|
| 1 |
|
| ໃນຣາຊການປີທີສອງຂອງເຈົ້າເຢໂຮອາດລູກຊາຍຂອງກະສັດເຢໂຮອາຮາດແຫ່ງອິດສະຣາເອນ; ເຈົ້າອາມາຊີຢາລູກຊາຍຂອງເຈົ້າໂຢອາດໄດ້ຂຶ້ນເປັນກະສັດແຫ່ງຢູດາຍ |
|
| 2 |
|
| ເມື່ອເພິ່ນອາຍຸໄດ້ຊາວຫ້າປີ ແລະປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາຊາວເກົ້າປີ. ແມ່ຂອງເພິ່ນເປັນຊາວເຢຣູຊາເລັມຊື່ວ່າ ເຢໂຮອັດດິນ. |
|
| 3 |
|
| ກະສັດອາມາຊີຢາໄດ້ເຮັດໃນສິ່ງທີ່ພຣະເຈົ້າຢາເວພໍໃຈ ແຕ່ບໍ່ເປັນດັ່ງກະສັດດາວິດບັນພະບຸລຸດຂອງເພິ່ນ; ເພິ່ນເຮັດຕາມທີ່ກະສັດໂຢອາດພໍ່ຂອງເພິ່ນໄດ້ເຮັດມາ. |
|
| 4 |
|
| ເພິ່ນບໍ່ໄດ້ມ້າງສະຖານທີ່ຂາບໄຫວ້ພະຂອງຄົນຕ່າງຊາດຖິ້ມ ແລະປະຊາຊົນຍັງສືບຕໍ່ຖວາຍເຄື່ອງບູຊາ ແລະເຜົາເຄື່ອງຫອມຢູ່ທີ່ນັ້ນ. |
|
| 5 |
|
| ພໍກະສັດອາມາຊີຢາໄດ້ມີອຳນາດໝັ້ນຄົງແລ້ວ ເພິ່ນກໍປະຫານພວກຂ້າຣາຊການຜູ້ທີ່ໄດ້ຂ້າພໍ່ຂອງເພິ່ນ. |
|
| 6 |
|
| ເຖິງຢ່າງໃດກໍຕາມ ເພິ່ນບໍ່ໄດ້ຂ້າລູກໆຂອງພວກເຂົາ ແຕ່ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ໃນກົດບັນຍັດຂອງໂມເຊວ່າ: “ພໍ່ແມ່ບໍ່ຄວນຖືກຂ້າຍ້ອນລູກເຮັດຜິດ ແລະລູກກໍບໍ່ຄວນຖືກຂ້າຍ້ອນພໍ່ແມ່ເຮັດຜິດ; ແລະຜູ້ໃດເຮັດຜິດກໍໃຫ້ຜູ້ນັ້ນຖືກຂ້າ.” |
|
| 7 |
|
| ກະສັດອາມາຊີຢາຂ້າທະຫານຊາວເອໂດມສິບພັນຄົນ ໃນຮ່ອມພູເກືອ; ເພິ່ນຢຶດເອົາເມືອງເສລາໄດ້ ແລະເອີ້ນຊື່ເມືອງນີ້ວ່າໂຢກເທເອນ ຊຶ່ງຊື່ນີ້ຍັງມີຢູ່ເທົ່າທຸກວັນນີ້. |
|
| 8 |
|
| ຕໍ່ມາ ກະສັດອາມາຊີຢາໄດ້ສົ່ງຄະນະທູດໄປຫາເຈົ້າເຢໂຮອາດ ກະສັດແຫ່ງອິດສະຣາເອນເພື່ອທ້າທາຍເພິ່ນໃຫ້ຕໍ່ສູ້. |
|
| 9 |
|
| ແຕ່ກະສັດເຢໂຮອາດໄດ້ສົ່ງຂໍ້ຄວາມຕອບກະສັດອາມາຊີຢາແຫ່ງຢູດາຍວ່າ, “ຍັງມີຄັ້ງໜຶ່ງ ພຸ່ມໜາມຢູ່ເທິງພູເຂົາເລບານອນໄດ້ສົ່ງຂໍ້ຄວາມໄປຫາຕົ້ນແປກວ່າ, ‘ຂໍໃຫ້ລູກສາວເຈົ້າແຕ່ງງານກັບລູກຊາຍຂ້ອຍ.’ ພໍສັດປ່າຜ່ານມາມັນກໍໄດ້ຢຽບພຸ່ມໜາມນັ້ນຖິ້ມ. |
|
| 10 |
|
| ອາມາຊີຢາເອີຍ ດຽວນີ້ເຈົ້າໄດ້ຊະນະຊາວເອໂດມ ແລະເຈົ້າກໍເຕັມໄປດ້ວຍຄວາມອວດຕົວ. ສະນັ້ນ ຈົ່ງພໍໃຈໃນຊື່ສຽງຂອງເຈົ້າເອງ ແລະຢູ່ໃນເຮືອນນັ້ນແຫຼະ. ເປັນຫຍັງຈຶ່ງສ້າງຄວາມເດືອດຮ້ອນ ທີ່ຈະນຳເອົາຄວາມຈິບຫາຍມາສູ່ເຈົ້າ ແລະປະຊາຊົນຂອງເຈົ້າເອງ?” |
|
| 11 |
|
| ແຕ່ກະສັດອາມາຊີຢາບໍ່ຍອມຟັງ. ດັ່ງນັ້ນ ກະສັດເຢໂຮອາດພ້ອມທັງທະຫານຂອງຕົນ ຈຶ່ງໄດ້ຍົກທັບອອກໄປຕໍ່ສູ້ກະສັດອາມາຊີຢາທີ່ເບັດເຊເມດໃນຢູດາຍ. |
|
| 12 |
|
| ກອງທັບຂອງກະສັດອາມາຊີຢາໄດ້ພ່າຍແພ້ ແລະທະຫານຂອງເພິ່ນກໍປົບໜີກັບເມືອບ້ານເຮືອນໃຜລາວ. |
|
| 13 |
|
| ກະສັດເຢໂຮອາດແຫ່ງອິດສະຣາເອນໄດ້ຈັບກະສັດອາມາຊີຢາແຫ່ງຢູດາຍລູກຊາຍຂອງໂຢອາດຫຼານຊາຍຂອງອາຮາຊີຢາທີ່ເບັດເຊເມດໄປເປັນຊະເລີຍ; ແລ້ວກໍບຸກໜ້າເຂົ້າໄປຈົນເຖິງນະຄອນເຢຣູຊາເລັມ ແລະທຳລາຍກຳແພງເມືອງ ຕັ້ງແຕ່ປະຕູເອຟຣາອິມຈົນເຖິງປະຕູແຈຂອງກຳແພງ ເປັນໄລຍະຍາວເກືອບສອງຮ້ອຍແມັດ. |
|
| 14 |
|
| ເພິ່ນໄດ້ຢຶດເອົາເງິນແລະຄຳທັງໝົດທີ່ເພິ່ນພົບເຫັນ ເຄື່ອງໃຊ້ໃນວິຫານຂອງພຣະເຈົ້າຢາເວແລະຊັບສົມບັດທັງໝົດໃນຣາຊວັງ ແລະຂົນເຄື່ອງເຫຼົ່ານີ້ເມືອນະຄອນຊາມາເຣຍ. ເພິ່ນຍັງໄດ້ຈັບເອົາຄົນໄປເປັນຕົວປະກັນດ້ວຍ. |
|
| 15 |
|
| ສິ່ງອື່ນທີ່ກະສັດເຢໂຮອາດໄດ້ກະທຳ ຕະຫລອດທັງວິລະກຳໃນການເຮັດເສິກກັບເຈົ້າອາມາຊີຢາກະສັດແຫ່ງຢູດາຍ ແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ. |
|
| 16 |
|
| ກະສັດເຢໂຮອາດໄດ້ຕາຍໄປ ແລະຖືກຝັງໄວ້ໃນອຸບມຸງຂອງກະສັດທີ່ນະຄອນຊາມາເຣຍ. ແລ້ວເຈົ້າເຢໂຣໂບອາມທີສອງ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ. |
|
| 17 |
|
| ຫລັງຈາກທີ່ເຈົ້າເຢໂຮອາດລູກຊາຍຂອງເຢໂຮອາຮາດ ກະສັດແຫ່ງອິດສະຣາເອນໄດ້ຕາຍໄປແລ້ວ; ເຈົ້າອາມາຊີຢາລູກຊາຍຂອງໂຢອາດ ກະສັດແຫ່ງຢູດາຍກໍມີຊີວິດຢູ່ຕໍ່ໄປອີກສິບຫ້າປີ. |
|
| 18 |
|
| ສິ່ງອື່ນທີ່ເຈົ້າອາມາຊີຢາໄດ້ກະທຳ ແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ. |
|
| 19 |
|
| ແລ້ວກໍມີການປອງຮ້າຍຂຶ້ນຢູ່ໃນນະຄອນເຢຣູຊາເລັມ ເພື່ອລອບສັງຫານເຈົ້າອາມາຊີຢາ. ເພິ່ນໄດ້ປົບໜີໄປທີ່ເມືອງລາກິດ ແຕ່ພວກສັດຕູໄດ້ໄລ່ຕາມໄປທັນຈຶ່ງຂ້າເພິ່ນເສຍໃນທີ່ນັ້ນ. |
|
| 20 |
|
| ພວກເຂົາເອົາຊາກສົບຂອງເພິ່ນໃສ່ຫລັງມ້າກັບຄືນມາສູ່ນະຄອນເຢຣູຊາເລັມ ແລະຝັງໄວ້ໃນອຸບມຸງແຫ່ງກະສັດທີ່ເມືອງຂອງດາວິດ. |
|
| 21 |
|
| ປະຊາຊົນຊາວຢູດາຍທັງໝົດຈຶ່ງສວມມົງກຸດໃຫ້ອາຊາຣີຢາລູກຊາຍຂອງເພິ່ນຜູ້ທີ່ມີອາຍຸສິບຫົກປີຂຶ້ນເປັນກະສັດ. |
|
| 22 |
|
| ກະສັດອາຊາຣີຢາໄດ້ຕີເອົາເມືອງເອລາດຄືນມາໄດ້ ແລະສ້າງເມືອງນີ້ຂຶ້ນໃໝ່ ຫລັງຈາກທີ່ພໍ່ຂອງເພິ່ນຕາຍໄປແລ້ວ. |
|
| 23 |
|
| ໃນຣາຊການປີທີສິບຫ້າຂອງເຈົ້າອາມາຊີຢາລູກຊາຍຂອງເຈົ້າໂຢອາດກະສັດແຫ່ງຢູດາຍ; ເຈົ້າເຢໂຣໂບອາມລູກຊາຍຂອງເຈົ້າເຢໂຮອາດໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ ແລະປົກຄອງຢູ່ທີ່ນະຄອນຊາມາເຣຍເປັນເວລາສີ່ສິບເອັດປີ. |
|
| 24 |
|
| ເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ໂດຍນຳຕາມແບບຢ່າງອັນຊົ່ວຮ້າຍຂອງເຈົ້າເຢໂຣໂບອາມລູກຊາຍຂອງເນບັດກະສັດຄົນກ່ອນ ທີ່ເປັນຜູ້ນຳອານາຈັກອິດສະຣາເອນເຮັດບາບ. |
|
| 25 |
|
| ກະສັດເຢໂຣໂບອາມທີສອງໄດ້ຢຶດເອົາເຂດແດນທັງໝົດ ທີ່ເປັນຂອງຊາວອິດສະຣາເອນຄືນ ຕັ້ງແຕ່ທາງຜ່ານຊ່ອງແຄບຮາມັດຢູ່ທາງເໜືອ ຈົນເຖິງທະເລໃນອາຣາບາ. ເຫດການນີ້ເປັນໄປຕາມຖ້ອຍຄຳທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາດອິດສະຣາເອນໄດ້ກ່າວໄວ້ ຜ່ານທາງຜູ້ຮັບໃຊ້ຂອງພຣະອົງ ຄືຜູ້ທຳນວາຍໂຢນາ ລູກຊາຍຂອງອາມິດໄຕ ຊາວເມືອງກາດເຮເຟ. |
|
| 26 |
|
| ພຣະເຈົ້າຢາເວໄດ້ເຫັນຊາວອິດສະຣາເອນເດືອດຮ້ອນ ຢ່າງທົນທຸກໜັກ ແລະບໍ່ມີໃຜຊ່ວຍເຫລືອພວກເຂົາ. |
|
| 27 |
|
| ແຕ່ພຣະເຈົ້າຢາເວບໍ່ປະສົງຈະທຳລາຍອານາຈັກອິດສະຣາເອນ ໃຫ້ສູນສິ້ນຕະຫລອດໄປ. ດັ່ງນັ້ນ ພຣະອົງຈຶ່ງຊ່ວຍກູ້ເອົາພວກເຂົາໄວ້ ຜ່ານທາງກະສັດເຢໂຣໂບອາມທີສອງນີ້. |
|
| 28 |
|
| ສິ່ງອື່ນທີ່ກະສັດເຢໂຣໂບອາມທີສອງໄດ້ກະທຳ ພ້ອມທັງວິລະກຳໃນສະໜາມຮົບ ແລະການຕີເອົາເມືອງດາມັສກັດແລະເມືອງຮາມັດ ຄືນມາເປັນຂອງອານາຈັກອິດສະຣາເອນ ແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ. |
|
| 29 |
|
| ກະສັດເຢໂຣໂບອາມໄດ້ຕາຍໄປ ແລະຊາກສົບຂອງເພິ່ນໄດ້ຖືກຝັງໄວ້ໃນອຸບມຸງຂອງກະສັດ. ແລ້ວເຈົ້າເຊກາຣີຢາ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ. |
|
|
|
|