|
| 1 |
|
| ອາດາມເປັນພໍ່ຂອງເຊດ, ເຊດເປັນພໍ່ຂອງເອໂນດ, ເອໂນດເປັນພໍ່ຂອງເກນານ, |
|
| 2 |
|
| ເກນານເປັນພໍ່ຂອງມະຫາລາເລນ, ມະຫາລາເລນເປັນພໍ່ຂອງຢາເຣັດ. |
|
| 3 |
|
| ຢາເຣັດເປັນພໍ່ຂອງເອນົກ ແລະເອນົກເປັນພໍ່ຂອງເມທູເສລາ; ເມທູເສລາເປັນພໍ່ຂອງລາເມັກ, |
|
| 4 |
|
| ແລະລາເມັກເປັນພໍ່ຂອງໂນອາ. ໂນອາມີລູກຊາຍສາມຄົນ ດັ່ງນີ້: ເຊມ, ຮາມ ແລະຢາເຟດ. |
|
| 5 |
|
| ພວກລູກຊາຍຂອງຢາເຟດ ມີດັ່ງນີ້: ໂກເມ, ມາກົກ, ມາດາຍ, ຢາວານ, ຕູບານ, ເມເຊັກ ແລະຕີຣາດ. ພວກນີ້ເປັນປູ່ຍ່າຕາຍາຍຕໍ່ໆມາຂອງຊົນຊາດທີ່ໄດ້ໃສ່ຊື່ຂອງພວກເຂົາ. |
|
| 6 |
|
| ເຊື້ອສາຍຂອງໂກເມ ມີດັ່ງນີ້: ຊາວອັດຊະເກນາດ, ຣີຟາດ ແລະໂຕກາມາ. |
|
| 7 |
|
| ເຊື້ອສາຍຂອງຢາວານ ມີດັ່ງນີ້: ຊາວເອລີຊາ, ສະເປນ, ໄຊປຣັດ ແລະໂຣເດັດ. |
|
| 8 |
|
| ພວກລູກຊາຍຂອງຮາມ ມີດັ່ງນີ້: ກູເຊ, ເອຢິບ, ລີເບຍແລະການາອານ. ພວກນີ້ເປັນປູ່ຍ່າຕາຍາຍຕໍ່ໆມາຂອງຊົນຊາດທີ່ໃສ່ຊື່ຂອງພວກເຂົາ. |
|
| 9 |
|
| ເຊື້ອສາຍຂອງກູເຊ ມີດັ່ງນີ້: ຊາວເຊບາ, ຮາວິລາ, ສັບຕາ, ຣາອາມາ ແລະສັບເຕກາ. ເຊື້ອສາຍຂອງຣາອາມາ ແມ່ນຊາວເຊບາແລະຊາວເດດານ. |
|
| 10 |
|
| ກູເຊມີລູກຊາຍຜູ້ໜຶ່ງຊື່ວ່ານິມໂຣດ ແລະລາວໄດ້ກາຍເປັນນັກປົກຄອງຜູ້ຍິ່ງໃຫຍ່ຄົນທຳອິດໃນໂລກ. |
|
| 11 |
|
| ເຊື້ອສາຍຂອງເອຢິບ ມີດັ່ງນີ້: ຊາວລູດີອາ, ອານາມ, ເລຮາບ, ນັບຕູ, |
|
| 12 |
|
| ປາທະຣູ, ກັດສະລູ ແລະຊາວກະເຣເຕ (ຊຶ່ງເປັນຕົ້ນຕະກຸນຂອງຊາວຟີລິດສະຕິນ). |
|
| 13 |
|
| ພວກລູກຊາຍຂອງການາອານ ມີດັ່ງນີ້: ຊີໂດນແລະເຫັດ. ທັງສອງນີ້ເປັນປູ່ຍ່າຕາຍາຍຕໍ່ໆມາຂອງຊົນຊາດທີ່ໃສ່ຊື່ຂອງພວກເຂົາ. |
|
| 14 |
|
| ການາອານຍັງເປັນປູ່ຍ່າຕາຍາຍຂອງຊົນຊາດ ດັ່ງຕໍ່ໄປນີ້: ເຢບຸດ, ອາໂມ, ກີກາຊີ, |
|
| 15 |
|
| ຮີວີ, ອາກກີ, ສີນີ, |
|
| 16 |
|
| ອາກວາດີ, ເຊມາຣີ ແລະຮາມັດ. |
|
| 17 |
|
| ພວກລູກຊາຍຂອງເຊມ ມີດັ່ງນີ້: ເອລາມ, ອັດຊູເຣ, ອາກປັກຊາດ, ລູດ, ອາຣາມ, ອູເຊ, ຮຸນ, ເກເຕີ ແລະເມເຊັກ. ພວກນີ້ເປັນປູ່ຍ່າຕາຍາຍຂອງຊົນຊາດຕໍ່ໆມາທີ່ໃສ່ຊື່ຂອງພວກເຂົາ. |
|
| 18 |
|
| ອາກປັກຊາດເປັນພໍ່ຂອງເຊລາແລະເຊລາເປັນພໍ່ຂອງເອເບ. |
|
| 19 |
|
| ເອເບມີລູກຊາຍສອງຄົນ; ຜູ້ໜຶ່ງຊື່ວ່າ ເປເລັກ ແລະກ່ອນຈະໃສ່ຊື່ນີ້ກໍເພາະສະໄໝນັ້ນຄົນໃນໂລກໄດ້ແບ່ງແຍກກັນ. ສ່ວນຜູ້ໜຶ່ງອີກຊື່ວ່າ ໂຢກທານ. |
|
| 20 |
|
| ໂຢກທານ ເປັນພໍ່ຂອງ: ອານໂມດາດ, ເຊເລັບ, ຮາຊາມາເວດ, ເຢຣາ, |
|
| 21 |
|
| ຮາໂດຣາມ, ອູຊານ, ດີກະລາ, |
|
| 22 |
|
| ເອບານ, ອາບີມາເອນ, ເຊບາ, |
|
| 23 |
|
| ໂອຟີ, ຮາວີລາ ແລະໂຢບັບ, ຊົນຊາດທັງໝົດນີ້ເປັນເຊື້ອສາຍຂອງໂຢກທານ. |
|
| 24 |
|
| ສາຍຄອບຄົວຕັ້ງແຕ່ເຊມຫາອັບຣາມ ມີດັ່ງນີ້: ເຊມ, ອາກປັກຊາດ, ເຊລາ, |
|
| 25 |
|
| ເອເບ, ເປເລັກ, ເຣອູ, |
|
| 26 |
|
| ເສຣຸກ, ນາໂຮ, ເຕຣາ, |
|
| 27 |
|
| ແລະອັບຣາມ (ເອີ້ນກັນອີກວ່າອັບຣາຮາມ). |
|
| 28 |
|
| ອັບຣາຮາມມີລູກຊາຍສອງຄົນຊື່ວ່າ ອີຊາກແລະອິດຊະມາເອນ. |
|
| 29 |
|
| ລູກຊາຍຂອງອິດຊະມາເອນໄດ້ກາຍເປັນຫົວໜ້າຂອງສິບສອງເຜົ່າ ມີດັ່ງນີ້: ເນບາໂຢດ, ເກດາ, ອັດເບເອນ, ມິບສາມ, |
|
| 30 |
|
| ມີຊະມາ, ດູມາ, ມາສາ, ຮາດັດ, ເຕມາ, |
|
| 31 |
|
| ເຢຕູເຣ, ນາຟິດ ແລະເກເດມາ, ພວກດັ່ງກ່າວເປັນລູກຊາຍຂອງອິດຊະມາເອນ. |
|
| 32 |
|
| ອັບຣາຮາມມີເມຍນ້ອຍຄົນໜຶ່ງຊື່ວ່າ ເກຕູຣາ ແລະນາງໄດ້ເກີດລູກຊາຍຫົກຄົນ ມີດັ່ງນີ້: ຊິມຣານ, ໂຢກຊານ, ເມດານ, ມີດີອານ, ອີຊະບາກ ແລະຊູອາ. ໂຢກຊານມີລູກຊາຍສອງຄົນ ດັ່ງນີ້: ເຊບາແລະເດດານ. |
|
| 33 |
|
| ມີດີອານມີລູກຊາຍຫ້າຄົນ ດັ່ງນີ້: ເອຟາ, ເອເຟ, ຮານົກ, ອາບີດາ ແລະເອນດາອາ, ທັງໝົດນີ້ແມ່ນເຊື້ອສາຍຂອງເກຕູຣາ. |
|
| 34 |
|
| ອີຊາກລູກຊາຍຂອງອັບຣາຮາມມີລູກຊາຍສອງຄົນຊື່ວ່າ ເອຊາວແລະຢາໂຄບ. |
|
| 35 |
|
| ພວກລູກຊາຍຂອງເອຊາວ ມີດັ່ງນີ້: ເອລີຟັດ, ເຣອູເອນ, ເຢອຸດ, ຢາລາມ ແລະໂກຣາ. |
|
| 36 |
|
| ພວກລູກຊາຍຂອງເອລີຟັດ ມີດັ່ງນີ້: ເຕມານ, ໂອມາກ, ເຊຟີ, ຄາຕາມ, ເກນາດ, ຕີມນາ ແລະອາມາເຫຼັກ. |
|
| 37 |
|
| ພວກລູກຊາຍຂອງເຣອູເອນ ມີດັ່ງນີ້: ນາຮາດ, ເຊຣາ, ຊາມມາ ແລະມິດຊາ. |
|
| 38 |
|
| ພວກລູກຊາຍຂອງເສອີ ມີດັ່ງນີ້: ໂລຕັນ, ໂຊບານ, ຊີເບໂອນ, ອານາ, ດີໂຊນ, ເອເຊ ແລະດີຊານ |
|
| 39 |
|
| ພວກລູກຊາຍຂອງໂລຕັນ ມີດັ່ງນີ້: ໂຮຣີແລະໂຮມາມ. (ໂລຕັນມີນ້ອງສາວຜູ້ໜຶ່ງຊື່ວ່າ ຕີມນາ.) |
|
| 40 |
|
| ພວກລູກຊາຍຂອງໂຊບານ ມີດັ່ງນີ້: ອາລີອານ, ມານາຮາດ, ເອບານ, ເຊຟີ ແລະໂອນາມ. ຊີເບໂອນມີລູກຊາຍສອງຄົນຊື່ວ່າ ອາອີຢາ ແລະອານາ. |
|
| 41 |
|
| ພວກລູກຊາຍຂອງອານາ ມີດັ່ງນີ້: ດີໂຊນ ແລະດີໂຊນເປັນພໍ່ຂອງຮຳຣານ, ເອຊະບານ, ອີທະຣານ ແລະເກຣານ. |
|
| 42 |
|
| ພວກລູກຊາຍຂອງເອເຊ ມີດັ່ງນີ້: ບິນຮານ, ຊາອາວານ ແລະຢາອາການ. ພວກລູກຊາຍຂອງດີຊານ ມີດັ່ງນີ້: ອູເຊແລະອາຣານ. |
|
| 43 |
|
| ບັນດາກະສັດທີ່ໄດ້ປົກຄອງອານາຈັກເອໂດມສືບຕໍ່ກັນມາ ກ່ອນສະໄໝທີ່ມີກະສັດປົກຄອງໃນປະເທດອິດສະຣາເອນ ມີດັ່ງນີ້: ເບລາ ລູກຊາຍຂອງເບອໍ ຈາກເມືອງດິນຮາບາ. |
|
| 44 |
|
| ເມື່ອເບລາຕາຍໄປແລ້ວ ໂຢບັບ ລູກຊາຍຂອງເຊຣາ ຈາກເມືອງໂບຊະຣາ ກໍໄດ້ຂຶ້ນປົກຄອງແທນ. |
|
| 45 |
|
| ເມື່ອໂຢບັບຕາຍໄປແລ້ວ ຮູຊາມ ຈາກເມືອງເຕມານ ກໍໄດ້ຂຶ້ນປົກຄອງແທນ. |
|
| 46 |
|
| ເມື່ອຮູຊາມຕາຍໄປແລ້ວ ຮາດັດ ລູກຊາຍຂອງເບດັດ ຈາກເມືອງອາວິດ ກໍໄດ້ຂຶ້ນປົກຄອງແທນ. (ຜູ້ທີ່ເອົາຊະນະຊາວມີດີອານຢູ່ໃນນາຂອງໂມອາບ). |
|
| 47 |
|
| ເມື່ອຮາດັດຕາຍໄປແລ້ວ ສາມລາ ຈາກເມືອງມາສະເຣກາ ກໍໄດ້ຂຶ້ນປົກຄອງແທນ. |
|
| 48 |
|
| ເມື່ອສາມລາຕາຍໄປແລ້ວ ຊາອູນ ຊາວແຄມແມ່ນໍ້າເມືອງເຣໂຮໂບດ ກໍໄດ້ຂຶ້ນປົກຄອງແທນ. |
|
| 49 |
|
| ເມື່ອຊາອູນຕາຍໄປແລ້ວ ບາອານຮານານ ລູກຊາຍຂອງອັກໂບ ກໍໄດ້ຂຶ້ນປົກຄອງແທນ. |
|
| 50 |
|
| ເມື່ອບາອານຮານານຕາຍໄປແລ້ວ ຮາດັດ ຈາກເມືອງປາອີ ກໍໄດ້ຂຶ້ນປົກຄອງແທນ. (ເມຍຂອງເພິ່ນຊື່ວ່າ ເມເຮຕາເບນ ຜູ້ເປັນລູກສາວຂອງມັດເຣັດ ແລະຫລານສາວຂອງເມຊາຮາບ). ແລະຮາດັດໄດ້ຕາຍໄປ |
|
| 51 |
|
| ປະຊາຊົນໃນເອໂດມໄດ້ແບ່ງອອກເປັນຫລາຍເຜົ່າ ມີດັ່ງນີ້: ຕີມນາ, ອານວາ, ເຢເທັດ, |
|
| 52 |
|
| ໂອໂຮລີບາມາ, ເອລາ, ປີໂນນ, |
|
| 53 |
|
| ເກນາດ, ເຕມານ, ມິບຊາ, |
|
| 54 |
|
| ມັກດິເອນ ແລະອີຣາມ, ພວກເຫົ່ລານີ້ແມ່ນຊົນເຜົ່າຂອງເອໂດມ. |
|
|
|
|