|
| 1 |
|
| ມີມື້ໜຶ່ງ ພວກຜູ້ທຳນວາຍທີ່ຢູ່ພາຍໃຕ້ການດູແລຂອງເອລີຊາ ໄດ້ຈົ່ມຕໍ່ເພິ່ນວ່າ, “ບ່ອນທີ່ພວກເຮົາຢູ່ນີ້ນ້ອຍໂພດ |
|
| 2 |
|
| ຈົ່ງອະນຸຍາດໃຫ້ພວກເຮົາໄປຕັດໄມ້ທີ່ແຄມຝັ່ງແມ່ນໍ້າຈໍແດນ ເພື່ອວ່າພວກເຮົາຈະໄດ້ສ້າງບ່ອນຢູ່ອາໄສໃໝ່.” ເພິ່ນຕອບວ່າ, “ຈົ່ງໄປສາ.” |
|
| 3 |
|
| ຜູ້ໜຶ່ງໃນພວກເຂົາຂໍຮ້ອງໃຫ້ເພິ່ນໄປນຳ; ເພິ່ນກໍຕົກລົງ. |
|
| 4 |
|
| ດັ່ງນັ້ນ ເພິ່ນຈຶ່ງໄປກັບພວກເຂົາ. ເມື່ອມາຮອດແຄມຝັ່ງແມ່ນໍ້າຈໍແດນແລ້ວ ພວກເຂົາຕ່າງກໍລົງມືເຮັດວຽກ. |
|
| 5 |
|
| ຂະນະທີ່ຄົນໜຶ່ງໃນພວກເຂົາກຳລັງຕັດໄມ້ຢູ່ນັ້ນ ຫົວຂວານເຫຼັກຂອງລາວກໍຫລ່ອນຕົກລົງໄປໃນນໍ້າ. ລາວຈຶ່ງຂື້ນວ່າ, “ນາຍເອີຍ ຂ້ານ້ອຍຈະເຮັດຢ່າງໃດ ມັນເປັນຂວານທີ່ຢືມມາຊໍ້າ.” |
|
| 6 |
|
| ຄົນຂອງພຣະເຈົ້າຖາມວ່າ, “ມັນຕົກຢູ່ບ່ອນໃດ?” ຊາຍຄົນນັ້ນໄດ້ຊີ້ໃຫ້ເພິ່ນເບິ່ງບ່ອນຫົວຂວານຕົກ, ແລ້ວເພິ່ນກໍຕັດເອົາໄມ້ທ່ອນໜຶ່ງຖິ້ມລົງໄປໃນນໍ້າ ແລະເຮັດໃຫ້ຫົວຂວານນັ້ນຟູຂຶ້ນມາ. |
|
| 7 |
|
| ເພິ່ນສັ່ງວ່າ, “ຈັບເອົາຂຶ້ນມາ.” ແລະຊາຍຄົນນັ້ນກໍຢື້ມືລົງໄປ ແລະຈັບເອົາຫົວຂວານຂຶ້ນມາ. |
|
| 8 |
|
| ຕໍ່ມາ ກະສັດແຫ່ງຊີເຣຍໄດ້ເຮັດເສິກຕໍ່ສູ້ອານາຈັກອິດສະຣາເອນ. ເພິ່ນໄດ້ປະຊຸມກັບພວກຂ້າຣາຊການຂອງເພິ່ນ ແລະເລືອກເອົາບ່ອນໜຶ່ງເປັນບ່ອນຕັ້ງຄ້າຍ. |
|
| 9 |
|
| ແຕ່ຄົນຂອງພຣະເຈົ້າໄດ້ສົ່ງຖ້ອຍຄຳໄປບອກກະສັດແຫ່ງອິດສະຣາເອນ ເພື່ອເຕືອນເພິ່ນບໍ່ໃຫ້ໄປໃກ້ບ່ອນນັ້ນ ເພາະພວກຊີເຣຍໄດ້ຄອຍຖ້າດັກໂຈມຕີຢູ່ທີ່ນັ້ນ. |
|
| 10 |
|
| ດັ່ງນັ້ນ ກະສັດແຫ່ງອິດສະຣາເອນຈຶ່ງໄດ້ສົ່ງຖ້ອຍຄຳທີ່ຄົນຂອງພຣະເຈົ້າບອກໄປຫາທະຫານ ທີ່ຢູ່ໃນບ່ອນນັ້ນໃຫ້ລະມັດລະວັງຕົວ. ເຫດການຢ່າງນີ້ໄດ້ເກີດຂຶ້ນຫລາຍຄັ້ງຫລາຍຄາວ. |
|
| 11 |
|
| ກະສັດແຫ່ງຊີເຣຍເສຍໃຈຫຼາຍໃນເລື່ອງນີ້; ເພິ່ນຈຶ່ງໄດ້ເອີ້ນພວກນາຍທະຫານຂອງເພິ່ນມາຖາມວ່າ, “ມີໃຜແດ່ໃນພວກເຈົ້າ ທີ່ເຂົ້າຂ້າງກະສັດແຫ່ງອິດສະຣາເອນ?” |
|
| 12 |
|
| ນາຍທະຫານຄົນໜຶ່ງຕອບຂຶ້ນວ່າ, “ຂ້າແດ່ພະຣາຊາ ບໍ່ມີໃຜດອກ. ແມ່ນຜູ້ທຳນວາຍເອລີຊາແຫ່ງອິດສະຣາເອນ ຜູ້ໄດ້ບອກກະສັດແຫ່ງອິດສະຣາເອນ ເຖິງຄຳເວົ້າທີ່ທ່ານໄດ້ເວົ້າເປັນທາງສ່ວນຕົວ ແມ່ນແຕ່ໃນຫ້ອງນອນຂອງທ່ານ.” |
|
| 13 |
|
| ກະສັດສັ່ງວ່າ, “ຈົ່ງຊອກຫາວ່າລາວຢູ່ໃສ? ແລະເຮົາຈະໃຊ້ຄົນໄປຈັບລາວ.” ເມື່ອມີຄົນມາບອກເພິ່ນວ່າ ເພິ່ນຢູ່ທີ່ເມືອງໂດທານ |
|
| 14 |
|
| ດັ່ງນັ້ນ ເພິ່ນຈຶ່ງສົ່ງກອງທັບໃຫຍ່ໄປທີ່ນັ້ນພ້ອມທັງຝູງມ້າ ແລະລົດຮົບ. ພວກເຂົາໄປຮອດຕົວເມືອງໃນເວລາກາງຄືນ ແລະອ້ອມເມືອງໄວ້. |
|
| 15 |
|
| ມື້ຕໍ່ມາ ຄົນຮັບໃຊ້ຄົນຂອງພຣະເຈົ້າໄດ້ລຸກຂຶ້ນແຕ່ເຊົ້າໆ ແລະອອກໄປທາງນອກເຮືອນ ລາວຈຶ່ງເຫັນກຳລັງທະຫານຂອງຊີເຣຍ ພ້ອມດ້ວຍຝູງມ້າ ແລະລົດຮົບອ້ອມເມືອງຢູ່. ລາວຟ້າວກັບຄືນໄປຫາເອລີຊາ ແລະຮ້ອງຂຶ້ນວ່າ, “ນາຍເອີຍ ຕາຍແລ້ວບັດນີ້ ພວກເຮົາຈະເຮັດຢ່າງໃດ?” |
|
| 16 |
|
| ເພິ່ນຕອບວ່າ, “ບໍ່ຕ້ອງຢ້ານ ຝ່າຍຂອງພວກເຮົາມີຫລາຍກວ່າຝ່າຍຂອງພວກເຂົາ.” |
|
| 17 |
|
| ແລ້ວເອລີຊາກໍພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ຂໍພຣະອົງເປີດຕາຄົນຮັບໃຊ້ຂອງຂ້ານ້ອຍຄົນນີ້ ໃຫ້ເຫັນກຳລັງຝ່າຍເຮົາແດ່ທ້ອນ.” ພຣະເຈົ້າຢາເວຕອບຄຳພາວັນນາອະທິຖານຂອງເອລີຊາ. ເມື່ອຄົນຮັບໃຊ້ຂອງເພິ່ນຫລຽວຂຶ້ນໄປທີ່ເທິງພູ ລາວກໍເຫັນຝູງມ້າ ແລະລົດຮົບເປັນໄຟຢູ່ອ້ອມລ້ອມເອລີຊາ. |
|
| 18 |
|
| ເມື່ອພວກຊີເຣຍເຂົ້າໂຈມຕີ ເອລີຊາກໍພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, “ຂໍພຣະອົງເຮັດໃຫ້ພວກທະຫານເຫຼົ່ານີ້ຕາບອດສາ.” ພຣະອົງຕອບຄຳພາວັນນາອະທິຖານຂອງເພິ່ນ ແລະເຮັດໃຫ້ພວກເຂົາຕາບອດ. |
|
| 19 |
|
| ແລ້ວເອລີຊາກໍໄປຫາພວກເຂົາ ແລະເວົ້າວ່າ, “ພວກເຈົ້າມາຜິດທາງ; ນີ້ບໍ່ແມ່ນເມືອງທີ່ພວກເຈົ້າກຳລັງຊອກຫາ. ຈົ່ງຕາມຂ້ອຍມາ ຂ້ອຍຈະນຳພວກເຈົ້າໄປຫາຊາຍທີ່ພວກເຈົ້າກຳລັງຊອກຫານັ້ນ.” ແລ້ວເພິ່ນກໍນຳພວກເຂົາໄປທີ່ນະຄອນຊາມາເຣຍ. |
|
| 20 |
|
| ພໍພວກເຂົາເຂົ້າໄປໃນນະຄອນຊາມາເຣຍ ເອລີຊາຈຶ່ງພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ຂໍພຣະອົງເປີດຕາພວກເຂົາໃຫ້ເຫັນເທີ້ນ.” ພຣະເຈົ້າຢາເວໄດ້ຕອບຄຳພາວັນນາອະທິຖານຂອງເພິ່ນ; ພຣະອົງໃຫ້ພວກເຂົາເຫັນຮຸ່ງ ແລະພວກເຂົາຈຶ່ງເຫັນວ່າພວກຕົນພວມຢູ່ໃນນະຄອນຊາມາເຣຍ. |
|
| 21 |
|
| ເມື່ອກະສັດແຫ່ງອິດສະຣາເອນເຫັນພວກຊີເຣຍ ເພິ່ນຈຶ່ງຖາມເອລີຊາວ່າ, “ພໍ່ເອີຍ ໃຫ້ເຮົາຂ້າພວກເຂົາບໍ? ໃຫ້ເຮົາຂ້າພວກເຂົາບໍ?” |
|
| 22 |
|
| ເພິ່ນຕອບວ່າ, “ບໍ່ ແມ່ນແຕ່ທະຫານທີ່ທ່ານຈັບໄດ້ໃນສະໜາມຮົບກໍຢ່າຂ້າພວກເຂົາ. ຈົ່ງຫາອາຫານແລະນໍ້າ ໃຫ້ພວກເຂົາກິນແລະດື່ມ ແລະປ່ອຍໃຫ້ພວກເຂົາກັບຄືນເມືອຫາກະສັດຂອງພວກເຂົາ.” |
|
| 23 |
|
| ດັ່ງນັ້ນ ກະສັດອິດສະຣາເອນຈຶ່ງໄດ້ຈັດຫາອາຫານລ້ຽງພວກເຂົາຢ່າງໃຫຍ່ໂຕ; ຫລັງຈາກພວກເຂົາກິນແລະດື່ມແລ້ວ, ກະສັດກໍສົ່ງພວກເຂົາກັບຄືນເມືອຫາກະສັດແຫ່ງຊີເຣຍ. ນັບຕັ້ງແຕ່ນັ້ນມາ ຊາວຊີເຣຍກໍຢຸດໂຈມຕີດິນແດນອິດສະຣາເອນ. |
|
| 24 |
|
| ຕໍ່ມາ ກະສັດເບັນຮາດາດແຫ່ງຊີເຣຍໄດ້ນຳເອົາກອງທັບທັງໝົດຂອງເພິ່ນ ໄປຕໍ່ສູ້ອານາຈັກອິດສະຣາເອນແລະອ້ອມນະຄອນຊາມາເຣຍໄວ້. |
|
| 25 |
|
| ການປິດລ້ອມເມືອງໃນຄັ້ງນີ້ເປັນເຫດໃຫ້ຕົວເມືອງ ເກີດການຂາດແຄນອາຫານເປັນຢ່າງໜັກ ຈົນວ່າຫົວລໍໂຕໜຶ່ງມີລາຄາແປດສິບຫລຽນເງິນ ແລະຂີ້ນົກກາງແກ ສອງຮ້ອຍກຼາມ ມີລາຄາຫ້າຫລຽນເງິນ. |
|
| 26 |
|
| ມື້ໜຶ່ງ ກະສັດແຫ່ງອິດສະຣາເອນກຳລັງຍ່າງລຽບຕາມກຳແພງເມືອງ. ແລ້ວກໍມີຍິງຄົນໜຶ່ງຮ້ອງໃສ່ເພິ່ນວ່າ, “ຂ້າແດ່ພະຣາຊາ ກະລຸນາຊ່ວຍຂ້ານ້ອຍແດ່ທ້ອນ.” |
|
| 27 |
|
| ກະສັດຕອບວ່າ, “ຖ້າພຣະເຈົ້າຢາເວບໍ່ຊ່ວຍເຈົ້າແລ້ວ ເຮົາຈະຊ່ວຍເຈົ້າໄດ້ຢ່າງໃດ? ເຮົາມີເຂົ້າ ຫລືເຫຼົ້າອະງຸ່ນຊັ້ນບໍ? |
|
| 28 |
|
| ເຈົ້າມີຄວາມເດືອດຮ້ອນຫຍັງ?” ນາງຕອບວ່າ, “ມື້ກ່ອນນັ້ນ ຍິງຄົນນີ້ສະເໜີວ່າໃຫ້ກິນລູກຂອງຂ້ານ້ອຍກ່ອນ ແລ້ວໃນມື້ຕໍ່ໄປຈຶ່ງກິນລູກຂອງນາງ. |
|
| 29 |
|
| ດັ່ງນັ້ນ ພວກເຮົາຈຶ່ງໄດ້ເອົາລູກຊາຍຂອງຂ້ານ້ອຍມາຈັດແຈ່ງເປັນອາຫານ. ໃນມື້ຕໍ່ມາ ຂ້ານ້ອຍບອກລາວວ່າ, ‘ພວກເຮົາຕ້ອງກິນລູກຊາຍຂອງເຈົ້າ’ ແຕ່ນາງໄດ້ເຊື່ອງລູກຊາຍນັ້ນໄວ້.” |
|
| 30 |
|
| ເມື່ອໄດ້ຍິນດັ່ງນັ້ນ ກະສັດຈຶ່ງຈີກເຄື່ອງນຸ່ງຂອງຕົນດ້ວຍຄວາມທຸກໃຈ ແລະປະຊາຊົນທີ່ຢູ່ຕາມກຳແພງກໍໄດ້ເຫັນເພິ່ນນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ຊ້ອນໄວ້ທາງໃນເຄື່ອງນຸ່ງຂອງເພິ່ນ. |
|
| 31 |
|
| ເພິ່ນຮ້ອງຂຶ້ນວ່າ, “ຖ້າເອລີຊາບໍ່ຖືກຕັດຫົວກ່ອນວັນນີ້ໝົດໄປ ກໍຂໍໃຫ້ພຣະເຈົ້າປະຫານຊີວິດຂອງຂ້ານ້ອຍເສຍເຖີດ.” |
|
| 32 |
|
| ແລ້ວເພິ່ນກໍໃຊ້ຄົນໄປນຳເອົາເອລີຊາ. ໃນຂະນະດຽວກັນນັ້ນ ເອລີຊາກຳລັງນັ່ງຢູ່ໃນເຮືອນກັບບັນດາເຖົ້າແກ່ບາງຄົນ ທີ່ໄດ້ມາຢ້ຽມຢາມເພິ່ນ. ກ່ອນທີ່ຄົນຂອງກະສັດມາຮອດ ເອລີຊາເວົ້າກັບບັນດາເຖົ້າແກ່ວ່າ, “ຄາດຕະກອນຄົນນັ້ນກຳລັງສົ່ງຄົນມາສັງຫານຂ້າພະເຈົ້າ ເມື່ອລາວມາຮອດທີ່ນີ້ແລ້ວໃຫ້ອັດປະຕູໄວ້ ຢ່າໃຫ້ລາວເຂົ້າມາ. ສ່ວນກະສັດເອງຈະຕາມຄົນນີ້ມານຳຫລັງ.” |
|
| 33 |
|
| ເອລີຊາເວົ້າຍັງບໍ່ທັນຈົບ, ກະສັດ ກໍມາຮອດ ແລະກ່າວວ່າ, “ແມ່ນພຣະເຈົ້າຢາເວທີ່ໄດ້ນຳເອົາຄວາມເດືອດຮ້ອນນີ້ມາສູ່ພວກເຮົາ. ເຫດໃດຂ້າພະເຈົ້າຈຶ່ງຈະລໍຖ້າພຣະເຈົ້າຢາເວໃຫ້ດຳເນີນການຢ່າງໃດຢ່າງໜຶ່ງ?” |
|
|
|
|