×

Lao ພຣະຄຳພີສັກສິ 2012

1 ຂ່າວຄາວ 11

1
ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ໄປ​ຫາ​ດາວິດ​ທີ່​ນະຄອນ​ເຮັບໂຣນ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພວກເຮົາ​ເປັນ​ເລືອດເນື້ອ​ເຊື້ອໄຂ​ດຽວກັນ.
2
ໃນ​ອະດີດ​ທີ່​ຜ່ານ​ມາ ເຖິງ​ແມ່ນ​ໂຊນ​ຍັງ​ເປັນ​ກະສັດ​ຢູ່ ເພິ່ນ​ກໍໄດ້​ນຳພາ​ປະຊາຊົນ​ອິດສະຣາເອນ​ອອກ​ສູ້ຮົບ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ​ໄດ້​ສັນຍາ​ກັບ​ເພິ່ນ​ໃຫ້​ນຳພາ​ປະຊາຊົນ​ຂອງ​ພຣະອົງ ແລະ​ເປັນ​ຜູ້ປົກຄອງ​ຂອງ​ພວກເຂົາ.”
3
ດັ່ງນັ້ນ ຜູ້ນຳ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ມາ​ຫາ​ກະສັດ​ດາວິດ​ທີ່​ເຮັບໂຣນ. ເພິ່ນ​ໄດ້​ເຮັດ​ສັນຍາ​ເປັນ​ພັນທະມິດ​ກັບ​ພວກເຂົາ​ທີ່​ເຮັບໂຣນ​ຕໍ່ໜ້າ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ເພິ່ນ ແລະ​ແຕ່ງຕັ້ງ​ເພິ່ນ​ໃຫ້​ເປັນ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຊາມູເອນ.
4
ກະສັດ​ດາວິດ​ພ້ອມ​ດ້ວຍ​ຊາວ​ອິດສະຣາເອນ​ໄດ້​ໄປ​ໂຈມຕີ​ນະຄອນ​ເຢຣູຊາເລັມ. ໃນ​ສະໄໝ​ນັ້ນ​ນະຄອນ​ເຢຣູຊາເລັມ​ມີ​ຊື່​ວ່າ ເຢບູ; ແລະ​ຊາວ​ເຢບຸດ​ປະຊາຊົນ​ພື້ນເມືອງ​ຂອງ​ດິນແດນ​ນີ້​ຍັງ​ໄດ້​ອາໄສ​ຢູ່​ທີ່​ນັ້ນ.
5
ຊາວ​ເຢບຸດ​ທ້າທາຍ​ດາວິດ​ວ່າ ເພິ່ນ​ຈະ​ບຸກ​ເຂົ້າ​ໄປ​ຢຶດເອົາ​ເມືອງ​ນີ້​ບໍ່ໄດ້​ຈັກເທື່ອ; ແຕ່​ດາວິດ​ໄດ້​ຢຶດ​ປ້ອມ​ເມືອງ​ຊີໂອນ ແລະ​ປ້ອມ​ນີ້​ຈຶ່ງ​ຖືກ​ປ່ຽນ​ຊື່​ມາ​ເປັນ “ເມືອງ​ຂອງ​ດາວິດ.”
6
ດາວິດ​ໄດ້​ເວົ້າ​ວ່າ, “ຜູ້​ທຳອິດ​ທີ່​ຂ້າ​ຄົນ​ເຢບຸດ ຈະ​ໄດ້​ເປັນ​ຜູ້​ບັນຊາການ​ທະຫານ” ສະນັ້ນ ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ຈຶ່ງ​ເປັນ​ຜູ້​ນຳພາ​ບຸກໂຈມຕີ​ເມືອງ​ນີ້ ແລະ​ໄດ້​ເປັນ​ຜູ້​ບັນຊາການ​ທະຫານ.
7
ເພາະ​ກະສັດ​ດາວິດ​ໄດ້​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ປ້ອມ​ນີ້; ສະນັ້ນ ທີ່​ນັ້ນ​ຈຶ່ງ​ມີ​ຊື່​ວ່າ, “ເມືອງ​ຂອງ​ດາວິດ.”
8
ເພິ່ນ​ໄດ້​ສ້າງ​ເມືອງ​ຂຶ້ນ​ໃໝ່​ໂດຍ​ເລີ່ມຕົ້ນ​ແຕ່​ປ້ອມ​ທີ່​ມີ​ຊື່​ວ່າ ມິນໂລ ທາງທິດ​ຕາເວັນອອກ​ຂອງ​ເນີນພູ ແລະ​ໂຢອາບ​ໄດ້​ສ້ອມແປງ​ສ່ວນ​ທີ່​ເຫຼືອ​ຂອງ​ເມືອງ.
9
ກະສັດ​ດາວິດ​ມີ​ອຳນາດ​ເຂັ້ມແຂງ​ຍິ່ງໆ​ຂຶ້ນ ເພາະ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ໄດ້​ສະຖິດ​ຢູ່​ກັບ​ເພິ່ນ.
10
ຕໍ່ໄປນີ້​ແມ່ນ​ລາຍຊື່​ທະຫານ​ຜູ້​ທີ່​ມີ​ຊື່ສຽງ​ຂອງ​ກະສັດ​ດາວິດ. ໂດຍ​ຮ່ວມ​ກັບ​ປະຊາຊົນ​ອິດສະຣາເອນ​ສ່ວນ​ອື່ນໆ ທະຫານ​ເຫຼົ່ານີ້​ໄດ້​ຊ່ວຍ​ດາວິດ​ໃຫ້​ໄດ້​ຂຶ້ນ​ເປັນ​ກະສັດ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາໄວ້​ໂດຍ​ຊາວ​ອິດສະຣາເອນ; ແລະ​ພວກເຂົາ​ຍັງ​ໄດ້​ຊ່ວຍ​ຮັກສາ​ໃຫ້​ອານາຈັກ​ຂອງ​ເພິ່ນ​ໝັ້ນຄົງ​ດ້ວຍ.
11
ຄົນ​ທຳອິດ​ແມ່ນ​ຢາໂຊເບອາມ​ລູກຊາຍ​ຂອງ​ຮັກໂມນ ຜູ້​ທີ່​ເປັນ​ຫົວໜ້າ “ຈອມສາມ​ທະຫານເອກ.” ລາວ​ໃຊ້​ຫອກ​ສູ້ຮົບ​ກັບ​ສັດຕູ​ສາມຮ້ອຍ​ຄົນ ແລະ​ໄດ້​ຂ້າ​ພວກເຂົາ​ຖິ້ມ​ໝົດ​ໃນ​ບັ້ນຮົບ​ດຽວ.
12
ຜູ້​ທີ່​ມີ​ຊື່ສຽງ​ຕໍ່ມາ​ຂອງ “ຈອມສາມ​ທະຫານເອກ” ແມ່ນ​ເອເລອາຊາ ລູກຊາຍ​ຂອງ​ໂດໂດ​ແຫ່ງ​ຕະກຸນ​ອາໂຮ.
13
ລາວ​ໄດ້​ສູ້ຮົບ​ພວກ​ຟີລິດສະຕິນ​ໃຫ້​ກະສັດ​ດາວິດ​ໃນ​ບັ້ນ​ຮົບ​ປັດດຳມິມ; ລາວ​ກຳລັງ​ຢູ່​ໃນ​ທົ່ງນາ​ເຂົ້າ​ບາເລ ເມື່ອ​ຊາວ​ອິດສະຣາເອນ​ໄດ້​ລ່າຖອຍ​ໜີໄປ
14
ສ່ວນ​ລາວ​ພ້ອມ​ດ້ວຍ​ຄົນ​ຂອງຕົນ​ກໍ​ຢືນ​ຕໍ່ສູ້​ຊາວ​ຟີລິດສະຕິນ​ຢູ່​ກາງ​ທົ່ງນາ. ພຣະເຈົ້າຢາເວ​ໄດ້​ໃຫ້​ລາວ​ຮົບ​ຊະນະ​ເປັນ​ຄັ້ງ​ຍິ່ງໃຫຍ່.
15
ມື້​ໜຶ່ງ ມີ​ສາມ​ຄົນ​ໃນ​ຈຳນວນ​ທະຫານ​ເອກ​ສາມສິບ​ຄົນ ໄດ້​ໄປ​ທີ່​ໂງ່ນຫີນ​ແຫ່ງ​ໜຶ່ງ​ໃກ້​ກັບ​ຖໍ້າ​ອາດຸນລຳ​ບ່ອນ​ທີ່​ກະສັດ​ດາວິດ​ຢູ່ ຂະນະທີ່​ພວກ​ຟີລິດສະຕິນ​ກຸ່ມ​ໜຶ່ງ​ໄດ້​ຕັ້ງ​ຄ້າຍ​ຢູ່​ທີ່​ຮ່ອມພູ​ເຣຟາອິມ.
16
ໃນ​ເວລາ​ນັ້ນ ກະສັດ​ດາວິດ​ໄດ້​ພັກ​ຢູ່​ໃນ​ປ້ອມ​ປ້ອງກັນ​ທີ່​ເທິງ​ເນີນພູ ແລະ​ພວກ​ຟີລິດສະຕິນ​ໝວດ​ໜຶ່ງ​ຢຶດເອົາ​ເມືອງ​ເບັດເລເຮັມ​ໄດ້.
17
ກະສັດ​ດາວິດ​ຄິດຮອດ​ບ້ານ​ຈຶ່ງ​ເວົ້າ​ວ່າ, “ຜູ້ໃດ​ໜໍ​ຈະ​ໄປ​ເອົາ​ນໍ້າ​ຈາກ​ສ້າງ​ທີ່​ປະຕູ​ເມືອງ​ເບັດເລເຮັມ​ມາ​ໃຫ້​ເຮົາ​ດື່ມ!”
18
ສາມ​ທະຫານ​ເອກ​ໄດ້​ຕີ​ຝ່າ​ຄ້າຍ​ທະຫານ​ຟີລິດສະຕິນ ໄປ​ຕັກ​ນໍ້າ​ທີ່​ສ້າງ​ມາ​ໃຫ້​ກະສັດ​ດາວິດ. ເພິ່ນ​ດື່ມ​ບໍ່​ລົງ ແຕ່​ກັບ​ຖອກ​ນໍ້າ​ລົງ​ດິນ​ຖວາຍ​ແກ່​ພຣະເຈົ້າຢາເວ
19
ແລະ​ທັງ​ເວົ້າ​ວ່າ, “ເຮົາ​ບໍ່​ອາດ​ຈະ​ດື່ມ​ນໍ້າ​ນີ້​ໄດ້​ດອກ ມັນ​ເທົ່າ​ກັບ​ດື່ມ​ເລືອດ​ຂອງ​ຄົນ​ເຫຼົ່ານີ້​ທີ່​ໄດ້​ສ່ຽງ​ຊີວິດ​ຂອງ​ພວກເຂົາ!” ສະນັ້ນ ເພິ່ນ​ຈຶ່ງ​ປະຕິເສດ​ທີ່​ຈະ​ດື່ມ. ອັນ​ນີ້​ແມ່ນ​ວິລະກຳ​ຂອງ​ຈອມສາມ​ທະຫານເອກ.
20
ອາບີໄຊ ນ້ອງຊາຍ​ຂອງ​ໂຢອາບ​ເປັນ​ຫົວໜ້າ​ຂອງ “ທະຫານ​ເອກ​ສາມສິບ​ຄົນ. ລາວ​ໄດ້​ໃຊ້​ຫອກ​ຕໍ່ສູ້​ສັດຕູ​ສາມຮ້ອຍ​ຄົນ ແລະ​ໄດ້​ຂ້າ​ພວກເຂົາ​ຕາຍ​ໝົດ ແລະ​ລາວ​ຈຶ່ງ​ໄດ້​ກາຍເປັນ​ຜູ້​ມີ​ຊື່ສຽງ​ໃນ​ທ່າມກາງ​ທະຫານ​ເອກ​ສາມ​ຄົນ.”
21
ລາວ​ເປັນ​ຜູ້​ມີ​ຊື່ສຽງ​ທີ່ສຸດ​ຢູ່​ໃນ “ທະຫານ​ເອກ​ສາມສິບ​ຄົນ” ແລະ​ເປັນ​ຜູ້ນຳ​ຂອງ​ເຂົາ​ແຕ່​ລາວ​ບໍ່ມີ​ຊື່ສຽງ​ເທົ່າ “ຈອມສາມ​ທະຫານເອກ.”
22
ເບນາອີຢາ ລູກຊາຍ​ຂອງ​ເຢໂຮຍອາດາ​ຊາວ​ກັບເຊເອນ ກໍ​ເປັນ​ທະຫານ​ທີ່​ມີ​ຊື່ສຽງ​ຜູ້ໜຶ່ງ; ລາວ​ໄດ້​ສ້າງ​ວິລະກຳ​ໄວ້​ຫລາຍ​ຢ່າງ ຮວມ​ທັງ​ໄດ້​ຂ້າ​ນັກຮົບ​ຜູ້​ທີ່​ຍິ່ງໃຫຍ່​ຂອງ​ຊາວ​ໂມອາບ​ສອງ​ຄົນ. ມີ​ຄັ້ງ​ໜຶ່ງ​ເປັນ​ມື້​ຫິມະ​ຕົກ ລາວ​ໄດ້​ລົງ​ໄປ​ໃນ​ຫລຸມ​ແລະ​ໄດ້​ຂ້າ​ສິງ​ໂຕໜຶ່ງ.
23
ລາວ​ໄດ້​ຂ້າ​ຊາວ​ເອຢິບ​ຄົນ​ໜຶ່ງ ສູງ​ປະມານ​ສອງ​ແມັດ​ເຄິ່ງ ທີ່​ຖື​ຫອກ​ເທົ່າ​ກັບ​ໄມ້​ກຳພັ້ນ​ຫູກ. ເບນາອີຢາ​ໄດ້​ໃຊ້​ໄມ້ຄ້ອນ​ສູ້ຮົບ ເພື່ອ​ຍາດ​ເອົາ​ຫອກ​ຈາກ​ມື​ຂອງ​ຄົນ​ເອຢິບ ແລະ​ໃຊ້​ຫອກ​ນັ້ນ​ຂ້າ​ຄົນ​ເອຢິບ​ຜູ້​ນັ້ນ.
24
ສິ່ງ​ເຫຼົ່ານີ້ ຄື​ວິລະກຳ​ທີ່​ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ ຄົນ​ໜຶ່ງ​ໃນ “ທະຫານ​ເອກ​ສາມສິບ​ຄົນ” ໄດ້​ສ້າງ​ໄວ້.
25
ລາວ​ເປັນ​ຄົນ​ໜຶ່ງ​ທີ່​ເດັ່ນ​ໃນ​ທ່າມກາງ “ທະຫານ​ເອກ​ສາມສິບ​ຄົນ” ແຕ່​ບໍ່ມີ​ຊື່ສຽງ​ເທົ່າ​ກັບ “ຈອມສາມ​ທະຫານເອກ.” ກະສັດ​ດາວິດ​ໄດ້​ເອົາ​ລາວ​ເປັນ​ທະຫານ​ປ້ອງກັນ​ຕົວ​ເພິ່ນ.
26
ພວກ​ທີ່​ມີ​ຊື່​ຕໍ່ໄປນີ້​ແມ່ນ​ທະຫານ​ດີ​ເດັ່ນ ມີ​ດັ່ງນີ້: ອາສາເຮນ ນ້ອງຊາຍ​ຂອງ​ໂຢອາບ, ເອນຮານານ ລູກຊາຍ​ຂອງ​ໂດໂດ ເປັນ​ຊາວ​ເມືອງ​ເບັດເລເຮັມ,
27
ຊາມໂມດ ຊາວ​ຮາໂຣດ, ເຮເລດ ຊາວ​ເປໂລນ,
28
ອີຣາ ລູກຊາຍ​ຂອງ​ອິກເກັດ ຊາວ​ເຕກົວ, ອາບີເອເຊ ຊາວ​ອານາທົດ,
29
ສິບເບກາຍ ຊາວ​ຮູຊາ, ອີໄລ ຊາວ​ອາໂຮ,
30
ມະຫາໄຣ ຊາວ​ເນໂຕຟາ, ເຮເລັດ ລູກຊາຍ​ຂອງ​ບາອານາ ຊາວ​ເນໂຕຟາ,
31
ອິດໄຕ​ລູກຊາຍ​ຂອງ​ຣີໄບ ຊາວ​ກີເບອາ​ໃນ​ເຜົ່າ​ເບັນຢາມິນ, ເບນາອີຢາ ຊາວ​ປີຣາໂທນ,
32
ຮູໄຣ ຊາວ​ຮ່ອມພູ​ໃກ້​ເມືອງ​ກາອາດ, ອາບີເອນ ຊາວ​ອາຣະບາ,
33
ອາຊະມາເວດ ຊາວ​ບາຮູຣຸມ, ເອລີອາບາ ຊາວ​ຊາອານໂບນ,
34
ຮາເຊມ ຊາວ​ກີໂຊນ, ໂຢນາທານ ລູກຊາຍ​ຂອງ​ຊາກີ ຊາວ​ຮາຣາເຣ,
35
ອາຮີອາມ ລູກຊາຍ​ຂອງ​ສາກາ ຊາວ​ຮາຣາເຣ, ເອລີຟັນ ລູກຊາຍ​ຂອງ​ອູເຣ,
36
ເຮເຟ ຊາວ​ເມເຄຣາ, ອາຮີຢາ ຊາວ​ເປໂລນ,
37
ເຮຊະໂຣ ຊາວ​ກາເມນ, ນາອາໄຣ ລູກຊາຍ​ຂອງ​ເອຊະໄບ,
38
ໂຢເອນ ນ້ອງຊາຍ​ຂອງ​ນາທານ, ມິບຮາ ລູກຊາຍ​ຂອງ​ຮາກຣີ,
39
ເຊເລັກ ຊາວ​ອຳໂມນ, ນາຮາໄຣ​ຊາວ​ເບເອໂຣດ ຄົນ​ຖື​ອາວຸດ​ໃຫ້​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ,
40
ອີຣາ​ຊາວ​ອິດໄຣ​ແລະ​ຄາເຣັບ​ຊາວ​ອິດໄຣ,
41
ອູຣິຢາ ຊາວ​ຮິດຕີ, ຊາບັດ ລູກຊາຍ​ຂອງ​ອາຮະໄລ,
42
ອາດີນາ ລູກຊາຍ​ຂອງ​ຊີຊາ (ຜູ້ນຳ​ຄົນ​ໜຶ່ງ​ຂອງ​ເຜົ່າ​ຣູເບັນ​ກັບ​ທະຫານ​ສາມສິບ​ຄົນ),
43
ຮານານ ລູກຊາຍ​ຂອງ​ມາອາກາ, ໂຢຊາຟັດ ຊາວ​ມີທານ,
44
ອຸດຊີອາ ຊາວ​ອາຊະເຕຣາ, ຊາມມາ​ແລະ​ເຢອີເອນ ລູກຊາຍ​ຂອງ​ໂຮທາມ ຊາວ​ອາໂຣເອ,
45
ເຢດີອາເອນ​ແລະ​ໂຢຮາ ລູກຊາຍ​ຂອງ​ຊິມຣີ ຊາວ​ຕີເຊ,
46
ເອລີເອນ ຊາວ​ມາຮາໄວ, ເຢຣີໄບ​ແລະ​ໂຢຊາວີຢາ ລູກຊາຍ​ຂອງ​ເອນນາອາມ, ອິດມາ ຊາວ​ໂມອາບ,
47
ເອລີເອນ, ໂອເບັດ ແລະ​ຢາອາສີເອນ ຊາວ​ໂຊບາ.
Lao ພຣະຄຳພີສັກສິ 2012
@ 2012 United Bible Societies
:
ບັນທຶກບັນທຶກ