×

Lao ພຣະຄຳພີສັກສິ 2012

2 ກະສັດ 15

1
ໃນ​ຣາຊການ​ປີ​ທີ​ຊາວເຈັດ ຂອງ​ເຈົ້າ​ເຢໂຣໂບອາມ​ທີສອງ ກະສັດ​ແຫ່ງ​ອິດສະຣາເອນ; ເຈົ້າ​ອຸດຊີຢາ ລູກຊາຍ​ຂອງ​ເຈົ້າ​ອາມາຊີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ
2
ເມື່ອ​ເພິ່ນ​ອາຍຸ​ໄດ້​ສິບຫົກ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ຫ້າສິບສອງ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ເຢໂກລີຢາ ຊາວ​ນະຄອນ​ເຢຣູຊາເລັມ.
3
ກະສັດ​ອຸດຊີຢາ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ ຕາມ​ແບບຢ່າງ​ພໍ່​ຂອງ​ເພິ່ນ.
4
ແຕ່​ບ່ອນ​ຂາບໄຫວ້​ພະ​ຂອງ​ຄົນຕ່າງຊາດ​ຍັງ​ບໍ່ໄດ້​ຖືກ​ທຳລາຍ ແລະ​ປະຊາຊົນ​ກໍ​ຍັງ​ສືບຕໍ່​ຖວາຍ​ເຄື່ອງ​ບູຊາ ແລະ​ເຜົາ​ເຄື່ອງຫອມ​ຢູ່​ທີ່​ນັ້ນ.
5
ພຣະເຈົ້າຢາເວ​ໄດ້​ລົງໂທດ​ກະສັດ​ອຸດຊີຢາ ໂດຍ​ໃຫ້​ເປັນ​ໂຣກ​ຂີ້ທູດ ຕະຫລອດ​ຊົ່ວຊີວິດ. ເພິ່ນ​ຢູ່​ໃນ​ວັງ​ຕ່າງຫາກ ແລະ​ອອກ​ຈາກ​ວຽກການ​ທຸກຢ່າງ​ໃນ​ຂະນະທີ່​ໂຢທາມ ລູກຊາຍ​ຂອງ​ເພິ່ນ​ປົກຄອງ​ອານາຈັກ​ແທນ.
6
ສິ່ງ​ອື່ນ​ທີ່​ກະສັດ​ອຸດຊີຢາ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.
7
ເພິ່ນ​ໄດ້​ຕາຍໄປ​ແລະ​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ​ທີ່​ເມືອງ​ຂອງ​ດາວິດ; ແລ້ວ​ເຈົ້າ​ໂຢທາມ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.
8
ໃນ​ຣາຊການ​ປີ​ທີ​ສາມສິບແປດ​ຂອງ​ເຈົ້າ​ອຸດຊີຢາ ກະສັດ​ແຫ່ງ​ຢູດາຍ; ເຈົ້າເຊກາຣີຢາ​ລູກຊາຍ​ຂອງ​ເຈົ້າ​ເຢໂຣໂບອາມ​ທີສອງ ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ຫົກ​ເດືອນ.
9
ເຈົ້າເຊກາຣີຢາ​ໄດ້​ເປັນ​ດັ່ງ​ກະສັດ​ຜູ້​ກ່ອນ ໂດຍ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ. ເພິ່ນ​ປະພຶດ​ຕາມ​ແບບຢ່າງ​ອັນ​ຊົ່ວຮ້າຍ​ຂອງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ຜູ້​ທີ່​ນຳພາ​ຊາດ​ອິດສະຣາເອນ​ຕົກ​ໃນ​ບາບ.
10
ຕໍ່ມາ ຊານລູມ​ລູກຊາຍ​ຂອງ​ຢາເບັດ​ໄດ້​ກະບົດ​ຕໍ່​ກະສັດ​ເຊກາຣີຢາ ແລະ​ຂ້າ​ເພິ່ນ​ເສຍ ທີ່​ອິບເລອາມ ແລ້ວ​ຕັ້ງ​ຕົນເອງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.
11
ສິ່ງ​ອື່ນ​ທີ່​ກະສັດ​ເຊກາຣີຢາ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.
12
ສະນັ້ນ ເຫດການ​ຈຶ່ງ​ເປັນ​ໄປ​ຕາມ​ຄຳສັນຍາ ທີ່​ພຣະເຈົ້າຢາເວ​ໄດ້​ມີ​ໄວ້​ກັບ​ກະສັດ​ເຢຮູ​ວ່າ, “ລູກຫລານ​ຂອງເຈົ້າ​ຈະ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ເຖິງ​ສີ່​ຊົ່ວ​ເຊັ່ນຄົນ.”
13
ໃນ​ຣາຊການ​ປີ​ທີ​ສາມສິບເກົ້າ ຂອງ​ເຈົ້າ​ອຸດຊີຢາ​ກະສັດ​ແຫ່ງ​ຢູດາຍ; ຊານລູມ ລູກຊາຍ​ຂອງ​ຢາເບັດ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ໜຶ່ງ​ເດືອນ.
14
ແລ້ວ​ເມນາເຮມ​ລູກຊາຍ​ຂອງ​ກາດີ​ກໍໄດ້​ອອກ​ຈາກ​ເມືອງ​ຕີຣະຊາ ໄປ​ທີ່​ນະຄອນ​ຊາມາເຣຍ. ລາວ​ໄດ້​ຂ້າ​ຊານລູມ ແລະ​ຕັ້ງ​ຕົນເອງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.
15
ສິ່ງ​ອື່ນ​ທີ່​ກະສັດ​ຊານລູມ​ໄດ້​ກະທຳ​ພ້ອມ​ທັງ​ເລື່ອງ​ທີ່​ເພິ່ນ​ເປັນ​ກະບົດ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.
16
ເມື່ອ​ເມນາເຮມ​ໄດ້​ອອກ​ຈາກ​ເມືອງ​ຕີຣະຊາ​ໄປ​ນັ້ນ ເພິ່ນ​ໄດ້​ທຳລາຍ​ເມືອງ​ຕັບປູອາ ຖິ້ມ​ຈົນ​ໝົດສິ້ນ, ປະຫານ​ປະຊາຊົນ​ຢູ່​ໃນ​ເມືອງ ແລະ​ຕາມ​ເຂດແດນ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ ເພາະ​ຊາວ​ເມືອງ​ນີ້​ບໍ່ຍອມ​ຈຳນົນ​ຕໍ່​ເພິ່ນ. ເພິ່ນ​ໄດ້​ຜ່າ​ທ້ອງ​ຂອງ​ພວກຜູ້ຍິງ​ຖືພາ.
17
ໃນ​ຣາຊການ​ປີ​ທີ​ສາມສິບເກົ້າ ຂອງ​ເຈົ້າ​ອຸດຊີຢາ​ກະສັດ​ແຫ່ງ​ຢູດາຍ; ເມນາເຮມ​ລູກຊາຍ​ຂອງ​ກາດີ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອານາຈັກ​ອິດສະຣາເອນ. ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ສິບ​ປີ.
18
ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ໂດຍ​ປະພຶດ​ຕາມ​ແບບຢ່າງ​ອັນ​ຊົ່ວຮ້າຍ​ຂອງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ຜູ້​ທີ່​ນຳພາ​ອານາຈັກ​ອິດສະຣາເອນ​ຕົກ​ໃນ​ບາບ ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ.
19
ກະສັດ​ຕີກະລາດ​ປີເລເສ​ແຫ່ງ​ອັດຊີເຣຍ​ໄດ້​ບຸກລຸກ​ອານາຈັກ​ອິດສະຣາເອນ. ແລ້ວ​ກະສັດ​ເມນາເຮມ​ກໍໄດ້​ມອບ​ເງິນ​ໃຫ້​ເພິ່ນ​ສາມສິບແປດ​ໂຕນ ເພື່ອ​ສະໜັບ​ສະໜູນ​ຕົນ​ໃຫ້​ມີ​ອຳນາດ​ໄດ້​ປົກຄອງ​ຕໍ່ໄປ.
20
ກະສັດ​ເມນາເຮມ​ໄດ້​ເງິນ​ເຫຼົ່ານີ້​ມາ​ຈາກ​ຄົນຮັ່ງມີ​ໃນ​ອານາຈັກ​ອິດສະຣາເອນ ໂດຍ​ບັງຄັບ​ແຕ່ລະຄົນ​ໃຫ້​ມອບ​ເງິນ​ຜູ້​ລະ​ຫ້າສິບ​ແທ່ງ​ໃຫ້​ແກ່​ຕົນ; ແລ້ວ​ຕີກະລາດ​ປີເລເສ​ກໍ​ກັບຄືນ​ປະເທດ​ຂອງຕົນ.
21
ສິ່ງ​ອື່ນ​ທີ່​ກະສັດ​ເມນາເຮມ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.
22
ເພິ່ນ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້. ແລ້ວ​ເປກາຮີຢາ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.
23
ໃນ​ຣາຊການ​ປີ​ທີ​ຫ້າສິບ ຂອງ​ເຈົ້າ​ອຸດຊີຢາ ກະສັດ​ແຫ່ງ​ຢູດາຍ; ເປກາຮີຢາ​ລູກຊາຍ​ຂອງ​ເຈົ້າ​ເມນາເຮມ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ. ເພິ່ນ​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ສອງ​ປີ.
24
ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ໂດຍ​ປະພຶດ​ຕາມ​ແບບຢ່າງ​ອັນ​ຊົ່ວຮ້າຍ​ຂອງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ຜູ້​ທີ່​ນຳພາ​ອານາຈັກ​ອິດສະຣາເອນ​ເຮັດ​ບາບ.
25
ຕໍ່ມາ ໄດ້​ມີ​ນາຍ​ທະຫານ​ໃນ​ກອງທັບ​ຂອງ​ກະສັດ​ເປກາຮີຢາ​ຜູ້ໜຶ່ງ​ຊື່ ວ່າ​ເປກາ ລູກຊາຍ​ຂອງ​ເຣມາລີຢາ​ໄດ້​ວາງແຜນ​ກັບ​ຊາວ​ກີເລອາດ​ຫ້າສິບ​ຄົນ, ສັງຫານ​ກະສັດ​ເປກາຮີຢາ​ທີ່​ປ້ອມຍາມ​ຂ້າງ​ໃນ​ຂອງ​ຣາຊວັງ ໃນ​ນະຄອນ​ຊາມາເຣຍ ແລະ​ຕັ້ງ​ຕົນເອງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.
26
ສິ່ງ​ອື່ນ​ທີ່​ກະສັດ​ເປກາຮີຢາ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະ​ຫວັດ​ສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.
27
ໃນ​ຣາຊການ​ປີ​ທີ​ຫ້າສິບສອງ ຂອງ​ເຈົ້າ​ອຸດຊີຢາ​ກະສັດ​ແຫ່ງ​ຢູດາຍ; ເປກາ​ລູກຊາຍ​ຂອງ​ເຈົ້າ​ເຣມາລີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອານາຈັກ​ອິດສະຣາເອນ. ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ຊາວ​ປີ.
28
ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ໂດຍ​ປະພຶດ​ຕາມ​ແບບຢ່າງ​ອັນ​ຊົ່ວຮ້າຍ​ຂອງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ຜູ້​ທີ່​ນຳພາ​ອານາຈັກ​ອິດສະຣາເອນ​ຕົກ​ໃນ​ບາບ.
29
ໃນ​ຄາວ​ທີ່​ເຈົ້າ​ເປກາ​ໄດ້​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ​ນັ້ນ ຕີກະລາດ​ປີເລເສ ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ຢຶດເອົາ​ເມືອງ​ຕ່າງໆ​ດັ່ງນີ້: ອີໂຢນ, ອາເບັນ​ເບັດ​ມາອາກາ, ຢາໂນອາ, ເກເດັດ, ຮາໂຊ, ເຂດແດນ​ທັງໝົດ​ຂອງ​ກີເລອາດ, ຄາລີເລ ແລະ​ເນັບທາລີ ແລະ​ໄດ້​ນຳ​ເອົາ​ປະຊາຊົນ​ໄປ​ເປັນ​ຊະເລີຍ​ທີ່​ອັດຊີເຣຍ.
30
ໃນ​ຣາຊການ​ປີ​ທີ​ຊາວ​ຂອງ​ເຈົ້າ​ໂຢທາມ ລູກຊາຍ​ຂອງ​ເຈົ້າ​ອຸດຊີຢາ​ກະສັດ​ແຫ່ງ​ຢູດາຍ; ເຈົ້າ​ໂຮເຊອາ​ລູກຊາຍ​ຂອງ​ເອລາ​ໄດ້​ກະບົດ​ຕໍ່​ກະສັດ​ເປກາ​ລູກຊາຍ​ຂອງ​ເຣມາລີຢາ. ລາວ​ໄດ້​ສັງຫານ​ເພິ່ນ ແລະ​ຕັ້ງ​ຕົນເອງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.
31
ສິ່ງ​ອື່ນ​ທີ່​ກະສັດ​ເປກາ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.
32
ໃນ​ຣາຊການ​ປີ​ທີ​ສອງ​ຂອງ​ເຈົ້າເປກາ​ລູກຊາຍ​ຂອງ​ເຈົ້າ​ເຣມາລີຢາ​ກະສັດ​ແຫ່ງ​ອິດສະຣາເອນ; ເຈົ້າ​ໂຢທາມ​ລູກຊາຍ​ຂອງ​ເຈົ້າ​ອຸດຊີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອານາຈັກ​ຢູດາຍ
33
ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວຫ້າ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ສິບຫົກ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ເຢຣູຊາ​ລູກສາວ​ຂອງ​ຊາດົກ.
34
ກະສັດ​ໂຢທາມ​ໄດ້​ປະພຶດ​ຕາມ​ແບບ​ຢ່າງ​ຂອງ​ກະສັດ​ອຸດຊີຢາ​ພໍ່​ຂອງ​ເພິ່ນ ໂດຍ​ເຮັດ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ.
35
ແຕ່​ເພິ່ນ​ຍັງ​ບໍ່ໄດ້​ທຳລາຍ​ບ່ອນ​ຂາບໄຫວ້​ພະ​ຂອງ​ຄົນຕ່າງຊາດ ແລະ​ປະຊາຊົນ​ຍັງ​ສືບຕໍ່​ຖວາຍ​ເຄື່ອງ​ບູຊາ​ແລະ​ເຜົາ​ເຄື່ອງຫອມ​ຢູ່​ທີ່​ນັ້ນ. ກະສັດ​ໂຢທາມ​ໄດ້​ເປັນ​ຜູ້​ສ້າງ​ປະຕູ​ວິຫານ​ຂອງ​ພຣະເຈົ້າຢາເວ​ດ້ານ​ເໜືອ.
36
ສິ່ງ​ອື່ນ​ທີ່​ກະສັດ​ໂຢທາມ​ໄດ້​ກະທຳ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.
37
ໃນ​ຣາຊການ​ຂອງ​ກະສັດ​ໂຢທາມ ພຣະເຈົ້າຢາເວ​ໄດ້​ສົ່ງ​ເຈົ້າ​ເຣຊິນ​ແຫ່ງ​ຊີເຣຍ​ກັບ​ເຈົ້າ​ເປກາ​ລູກຊາຍ​ຂອງ​ເຣມາລີຢາ​ແຫ່ງ​ອິດສະຣາເອນ ມາ​ໂຈມຕີ​ອານາຈັກ​ຢູດາຍ​ເປັນ​ຄັ້ງ​ທຳອິດ.
38
ກະສັດ​ໂຢທາມ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ໃນ​ອຸບໂມງ​ແຫ່ງ​ກະສັດ​ໃນ​ເມືອງ​ຂອງ​ດາວິດ. ແລ້ວ​ເຈົ້າ​ອາຮາດ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.
Lao ພຣະຄຳພີສັກສິ 2012
@ 2012 United Bible Societies
:
ບັນທຶກບັນທຶກ