Lao ພຣະຄຳພີສັກສິ 2012
|
| 1 |
| ເຈົ້າໂຢທາມໄດ້ຂຶ້ນເປັນກະສັດເມື່ອເພິ່ນອາຍຸຊາວຫ້າປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສິບຫົກປີ. ແມ່ຂອງເພິ່ນຊື່ວ່າເຢຣູຊາລູກສາວຂອງຊາດົກ. |
| 2 |
| ເພິ່ນໄດ້ເຮັດສິ່ງທີ່ພຣະເຈົ້າຢາເວພໍໃຈເໝືອນກັນກັບພໍ່ຂອງເພິ່ນໄດ້ເຮັດ ແຕ່ວ່າບໍ່ຄືກັນ. ເພິ່ນບໍ່ໄດ້ເຮັດບາບໂດຍເຜົາເຄື່ອງຫອມ ຖວາຍໃນວິຫານຂອງພຣະເຈົ້າຢາເວ. ແຕ່ປະຊາຊົນຍັງສືບຕໍ່ເຮັດບາບຢູ່. |
| 3 |
| ແມ່ນໂຢທາມທີ່ເປັນຜູ້ສ້າງປະຕູທາງດ້ານເໜືອຂອງວິຫານຂອງພຣະເຈົ້າຢາເວ ແລະຂະຫຍາຍກຳແພງເມືອງໃນບໍລິເວນຂອງນະຄອນເຢຣູຊາເລັມຊື່ວ່າ ໂອເຟນ. |
| 4 |
| ເພິ່ນໄດ້ສ້າງເມືອງຕ່າງໆໃນເຂດເນີນພູຂອງຢູດາຍ ແລະໄດ້ສ້າງປ້ອມປ້ອງກັນເມືອງ ແລະຫໍຄອຍຫລາຍບ່ອນໄວ້ໃນປ່າ. |
| 5 |
| ເພິ່ນໄດ້ຕໍ່ສູ້ກະສັດອຳໂມນ ໂດຍໄດ້ຕີກອງທັບໃຫ້ພ່າຍແພ້ໄປ. ແລ້ວເພິ່ນກໍໄດ້ບັງຄັບໃຫ້ຊາວອຳໂມນເສຍສ່ວຍແຕ່ລະປີຕະຫລອດສາມປີດັ່ງນີ້: ເງິນປະມານສີ່ໂຕນ, ເຂົ້າໜຶ່ງພັນໂຕນ ແລະເຂົ້າເດືອຍໜຶ່ງພັນໂຕນ. |
| 6 |
| ໂຢທາມມີອຳນາດເຂັ້ມແຂງຂຶ້ນ ເພາະເພິ່ນເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນຢ່າງສັດຊື່. |
| 7 |
| ເຫດການອື່ນໆໃນຣາຊການຂອງເພິ່ນເຊັ່ນ: ການເຮັດເສິກ ແລະນະໂຍບາຍການປົກຄອງອານາຈັກ ແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນແລະຢູດາຍ. |
| 8 |
| ໂຢທາມໄດ້ຂຶ້ນເປັນກະສັດເມື່ອເພິ່ນອາຍຸຊາວຫ້າປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສິບຫົກປີ. |
| 9 |
| ເພິ່ນໄດ້ຕາຍໄປ ແລະໄດ້ຖືກຟັງໄວ້ໃນເມືອງຂອງດາວິດ. ເຈົ້າອາຮາດ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ. |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/2chronicles/027.mp3
36
27