|
| 1 |
|
| ມານຊາຕານຢາກນຳຄວາມເດືອດຮ້ອນມາສູ່ປະຊາຊົນອິດສະຣາເອນ. ດັ່ງນັ້ນ ມັນຈຶ່ງໄດ້ເຮັດໃຫ້ກະສັດດາວິດຕັດສິນໃຈນັບຈຳນວນປະຊາຊົນ. |
|
| 2 |
|
| ກະສັດດາວິດໄດ້ໃຫ້ຄຳສັ່ງແກ່ໂຢອາບ ແລະນາຍທະຫານຄົນອື່ນໆວ່າ, “ຈົ່ງໄປໃຫ້ທົ່ວດິນແດນອິດສະຣາເອນ ຕັ້ງແຕ່ເໜືອຕະຫລອດໃຕ້ຂອງປະເທດ ແລະຈົ່ງນັບຈຳນວນປະຊາຊົນ. ເຮົາຢາກຮູ້ວ່າມີຈຳນວນເທົ່າໃດ?” |
|
| 3 |
|
| ໂຢອາບຈຶ່ງຕອບວ່າ, “ຂໍພຣະເຈົ້າຢາເວ ຈົ່ງບັນດານໃຫ້ມີປະຊາຊົນອິດສະຣາເອນ ເພີ່ມຂຶ້ນຫລາຍກວ່າປັດຈຸບັນນີ້ຮ້ອຍເທົ່າເຖີດ ຂ້າແດ່ພະຣາຊາ ພວກເຂົາລ້ວນແຕ່ເປັນຄົນຮັບໃຊ້ຂອງທ່ານ. ດ້ວຍເຫດໃດ ທ່ານຈຶ່ງຢາກເຮັດສິ່ງນີ້ ແລະໃຫ້ປະຊາຊົນທັງຊາດມີຄວາມຜິດດ້ວຍ.” |
|
| 4 |
|
| ແຕ່ກະສັດກໍບອກໃຫ້ໂຢອາບເຮັດຕາມຄຳສັ່ງ. ໂຢອາບໄດ້ເດີນທາງໄປທົ່ວປະເທດອິດສະຣາເອນ ແລ້ວລາວກໍກັບຄືນມານະຄອນເຢຣູຊາເລັມ. |
|
| 5 |
|
| ລາວໄດ້ລາຍງານໃຫ້ກະສັດດາວິດຮູ້ຈຳນວນຊາຍສະກັນທັງໝົດ ທີ່ເປັນທະຫານໄດ້ມີດັ່ງນີ້: ທີ່ດິນແດນອິດສະຣາເອນ ໜຶ່ງລ້ານໜຶ່ງຮ້ອຍພັນຄົນ ແລະທີ່ດິນແດນຢູດາຍ ສີ່ຮ້ອຍເຈັດສິບພັນຄົນ. |
|
| 6 |
|
| ຍ້ອນໂຢອາບບໍ່ເຫັນພ້ອມກັບຄຳສັ່ງຂອງກະສັດ ເພິ່ນຈຶ່ງບໍ່ໄດ້ນັບຈຳນວນຄົນໃນເຜົ່າເລວີ ແລະເຜົ່າເບັນຢາມິນ. |
|
| 7 |
|
| ພຣະເຈົ້າບໍ່ພໍໃຈໃນສິ່ງທີ່ໄດ້ເຮັດໄປນັ້ນ. ດັ່ງນັ້ນ ພຣະອົງຈຶ່ງລົງໂທດປະຊາຊົນອິດສະຣາເອນ. |
|
| 8 |
|
| ກະສັດດາວິດໄດ້ກ່າວຕໍ່ພຣະເຈົ້າວ່າ, “ຂ້ານ້ອຍເຮັດບາບຢ່າງຮ້າຍແຮງທີ່ໄດ້ເຮັດສິ່ງນີ້ ໂຜດຍົກໂທດໃຫ້ຂ້ານ້ອຍດ້ວຍເຖີດ. ຂ້ານ້ອຍໄດ້ກະທຳໃນສິ່ງທີ່ໂງ່ຈ້າແທ້ໆ.” |
|
| 9 |
|
| ແລ້ວພຣະເຈົ້າຢາເວກໍບອກກາດ ຜູ້ທຳນວາຍປະຈຳກະສັດດາວິດວ່າ, |
|
| 10 |
|
| “ຈົ່ງໄປບອກດາວິດວ່າ ພຣະເຈົ້າຢາເວກ່າວວ່າດັ່ງນີ້: ໃຫ້ລາວເລືອກເອົາສາມຢ່າງ. ແລ້ວເຮົາກໍຈະເຮັດຕາມຢ່າງທີ່ລາວໄດ້ເລືອກເອົານັ້ນ.” |
|
| 11 |
|
| ກາດໄປພົບກະສັດດາວິດ ແລະບອກເພິ່ນຕາມທີ່ພຣະເຈົ້າຢາເວໄດ້ກ່າວນັ້ນ ແລະຖາມເພິ່ນວ່າ, “ທ່ານຈະເລືອກເອົາຢ່າງໃດ? |
|
| 12 |
|
| ຄືເກີດການອຶດຢາກສາມປີ; ແລ່ນປົບໜີຈາກກອງທັບສັດຕູສາມເດືອນ; ໃຫ້ພຣະເຈົ້າຢາເວໃຊ້ດາບໂຈມຕີ ແລະນຳໂຣກລະບາດມາສູ່ດິນແດນຂອງທ່ານສາມວັນ ໂດຍໃຫ້ເທວະດາຂອງພຣະເຈົ້າຢາເວນຳເອົາຄວາມຕາຍມາສູ່ທົ່ວທັງຊາດອິດສະຣາເອນ. ທ່ານຈະໃຫ້ຄຳຕອບຢ່າງໃດແກ່ພຣະອົງ?” |
|
| 13 |
|
| ກະສັດດາວິດຈຶ່ງຕອບວ່າ, “ເຮົາຕົກຢູ່ໃນສະພາບຈົນຕາແຈແທ້ໆ ແຕ່ເຮົາບໍ່ຕ້ອງການໃຫ້ມະນຸດລົງໂທດ ໃຫ້ພຣະເຈົ້າຢາເວເອງລົງໂທດເຮົາສາ ເພາະພຣະອົງມີໃຈເມດຕາ.” |
|
| 14 |
|
| ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງສົ່ງພະຍາດລະບາດມາສູ່ປະເທດອິດສະຣາເອນ ແລະເຈັດສິບພັນຄົນໄດ້ຕາຍໄປ. |
|
| 15 |
|
| ແລ້ວພຣະເຈົ້າກໍສົ່ງເທວະດາມາເພື່ອຈະທຳລາຍນະຄອນເຢຣູຊາເລັມ ແຕ່ພຣະເຈົ້າຢາເວປ່ຽນໃຈແລະສັ່ງເທວະດາວ່າ, “ຢຸດ! ຊໍ່ານີ້ກໍພໍແລ້ວ.” ໃນຂະນະນັ້ນ ເທວະດາຂອງພຣະເຈົ້າຢາເວກຳລັງຢືນຢູ່ໃກ້ລານຟາດເຂົ້າຂອງອາໂຣນາຊາວເຢບຸດ. |
|
| 16 |
|
| ກະສັດດາວິດໄດ້ຫລຽວຂື້ນ ແລະໄດ້ເຫັນເທວະດາຂອງພຣະເຈົ້າຢາເວຕົນນັ້ນຢືນຢູ່ໃນກາງອາກາດ ໂດຍຖືດາບຢູ່ໃນມືຕຽມພ້ອມທີ່ຈະທຳລາຍນະຄອນເຢຣູຊາເລັມ. ແລ້ວກະສັດດາວິດ ແລະບັນດາຜູ້ນຳປະຊາຊົນ ທຸກຄົນລ້ວນແຕ່ໃສ່ເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ໄດ້ຂາບລົງດິນ. |
|
| 17 |
|
| ກະສັດດາວິດໄດ້ກ່າວຕໍ່ພຣະເຈົ້າວ່າ, “ຂ້ານ້ອຍເປັນຜູ້ເຮັດຜິດ. ຂ້ານ້ອຍເປັນຜູ້ອອກຄຳສັ່ງໃຫ້ນັບຈຳນວນປະຊາຊົນ. ຄົນຍາກຈົນເຫຼົ່ານີ້ໄດ້ເຮັດຜິດຫຍັງ? ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ໂຜດລົງໂທດຂ້ານ້ອຍກັບຄອບຄົວຂອງຂ້ານ້ອຍສາ ແລະໄວ້ຊີວິດປະຊາຊົນຂອງພຣະອົງດ້ວຍເຖີດ.” |
|
| 18 |
|
| ເທວະດາຂອງພຣະເຈົ້າຢາເວບອກກາດ ໃຫ້ສັ່ງກະສັດດາວິດໄປສ້າງແທ່ນບູຊາແທ່ນໜຶ່ງ ຖວາຍແກ່ພຣະເຈົ້າຢາເວທີ່ລານຟາດເຂົ້າຂອງອາໂຣນາຊາວເຢບຸດ. |
|
| 19 |
|
| ກະສັດດາວິດໄດ້ປະຕິບັດຕາມຄຳສັ່ງຂອງກາດ ທີ່ເພິ່ນໄດ້ບອກໃນນາມຊື່ພຣະເຈົ້າຢາເວ. |
|
| 20 |
|
| ອາໂຣນາ ແລະລູກຊາຍສີ່ຄົນຂອງຕົນກຳລັງຟາດເຂົ້າຢູ່ໃນລານຂອງຕົນ ແລະເມື່ອພວກເຂົາໄດ້ເຫັນເທວະດາກໍພາກັນແລ່ນໜີໄປລີ້. |
|
| 21 |
|
| ເມື່ອອາໂຣນາເຫັນກະສັດດາວິດກຳລັງມາ ລາວຈຶ່ງຟ້າວອອກຈາກລານເຂົ້າໄປຫາເພິ່ນ ແລະຂາບລົງຕ້ອນຮັບ. |
|
| 22 |
|
| ກະສັດດາວິດກ່າວແກ່ລາວວ່າ, “ຈົ່ງຂາຍລານເຂົ້ານີ້ໃຫ້ເຮົາສາ ເພື່ອເຮົາຈະໄດ້ສ້າງແທ່ນບູຊາຖວາຍແກ່ພຣະເຈົ້າຢາເວ ແລະພະຍາດລະບາດຈະໄດ້ເຊົາ. ເຮົາຈະຈ່າຍຄ່າລານເຂົ້າໃຫ້ເຈົ້າເຕັມລາຄາ.” |
|
| 23 |
|
| ອາໂຣນາຕອບວ່າ, “ຂ້າແດ່ພະຣາຊາ ຈົ່ງເອົາໄປເຖີດ ແລະກະທຳຕາມທີ່ທ່ານປະສົງ. ທີ່ນີ້ມີງົວເພື່ອເຜົາທີ່ເທິງແທ່ນບູຊາ ແລະມີໄມ້ຟືນທີ່ລານເພື່ອໃຊ້ເປັນຟືນເຜົາ ພ້ອມທັງມີເຂົ້າເພື່ອໃຊ້ເປັນເຄື່ອງຖວາຍບູຊາດ້ວຍ. ຂ້ານ້ອຍຂໍມອບໃຫ້ທ່ານທັງໝົດ.” |
|
| 24 |
|
| ແຕ່ກະສັດຕອບວ່າ, “ບໍ່ ເຮົາຈະຈ່າຍໃຫ້ເຈົ້າເຕັມລາຄາ ເຮົາຈະບໍ່ຖວາຍບູຊາສິ່ງທີ່ເຮົາໄດ້ລ້າຈາກເຈົ້າ ເປັນເຄື່ອງບູຊາໃຫ້ແກ່ພຣະເຈົ້າຢາເວດອກ.” |
|
| 25 |
|
| ເພິ່ນໄດ້ຈ່າຍຄ່າລານເຂົ້າໃຫ້ອາໂຣນາຫົກຮ້ອຍຫລຽນຄຳ. |
|
| 26 |
|
| ໃນທີ່ນັ້ນເພິ່ນໄດ້ສ້າງແທ່ນບູຊາແທ່ນໜຶ່ງແກ່ພຣະເຈົ້າຢາເວ ພ້ອມທັງໄດ້ຖວາຍເຄື່ອງເຜົາບູຊາ ແລະຖວາຍບູຊາເພື່ອຄວາມສາມັກຄີທຳ. ເພິ່ນໄດ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ແລະພຣະອົງໄດ້ຕອບຄຳພາວັນນາອະທິຖານຂອງເພິ່ນ ໂດຍສົ່ງໄຟລົງມາຈາກສະຫວັນໄໝ້ເຄື່ອງຖວາຍທີ່ເທິງແທ່ນບູຊານັ້ນ. |
|
| 27 |
|
| ພຣະເຈົ້າຢາເວໄດ້ສັ່ງເທວະດາໃຫ້ເອົາດາບມ້ຽນໄວ້ ແລະເທວະດາຕົນນັ້ນກໍໄດ້ເຊື່ອຟັງພຣະອົງ. |
|
| 28 |
|
| ເມື່ອກະສັດດາວິດເຫັນວ່າ ພຣະເຈົ້າຢາເວໄດ້ຕອບຄຳພາວັນນາອະທິຖານຂອງຕົນເຊັ່ນນີ້; ສະນັ້ນ ເພິ່ນຈຶ່ງໄດ້ຖວາຍເຄື່ອງບູຊາເທິງແທ່ນບູຊາທີ່ລານຟາດເຂົ້າຂອງອາໂຣນາຊາວເຢບຸດ. |
|
| 29 |
|
| ໃນເວລານັ້ນ ຫໍເຕັນສັກສິດຂອງພຣະເຈົ້າຢາເວ ຊຶ່ງໂມເຊໄດ້ສ້າງຂຶ້ນທີ່ຖິ່ນແຫ້ງແລ້ງກັນດານ ແລະແທ່ນບູຊາທີ່ໃຊ້ເພື່ອຖວາຍເຄື່ອງເຜົາບູຊາ ກໍຍັງຢູ່ໃນສະຖານທີ່ສູງທີ່ກີເບໂອນ; |
|
| 30 |
|
| ແຕ່ກະສັດດາວິດບໍ່ສາມາດໄປທູນຖາມພຣະເຈົ້າທີ່ນັ້ນໄດ້ ເພາະເພິ່ນຢ້ານດາບຂອງເທວະດາຂອງພຣະເຈົ້າຢາເວ. |
|
|
|
|