|
| 1 |
|
| ຫລັງຈາກເທດສະການສະຫລອງສິ້ນສຸດລົງແລ້ວ ປະຊາຊົນອິດສະຣາເອນທັງໝົດໄດ້ໄປທີ່ເມືອງຕ່າງໆໃນຢູດາຍ ແລະໄດ້ທັບເສົາຫີນ, ຟັນສັນຍາລັກຂອງເຈົ້າແມ່ອາເຊຣາ ແລະທຳລາຍແທ່ນບູຊາພ້ອມທັງບ່ອນຂາບໄຫວ້ອື່ນໆຖິ້ມໝົດ. ຕາມເມືອງຕ່າງໆຂອງຢູດາຍ ແລະເຂດແດນຕ່າງໆຂອງເຜົ່າເບັນຢາມິນ, ເອຟຣາອິມ ແລະມານາເຊ ພວກເຂົາກໍໄດ້ເຮັດຄືກັນ; ແລ້ວພວກເຂົາກໍແຍກຍ້າຍກັນກັບຄືນເມືອເຮືອນຂອງໃຜລາວ. |
|
| 2 |
|
| ກະສັດເຮເຊກີຢາໄດ້ຈັດຕັ້ງຄະນະປົກຄອງປະໂຣຫິດແລະຊາວເລວີຂຶ້ນໃໝ່ ຕາມໜ້າທີ່ສະເພາະຂອງໃຜລາວ. ໜ້າທີ່ເຫຼົ່ານັ້ນລວມເອົາທັງການເຜົາຖວາຍບູຊາແລະການຖວາຍເພື່ອຄວາມສາມັກຄີທຳ, ການປະກອບສ່ວນໃນພິທີນະມັດສະການທີ່ພຣະວິຫານແລະການຖວາຍຄຳຍົກຍໍສັນລະເສີນ ແລະການໂມທະນາຂອບພຣະຄຸນໃນເດີ່ນລານຕ່າງໆຂອງພຣະເຈົ້າຢາເວ. |
|
| 3 |
|
| ເພິ່ນໄດ້ຈັດຫາສັດຈາກຝູງແກະແລະຝູງງົວຂອງເພິ່ນເອງມາ ເພື່ອເຜົາຖວາຍບູຊາທຸກໆເຊົ້າແລະທຸກໆແລງ ສຳລັບຖວາຍໃນວັນຊະບາໂຕ, ໃນວັນສະຫລອງເດືອນຂຶ້ນໃໝ່ ແລະໃນເທດສະການອື່ນໆທີ່ກົດບັນຍັດຂອງພຣະເຈົ້າຢາເວໄດ້ກຳນົດໄວ້. |
|
| 4 |
|
| ນອກຈາກນີ້ອີກ ກະສັດຍັງບອກປະຊາຊົນໃນນະຄອນເຢຣູຊາເລັມ ໃຫ້ນຳເຄື່ອງຖວາຍຊຶ່ງໄດ້ກຳນົດໄວ້ສຳລັບພວກປະໂຣຫິດແລະຊາວເລວີນັ້ນມາ ເພື່ອພວກເຂົາຈະໄດ້ອຸທິດເວລາທັງໝົດໃສ່ການປະຕິບັດ ຕາມກົດບັນຍັດຂອງພຣະເຈົ້າຢາເວ. |
|
| 5 |
|
| ພໍກະສັດໄດ້ປະກາດອອກເທົ່ານັ້ນ ປະຊາຊົນອິດສະຣາເອນກໍໄດ້ນຳຂອງຂວັນມາຖວາຍດັ່ງນີ້: ເຂົ້າເມັດງາມ, ເຫຼົ້າອະງຸ່ນ, ນໍ້າມັນໝາກກອກເທດ, ນໍ້າເຜິ້ງ ແລະພືດຜົນຊະນິດຕ່າງໆຈາກທົ່ງນາ ແລະພວກເຂົາຍັງໄດ້ນຳໜຶ່ງສ່ວນສິບ ຂອງສັບພະທຸກສິ່ງທີ່ພວກເຂົາມີ ມາຖວາຍຄືກັນ. |
|
| 6 |
|
| ປະຊາຊົນທຸກຄົນທີ່ໄດ້ອາໄສຢູ່ໃນເມືອງຕ່າງໆຂອງຢູດາຍ ຕ່າງກໍນຳໜຶ່ງສ່ວນສິບຂອງງົວ ແລະແກະໃນຝູງມາຖວາຍ ແລະພວກເຂົາຍັງໄດ້ນຳຂອງຂວັນຢ່າງຫລວງຫລາຍ ມາອຸທິດຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ. |
|
| 7 |
|
| ເຄື່ອງຖວາຍນັ້ນໄດ້ເລີ່ມກອງສູງຂຶ້ນໃນເດືອນທີສາມ ແລະສືບຕໍ່ນຳມາຈົນຮອດເດືອນທີສີ່. |
|
| 8 |
|
| ເມື່ອກະສັດເຮເຊກີຢາແລະຂ້າຣາຊການຂອງເພິ່ນເຫັນເຄື່ອງຖວາຍທີ່ຄົນນຳມາຢ່າງຫລວງຫລາຍເຊັ່ນນີ້ ຈຶ່ງສັນລະເສີນພຣະເຈົ້າຢາເວ ແລະຊົມເຊີຍປະຊາຊົນອິດສະຣາເອນຂອງພຣະອົງ. |
|
| 9 |
|
| ກະສັດໄດ້ຖາມບັນດາປະໂຣຫິດແລະຊາວເລວີເຖິງເຄື່ອງຖວາຍນັ້ນ; |
|
| 10 |
|
| ແລະອາຊາຣີຢາກັບມະຫາປະໂຣຫິດ ຜູ້ທີ່ສືບເຊື້ອສາຍຈາກຊາດົກໄດ້ກ່າວແກ່ກະສັດວ່າ, “ນັບຕັ້ງແຕ່ປະຊາຊົນເລີ່ມນຳເຄື່ອງມາຖວາຍໃນວິຫານຂອງພຣະເຈົ້າຢາເວ ພວກເຮົາມີອາຫານການກິນຢ່າງພຽງພໍ ແລະຍັງມີໄວ້ສຳລອງອີກຢ່າງຫລວງຫລາຍ. ພວກເຮົາມີເຄື່ອງຂອງທັງໝົດນີ້ ເພາະພຣະເຈົ້າຢາເວໄດ້ອວຍພອນປະຊາຊົນຂອງພຣະອົງ.” |
|
| 11 |
|
| ຕາມຄຳສັ່ງຂອງກະສັດ, ພວກເຂົາໄດ້ຕຽມຫ້ອງມ້ຽນເຄື່ອງໄວ້ໃນບໍລິເວນວິຫານຂອງພຣະເຈົ້າຢາເວ |
|
| 12 |
|
| ແລະເອົາຂອງຂວັນກັບໜຶ່ງສ່ວນສິບທັງໝົດ ທີ່ຄົນໄດ້ນຳມາຖວາຍສະສົມໄວ້ໃນທີ່ນັ້ນ. ພວກເຂົາໄດ້ແຕ່ງຕັ້ງຊາວເລວີຄົນໜຶ່ງ ໃຫ້ເປັນຜູ້ຮັບຜິດຊອບຊື່ວ່າ ໂກນານີຢາ ແລະໃຫ້ຊີເມອີນ້ອງຊາຍຂອງລາວເປັນຜູ້ຊ່ວຍ. |
|
| 13 |
|
| ພວກເຂົາມອບໝາຍໜ້າທີ່ໃຫ້ຊາວເລວີສິບຄົນເຮັດວຽກນຳພວກເຂົາມີດັ່ງນີ້: ເຢຮີເອນ, ອາຊາຊີຢາ, ນາຮາດ, ອາສາເຮນ, ເຢຣິໂມດ, ໂຢຊາບັດ, ເອລີເອນ, ອິດຊະມາກີຢາ, ມາຮາດ ແລະເບນາອີຢາ. ຄົນທັງໝົດນັ້ນແມ່ນຢູ່ພາຍໃຕ້ອຳນາດຂອງກະສັດເຮເຊກີຢາ ແລະອາຊາຣີຢາຫົວໜ້າເຈົ້າໜ້າທີ່ປະຈຳວິຫານຂອງພຣະເຈົ້າ. |
|
| 14 |
|
| ມີຄົນເລວີຜູ້ໜຶ່ງຊື່ວ່າໂກເຣລູກຊາຍຂອງອີມນາ ທີ່ເປັນນາຍເຝົ້າຍາມປະຕູທາງດ້ານຕາເວັນອອກເປັນຜູ້ຮັບຜິດຊອບໃນການຮັບເຄື່ອງຖວາຍດ້ວຍເຕັມໃຈແກ່ພຣະເຈົ້າ ເພື່ອຈະແຈກຢາຍເຄື່ອງຖວາຍຂອງພຣະເຈົ້າຢາເວ ແລະສິ່ງຂອງບໍຣິສຸດທີ່ສຸດທັງຫລາຍ. |
|
| 15 |
|
| ໃນເມືອງຕ່າງໆບ່ອນທີ່ມີປະໂຣຫິດອາໄສຢູ່ກໍມີຄົນເລວີອື່ນໆຮັບຜິດຊອບໜ້າທີ່ນີ້ຢ່າງສັດຊື່ ດັ່ງນີ້: ເອເດນ, ມີນີອາມິນ, ເຢຊູອາ, ເຊມາອີຢາ, ອາມາຣີຢາ ແລະເຊການີຢາ. ພວກເຂົາໄດ້ແຈກອາຫານໃຫ້ແກ່ພີ່ນ້ອງຊາວເລວີເທົ່າກັນຕາມໜ້າທີ່ການຂອງພວກເຂົາ |
|
| 16 |
|
| ແລະບໍ່ແມ່ນຕາມແຕ່ລະຕະກຸນ. ພວກເຂົາໄດ້ເອົາສ່ວນໜຶ່ງໃຫ້ແກ່ເພດຊາຍທຸກຄົນທີ່ມີອາຍຸສາມສິບປີ ຂຶ້ນໄປ ຄືຜູ້ທີ່ຮັບຜິດຊອບແຕ່ລະວັນໃນວິຫານຂອງພຣະເຈົ້າຢາເວຕາມຕຳແໜ່ງຂອງພວກເຂົາ. |
|
| 17 |
|
| ພວກປະໂຣຫິດໄດ້ຮັບມອບໝາຍໜ້າທີ່ ຕາມແຕ່ລະຕະກຸນ ແລະຊາວເລວີຜູ້ມີອາຍຸຊາວປີຂຶ້ນໄປກໍໄດ້ຮັບມອບໝາຍໜ້າທີ່ຕາມທີ່ຕົນສັງກັດຢູ່. |
|
| 18 |
|
| ທຸກຄົນໄດ້ຈົດຊື່ລົງທະບຽນພ້ອມກັບເມຍ, ລູກ ແລະຄົນອື່ນໆທີ່ຢູ່ໃຕ້ການເບິ່ງແຍງຂອງຕົນ; ເພື່ອຄວາມສັດຊື່ຂອງພວກເຂົາ ພວກເຂົາຈະຕ້ອງຊຳລະຕົວຂອງພວກເຂົາໃຫ້ບໍຣິສຸດ. |
|
| 19 |
|
| ໃນທ່າມກາງພວກປະໂຣຫິດທີ່ອາໄສຢູ່ຕາມເມືອງຕ່າງໆ ຊຶ່ງຖືກມອບໃຫ້ເປັນກຳມະສິດຂອງເຊື້ອສາຍອາໂຣນ ຫລືໃນບ່ອນລ້ຽງສັດທີ່ເປັນຂອງເມືອງນັ້ນ ກໍມີຄົນຮັບຜິດຊອບແຈກຢາຍອາຫານໃຫ້ຜູ້ຊາຍທຸກໆຄົນໃນຄອບຄົວຂອງປະໂຣຫິດ ແລະໃຫ້ທຸກໆຄົນໃນຕະກຸນເລວີທີ່ໄດ້ລົງບັນຊີລາຍຊື່ໄວ້. |
|
| 20 |
|
| ທົ່ວທັງຢູດາຍ ກະສັດເຮເຊກີຢາໄດ້ເຮັດສິ່ງທີ່ດີແລະຖືກຕ້ອງ ແລະພໍພຣະໄທພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ. |
|
| 21 |
|
| ທຸກສິ່ງທີ່ເພິ່ນໄດ້ເຮັດສຳລັບວິຫານຂອງພຣະເຈົ້າ, ໃນການປະຕິບັດຕາມກົດບັນຍັດໃນຂໍ້ຄຳສັ່ງທັງຫລາຍ, ໃນການສະແຫວງຫາພຣະເຈົ້າຂອງເພິ່ນ ເພິ່ນໄດ້ເຮັດດ້ວຍໝົດຈິດໃຈຂອງເພິ່ນ ແລະເພິ່ນໄດ້ຈະເລີນຮຸ່ງເຮືອງຂື້ນ. |
|
|
|
|