົນຫລອກລວງຂອງເຢຮູ ຄວາມຈິງແລ້ວເພິ່ນໝາຍຈະຂ້າທຸກຄົນທີ່ຂາບໄຫວ້ພະບາອານ.) |
|
| 20 |
|
| ແລ້ວເຢຮູກໍອອກຄຳສັ່ງວ່າ, “ຈົ່ງປະກາດຕັ້ງມື້ຂາບໄຫວ້ ເພື່ອເປັນການໃຫ້ກຽດພະບາອານ.” ແລ້ວການປະກາດກໍມີຂຶ້ນ |
|
| 21 |
|
| ແລະເຢຮູໄດ້ອອກຄຳສັ່ງໄປທົ່ວດິນແດນອິດສະຣາເອນ. ພວກທີ່ຂາບໄຫວ້ພະບາອານກໍພາກັນມາ ແລະບໍ່ມີໃຜທີ່ບໍ່ຍອມມາ. ທຸກຄົນໄດ້ເຂົ້າໄປໃນວິຫານພະບາອານຈົນເຕັມທົ່ວທຸກບ່ອນ. |
|
| 22 |
|
| ແລ້ວເຢຮູກໍສັ່ງໃຫ້ປະໂຣຫິດທີ່ເປັນຜູ້ຮັບຜິດຊອບເສື້ອຄຸມສັກສິດ ນຳເອົາເສື້ອຄຸມອອກມາແຈກໃຫ້ພວກທີ່ຂາບໄຫວ້ນັ້ນນຸ່ງ. |
|
| 23 |
|
| ຫລັງຈາກນັ້ນ ເຢຮູ ແລະໂຢນາດາບລູກຊາຍຂອງເຣກາບ ກໍເຂົ້າໄປໃນວິຫານ ແລະກ່າວຕໍ່ທຸກຄົນໃນທີ່ນັ້ນວ່າ, “ຈົ່ງໃຫ້ແນ່ໃຈວ່າ ມີແຕ່ຜູ້ຂາບໄຫວ້ພະບາອານເທົ່ານັ້ນຢູ່ທີ່ນີ້ ແລະຢ່າໃຫ້ຄົນທີ່ນະມັດສະການພຣະເຈົ້າຢາເວເຂົ້າມາໃນບ່ອນນີ້.” |
|
| 24 |
|
| ແລ້ວເຢຮູກັບໂຢນາດາບກໍໄດ້ເຂົ້າໄປຂ້າງໃນ ເພື່ອຖວາຍເຄື່ອງບູຊາ ແລະເຄື່ອງເຜົາບູຊາຕໍ່ພະບາອານ. ເຢຮູວາງທະຫານແປດສິບຄົນ ໄວ້ທາງນອກວິຫານ ແລະໄດ້ແນະນຳພວກເຂົາວ່າ, “ພວກເຈົ້າຕ້ອງຂ້າຄົນເຫຼົ່ານີ້ທັງໝົດ; ຜູ້ໃດຜູ້ໜຶ່ງທີ່ປ່ອຍໃຫ້ຄົນໃດຄົນໜຶ່ງປົບໜີໄປໄດ້ ຈະຕ້ອງຊົດໃຊ້ດ້ວຍຊີວິດຕົນເອງ.” |
|
| 25 |
|
| ພໍເຢຮູຖວາຍເຄື່ອງບູຊາແລ້ວ ເພິ່ນກໍສັ່ງພວກທະຫານຍາມ ແລະບັນດານາຍທະຫານວ່າ, “ຈົ່ງເຂົ້າໄປຂ້າພວກເຂົາທຸກຄົນ, ຢ່າໃຫ້ມີໃຜລອດໄປໄດ້.” ພວກເຂົາຊັກດາບອອກຂ້າທຸກຄົນ ແລະລາກຊາກສົບອອກໄປຂ້າງນອກ. ຫລັງຈາກນັ້ນກໍເຂົ້າໄປທີ່ຫ້ອງຊັ້ນໃນວິຫານ |
|
| 26 |
|
| ດຶງເອົາເສົາສັກສິດຢູ່ໃນທີ່ນັ້ນອອກມາຈູດ. |
|
| 27 |
|
| ພວກເຂົາໄດ້ທຳລາຍເສົາຂອງພະບາອານ, ວິຫານຂອງພະບາອານ ແລະເຮັດໃຫ້ເປັນວິດຖ່າຍ ຊຶ່ງຍັງມີຢູ່ເທົ່າທຸກວັນນີ້. |
|
| 28 |
|
| ການທີ່ເຢຮູໄດ້ກວາດລ້າງພວກທີ່ຂາບໄຫວ້ພະບາອານ ຢູ່ໃນຊາດອິດສະຣາເອນກໍເປັນດັ່ງນີ້ແຫລະ. |
|
| 29 |
|
| ແຕ່ເພິ່ນໄດ້ເຮັດບາບຕາມແບບຢ່າງຂອງກະສັດເຢໂຣໂບອາມລູກຊາຍຂອງເນບັດ ຜູ້ທີ່ນຳພາອານາຈັກອິດສະຣາເອນເຮັດບາບໂດຍຂາບໄຫວ້ຮູບງົວຄຳ ທີ່ຖືກສ້າງຂຶ້ນໄວ້ໃນເມືອງເບັດເອນແລະເມືອງດານ. |
|
| 30 |
|
| ພຣະເຈົ້າຢາເວກ່າວຕໍ່ເຢຮູວ່າ, “ເຈົ້າໄດ້ເຮັດຕໍ່ພວກລູກຫລານອາຮາບທຸກສິ່ງ ຕາມທີ່ເຮົາຕ້ອງການໃຫ້ເຈົ້າເຮັດ. ດັ່ງນັ້ນ ເຮົາຈຶ່ງຂໍສັນຍາວ່າ, ພວກລູກຫລານຂອງເຈົ້າຈະຂຶ້ນເປັນກະສັດ ປົກຄອງອານາຈັກອິດສະຣາເອນຈົນເຖິງສີ່ຊົ່ວເຊັ່ນຄົນ.” |
|
| 31 |
|
| ແຕ່ເຢຮູບໍ່ໄດ້ເຊື່ອຟັງກົດບັນຍັດຂອງພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນດ້ວຍສຸດຈິດສຸດໃຈຂອງເພິ່ນ. ເພິ່ນໄດ້ເອົາແບບຢ່າງຂອງເຢໂຣໂບອາມຜູ້ທີ່ໄດ້ນຳພາຊາດອິດສະຣາເອນເຮັດບາບ. |
|
| 32 |
|
| ໃນເວລານັ້ນ ພຣະເຈົ້າຢາເວໄດ້ເລີ່ມເຮັດໃຫ້ເຂດແດນຂອງຊາດອິດສະຣາເອນແຄບລົງ. ກະສັດຮາຊາເອນແຫ່ງຊີເຣຍໄດ້ຕີເອົາເຂດແດນຂອງຊາດອິດສະຣາເອນໄດ້ຫລາຍບ່ອນຄື: |
|
| 33 |
|
| ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ ຈົນຮອດທາງທິດໃຕ້ຂອງເມືອງອາໂຣເອ ຕາມຝັ່ງແມ່ນໍ້າອາກໂນນ ລວມທັງເຂດແດນຕ່າງໆໃນກີເລອາດ ແລະບາຊານບ່ອນທີ່ຊາວເຜົ່າກາດ, ເຜົ່າຣູເບັນ ແລະເຜົ່າມານາເຊຕາເວັນອອກອາໄສຢູ່. |
|
| 34 |
|
| ສິ່ງອື່ນໆທີ່ເຢຮູໄດ້ກະທຳ ຕະຫລອດທັງເລື່ອງຄວາມອົງອາດກ້າຫານຂອງເພິ່ນ ແມ່ນໄດ້ຖືກບັນທຶກໄວ້ ໃນປື້ມປະຫວັດສາດຂອງບັນດາກະສັດແຫ່ງຊາດອິດສະຣາເອນ. |
|
| 35 |
|
| ເພິ່ນໄດ້ຕາຍໄປ ແລະຖືກຝັງໄວ້ທີ່ນະຄອນຊາມາເຣຍ. ເຢໂຮອາຮາດ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ. |
|
| 36 |
|
| ເຢຮູເປັນກະສັດແຫ່ງອິດສະຣາເອນ ແລະປົກຄອງຢູ່ທີ່ນະຄອນຊາມາເຣຍ ເປັນເວລາຊາວແປດປີ. |
|
|
|
|