|
| 1 |
|
| ເຈົ້າເຮເຊກີຢາໄດ້ຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸຊາວຫ້າປີ ແລະໄດ້ປົກຄອງຢູ່ນະຄອນເຢຣູຊາເລັມເປັນເວລາຊາວເກົ້າປີ. ແມ່ຂອງເພິ່ນຊື່ວ່າອາບີຢາລູກສາວຂອງເຊກາຣີຢາ. |
|
| 2 |
|
| ໂດຍເຮັດຕາມແບບຢ່າງຂອງກະສັດດາວິດຜູ້ເປັນບັນພະບຸລຸດ ເພິ່ນໄດ້ກະທຳໃນສິ່ງທີ່ພຣະເຈົ້າຢາເວພໍພຣະໄທ. |
|
| 3 |
|
| ໃນເດືອນທີໜຶ່ງຂອງປີແຫ່ງເຈົ້າເຮເຊກີຢາໄດ້ຂຶ້ນເປັນກະສັດນັ້ນ ເພິ່ນໄດ້ເປີດປະຕູວິຫານຂອງພຣະເຈົ້າຢາເວອີກໃໝ່ແລະລົງມືສ້ອມແປງປະຕູເຫຼົ່ານັ້ນ. |
|
| 4 |
|
| ເພິ່ນໄດ້ເຕົ້າໂຮມເອົາປະໂຣຫິດໝວດໜຶ່ງ ແລະພວກເລວີທາງດ້ານທິດຕາເວັນອອກ, |
|
| 5 |
|
| ແລະໂອ້ລົມກັບພວກເຂົາຢູ່ໃນນັ້ນວ່າ, “ພວກທ່ານຊາວເລວີ ຈົ່ງອຸທິດພວກທ່ານເອງ ແລະຈົ່ງຊຳລະວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກທ່ານ. ຈົ່ງຍົກຍ້າຍທຸກໆສິ່ງທີ່ເປັນມົນທິນອອກໄປຈາກສະຖານທີ່ສັກສິດ. |
|
| 6 |
|
| ບັນພະບຸລຸດຂອງພວກເຮົາບໍ່ສັດຊື່ຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ແລະໄດ້ເຮັດສິ່ງທີ່ພຣະອົງບໍ່ພໍພຣະໄທ. ພວກເພິ່ນໄດ້ປະຖິ້ມພຣະອົງ ແລະປິ່ນຫລັງໃຫ້ແກ່ທີ່ສະຖິດຂອງພຣະເຈົ້າຢາເວ. |
|
| 7 |
|
| ພວກເພິ່ນໄດ້ອັດປະຕູພຣະວິຫານ, ໄດ້ປ່ອຍໃຫ້ຕະກຽງມອດ ແລະບໍ່ໄດ້ເຜົາເຄື່ອງຫອມຖວາຍຫລືເຜົາບູຊາໃນສະຖານທີ່ສັກສິດຂອງພຣະເຈົ້າແຫ່ງຊາດອິດສະຣາເອນ. |
|
| 8 |
|
| ເພາະເລື່ອງນີ້ ພຣະເຈົ້າຢາເວຈຶ່ງໂກດຮ້າຍຢູດາຍແລະນະຄອນເຢຣູຊາເລັມ ແລະສິ່ງທີ່ພຣະອົງໄດ້ເຮັດຕໍ່ອານາຈັກທັງສອງນັ້ນ ພາໃຫ້ທຸກຄົນຕົກໃຈຢ້ານກົວຫລາຍ. ພວກທ່ານກໍຮູ້ຈັກສິ່ງນີ້ດີ. |
|
| 9 |
|
| ພໍ່ຂອງພວກເຮົາໄດ້ຖືກຂ້າໃນສະໜາມຮົບ ແລະເມຍກັບລູກຂອງພວກເຮົາກໍຖືກຈັບໄປເປັນຊະເລີຍ. |
|
| 10 |
|
| ບັດນີ້ ຂ້າພະເຈົ້າໄດ້ຕັດສິນໃຈທີ່ຈະເຮັດພັນທະສັນຍາກັບພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ເພື່ອວ່າພຣະອົງຈະບໍ່ໂກດຮ້າຍພວກເຮົາຕໍ່ໄປ. |
|
| 11 |
|
| ລູກທັງຫລາຍຂອງເຮົາເອີຍ ຢ່າສູ່ມົວຊັກຊ້າຢູ່ເລີຍ. ພວກທ່ານແມ່ນຜູ້ໜຶ່ງທີ່ພຣະເຈົ້າຢາເວໄດ້ເລືອກເອົາ ເພື່ອເຜົາເຄື່ອງຫອມຖວາຍແກ່ພຣະອົງ ແລະນຳພາປະຊາຊົນເຂົ້າມານະມັດສະການພຣະອົງ.” |
|
| 12 |
|
| ພວກເລວີທີ່ມີໜ້າໃນທີ່ນັ້ນ ມີດັ່ງນີ້: ຈາກຕະກຸນໂກຮາດ, ມາຮາດ ລູກຊາຍຂອງອາມາໄສ ແລະໂຢເອນລູກຊາຍຂອງອາຊາຣີຢາ; ຈາກຕະກຸນເມຣາຣີ, ກີເຊ ລູກຊາຍຂອງອັບດີ ແລະອາຊາຣີຢາລູກຊາຍຂອງເຢຮານເລເລນ; ຈາກຕະກຸນເກໂຊນ, ໂຢອາ ລູກຊາຍຂອງຊິມມາ ແລະເອເດນລູກຊາຍຂອງໂຢອາ |
|
| 13 |
|
| ຈາກຕະກຸນເອລີຊາຟັນ, ຊິມຣີ ແລະເຢອູເອນ; ຈາກຕະກຸນອາສັບ, ເຊກາຣີຢາ ແລະມັດຕານິຢາ |
|
| 14 |
|
| ຈາກຕະກຸນເຮມານ, ເຢອູເອນ ແລະຊີເມອີ; ຈາກຕະກຸນເຢດູທູນ, ເຊມາອີຢາ ແລະອຸດຊີເອນ. |
|
| 15 |
|
| ຄົນເຫຼົ່ານີ້ໄດ້ເອີ້ນພີ່ນ້ອງຊາວເລວີຂອງພວກເຂົາມາປະຊຸມກັນ ແລະພວກເຂົາທຸກຄົນໄດ້ເຮັດພິທີຊຳລະຕົນໃຫ້ໝົດມົນທິນ. ແລ້ວໂດຍປະຕິບັດຕາມຄຳສັ່ງຂອງກະສັດ ໂດຍຖ້ອຍຄຳຂອງພຣະເຈົ້າຢາເວ ເພື່ອຊຳລະວິຫານຂອງພຣະເຈົ້າຢາເວໃຫ້ໝົດມົນທິນ. |
|
| 16 |
|
| ພວກປະໂຣຫິດໄດ້ເຂົ້າໄປທາງໃນຂອງວິຫານຂອງພຣະເຈົ້າຢາເວເພື່ອຊຳລະໃຫ້ສະອາດ ແລະພວກເຂົາໄດ້ຂົນທຸກສິ່ງ ທີ່ເປັນມົນທິນທັງຫຼາຍທີ່ພວກເຂົາໄດ້ພົບໃນພຣະວິຫານຂອງພຣະເຈົ້າຢາເວອອກມາກອງໄວ້ທີ່ເດີ່ນຂອງວິຫານຂອງພຣະເຈົ້າຢາເວ. ພວກເລວີໄດ້ຂົນສິ່ງທີ່ເປັນມົນທິນເຫຼົ່ານັ້ນໄປຖິ້ມລົງໃນຮ່ອມພູກິດໂຣນຢູ່ນອກເມືອງ. |
|
| 17 |
|
| ການລົງມືຊຳລະພຣະວິຫານນີ້ໄດ້ເລີ່ມຂຶ້ນໃນວັນທີໜຶ່ງຂອງເດືອນທີໜຶ່ງ ແລະພໍເຖິງວັນທີແປດກໍສຳເລັດໝົດ ລວມທັງຫ້ອງທີ່ທາງເຂົ້າດ້ານໜ້າວິຫານຂອງພຣະເຈົ້າຢາເວ. ແລ້ວພວກເຂົາກໍຕຽມວິຫານຂອງພຣະເຈົ້າຢາເວໄວ້ສຳລັບການນະມັດສະການອີກແປດວັນ ຈົນເຖິງວັນທີສິບຫົກຂອງເດືອນຈຶ່ງສຳເລັດທັງໝົດ. |
|
| 18 |
|
| ພວກເລວີໄດ້ລາຍງານໃຫ້ກະສັດເຮເຊກີຢາຮູ້ ດັ່ງນີ້: “ພວກຂ້ານ້ອຍໄດ້ເຮັດສຳເລັດພິທີຊຳລະວິຫານຂອງພຣະເຈົ້າຢາເວທັງໝົດແລ້ວ, ມີແທ່ນເຜົາບູຊາແລະເຄື່ອງໃຊ້ເທິງແທ່ນທັງໝົດ, ໂຕະວາງເຂົ້າຈີ່ໃສ່ເປັນແຖວແລະເຄື່ອງໃຊ້ເທິງໂຕະທັງໝົດ. |
|
| 19 |
|
| ພວກຂ້ານ້ອຍຍັງໄດ້ນຳເຄື່ອງໃຊ້ທັງໝົດ ຊຶ່ງກະສັດອາຮາດໄດ້ເອົາໄປໃນສະໄໝທີ່ເພິ່ນບໍ່ສັດຊື່ຕໍ່ພຣະເຈົ້ານັ້ນຄືນມາ ແລະພວກຂ້ານ້ອຍໄດ້ອຸທິດຖວາຍແກ່ພຣະເຈົ້າຄືນໃໝ່ອີກ. ສິ່ງທັງໝົດນັ້ນໄດ້ວາງໄວ້ຢູ່ດ້ານໜ້າຂອງແທ່ນບູຊາຂອງພຣະເຈົ້າຢາເວແລ້ວ.” |
|
| 20 |
|
| ໂດຍບໍ່ຊັກຊ້າກະສັດເຮເຊກີຢາໄດ້ເອີ້ນຊາວເມືອງຊັ້ນຫົວໜ້າມາປະຊຸມ ແລະພວກເຂົາຈຶ່ງພ້ອມພາກັນຂື້ນໄປທີ່ວິຫານຂອງພຣະເຈົ້າຢາເວ. |
|
| 21 |
|
| ເພື່ອເປັນການລຶບລ້າງການບາບຂອງຣາຊວົງ ລວມທັງຂອງປະຊາຊົນຢູດາ ແລະຊຳລະພຣະວິຫານ ພວກເຂົາໄດ້ຖວາຍງົວເຖິກເຈັດໂຕ, ແກະເຖິກເຈັດໂຕ, ລູກແກະເຈັດໂຕ ແລະແບ້ເຈັດໂຕ. ເພິ່ນບອກບັນດາປະໂຣຫິດທີ່ເປັນເຊື້ອສາຍຂອງອາໂຣນ ໃຫ້ຖວາຍສັດເຫຼົ່ານັ້ນທີ່ແທ່ນບູຊາຂອງພຣະເຈົ້າຢາເວ. |
|
| 22 |
|
| ພວກປະໂຣຫິດໄດ້ຂ້າງົວເຖິກກ່ອນ ແລ້ວກໍຂ້າແກະເຖິກກັບລູກແກະ ແລະຊິດເລືອດຂອງສັດແຕ່ລະໂຕໃສ່ແທ່ນບູຊາ. |
|
| 23 |
|
| ແລະພວກເຂົາໄດ້ນຳແບ້ເຖິກສຳລັບເປັນເຄື່ອງບູຊາໄຖ່ບາບມາຕໍ່ໜ້າກະສັດ ແລະທີ່ຊຸມນຸມຊົນ; ແລ້ວພວກເຂົາໄດ້ວາງມືໃສ່ມັນ. |
|
| 24 |
|
| ແລ້ວບັນດາປະໂຣຫິດຈຶ່ງໄດ້ຂ້າແບ້ ແລະຖອກເລືອດໃສ່ແທ່ນບູຊາ ເພື່ອລຶບລ້າງການບາບຂອງປະຊາຊົນທຸກຄົນ ເພາະກະສັດໄດ້ສັ່ງໃຫ້ຖວາຍເຄື່ອງເຜົາບູຊາ ແລະຖວາຍເຄື່ອງບູຊາ ເພື່ອລຶບລ້າງການບາບຂອງປະຊາຊົນອິດສະຣາເອນທັງໝົດ. |
|
| 25 |
|
| ກະສັດໄດ້ເຮັດຕາມຄຳສັ່ງທີ່ພຣະເຈົ້າຢາເວໄດ້ໃຫ້ແກ່ກະສັດດາວິດໂດຍຜ່ານທາງກາດ ຜູ້ທຳນວາຍຂອງກະສັດ ແລະຜ່ານທາງຜູ້ທຳນວາຍນາທານ; ເພິ່ນໄດ້ໃຫ້ຊາວເລວີປະຈຳຢູ່ໃນວິຫານຂອງພຣະເຈົ້າຢາເວໂດຍໃຫ້ມີພິນແລະມີແສ່ງ |
|
| 26 |
|
| ເຄື່ອງດົນຕຼີດັ່ງສະໄໝຂອງກະສັດດາວິດໄດ້ເຮັດ. ພວກປະໂຣຫິດໄດ້ຢືນຖືແກຕຽມພ້ອມຢູ່ທີ່ນັ້ນຄືກັນ. |
|
| 27 |
|
| ເຮເຊກີຢາໄດ້ສັ່ງໃຫ້ຖວາຍເຄື່ອງເຜົາບູຊາ ແລະພໍພິທີເລີ່ມຂຶ້ນ ປະຊາຊົນຕ່າງກໍຮ້ອງເພງສັນລະເສີນພຣະເຈົ້າຢາເວ; ສ່ວນບັນດານັກດົນຕຼີກໍຕັ້ງຕົ້ນເປົ່າແກ ແລະຫລີ້ນເຄື່ອງດົນຕຼີອື່ນໆອີກ. |
|
| 28 |
|
| ທຸກໆຄົນທີ່ຢູ່ໃນທີ່ນັ້ນໄດ້ເຂົ້າຮ່ວມໃນການນະມັດສະການ ແລະສຽງຮ້ອງພ້ອມສຽງເສບກໍສືບຕໍ່ກັນໄປ ຈົນກວ່າການຖວາຍບູຊາໄດ້ສຳເລັດລົງ. |
|
| 29 |
|
| ແລ້ວກະສັດເຮເຊກີຢາພ້ອມດ້ວຍປະຊາຊົນທັງໝົດ ກໍໄດ້ຄຸເຂົ່າລົງນ້ອມນະມັດສະການພຣະເຈົ້າ. |
|
| 30 |
|
| ກະສັດພ້ອມດ້ວຍພວກຜູ້ນຳຂອງປະຊາຊົນໃນຊາດ ໄດ້ບອກໃຫ້ຊາວເລວີຮ້ອງເພງສັນລະເສີນແດ່ພຣະເຈົ້າຢາເວ ຄືຖ້ອຍຄຳທີ່ກະສັດດາວິດ ແລະຜູ້ທຳນວາຍອາສັບໄດ້ແຕ່ງໄວ້. ສະນັ້ນ ທຸກຄົນຈຶ່ງຮ້ອງເພງດ້ວຍຄວາມຊົມຊື່ນຍິນດີ ເມື່ອພວກເຂົາຄຸເຂົ່າລົງນ້ອມນະມັດສະການພຣະເຈົ້າ. |
|
| 31 |
|
| ເຮເຊກີຢາກ່າວແກ່ປະຊາຊົນວ່າ, “ບັດນີ້ ເມື່ອພວກເຈົ້າໄດ້ຊຳລະຕົນໃຫ້ໝົດມົນທິນສຳລັບພຣະເຈົ້າຢາເວແລ້ວ ຈົ່ງຫຍັບມາໃກ້ ແລະນຳເຄື່ອງບູຊາກັບເຄື່ອງຖວາຍໂມທະນາຂອບພຣະຄຸນມາທີ່ວິຫານຂອງພຣະເຈົ້າຢາເວ.” ພວກເຂົາກໍໄດ້ປະຕິບັດຕາມ ແລະຍັງມີບາງຄົນໄດ້ນຳສັດມາຂ້າ ເພື່ອເຜົາບູຊາດ້ວຍຄວາມສະໝັກໃຈ. |
|
| 32 |
|
| ພວກເຂົາໄດ້ນຳງົວເຖິກເຈັດສິບໂຕ, ແກະເຖິກໜຶ່ງຮ້ອຍໂຕ ແລະລູກແກະສອງຮ້ອຍໂຕ ມາເຜົາບູຊາຖວາຍແກ່ພຣະເຈົ້າຢາເວ; |
|
| 33 |
|
| ພວກເຂົາໄດ້ນຳງົວເຖິກຫົກຮ້ອຍໂຕ ແລະແກະເຖິກສາມພັນໂຕ ມາເປັນເຄື່ອງບູຊາ ເພື່ອໃຫ້ປະຊາຊົນກິນ. |
|
| 34 |
|
| ເມື່ອບໍ່ມີປະໂຣຫິດພຽງພໍທີ່ຈະຂ້າສັດເຫຼົ່ານີ້ ຊາວເລວີຈຶ່ງໄດ້ຂ້າຊ່ວຍ ຈົນວຽກງານສຳເລັດຮຽບຮ້ອຍ. ໃນເວລານັ້ນ ມີປະໂຣຫິດຫລາຍຄົນໄດ້ເຮັດພິທີຊຳລະຕົນໃຫ້ໝົດມົນທິນຕື່ມອີກ. (ຊາວເລວີຍິ່ງມີໃຈສັດຊື່ຫລາຍຂຶ້ນ ໃນການປະພຶດຕົນບໍ່ໃຫ້ເປັນມົນທິນຕາມກົດບັນຍັດ.) |
|
| 35 |
|
| ນອກເໜືອຈາກການຖວາຍບູຊາດ້ວຍການເຜົາທັງໝົດແລ້ວ ພວກປະໂຣຫິດຍັງຮັບຜິດຊອບເຜົາໄຂມັນ ຊຶ່ງໄດ້ມາຈາກເຄື່ອງຖວາຍເພື່ອຄວາມສາມັກຄີທຳ ແລະສຳລັບຖອກເຫຼົ້າອະງຸ່ນຖວາຍພ້ອມກັບເຄື່ອງເຜົາບູຊາອີກ. ສະນັ້ນ ການນະມັດສະການໃນວິຫານຂອງພຣະເຈົ້າຢາເວຈຶ່ງໄດ້ຮັບການຟື້ນຟູຂຶ້ນໃໝ່. |
|
| 36 |
|
| ກະສັດເຮເຊກີຢາແລະປະຊາຊົນພາກັນຊົມຊື່ນຍິນດີ ເພາະພຣະເຈົ້າໄດ້ຊ່ວຍໃຫ້ເຮັດສິ່ງທັງໝົດນີ້ສຳເລັດຜົນຢ່າງວ່ອງໄວ. |
|
|
|
|