|
| 1 |
|
| ພວກເຂົາໄດ້ນຳຫີບພັນທະສັນຍາຂອງພຣະເຈົ້າໄປສູ່ຫໍເຕັນ ຊຶ່ງກະສັດດາວິດໄດ້ຈັດຕຽມໄວ້ແລະນຳເອົາຫີບເຂົ້າໄປໄວ້ໃນທີ່ນັ້ນ. ແລ້ວພວກເຂົາກໍໄດ້ຖວາຍເຄື່ອງບູຊາແລະຖວາຍບູຊາເພື່ອຄວາມສາມັກຄີທຳແກ່ພຣະເຈົ້າ. |
|
| 2 |
|
| ຫລັງຈາກກະສັດດາວິດໄດ້ຖວາຍເຄື່ອງບູຊາແລ້ວ ໃນນາມຊື່ຂອງພຣະເຈົ້າຢາເວເພິ່ນໄດ້ອວຍພອນປະຊາຊົນ |
|
| 3 |
|
| ແລະແຈກຢາຍອາຫານໃຫ້ພວກເຂົາທຸກຄົນ. ເພິ່ນໄດ້ເອົາເຂົ້າຈີ່ຢາຍໃຫ້ຜູ້ຊາຍ ແລະຜູ້ຍິງໃນຊາດອິດສະຣາເອນ ຄົນລະກ້ອນ, ຊີ້ນປີ້ງຄົນລະຕ່ອນ, ແລະໝາກອະງຸ່ນແຫ້ງ. |
|
| 4 |
|
| ກະສັດດາວິດໄດ້ແຕ່ງຕັ້ງຊາວເລວີບາງຄົນເປັນຜູ້ນຳໃນການນະມັດສະການຕໍ່ໜ້າຫີບຂອງພຣະເຈົ້າຢາເວ ໂດຍຮ້ອງເພງໂມທະນາຂອບພຣະຄຸນ ແລະສັນລະເສີນພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນ. |
|
| 5 |
|
| ອາສັບໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າ ແລະເຊກາຣີຢາເປັນຜູ້ຮອງ. ເຢອີເອນ, ເຊມີຣາໂມດ, ເຢຮີເອນ, ມັດຕີທີຢາ, ເອລີອາບ, ເບນາອີຢາ, ໂອເບັດເອໂດມ ແລະເຢອີເອນ ເປັນພວກດີດພິນ. ອາສັບເປັນຜູ້ຕົບແສ່ງ, |
|
| 6 |
|
| ແລະປະໂຣຫິດສອງຄົນຄືເບນາອີຢາແລະຢາຮາຊີເອນ ເຮັດໜ້າທີ່ເປົ່າແກຢູ່ຕໍ່ໜ້າຫີບພັນທະສັນຍາຂອງພຣະເຈົ້າຢ່າງສະໝໍ່າສະເໝີ. |
|
| 7 |
|
| ນີ້ເປັນເທື່ອທຳອິດທີ່ກະສັດດາວິດໄດ້ໃຫ້ອາສັບ ແລະພີ່ນ້ອງຊາວເລວີຂອງລາວ ຮັບຜິດຊອບຮ້ອງເພງສັນລະເສີນພຣະເຈົ້າຢາເວ. |
|
| 8 |
|
| ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າຢາເວ ຈົ່ງຮ້ອງອອກນາມຊື່ຂອງພຣະອົງ ຈົ່ງປະກາດຄວາມຍິ່ງໃຫຍ່ຂອງພຣະອົງ ຈົ່ງບອກຊົນຊາດທັງຫລາຍ ສິ່ງທີ່ພຣະອົງໄດ້ກະທຳນັ້ນ. |
|
| 9 |
|
| ຈົ່ງຮ້ອງເພງສຳລັບພຣະອົງ ຈົ່ງຮ້ອງເພງສັນລະເສີນແດ່ພຣະອົງ ຈົ່ງບອກສິ່ງໜ້າງຶດງໍ້ທີ່ພຣະອົງໄດ້ກະທຳ. |
|
| 10 |
|
| ຈົ່ງດີໃຈທີ່ພວກເຮົາໄດ້ເປັນຂອງພຣະອົງ; ໃຫ້ທຸກຄົນຊົມຊື່ນຍິນດີນະມັດສະການພຣະອົງ |
|
| 11 |
|
| ຈົ່ງຊອກຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ ແລະນະມັດສະການພຣະອົງສືບໄປເລື້ອຍໆ. |
|
| 12 |
|
| ພວກເຊື້ອສາຍຂອງຢາໂຄບ ຜູ້ຮັບໃຊ້ຂອງພຣະອົງເອີຍ ຄືເຊື້ອສາຍຂອງຊາດອິດສະຣາເອນ ຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ ຈົ່ງຈື່ຈຳການອັດສະຈັນທີ່ພຣະເຈົ້າໄດ້ກະທຳ ແລະການຕັດສິນທີ່ພຣະອົງໄດ້ປະກາດນັ້ນ. |
|
| 13 |
|
|
|
| 14 |
|
| ພຣະອົງເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ການຕັດສິນທັງຫລາຍຂອງພຣະອົງກໍຢູ່ທົ່ວໄປໃນໂລກນີ້. |
|
| 15 |
|
| ຢ່າລືມພັນທະສັນຍາຂອງພຣະອົງຈັກເທື່ອ ທີ່ພຣະອົງໄດ້ຕັ້ງໄວ້ໃຫ້ຍືນຍົງຕະຫລອດໄປ |
|
| 16 |
|
| ຄືພັນທະສັນຍາທີ່ເຮັດໄວ້ກັບອັບຣາຮາມ ແລະບັນດາຄຳສັນຍາທີ່ເຮັດໄວ້ກັບອີຊາກ. |
|
| 17 |
|
| ພຣະອົງໄດ້ເຮັດພັນທະສັນຍາກັບຢາໂຄບ ຄືສິ່ງໜຶ່ງທີ່ຈະຍືນຍົງຄົງຢູ່ເປັນນິດ. |
|
| 18 |
|
| ພຣະອົງກ່າວວ່າ, “ເຮົາຈະມອບດິນແດນການາອານໃຫ້ ດິນແດນນັ້ນຈະເປັນກຳມະສິດ ຂອງພວກເຈົ້າເທົ່ານັ້ນ.” |
|
| 19 |
|
| ຄົນຂອງພຣະເຈົ້າມີຈຳນວນໜ້ອຍ ເປັນຄົນຕ່າງດ້າວຢູ່ໃນການາອານນັ້ນ. |
|
| 20 |
|
| ພວກເຂົາທ່ອງທ່ຽວຈາກປະເທດນີ້ສູ່ທີ່ອື່ນໄກ ຈາກອານາຈັກນີ້ໄປສູ່ອານາຈັກອື່ນອີກ. |
|
| 21 |
|
| ແຕ່ພຣະອົງບໍ່ຍອມໃຫ້ຜູ້ໃດກົດຂີ່ພວກເຂົາ ພຣະອົງເຕືອນກະສັດໃຫ້ປົກປ້ອງພວກເຂົາໄວ້ວ່າ, |
|
| 22 |
|
| “ຢ່າສູ່ທຳຮ້າຍຜູ້ຮັບໃຊ້ທີ່ເຮົາເລືອກເອົາ ຢ່າສູ່ແຕະຕ້ອງຜູ້ທຳນວາຍຂອງເຮົານັ້ນ.” |
|
| 23 |
|
| ທົ່ວແຜ່ນດິນໂລກເອີຍ ຈົ່ງຮ້ອງເພງຖວາຍແດ່ ພຣະເຈົ້າຢາເວຂອງພວກເຮົາ ທຸກມື້ຈົ່ງປະກາດຂ່າວດີ ທີ່ໄດ້ຊ່ວຍພວກເຮົາໃຫ້ພົ້ນ. |
|
| 24 |
|
| ຈົ່ງປະກາດສະຫງ່າຣາສີຂອງພຣະອົງໃນທ່າມກາງບັນດາປະຊາຊາດ ແລະການອັດສະຈັນທັງຫຼາຍຂອງພຣະອົງໃນທ່າມກາງຄົນທັງປວງດ້ວຍ. |
|
| 25 |
|
| ພຣະເຈົ້າຢາເວຊົງຍິ່ງໃຫຍ່ຫລາຍ ແລະຄວນເປັນທີ່ສັນລະເສີນຢ່າງສູງສົ່ງ; ພຣະອົງຄວນເປັນທີ່ຍົກຍໍສັນລະເສີນ ໃຫ້ກຽດສັກສີກວ່າພະອື່ນໆທັງສິ້ນ. |
|
| 26 |
|
| ບັນດາພະຂອງຊົນຊາດອື່ນນັ້ນ ເປັນພະຈອມປອມທັງໝົດ ແຕ່ພຣະເຈົ້າຢາເວຂອງພວກເຮົາ ເປັນຜູ້ສ້າງຈັກກະວານ. |
|
| 27 |
|
| ສະຫງ່າຣາສີແລະກຽດຕິຍົດນັ້ນ ກໍອ້ອມລ້ອມເຕັມຢູ່ໃນພຣະອົງ ຣິດອຳນາດແລະຄວາມຊົມຊື່ນຍິນດີ ກໍມີເຕັມຢູ່ໃນພຣະວິຫານດ້ວຍ. |
|
| 28 |
|
| ຈົ່ງສັນລະເສີນພຣະເຈົ້າຢາເວເຖີດ ມວນມະນຸດທົ່ວທັງໂລກາ ຈົ່ງສັນລະເສີນສະຫງ່າຣາສີ ແລະຄວາມຍິ່ງໃຫຍ່ຂອງພຣະເຈົ້າຢາເວ. |
|
| 29 |
|
| ຈົ່ງຍົກຍໍນາມອັນຍິ່ງໃຫຍ່ຂອງພຣະເຈົ້າຢາເວ ໂດຍນຳເຄື່ອງບູຊາມາທີ່ພຣະວິຫານດ້ວຍ. ຈົ່ງກົ້ມຂາບຕໍ່ໜ້າພຣະເຈົ້າຢາເວອົງບໍຣິສຸດ ເມື່ອພຣະອົງມາປາກົດໃນສະພາບນັ້ນ; |
|
| 30 |
|
| ທົ່ວໂລກ ຈົ່ງສະທ້ານຢູ່ຊ້ອງໜ້າພຣະອົງ ແຜ່ນດິນໂລກຄົງຢູ່ກັບທີ່ເຄື່ອນຍ້າຍບໍ່ໄດ້. |
|
| 31 |
|
| ຈັກກະວານ ແລະແຜ່ນດິນໂລກເອີຍ ຈົ່ງຊົມຊື່ນຍິນດີເຖີດ ຈົ່ງບອກຊົນຊາດທັງຫລາຍວ່າ, “ພຣະເຈົ້າຢາເວແມ່ນຈອມກະສັດ.” |
|
| 32 |
|
| ທ້ອງທະເລກັບທຸກສິ່ງໃນນັ້ນ ຈົ່ງສົ່ງສຽງສະໜັ່ນຫວັ່ນໄຫວ ໃຫ້ທົ່ງນາກັບທຸກສິ່ງທີ່ຢູ່ໃນນັ້ນ ຈົ່ງພາກັນຊົມຊື່ນຍິນດີເທີ້ນ |
|
| 33 |
|
| ຕົ້ນໄມ້ໃນປ່າຈະໂຮຮ້ອງແລະຍິນດີ ຕໍ່ໜ້າພຣະເຈົ້າຢາເວ, ເມື່ອພຣະອົງມາຕັດສິນແຜ່ນດິນໂລກ. |
|
| 34 |
|
| ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າຢາເວ ເພາະພຣະອົງຊົງຄຸນຄວາມດີ ແລະຄວາມຮັກຂອງພຣະອົງ ກໍດຳລົງຢູ່ຕະຫລອດໄປເປັນນິດ. |
|
| 35 |
|
| ຈົ່ງກ່າວວ່າ, “ຂ້າແດ່ພຣະເຈົ້າ ພຣະຜູ້ຊ່ວຍຂອງພວກຂ້ານ້ອຍເອີຍ ໂຜດຊ່ວຍພວກຂ້ານ້ອຍແດ່ ໂຜດເຕົ້າໂຮມພວກຂ້ານ້ອຍໄວ້ສາ ໂຜດຊ່ວຍກູ້ພວກຂ້ານ້ອຍ ຈາກບັນດາຊົນຊາດທັງຫລາຍດ້ວຍ ເພື່ອວ່າພວກຂ້ານ້ອຍຈະໄດ້ໂມທະນາຂອບພຣະຄຸນແກ່ນາມອັນບໍຣິສຸດຂອງພຣະອົງ ແລະຍົກຍໍສັນລະເສີນສະຫງ່າຣາສີຂອງພຣະອົງ.” |
|
| 36 |
|
| ຈົ່ງຍົກຍໍສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ຈົ່ງຍົກຍໍສັນລະເສີນພຣະອົງ ແຕ່ບັດນີ້ແລະສືບໆໄປເທີ້ນ. ແລ້ວປະຊາຊົນທຸກໆຄົນຕ່າງກໍເວົ້າວ່າ, “ອາແມນ” ແລະໄດ້ພ້ອມພາກັນຍ້ອງຍໍສັນລະເສີນພຣະເຈົ້າຢາເວ. |
|
| 37 |
|
| ກະສັດດາວິດໄດ້ຕັ້ງໃຫ້ອາສັບ ແລະພີ່ນ້ອງຊາວເລວີຂອງລາວ ເບິ່ງແຍງການນະມັດສະການຢ່າງຖາວອນ ໃນບ່ອນທີ່ຫີບພັນທະສັນຍາຂອງພຣະເຈົ້າຢາເວຖືກຮັກສາໄວ້. ພວກເຂົາໄດ້ເຮັດໜ້າທີ່ຂອງພວກຕົນຢູ່ໃນທີ່ນັ້ນສະໝໍ່າສະເໝີ. |
|
| 38 |
|
| ໂອເບັດເອໂດມ ລູກຊາຍເຢດູທູນ ແລະຫົກສິບແປດຄົນໃນຕະກຸນຂອງລາວ ເປັນຜູ້ຊ່ວຍ. ໂຮສາແລະໂອເບັດເອໂດມເປັນຜູ້ເຝົ້າຍາມປະຕູເຂົ້າ. |
|
| 39 |
|
| ແຕ່ປະໂຣຫິດຊາດົກ ແລະພີ່ນ້ອງປະໂຣຫິດອື່ນໆ ໄດ້ຢູ່ຕໍ່ໜ້າຫໍເຕັນສັກສິດຂອງພຣະເຈົ້າຢາເວທີ່ກີເບໂອນ. |
|
| 40 |
|
| ທຸກເຊົ້າແລະທຸກແລງ ພວກເພິ່ນໄດ້ເຜົາສັດທັງໂຕຖວາຍແກ່ພຣະເຈົ້າຢາເວເທິງແທ່ນບູຊາ ໂດຍປະຕິບັດຕາມທີ່ໄດ້ມີຂຽນໄວ້ໃນກົດບັນຍັດ ຂອງພຣະເຈົ້າຢາເວທີ່ພຣະອົງໄດ້ໃຫ້ແກ່ຊາດອິດສະຣາເອນ. |
|
| 41 |
|
| ໃນທີ່ນັ້ນ ເຮມານແລະເຢດູທູນກັບຄົນອື່ນໆ ທີ່ໄດ້ຮັບເລືອກຂຶ້ນໂດຍພິເສດພ້ອມດ້ວຍພວກປະໂຣຫິດ ຈະຮ້ອງເພງໂມທະນາຂອບພຣະຄຸນພຣະເຈົ້າຢາເວ ສຳລັບຄວາມຮັກອັນໝັ້ນຄົງຕະຫລອດໄປຂອງພຣະອົງ. |
|
| 42 |
|
| ເຮມານແລະເຢດູທູນໄດ້ເຮັດໜ້າທີ່ເປົ່າແກ, ຕົບແສ່ງ ແລະຫລີ້ນເຄື່ອງດົນຕຼີອື່ນໆເມື່ອຮ້ອງເພງສັນລະເສີນ. ສະມາຊິກໃນຕະກຸນເຢດູທູນໄດ້ເປັນຜູ້ເຝົ້າຍາມປະຕູເຂົ້າ. |
|
| 43 |
|
| ເມື່ອຈົບພິທີແລ້ວ ທຸກຄົນກໍກັບເມືອເຮືອນຂອງຕົນ ແລະກະສັດດາວິດກໍກັບເມືອຢູ່ນຳຄອບຄົວຂອງເພິ່ນ. |
|
|
|
|