|
| 1 |
|
| ປະມານເວລາດຽວກັນນີ້ ກະສັດເຮເຊກີຢາໄດ້ປ່ວຍ ແລະເກືອບຕາຍ. ຜູ້ທຳນວາຍເອຊາຢາລູກຊາຍຂອງອາໂມດໄດ້ໄປຫາເພິ່ນ ແລະເວົ້າວ່າ, “ພຣະເຈົ້າຢາເວສັ່ງໃຫ້ທ່ານຈັດການທຸກສິ່ງໃຫ້ຮຽບຮ້ອຍ ເພາະທ່ານຈະບໍ່ຫາຍດີ ຈົ່ງຕຽມຕົວຕາຍ.” |
|
| 2 |
|
| ກະສັດເຮເຊກີຢາປິ່ນໜ້າໃສ່ຝາ ແລະພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, |
|
| 3 |
|
| “ຂ້າແດ່ພຣະເຈົ້າຢາເວ ພຣະອົງຈົດຈຳບໍວ່າຂ້ານ້ອຍໄດ້ບົວລະບັດຮັບໃຊ້ພຣະອົງ ດ້ວຍຄວາມສັດຊື່ ແລະຈົງຮັກພັກດີ; ຂ້ານ້ອຍໄດ້ພະຍາຍາມປະຕິບັດຕາມຄວາມປະສົງຂອງພຣະອົງສະເໝີມາ.” ແລ້ວເພິ່ນກໍຮ້ອງໄຫ້ຢ່າງຂົມຂື່ນ. |
|
| 4 |
|
| ສ່ວນເອຊາຢາໄດ້ອຳລາຈາກກະສັດໄປ ກ່ອນທີ່ເພິ່ນຜ່ານພົ້ນເດີ່ນຣາຊວັງ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເພິ່ນວ່າ, |
|
| 5 |
|
| “ຈົ່ງກັບຄືນໄປຫາກະສັດເຮເຊກີຢາ ຜູ້ປົກຄອງປະຊາຊົນຂອງເຮົາວ່າ, ພຣະເຈົ້າຢາເວ ພຣະເຈົ້າຂອງດາວິດບັນພະບຸລຸດຂອງເຈົ້າໄດ້ບອກດັ່ງນີ້ວ່າ, ‘ເຮົາໄດ້ຍິນຄຳພາວັນນາອະທິຖານຂອງເຈົ້າ ແລະເຫັນນໍ້າຕາຂອງເຈົ້າ. ເຮົາຈະໃຫ້ເຈົ້າຫາຍປ່ວຍ ແລະໃນວັນທີສາມ ເຈົ້າຕ້ອງໄປທີ່ວິຫານຂອງພຣະເຈົ້າຢາເວ. |
|
| 6 |
|
| ເຮົາຈະໃຫ້ເຈົ້າມີຊີວິດຢູ່ຕໍ່ໄປອີກສິບຫ້າປີ. ເຮົາຈະຊ່ວຍກູ້ເອົາເຈົ້າພ້ອມທັງນະຄອນເຢຣູຊາເລັມ ໃຫ້ພົ້ນຈາກອຳນາດຂອງກະສັດແຫ່ງອັດຊີເຣຍ. ເຮົາຈະປ້ອງກັນນະຄອນນີ້ໄວ້ເພື່ອກຽດສັກສີຂອງເຮົາເອງ ແລະຍ້ອນຄຳສັນຍາທີ່ເຮົາໄດ້ມີໄວ້ກັບດາວິດຜູ້ຮັບໃຊ້ຂອງເຮົາ.”’ |
|
| 7 |
|
| ແລ້ວເອຊາຢາກໍບອກຄົນຮັບໃຊ້ຂອງກະສັດ ໃຫ້ເອົາແປ້ງໜຽວທີ່ໃຊ້ໝາກເດື່ອເຮັດ ທາໃສ່ຕຸ່ມຝີຂອງກະສັດເພື່ອເພິ່ນຈະໄດ້ຫາຍດີ. |
|
| 8 |
|
| ກະສັດເຮເຊກີຢາຖາມວ່າ, “ອັນໃດຈະເປັນໝາຍສຳຄັນທີ່ຈະພິສູດໃຫ້ເຫັນວ່າ ພຣະເຈົ້າຢາເວຈະປິ່ນປົວຂ້າພະເຈົ້າໃຫ້ດີ ແລະໃນວັນທີສາມ ຂ້າພະເຈົ້າຈະໄປທີ່ວິຫານຂອງພຣະເຈົ້າຢາເວຕາມທີ່ໄດ້ກ່າວນັ້ນ?” |
|
| 9 |
|
| ເອຊາຢາຕອບວ່າ, “ພຣະເຈົ້າຢາເວຈະໃຫ້ທ່ານໄດ້ເຫັນໝາຍສຳຄັນເພື່ອພິສູດວ່າ ພຣະເຈົ້າຢາເວຈະຮັກສາຄຳສັນຍາຂອງພຣະອົງຄື: ເງົາຕາເວັນທີ່ໄດ້ຄືບໜ້າໄປແລ້ວສິບຂັ້ນ ຫລືຈະໃຫ້ຢ້ອນຄືນມາສິບຂັ້ນ?” |
|
| 10 |
|
| ກະສັດເຮເຊກີຢາຕອບວ່າ, “ເປັນການງ່າຍທີ່ຈະໃຫ້ເງົາຍ້າຍຂຶ້ນໄປອີກສິບຂັ້ນ; ໃຫ້ເງົາຖອຍລົງສິບຂັ້ນສາ.” |
|
| 11 |
|
| ຜູ້ທຳນວາຍເອຊາຢາພາວັນນາອະທິຖານຫາພຣະເຈົ້າຢາເວ; ສະນັ້ນ ພຣະອົງຈຶ່ງເຮັດໃຫ້ເງົາຖອຍຫລັງເທິງຂັ້ນໄດໂມງ ສິບຂັ້ນ ທີ່ຖືກສ້າງຂຶ້ນໂດຍກະສັດອາຮາດ. |
|
| 12 |
|
| ປະມານເວລາດຽວກັນນັ້ນ ເມໂຣດັກບາລາດານລູກຊາຍຂອງບາລາດານກະສັດແຫ່ງບາບີໂລນ ໄດ້ຍິນວ່າກະສັດເຮເຊກີຢາປ່ວຍ; ເພິ່ນຈຶ່ງສົ່ງຈົດໝາຍແລະຂອງຂວັນມາໃຫ້. |
|
| 13 |
|
| ສ່ວນກະສັດເຮເຊກີຢາກໍໄດ້ຕ້ອນຮັບຄະນະທູດ ແລະພາພວກເຂົາເຂົ້າໄປເບິ່ງຊັບສົມບັດຂອງຕົນ ເຊັ່ນ: ເງິນ, ຄຳ, ເຄື່ອງເທດແລະນໍ້າຫອມ, ຕະຫລອດອາວຸດຍຸດທະພັນທັງໝົດຂອງຕົນ. ບໍ່ມີບ່ອນໃດຢູ່ໃນຫ້ອງເກັບເຄື່ອງຕ່າງໆ ແລະບ່ອນອື່ນໆໃນຣາຊອານາຈັກທີ່ເພິ່ນບໍ່ໄດ້ພາພວກເຂົາໄປເບິ່ງ. |
|
| 14 |
|
| ແລ້ວຜູ້ທຳນວາຍເອຊາຢາກໍໄດ້ໄປຫາກະສັດເຮເຊກີຢາ ແລະຖາມວ່າ, “ຄົນເຫຼົ່ານີ້ມາແຕ່ໃສ ແລະພວກເຂົາໄດ້ເວົ້າຫຍັງກັບທ່ານແດ່?” ກະສັດເຮເຊກີຢາຕອບວ່າ, “ພວກເຂົາມາຈາກເມືອງໄກ ຈາກບາບີໂລນ.” |
|
| 15 |
|
| ຜູ້ທຳນວາຍເອຊາຢາຖາມວ່າ, “ພວກເຂົາໄດ້ເຫັນຫຍັງແດ່ຢູ່ໃນວັງນີ້?” ກະສັດເຮເຊກີຢາຕອບວ່າ, “ພວກເຂົາໄດ້ເຫັນທຸກສິ່ງ. ບໍ່ມີສິ່ງໃດຢູ່ໃນຫ້ອງເກັບເຄື່ອງທີ່ຂ້າພະເຈົ້າບໍ່ໄດ້ພາພວກເຂົາໄປເບິ່ງ.” |
|
| 16 |
|
| ແລ້ວເອຊາຢາກໍບອກກະສັດວ່າ, “ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວວ່າດັ່ງນີ້: |
|
| 17 |
|
| ເວລາໜຶ່ງຈະມາເຖິງທີ່ທຸກໆສິ່ງຢູ່ໃນວັງນີ້ ຄືທຸກໆສິ່ງທີ່ປູ່ຍ່າຕາຍາຍຂອງທ່ານໄດ້ສະສົມໄວ້ຈົນເທົ່າທຸກວັນນີ້ ຈະຖືກຂົນໄປສູ່ບາບີໂລນ ຈະບໍ່ມີຫຍັງເຫຼືອຢູ່ເລີຍ ພຣະເຈົ້າຢາເວກ່າວດັ່ງນີ້. |
|
| 18 |
|
| ລູກຊາຍຂອງທ່ານເອງບາງຄົນກໍຈະຖືກຈັບໄປ ແລະກາຍເປັນຊາຍຕອນ ເພື່ອຮັບໃຊ້ຢູ່ໃນວັງຂອງກະສັດແຫ່ງບາບີໂລນ.” |
|
| 19 |
|
| ກະສັດເຮເຊກີຢາເຂົ້າໃຈເລື່ອງນີ້ໃນຄວາມໝາຍທີ່ວ່າ ຄວາມສະຫງົບສຸກກັບຄວາມປອດໄພຈະມີຢູ່ຕະຫລອດຊົ່ວຊີວິດຂອງເພິ່ນ; ດັ່ງນັ້ນ ເພິ່ນຈຶ່ງຕອບເອຊາຢາວ່າ, “ຖ້ອຍຄຳຂອງພຣະເຈົ້າຢາເວທີ່ທ່ານໄດ້ບອກກັບຂ້າພະເຈົ້ານີ້ດີຫລາຍ.” |
|
| 20 |
|
| ສິ່ງອື່ນທີ່ກະສັດເຮເຊກີຢາໄດ້ກະທຳ ຕະຫລອດທັງຄວາມອົງອາດກ້າຫານຂອງເພິ່ນ ແລະທັງເລື່ອງທີ່ເພິ່ນໄດ້ສ້າງອ່າງນໍ້າ ແລະຂຸດບໍ່ນໍ້າເພື່ອເອົານໍ້າເຂົ້າໄປໃນເມືອງ; ທັງໝົດນີ້ແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ. |
|
| 21 |
|
| ກະສັດເຮເຊກີຢາໄດ້ຕາຍໄປ ແລ້ວເຈົ້າມານາເຊລູກຊາຍຂອງເພິ່ນກໍໄດ້ຂຶ້ນປົກຄອງແທນ. |
|
|
|
|