×

Lao ພຣະຄຳພີສັກສິ 2012

1 ຂ່າວຄາວ 2

1
ຢາໂຄບ​ມີ​ລູກຊາຍ​ສິບສອງ​ຄົນ ດັ່ງນີ້: ຣູເບັນ, ຊີເມໂອນ, ເລວີ, ຢູດາ, ອິດຊາຄາ, ເຊບູໂລນ,
2
ດານ, ໂຢເຊັບ, ເບັນຢາມິນ, ເນັບທາລີ, ກາດ ແລະ​ອາເຊ.
3
ຢູດາ​ມີ​ລູກຊາຍ​ຫ້າ​ຄົນ. ລູກຊາຍ​ສາມ​ຄົນ​ທີ່​ເກີດ​ຈາກ​ນາງ​ບັດຊູອາ ຊາວ​ການາອານ ມີ​ດັ່ງນີ້: ເອຣະ, ໂອນານ ແລະ​ເຊລາ. ເອຣະ​ຜູ້​ເປັນ​ລູກຊາຍກົກ​ໄດ້ເຮັດ​ຊົ່ວຮ້າຍ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ ແລະ​ພຣະອົງ​ຈຶ່ງ​ຂ້າ​ລາວ.
4
ລູກຊາຍ​ສອງ​ຄົນ​ທີ່​ເກີດ​ຈາກ​ນາງ​ຕາມາ​ລູກໃພ້​ຂອງຕົນ ມີ​ດັ່ງນີ້: ເປເຣັດ​ແລະ​ເຊຣາ.
5
ເປເຣັດ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ເຮຊະໂຣນ​ແລະ​ຮາມູນ.
6
ເຊຣາ​ນ້ອງຊາຍ​ຂອງ​ລາວ ມີ​ລູກຊາຍ​ຫ້າ​ຄົນ ດັ່ງນີ້: ຊິມຣີ, ເອທານ, ເຮມານ, ການໂກນ ແລະ​ດາກດາ.
7
ອາການ ລູກຊາຍ​ຂອງ​ການໝີ​ແລະ​ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ເຊຣາ ໄດ້​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ປະຊາຊົນ​ອິດສະຣາເອນ ໂດຍ​ຮັກສາ​ຂອງ​ທີ່​ປຸ້ນ​ມາ​ໄດ້​ໄວ້ ຊຶ່ງ​ຂອງ​ເຫຼົ່ານັ້ນ​ໄດ້​ມອບຖວາຍ​ແລ້ວ.
8
ເອທານ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ອາຊາຣີຢາ.
9
ເຮຊະໂຣນ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເຢຣາເມເອນ, ຣາມ ແລະ​ເຄລູໄບ (ກາເລັບ).
10
ເຊື້ອສາຍ​ຄອບຄົວ​ທີ່​ສືບ​ຈາກ​ຣາມ​ເຖິງ​ເຢຊີ ມີ​ດັ່ງນີ້: ຣາມ​ເປັນ​ພໍ່​ຂອງ​ອຳມີນາດາບ, ອຳມີນາດາບ​ເປັນ​ພໍ່​ຂອງ​ນາໂຊນ, (ບຸກຄົນ​ສຳຄັນ​ຂອງ​ເຜົ່າ​ຢູດາຍ)
11
ນາໂຊນ​ເປັນ​ພໍ່​ຂອງ​ສານໂມນ, ສານໂມນ​ເປັນ​ພໍ່​ຂອງ​ໂບອາດ,
12
ໂບອາດ​ເປັນ​ພໍ່​ຂອງ​ໂອເບັດ ແລະ​ໂອເບັດ​ເປັນ​ພໍ່​ຂອງ​ເຢຊີ.
13
ເຢຊີ​ມີ​ລູກຊາຍ​ເຈັດ​ຄົນ. ເມື່ອ​ໄລ່​ຕາມ​ລຳດັບ​ອາຍຸ​ແລ້ວ ມີ​ດັ່ງນີ້: ເອລີອາບ, ອາບີນາດາບ, ຊາມມາ,
14
ເນທາເນນ, ຣັດດາຍ,
15
ໂອເຊມ ແລະ​ດາວິດ.
16
ເພິ່ນ​ຍັງ​ມີ​ລູກສາວ​ສອງ​ຄົນ ດັ່ງນີ້: ນາງ​ເຊຣູອີຢາ ແລະ​ນາງ​ອາບີກາຍ. ນາງ​ເຊຣູອີຢາ​ລູກສາວ​ຂອງ​ເຢຊີ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ອາບີໄຊ, ໂຢອາບ ແລະ​ອາສາເຮນ.
17
ນາງ​ອາບີກາຍ​ລູກສາວ​ຜູ້ໜຶ່ງ​ອີກ​ໄດ້​ແຕ່ງງານ​ກັບ​ເຢເທີ ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ອິດຊະມາເອນ ແລະ​ພວກເຂົາ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ອາມາສາ.
18
ກາເລັບ​ລູກຊາຍ​ຂອງ​ເຮຊະໂຣນ​ໄດ້​ແຕ່ງງານ​ກັບ​ນາງ​ອາຊູບາ ແລະ​ມີ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ເຢຣີໂອດ. ນາງ​ມີ ລູກຊາຍ​ສາມ​ຄົນ ດັ່ງນີ້: ເຢເຊ, ໂຊບັບ ແລະ​ອາກໂດນ.
19
ຫລັງຈາກ​ອາຊູບາ​ໄດ້​ຕາຍໄປ​ແລ້ວ ກາເລັບ​ກໍໄດ້​ແຕ່ງງານ​ກັບ​ເອຟຣັດ ແລະ​ພວກເຂົາ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ຮູເຣ.
20
ລູກຊາຍ​ຂອງ​ຮູເຣ​ຊື່​ວ່າ ອູຣິ ແລະ​ຫລານຊາຍ​ຊື່​ວ່າ ເບຊາເລນ.
21
ເມື່ອ​ເຮຊະໂຣນ​ມີ​ອາຍຸ​ໄດ້​ຫົກສິບ​ປີ ເພິ່ນ​ໄດ້​ແຕ່ງງານ​ກັບ​ລູກສາວ​ຂອງ​ມາກີ ນ້ອງສາວ​ຂອງ​ກີເລອາດ ພວກເຂົາ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເສກຸບ,
22
ແລະ​ເສກຸບ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ຢາອີ ຢາອີ​ໄດ້​ປົກຄອງ ຊາວສາມ​ເມືອງ​ໃນ​ເຂດແດນ​ກີເລອາດ.
23
ແຕ່​ເພິ່ນ​ໄດ້​ໃຊ້​ກຳລັງ​ຢຶດເອົາ​ອານາຈັກ​ຕ່າງໆ​ຂອງ​ເກຊູ ແລະ​ຂອງ​ອາຣາມ​ຫົກສິບ​ຕົວເມືອງ ລວມ​ທັງ​ໝູ່ບ້ານ​ທັງຫລາຍ​ຂອງ​ຢາອີ​ແລະ​ເກນາດ ຕະຫລອດ​ທັງ​ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ຊາວ​ເມືອງ​ທີ່​ອາໄສ​ຢູ່​ທີ່​ນັ້ນ ແມ່ນ​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ມາກີ ຜູ້​ເປັນ​ພໍ່​ຂອງ​ກີເລອາດ.
24
ຫລັງຈາກ​ເຮຊະໂຣນ​ໄດ້​ຕາຍໄປ​ແລ້ວ ກາເລັບ​ຜູ້​ເປັນ​ລູກຊາຍ​ຈຶ່ງ​ໄດ້​ແຕ່ງງານ​ກັບ​ນາງ​ເອຟຣັດ ເມຍ​ໝ້າຍ​ຂອງ​ພໍ່​ຕົນ. ພວກເຂົາ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ​ອາຊະຮູ ຜູ້​ທີ່​ໄດ້​ສ້າງ​ເມືອງ​ເຕກົວ.
25
ເຢຣາເມເອນ​ລູກຊາຍກົກ​ຂອງ​ເຮຊະໂຣນ​ມີ​ລູກຊາຍ​ຫ້າ​ຄົນ ດັ່ງນີ້: ຣາມ​ເປັນ​ລູກກົກ, ບູນາ, ໂອເຣນ, ໂອເຊມ ແລະ​ອາຮີຢາ.
26
ຣາມ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ມາອາ, ຢາມິນ ແລະ​ເອເກ. ເຢຣາເມເອນ​ມີ​ເມຍ​ອີກ​ຜູ້ໜຶ່ງ​ຊື່​ວ່າ ອາຕາຣາ ແລະ​ພວກເຂົາ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ໂອນາມ.
27
28
ໂອນາມ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ຊາມມາຍ​ແລະ​ຢາດາ ແລະ​ຊາມມາຍ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ນາດາບ​ແລະ​ອາບີຊູ.
29
ອາບີຊູ​ໄດ້​ແຕ່ງງານ​ກັບ​ຍິງ​ຜູ້ໜຶ່ງ​ຊື່​ວ່າ ອາບີໄຮ ແລະ​ພວກເຂົາ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ອາບານ​ແລະ​ໂມລິດ.
30
ນາດາບ​ອ້າຍ​ຂອງ​ອາບີຊູມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ເສເລັດ​ແລະ​ອັບປາອິມ, ແຕ່​ເສເລັດ​ໄດ້​ຕາຍໄປ​ໂດຍ​ບໍ່ມີ​ລູກ.
31
ອັບປາອິມ​ເປັນ​ພໍ່​ຂອງ​ອີຊີ ແລະ​ອີຊີ​ເປັນ​ພໍ່​ຂອງ​ເຊຊານ ແລະ​ເຊຊານ​ເປັນ​ພໍ່​ຂອງ​ອາຮະໄລ.
32
ຢາດາ​ນ້ອງ​ຂອງ​ຊາມມາຍ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ເຢເທີ ແລະ ໂຢນາທານ; ແຕ່​ເຢເທີ​ໄດ້​ຕາຍໄປ​ໂດຍ​ບໍ່ມີ​ລູກ.
33
ໂຢນາທານ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ເປເລັດ​ແລະ​ຊາຊາ. ທັງໝົດ​ນີ້​ແມ່ນ​ເຊື້ອສາຍ​ຂອງ​ເຢຣາເມເອນ.
34
ເຊຊານ​ບໍ່ມີ​ລູກ​ຜູ້ຊາຍ ມີ​ແຕ່​ລູກ​ຜູ້ຍິງ ລາວ​ມີ​ຄົນ​ຮັບໃຊ້​ຊາຍ​ຊາວ​ເອຢິບ​ຜູ້ໜຶ່ງ​ຊື່​ວ່າ ຢາຣະຮາ
35
ແລະ​ໄດ້​ຍົກ​ລູກສາວ​ຄົນ​ໜຶ່ງ​ໃຫ້​ແຕ່ງງານ​ກັບ​ຄົນ​ຮັບໃຊ້​ຜູ້​ນີ້ ພວກເຂົາ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ອັດໄຕ.
36
ສາຍ​ຄອບຄົວ​ແຕ່​ອັດໄຕ​ເຖິງ​ເອລີຊາມາ ມີ​ດັ່ງນີ້: ອັດໄຕ​ເປັນ​ພໍ່​ຂອງ​ນາທານ, ນາທານ​ເປັນ​ພໍ່​ຊາບັດ,
37
ຊາບັດ​ເປັນ​ພໍ່​ຂອງ​ເອຟະລານ, ເອຟະລານ​ເປັນ​ພໍ່​ຂອງ​ໂອເບັດ,
38
ໂອເບັດ​ເປັນ​ພໍ່​ຂອງ​ເຢຮູ, ເຢຮູ​ເປັນ​ພໍ່​ຂອງ​ອາຊາຣີຢາ,
39
ອາຊາຣີຢາ​ເປັນ​ພໍ່​ຂອງ​ເຮເລັດ, ເຮເລັດ​ເປັນ​ພໍ່​ຂອງ​ເອເລອາສາ,
40
ເອເລອາສາ​ເປັນ​ພໍ່​ຂອງ​ສີສະໝາຍ, ສີສະໝາຍ​ເປັນ​ພໍ່​ຂອງ​ຊານລູມ,
41
ຊານລູມ​ເປັນ​ພໍ່​ຂອງ​ເຢກາມີຢາ ແລະ​ເຢກາມີຢາ​ເປັນ​ພໍ່​ຂອງ​ເອລີຊາມາ.
42
ລູກຊາຍກົກ​ຂອງ​ກາເລັບ​ນ້ອງ​ຂອງ​ເຢຣາເມເອນ​ຊື່​ວ່າ ເມຊາ ລາວ​ເປັນ​ພໍ່​ຂອງ​ຊີເຟ ຊີເຟ​ເປັນ​ພໍ່​ຂອງ​ມາເຣຊາ ແລະ​ມາເຣຊາ​ເປັນ​ພໍ່​ຂອງ​ເຮັບໂຣນ.
43
ເຮັບໂຣນ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ໂກຣາ, ຕັບປູອາ, ເຣເກມ ແລະ​ເຊມາ.
44
ເຊມາ​ເປັນ​ພໍ່​ຂອງ​ຣາຮາມ ແລະ​ເປັນ​ປູ່​ຂອງ​ຢອກເກອາມ. ເຣເກມ ອ້າຍ​ຂອງ​ເຊມາ ເປັນ​ພໍ່​ຂອງ​ຊາມມາຍ
45
ຊາມມາຍ​ເປັນ​ພໍ່​ຂອງ​ມາໂອນ ແລະ​ມາໂອນ​ເປັນ​ພໍ່​ຂອງ​ເບັດຊູເຣ.
46
ກາເລັບ​ມີ​ເມຍນ້ອຍ​ຜູ້ໜຶ່ງ​ຊື່​ວ່າ ເອຟາ. ໂດຍ​ທາງ​ນາງ​ເອຟາ ເພິ່ນ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ຮາຣານ, ໂມຊາ ແລະ​ກາເຊ. ຮາຣານ​ມີ​ລູກຊາຍ​ຜູ້ໜຶ່ງ​ຄື​ກັນ​ຊື່​ວ່າ ກາເຊ.
47
ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ຢາດາຍ. ລາວ​ມີ​ລູກຊາຍ​ຢູ່​ຫົກ​ຄົນ ດັ່ງນີ້: ເຣເຄມ, ໂຢທາມ, ເກຊານ, ເປເລດ, ເອຟາ ແລະ​ຊາອາບ.
48
ກາເລັບ​ມີ​ເມຍນ້ອຍ​ຜູ້​ອື່ນ​ອີກ​ຊື່​ວ່າ ມາອາກາ ແລະ​ນາງ​ໄດ້​ເກີດ​ລູກຊາຍ​ໃຫ້​ເພິ່ນ​ສອງ​ຄົນ ດັ່ງນີ້: ເຊເບ ແລະ​ຕີຮານາ.
49
ຕໍ່ມາ ນາງ​ກໍ​ມີ​ລູກຊາຍ​ອີກ​ສອງ​ຄົນ ດັ່ງນີ້: ຊາອາບ ຜູ້​ທີ່​ໄດ້​ສ້າງ​ເມືອງ​ມາດມານນາ ແລະ​ເຊວາ ຜູ້​ທີ່​ໄດ້​ສ້າງ​ເມືອງ​ມັກເບນາ ແລະ​ກີເບອາ. ນອກນີ້ ກາເລັບ​ຍັງ​ມີ​ລູກສາວ​ຄົນ​ໜຶ່ງ​ຊື່​ວ່າ ອັກສາ.
50
ຕໍ່ໄປນີ້​ແມ່ນ​ເຊື້ອສາຍ​ຂອງ​ກາເລັບ​ອີກ ດັ່ງນີ້: ຮູເຣ​ແມ່ນ​ລູກຊາຍກົກ​ຂອງ​ກາເລັບ​ທີ່​ໄດ້​ກັບ​ນາງ​ເອຟຣັດ ເມຍ​ຂອງ​ເພິ່ນ. ໂຊບານ​ລູກຊາຍ​ຂອງ​ຮູເຣ ຜູ້​ທີ່​ໄດ້​ສ້າງ​ເມືອງ​ກີຣີອາດ​ເຢອາຣີມ.
51
ສານມາ​ລູກຊາຍ​ຜູ້​ທີ​ສອງ ຜູ້​ທີ່​ໄດ້​ສ້າງ​ເມືອງ​ເບັດເລເຮັມ ແລະ​ຮາເຣັບ​ລູກຊາຍ​ຜູ້​ທີ​ສາມ ຜູ້​ທີ່​ໄດ້​ສ້າງ​ເມືອງ​ເບັດກາເດ.
52
ໂຊບານ ຜູ້​ທີ່​ໄດ້​ສ້າງ​ເມືອງ​ກີຣີອາດ​ເຢອາຣີມ ເປັນ​ບັນພະບຸລຸດ​ຂອງ​ປະຊາຊົນ​ເມືອງ​ຮາໂລເອ, ປະຊາຊົນ​ເຄິ່ງ​ໜຶ່ງ​ຂອງ​ຊາວ​ເມນູໂຮດ,
53
ແລະ​ຕະກຸນ​ຕ່າງໆ​ທີ່​ໄດ້​ອາໄສ​ຢູ່​ໃນ​ເມືອງ​ກີຣີອາດ​ເຢອາຣີມ ມີ​ດັ່ງນີ້: ຊາວ​ອີທາ, ປູທະ, ຊູມາ ແລະ​ມິດຊະຣາ. (ປະຊາຊົນ​ໃນ​ເມືອງຕ່າງໆ​ຂອງ​ໂຊຣາ ແລະ​ເອຊະຕາໂອນ ເປັນ​ສະມາຊິກ​ຂອງ​ຄອບຄົວ​ເຫຼົ່ານີ້.)
54
ສານມາ ຜູ້​ທີ່​ໄດ້​ສ້າງ​ເມືອງ​ເບັດເລເຮັມ ຊາວ​ເນໂຕຟັດ ຊາວ​ອາໂຣດ​ເບັດ​ໂຢອາບ ແລະ​ເຄິ່ງ​ໜຶ່ງ​ຂອງ​ຊາວ​ມານາຮາດ​ກັບ​ຊາວ​ໂຊເຣ.
55
ຕະກຸນ​ຕ່າງໆ​ຂອງ​ຜູ້​ຊ່ຽວຊານ​ທາງການຂຽນ ແລະ​ລອກ​ເອກະສານ ທີ່​ອາໄສ​ຢູ່​ຕາມ​ເມືອງ​ຢາເບດ ມີ​ດັ່ງນີ້: ຕີຣາດ, ຊີເມອາດ ແລະ​ສູກາດ. ພວກເຂົາ​ແມ່ນ​ຊາວ​ເກນິດ ທີ່​ໄດ້​ແຕ່ງງານ​ກັບ​ຊາວ​ເຣກາບ.
Lao ພຣະຄຳພີສັກສິ 2012
@ 2012 United Bible Societies
:
ບັນທຶກບັນທຶກ