|
| 1 |
|
| ພວກຟີລິດສະຕິນໄດ້ເຮັດເສິກກັບພວກອິດສະຣາເອນທີ່ເທິງພູເຂົາກິນໂບອາ. ພວກອິດສະຣາເອນໄດ້ຖືກຂ້າຢ່າງຫລວງຫລາຍໃນທີ່ນັ້ນ ແລະສ່ວນທີ່ເຫຼືອຢູ່ກັບກະສັດໂຊນເອງ ພ້ອມດ້ວຍລູກຊາຍຂອງເພິ່ນຕ່າງກໍໄດ້ປົບໜີໄປ. |
|
| 2 |
|
| ແຕ່ພວກເຂົາຖືກພວກຟີລິດສະຕິນຈັບໄດ້ ພ້ອມທັງລູກຊາຍສາມຄົນຂອງກະສັດໂຊນ ດັ່ງນີ້: ໂຢນາທານ, ອາບີນາດາບ ແລະມັນກີຊູອາ. ພວກຟີລິດສະຕິນໄດ້ຂ້າພວກເຂົາຖິ້ມ. |
|
| 3 |
|
| ການສູ້ຮົບປິດລ້ອມກະສັດໂຊນໜັກໜ່ວງຫລາຍ ແລະເພິ່ນເອງກໍຖືກລູກທະນູຂອງສັດຕູບາດເຈັບສາຫັດ. |
|
| 4 |
|
| ເພິ່ນກ່າວແກ່ຊາຍໜຸ່ມຜູ້ທີ່ຖືອາວຸດຂອງເພິ່ນວ່າ, “ຊັກດາບອອກມາຂ້າຂ້ອຍສາ ເພື່ອພວກຟີລິດສະຕິນຜູ້ບໍ່ນັບຖືພຣະເຈົ້າຈະບໍ່ໄດ້ສົມນໍ້າໜ້າຂ້ອຍ.” ແຕ່ຊາຍໜຸ່ມຜູ້ນັ້ນຢ້ານຫລາຍຈຶ່ງບໍ່ກ້າຂ້າເພິ່ນ. ດັ່ງນັ້ນ ກະສັດໂຊນຈຶ່ງຊັກດາບອອກມາແລະຂ້າຕົນເອງເສຍ. |
|
| 5 |
|
| ເມື່ອຊາຍໜຸ່ມຜູ້ນັ້ນເຫັນວ່າກະສັດໂຊນໄດ້ຕາຍແລ້ວ, ລາວຈຶ່ງໃຊ້ດາບແທງຕົນເອງຕາຍໄປຕາມເພິ່ນ. |
|
| 6 |
|
| ກະສັດໂຊນແລະລູກຊາຍສາມຄົນຂອງເພິ່ນໄດ້ຕາຍໄປດັ່ງນີ້ແຫລະ ແລະບໍ່ມີເຊື້ອສາຍຄົນໃດຂອງເພິ່ນໄດ້ປົກຄອງປະເທດໃນເວລາຕໍ່ມາ. |
|
| 7 |
|
| ເມື່ອພວກອິດສະຣາເອນທີ່ອາໄສຢູ່ໃນຮ່ອມພູຢິດຊະເຣນໄດ້ຍິນວ່າ ກອງທັບອິດສະຣາເອນໄດ້ປົບໜີ ແລະກະສັດໂຊນພ້ອມທັງພວກລູກຊາຍຂອງເພິ່ນກໍໄດ້ຕາຍແລ້ວ; ສະນັ້ນ ພວກເຂົາຈຶ່ງພາກັນປະເມືອງແລະປົບໜີໄປ. ແລ້ວພວກຟີລິດສະຕິນກໍໄດ້ເຂົ້າມາຢຶດເອົາເມືອງ. |
|
| 8 |
|
| ມື້ຕໍ່ມາ ຫລັງຈາກເຊົາສູ້ຮົບແລ້ວ ພວກຟີລິດສະຕິນກໍໄປແກ້ເອົາເຄື່ອງຈາກຊາກສົບ ແລະພວກເຂົາໄດ້ພົບຊາກສົບຂອງກະສັດໂຊນພ້ອມທັງຊາກສົບຂອງພວກລູກຊາຍ ນອນດອຍຢູ່ທີ່ເທິງພູເຂົາກິນໂບອາ. |
|
| 9 |
|
| ພວກເຂົາຈຶ່ງຕັດເອົາຫົວຂອງກະສັດໂຊນພ້ອມທັງປົດເຄື່ອງຮົບອອກ ແລ້ວກໍສົ່ງຄົນນຳຂ່າວດີໄປທົ່ວດິນແດນຟີລິດສະຕິນ ບອກຊາວຟີລິດສະຕິນແລະພະຂອງພວກເຂົາ. |
|
| 10 |
|
| ພວກເຂົາໄດ້ເອົາອາວຸດເພິ່ນໄປບັນຈຸໄວ້ໃນວິຫານແຫ່ງໜຶ່ງຂອງພວກເຂົາ ແລະເອົາຫົວຂອງກະສັດໂຊນຫ້ອຍໄວ້ໃນວິຫານຂອງພະດາໂກນ. |
|
| 11 |
|
| ເມື່ອຊາວເມືອງຢາເບັດກີເລອາດໄດ້ຍິນສິ່ງທີ່ພວກຟີລິດສະຕິນ ໄດ້ເຮັດຕໍ່ກະສັດໂຊນ |
|
| 12 |
|
| ບັນດາທະຫານຜູ້ເກັ່ງກ້າທີ່ສຸດກໍໄດ້ໄປເອົາຊາກສົບຂອງກະສັດໂຊນ ແລະຊາກສົບຂອງພວກລູກຊາຍຂອງເພິ່ນກັບຄືນມາທີ່ຢາເບັດ. ພວກເຂົາໄດ້ຝັງຊາກສົບເຫຼົ່ານັ້ນໄວ້ຢູ່ກ້ອງຕົ້ນໂອກແລະຖືສິນອົດອາຫານເຈັດວັນ. |
|
| 13 |
|
| ກະສັດໂຊນໄດ້ຕາຍໄປກໍເພາະເພິ່ນບໍ່ສັດຊື່ຕໍ່ພຣະເຈົ້າຢາເວ. ເພິ່ນບໍ່ເຊື່ອຟັງຂໍ້ຄຳສັ່ງຂອງພຣະເຈົ້າຢາເວ; ເພິ່ນໄດ້ປຶກສານຳວິນຍານຂອງຄົນຕາຍ |
|
| 14 |
|
| ແທນທີ່ຈະປຶກສານຳພຣະເຈົ້າຢາເວ. ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໄດ້ຂ້າເພິ່ນ ແລະມອບອານາຈັກໃຫ້ດາວິດລູກຊາຍຂອງເຢຊີ ຂຶ້ນປົກຄອງແທນ. |
|
|
|
|