|
| 1 |
|
| ເຈົ້າເຢໂຮຊາຟັດໄດ້ຕາຍໄປ ແລະໄດ້ຖືກຝັງໄວ້ໃນອຸບມຸງແຫ່ງກະສັດໃນເມືອງຂອງດາວິດ ແລະເຢໂຮຣາມລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ. |
|
| 2 |
|
| ເຈົ້າເຢໂຮຣາມລູກຊາຍຂອງເຈົ້າເຢໂຮຊາຟັດແຫ່ງຢູດາຍມີນ້ອງຊາຍຫົກຄົນ ດັ່ງນີ້: ອາຊາຣີຢາ, ເຢຮີເອນ, ເຊກາຣີຢາ, ອາຊາຣີຢາ, ມີກາເອນ ແລະເຊຟາຕີຢາ. |
|
| 3 |
|
| ບິດາຂອງພວກເຂົາໄດ້ມອບຄຳ, ເງິນ ແລະເຄື່ອງມີຄ່າອື່ນໆຢ່າງຫລວງຫລາຍໃຫ້ແກ່ພວກເຂົາ ແລະໄດ້ຕັ້ງພວກເຂົາໃຫ້ປົກຄອງເມືອງຕ່າງໆໃນຢູດາຍທີ່ມີປ້ອມປ້ອງກັນ. ແຕ່ຍ້ອນເຢໂຮຣາມເປັນອ້າຍກົກ ເຈົ້າເຢໂຮຊາຟັດຈຶ່ງມອບໃຫ້ລາວຂຶ້ນເປັນຜູ້ປົກຄອງແທນ. |
|
| 4 |
|
| ເມື່ອເຢໂຮຣາມໄດ້ມີອຳນາດຄວບຄຸມທົ່ວອານາຈັກຢ່າງໝັ້ນຄົງແລ້ວ ລາວກໍຂ້າພວກນ້ອງຊາຍທັງໝົດ ພ້ອມດ້ວຍຂ້າຣາຊການອິດສະຣາເອນບາງຄົນ. |
|
| 5 |
|
| ເຈົ້າເຢໂຮຣາມໄດ້ຂຶ້ນເປັນກະສັດເມື່ອເພິ່ນອາຍຸໄດ້ສາມສິບສອງປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາແປດປີ. |
|
| 6 |
|
| ເພິ່ນໄດ້ເຮັດຕາມແບບຢ່າງອັນຊົ່ວຊ້າຂອງກະສັດອາຮາບ ແລະກະສັດອື່ນໆຂອງຊາດອິດສະຣາເອນ ເພາະເພິ່ນໄດ້ແຕ່ງງານກັບລູກສາວຄົນໜຶ່ງຂອງອາຮາບ. ເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ |
|
| 7 |
|
| ແຕ່ພຣະເຈົ້າຢາເວບໍ່ຢາກທຳລາຍເຊື້ອວົງຂອງດາວິດ ເພາະພຣະອົງໄດ້ເຮັດພັນທະສັນຍາໄວ້ກັບດາວິດໂດຍໄດ້ສັນຍາວ່າ ເຊື້ອສາຍຂອງເພິ່ນຈະສືບຕໍ່ປົກຄອງສືບໆໄປ. |
|
| 8 |
|
| ໃນລະຫວ່າງຣາຊການຂອງເຈົ້າເຢໂຮຣາມນັ້ນ ເອໂດມໄດ້ກະບົດຕໍ່ຢູດາຍ ແລະໄດ້ກາຍເປັນອານາຈັກເອກະລາດ. |
|
| 9 |
|
| ດັ່ງນັ້ນ ເຢໂຮຣາມພ້ອມທັງນາຍທະຫານຂອງເພິ່ນຈຶ່ງໄດ້ນຳລົດຮົບອອກໄປຮຸກຮານເອໂດມ. ກອງທັບຂອງເອໂດມໄດ້ປິດລ້ອມພວກເຂົາໄວ້, ແຕ່ໃນຕອນກາງຄືນ ພວກເຂົາໄດ້ຕີຜ່າວົງລ້ອມອອກມາໄດ້ແລະປົບໜີໄປ. |
|
| 10 |
|
| ແຕ່ນັ້ນມາ ເອໂດມກໍໄດ້ແຍກເປັນອານາຈັກເອກະລາດຈາກ ອານາຈັກຢູດາຍ. ໃນເວລານັ້ນເມືອງລິບນາໄດ້ກະບົດຄືກັນ ຍ້ອນເຢໂຮຣາມໄດ້ປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງຕົນ. |
|
| 11 |
|
| ເພິ່ນໄດ້ສ້າງແມ່ນແຕ່ບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ ໄວ້ຕັ້ງຫລາຍບ່ອນຢູ່ສະຖານທີ່ສູງໃນເຂດເນີນພູຂອງຢູດາຍ ຊຶ່ງເປັນການນຳພາປະຊາຊົນຊາວຢູດາແລະຊາວນະຄອນເຢຣູຊາເລັມ ໃຫ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ. |
|
| 12 |
|
| ຜູ້ທຳນວາຍເອລີຢາໄດ້ສົ່ງຈົດໝາຍສະບັບໜຶ່ງ ມາຫາເຢໂຮຣາມໂດຍມີຖ້ອຍຄຳດັ່ງນີ້: “ພຣະເຈົ້າຢາເວ ພຣະເຈົ້າຂອງດາວິດຜູ້ເປັນບັນພະບຸລຸດຂອງທ່ານປະນາມທ່ານ ເພາະທ່ານບໍ່ໄດ້ເຮັດຕາມແບບຢ່າງຂອງກະສັດເຢໂຮຊາຟັດບິດາຂອງທ່ານແລະຂອງກະສັດອາສາພໍ່ປູ່ຂອງທ່ານ. |
|
| 13 |
|
| ແຕ່ທ່ານກັບໄປເຮັດຕາມແບບຢ່າງຂອງກະສັດແຫ່ງອິດສະຣາເອນ ແລະໄດ້ນຳພາປະຊາຊົນຢູດາແລະນະຄອນເຢຣູຊາເລັມບໍ່ໃຫ້ສັດຊື່ຕໍ່ພຣະເຈົ້າ ເໝືອນກັນກັບອາຮາບແລະຜູ້ສືບຕໍ່ແທນລາວໄດ້ນຳພາຊາດອິດສະຣາເອນໄປໃນທາງບໍ່ສັດຊື່. ທ່ານຂ້າແມ່ນແຕ່ພວກນ້ອງຊາຍທ່ານເອງ ຜູ້ທີ່ດີລື່ນທ່ານ. |
|
| 14 |
|
| ຜົນກຳທີ່ໄດ້ຮັບກໍຄືພຣະເຈົ້າຢາເວຈະລົງໂທດຢ່າງໜັກຕໍ່ປະຊາຊົນ, ລູກ ແລະເມຍຂອງທ່ານ, ພ້ອມທັງຈະທຳລາຍສິ່ງຂອງຂອງທ່ານດ້ວຍ. |
|
| 15 |
|
| ສ່ວນທ່ານເອງກໍຈະຖືກທໍລະມານດ້ວຍພະຍາດລຳໄສ້ ຊຶ່ງຈະນັບມື້ນັບຮ້າຍແຮງຂຶ້ນ.” |
|
| 16 |
|
| ພວກຟີລິດສະຕິນກັບຊາວອາຣັບບາງພວກໄດ້ອາໄສຢູ່ໃກ້ແຄມຝັ່ງທະເລ ບ່ອນທີ່ຊາວເອທີໂອເປຍໄດ້ຕັ້ງຖິ່ນຖານຢູ່ນັ້ນ. ພຣະເຈົ້າຢາເວໄດ້ບັນດານໃຫ້ພວກເຂົາໄປເຮັດເສິກຕໍ່ສູ້ເຈົ້າເຢໂຮຣາມ. |
|
| 17 |
|
| ພວກເຂົາໄດ້ຮຸກຮານຢູດາຍ, ປຸ້ນສະດົມຣາຊວັງ ແລະຈັບເອົາລູກເມຍທັງໝົດຂອງກະສັດໄປເປັນຊະເລີຍ; ຍົກເວັ້ນແຕ່ເຈົ້າອາຮາຊີຢາ ລູກຊາຍຫລ້າຂອງເພິ່ນເທົ່ານັ້ນ. |
|
| 18 |
|
| ຫລັງຈາກນີ້ແລ້ວ ພຣະເຈົ້າຢາເວໄດ້ນຳພະຍາດລຳໄສ້ຢ່າງເຈັບປວດມາສູ່ກະສັດ. |
|
| 19 |
|
| ພະຍາດນີ້ຮ້າຍແຮງໜັກຂຶ້ນເປັນເວລາສອງປີ ຈົນໃນທີ່ສຸດກະສັດໄດ້ຕາຍໄປຢ່າງທໍລະມານ. ພົນລະເມືອງບໍ່ໄດ້ກໍ່ໄຟໄວ້ທຸກໃຫ້ເພິ່ນ ດັ່ງພວກເຂົາໄດ້ເຮັດແກ່ບັນພະບຸລຸດຂອງເພິ່ນ. |
|
| 20 |
|
| ເຈົ້າເຢໂຮຣາມໄດ້ຂຶ້ນເປັນກະສັດເມື່ອເພິ່ນອາຍຸໄດ້ສາມສິບສອງປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາແປດປີ. ໂດຍບໍ່ມີຜູ້ໃດເສຍໃຈນຳເພິ່ນເມື່ອເພິ່ນຕາຍໄປ. ພວກເຂົາໄດ້ຝັງເພິ່ນໄວ້ໃນເມືອງຂອງດາວິດ, ແຕ່ບໍ່ໄດ້ຝັງໄວ້ໃນອຸບມຸງແຫ່ງກະສັດ. |
|
|
|
|