|
| 1 |
|
| ກະສັດດາວິດໄດ້ສ້າງສຳນັກຫລາຍຫລັງສຳລັບຕົນທີ່ເມືອງຂອງດາວິດ. ເພິ່ນຍັງໄດ້ຈັດຕຽມບ່ອນໄວ້ຫີບຂອງພຣະເຈົ້າ ແລະສ້າງເຕັນສຳລັບບັນຈຸຫີບຢູ່ທີ່ນັ້ນ. |
|
| 2 |
|
| ແລ້ວເພິ່ນກໍກ່າວວ່າ, “ໃຫ້ພວກເລວີເທົ່ານັ້ນຫາມຫີບຂອງພຣະເຈົ້າ ເພາະພວກເຂົາແມ່ນພວກດຽວທີ່ພຣະເຈົ້າຢາເວໄດ້ເລືອກໄວ້ເພື່ອຫາມຫີບຂອງພຣະເຈົ້າຢາເວ ແລະຮັບໃຊ້ພຣະອົງຕະຫລອດໄປ.” |
|
| 3 |
|
| ສະນັ້ນ ກະສັດດາວິດຈຶ່ງເອີ້ນປະຊາຊົນອິດສະຣາເອນທັງໝົດ ມາທີ່ນະຄອນເຢຣູຊາເລັມເພື່ອນຳເອົາຫີບຂອງພຣະເຈົ້າຢາເວ ໄປບ່ອນທີ່ໄດ້ຖືກຈັດຕຽມໄວ້ແລ້ວ. |
|
| 4 |
|
| ແລ້ວເພິ່ນກໍເຊີນເອົາພວກເຊື້ອສາຍຂອງອາໂຣນ ແລະເອີ້ນເອົາເຊື້ອສາຍຂອງພວກເລວີ. |
|
| 5 |
|
| ຄົນເລວີຈາກຕະກຸນໂກຮາດແມ່ນອູຣິເອນ ເບິ່ງແຍງສະມາຊິກໜຶ່ງຮ້ອຍຊາວຄົນ ໃນຕະກຸນຂອງຕົນເອງ; |
|
| 6 |
|
| ຈາກຕະກຸນເມຣາຣີແມ່ນອາສາອີຢາ ເບິ່ງແຍງສອງຮ້ອຍຊາວຄົນ; |
|
| 7 |
|
| ຈາກຕະກຸນເກໂຊນແມ່ນໂຢເອນ ເບິ່ງແຍງໜຶ່ງຮ້ອຍສາມສິບຄົນ; |
|
| 8 |
|
| ຈາກຕະກຸນເອລີຊາຟັນແມ່ນເຊມາອີຢາ ເບິ່ງແຍງສອງຮ້ອຍຄົນ; |
|
| 9 |
|
| ຈາກຕະກຸນເຮັບໂຣນແມ່ນເອລີເອນ ເບິ່ງແຍງແປດສິບຄົນ; |
|
| 10 |
|
| ແລະຈາກຕະກຸນອຸດຊີເອນແມ່ນອຳມີນາດາບ ເບິ່ງແຍງໜຶ່ງຮ້ອຍສິບສອງຄົນ. |
|
| 11 |
|
| ກະສັດດາວິດໄດ້ເອີ້ນເອົາປະໂຣຫິດຊາດົກແລະອາບີອາທາ ເພື່ອໃຫ້ເຂົ້າມາພົບເພິ່ນພ້ອມດ້ວຍຊາວເລວີຫົກຄົນ ດັ່ງນີ້: ອູຣິເອນ, ອາສາອີຢາ, ໂຢເອນ, ເຊມາອີຢາ, ເອລີເອນ ແລະອຳມີນາດາບ. |
|
| 12 |
|
| ເພິ່ນກ່າວແກ່ພວກເລວີວ່າ, “ພວກເຈົ້າເປັນຜູ້ນຳບັນດາຕະກຸນຊາວເລວີ. ຈົ່ງຊຳລະຕົນເອງໃຫ້ສະອາດ ແລະພີ່ນ້ອງເລວີຄົນອື່ນດ້ວຍ ເພື່ອພວກເຈົ້າຈະນຳຫີບຂອງພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນ ມາສູ່ບ່ອນທີ່ຖືກຈັດຕຽມໄວ້ແລ້ວນັ້ນໄດ້. |
|
| 13 |
|
| ຍ້ອນພວກເຈົ້າບໍ່ໄດ້ໄປທີ່ນັ້ນເທື່ອທຳອິດ ເພື່ອຫາມຫີບພັນທະສັນຍາ; ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຈຶ່ງໄດ້ລົງໂທດພວກເຮົາ ເພາະບໍ່ໄດ້ນະມັດສະການພຣະອົງຕາມທີ່ສົມຄວນ.” |
|
| 14 |
|
| ແລ້ວບັນດາປະໂຣຫິດແລະພວກເລວີກໍຊຳລະຕົນເອງໃຫ້ສະອາດ ເພື່ອຈະຍົກຍ້າຍຫີບຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ. |
|
| 15 |
|
| ພວກເລວີໄດ້ໃຊ້ໄມ້ຄານຫາມຫີບຂອງພຣະເຈົ້າແບກໃສ່ບ່າ ຕາມຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ສັ່ງຜ່ານທາງໂມເຊ. |
|
| 16 |
|
| ກະສັດດາວິດໄດ້ສັ່ງບັນດາຜູ້ນຳໃຫ້ມອບໝາຍໜ້າທີ່ແກ່ພວກເລວີ ເພື່ອຮ້ອງລຳທຳເພງແລະບັນເລງດົນຕຼີຢ່າງມ່ວນຊື່ນ ຄືດີດພິນແລະຕົບແສ່ງໄປພ້ອມ. |
|
| 17 |
|
| ພວກເຂົາໄດ້ເລືອກເອົານັກດົນຕຼີຈາກຕະກຸນຂອງພວກນັກຮ້ອງໃຫ້ຕົບແສ່ງທຸ້ມ ມີດັ່ງນີ້: ເຮມານລູກຊາຍຂອງໂຢເອນ, ອາສັບລູກຊາຍຂອງເບເຣກີຢາທີ່ເປັນພີ່ນ້ອງຂອງລາວເອງ ແລະເອທານລູກຊາຍຂອງກູຊາອີຢາແຫ່ງຕະກຸນເມຣາຣີ. ເພື່ອເປັນການປະກອບສ່ວນຊ່ວຍກັນ. |
|
| 18 |
|
| ພວກເຂົາໄດ້ເລືອກເອົາຊາວເລວີໃຫ້ດີດພິນສຽງສູງ ມີດັ່ງນີ້: ເຊກາຣີຢາ, ຢາອາຊີເອນ, ເຊມີຣາໂມດ, ເຢຮີເອນ, ອຸນນີ, ເອລີອາບ, ເບນາອີຢາ ແລະມາອາເສອີຢາ. ພວກເຂົາໄດ້ເລືອກເອົາຊາວເລວີໃຫ້ດີດພິນສຽງຕໍ່າ ມີດັ່ງນີ້: ມັດຕີທີຢາ, ເອລີເຟເລຮູ, ມິກເນອີຢາ, ຜູ້ເຝົ້າຍາມພຣະວິຫານໄດ້ແກ່: ໂອເບັດເອໂດມແລະເຢອີເອນ. |
|
| 19 |
|
| ນັກຮ້ອງມີ ເຮມານ, ອາສັບ ແລະເອທານ |
|
| 20 |
|
| ເຊກາຣີຢາ, ອາຊີເອນ, ເຊມີຣາໂມດ, ເຢຮີເອນ, ອຸນນີ, ເອລີອາບ, ມາອາເສອີຢາ ແລະເບນາອີຢາ ຫຼິ້ນພິນໃຫຍ່ຕາມສຳນຽງອາລາໂມດ; |
|
| 21 |
|
| ແຕ່ມັດຕີທີຢາ ເອລີເຟເລຮູ, ມິກເນອີຢາ, ໂອເບັດເອໂດມ, ເຢອີເອນ ແລະອາຊາຊີຢາ ເປັນຜູ້ດີດພິນຄູ່ຕາມສຳນຽງເຊມີນິດ. |
|
| 22 |
|
| ເນື່ອງຈາກວ່າເກນານີຢາມີສີມືດີທາງດ້ານດົນຕຼີ ລາວຈຶ່ງຖືກເລືອກໃຫ້ເປັນຄົນເບິ່ງແຍງພວກນັກດົນຕຼີຊາວເລວີ. |
|
| 23 |
|
| ເບເຣກີຢາແລະເອນການາ ໄດ້ຖືກຮັບເລືອກໃຫ້ເປັນຜູ້ເຝົ້າຍາມຫີບພັນທະສັນຍາ. |
|
| 24 |
|
| ບັນດາປະໂຣຫິດເຊບານີຢາ, ໂຢຊາຟັດ, ເນທາເນນ, ອາມາໄສ, ເຊກາຣີຢາ, ເບນາອີຢາ ແລະເອລີເອເຊໄດ້ຖືກເລືອກໃຫ້ເປັນຜູ້ເປົ່າແກ ນຳໜ້າຫີບພັນທະສັນຍາຂອງພຣະເຈົ້າ. ໂອເບັດເອໂດມ ແລະເຢຮີຢາ ໄດ້ຖືກຮັບເລືອກໃຫ້ເປັນຜູ້ເຝົ້າຍາມຫີບພັນທະສັນຍາດ້ວຍ. |
|
| 25 |
|
| ສະນັ້ນ ກະສັດດາວິດ, ບັນດາຜູ້ນຳຊາດອິດສະຣາເອນ ແລະພວກຜູ້ບັນຊາການກອງທັບຈຶ່ງໄດ້ໄປທີ່ເຮືອນຂອງໂອເບັດເອໂດມ ເພື່ອນຳເອົາຫີບພັນທະສັນຍາຂອງພຣະເຈົ້າຢາເວ. ພວກເຂົາໄດ້ຈັດງານສະຫລອງຢ່າງໃຫຍ່ໂຕຂຶ້ນ. |
|
| 26 |
|
| ພວກເຂົາໄດ້ຖວາຍງົວເຖິກເຈັດໂຕກັບແກະເຖິກເຈັດໂຕ ເພື່ອເປັນການແນ່ໃຈວ່າພຣະເຈົ້າຈະຊ່ວຍພວກເລວີ ໃຫ້ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວໄປໄດ້. |
|
| 27 |
|
| ກະສັດດາວິດໄດ້ນຸ່ງເຄື່ອງທີ່ເຮັດດ້ວຍຜ້າປ່ານເນື້ອລະອຽດດີ ເຊັ່ນດຽວກັບເກນານີຢາຫົວໜ້າວົງດົນຕຼີກັບພວກນັກດົນຕຼີ ທີ່ຫາມຫີບພັນທະສັນຍາ. ກະສັດດາວິດຍັງໄດ້ນຸ່ງເສື້ອຄຸມສັ້ນເອໂຟດດ້ວຍ. |
|
| 28 |
|
| ສະນັ້ນ ຊາວອິດສະຣາເອນທັງໝົດຈຶ່ງແຫ່ຫີບພັນທະສັນຍາຂອງພຣະເຈົ້າຢາເວ ມາເຖິງນະຄອນເຢຣູຊາເລັມດ້ວຍສຽງໂຮຮ້ອງຊົມຊື່ນຍິນດີພ້ອມທັງເປົ່າແກ, ເປົ່າເຂົາສັດ, ຕົບແສ່ງ ແລະດີດພິນ. |
|
| 29 |
|
| ໃນຂະນະທີ່ນຳຫີບພັນທະສັນຍາຂອງພຣະເຈົ້າຢາເວເຂົ້າໄປໃນເມືອງນັ້ນ ນາງມີການ ຜູ້ເປັນລູກສາວຂອງກະສັດໂຊນໄດ້ແນມເບິ່ງໄປທາງປ່ອງຢ້ຽມ ໄດ້ເຫັນກະສັດດາວິດຟ້ອນແລະເຕັ້ນດ້ວຍຄວາມຊົມຊື່ນຍິນດີ ນາງຈຶ່ງດູຖູກໝິ່ນປະໝາດເພິ່ນໃນໃຈ. |
|
|
|
|