×

Lao ພຣະຄຳພີສັກສິ 2012

1 ຂ່າວຄາວ 20

1
ຕໍ່ມາ ໃນ​ລະດູ​ໃບ​ໄມ້​ປົ່ງ ອັນ​ເປັນ​ເວລາ​ທີ່​ບັນດາ​ກະສັດ​ເຄີຍ​ເຮັດ​ເສິກ ໂຢອາບ​ໄດ້​ນຳ​ກອງທັບ​ໄປ​ຮຸກຮານ​ປະເທດ​ອຳໂມນ; ແຕ່​ກະສັດ​ດາວິດ​ຍັງ​ພັກ​ຢູ່​ນະຄອນ​ເຢຣູຊາເລັມ. ພວກເຂົາ​ໄດ້​ປິດລ້ອມ​ເມືອງ​ຣັບບາ​ໄວ້ ທັງ​ໂຈມຕີ ແລະ​ທຳລາຍ​ເມືອງ.
2
ຮູບເຄົາຣົບ​ໂມເລັກ​ຂອງ​ຊາວ​ມິນກົມ ສວມ​ມົງກຸດ​ຄຳ​ໜັກ​ປະມານ​ສາມສິບສີ່​ກິໂລກຼາມ. ຢູ່​ໃນ​ມົງກຸດ​ນັ້ນ​ມີ​ເພັດ​ເມັດ​ໜຶ່ງ ຊຶ່ງ​ກະສັດ​ດາວິດ​ໄດ້​ແກະ​ເອົາ​ອອກ​ມາ​ໃສ່​ມົງກຸດ​ຂອງຕົນ. ເພິ່ນ​ໄດ້​ຢຶດເອົາ​ສິ່ງຂອງ​ຊຶ່ງ​ປຸ້ນ​ມາ​ໄດ້​ຈາກ​ເມືອງ​ນັ້ນ​ເປັນ​ຈຳນວນ​ຫລວງຫລາຍ.
3
ເພິ່ນ​ໄດ້​ກວາດ​ເອົາ​ປະຊາຊົນ​ໃນ​ເມືອງ​ນັ້ນ​ມາ​ເຮັດ​ວຽກ​ເລື່ອຍ​ໄມ້, ຕັດ​ຫີນ ແລະ​ຕັດ​ໄມ້ ດັ່ງ​ທີ່​ໄດ້​ເຮັດ​ກັບ​ຊາວ​ອຳໂມນ​ໃນ​ເມືອງ​ຕ່າງໆ. ແລ້ວ​ເພິ່ນ​ກໍໄດ້​ຍົກທັບ​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ.
4
ຕໍ່ມາ ຊາດ​ອິດສະຣາເອນ​ໄດ້​ເຮັດ​ເສິກ​ກັບ​ພວກ​ຟີລິດສະຕິນ​ອີກ​ທີ່​ເກເຊ. ໃນ​ການ​ສູ້ຮົບ​ຄັ້ງ​ນີ້ ສິບເບກາຍ​ຊາວ​ເມືອງ​ຮູຊາ​ໄດ້​ຂ້າ​ຄົນ​ຮ່າງໃຫຍ່​ຜູ້ໜຶ່ງ​ຊື່​ວ່າ​ສິບປາຍ ແລະ​ພວກ​ຟີລິດສະຕິນ​ກໍໄດ້​ພ່າຍແພ້.
5
ໃນ​ການ​ສູ້ຮົບ​ກັບ​ຊາວ​ຟີລິດສະຕິນ​ຄັ້ງ​ໜຶ່ງ​ອີກ ເອນຮານານ​ລູກຊາຍ​ຂອງ​ຢາອີ​ໄດ້​ຂ້າ​ລາຮະມີ​ນ້ອງຊາຍ​ຂອງ​ໂກລີອາດ​ຊາວ​ເມືອງກາດ ຜູ້​ທີ່​ມີ​ຫອກ​ເທົ່າ​ກັບ​ໄມ້​ກຳພັ້ນ​ຫູກ.
6
ຕໍ່ມາ ໄດ້​ມີ​ເສິກ​ເກີດຂຶ້ນ​ອີກ​ຄັ້ງ​ໜຶ່ງ​ທີ່​ເມືອງກາດ. ໃນ​ຄັ້ງ​ນີ້ ໄດ້​ມີ​ຄົນ​ຮ່າງໃຫຍ່​ຜູ້ໜຶ່ງ​ມີ​ນິ້ວມື ແລະ​ນິ້ວຕີນ​ເບື້ອງ​ລະ​ຫົກ​ນິ້ວ. ລາວ​ສືບ​ເຊື້ອສາຍ​ມາ​ຈາກ​ຄົນ​ຮ່າງໃຫຍ່​ແຕ່​ສະໄໝ​ບູຮານ.
7
ລາວ​ທ້າທາຍ​ຊາວ​ອິດສະຣາເອນ; ແລະ​ໂຢນາທານ​ລູກຊາຍ​ຂອງ​ຊາມມາ​ອ້າຍ​ກະສັດ​ດາວິດ​ໄດ້​ຂ້າ​ລາວ.
8
ຄົນ​ທັງ​ສາມ​ນີ້​ສືບ​ເຊື້ອສາຍ​ມາ​ຈາກ​ຄົນ​ຮ່າງໃຫຍ່​ທີ່​ເມືອງກາດ. ກະສັດ​ດາວິດ ແລະ​ທະຫານ​ຂອງ​ເພິ່ນ​ໄດ້​ຂ້າ​ຄົນ​ເຫຼົ່ານີ້.
Lao ພຣະຄຳພີສັກສິ 2012
@ 2012 United Bible Societies
:
ບັນທຶກບັນທຶກ