|
| 1 |
|
| ຫລັງຈາກທີ່ກະສັດເຮເຊກີຢາໄດ້ຮັບໃຊ້ພຣະເຈົ້າຢ່າງສັດຊື່ ຕາມທີ່ກ່າວມາແລ້ວນັ້ນ; ກະສັດເຊັນນາເກຣິບແຫ່ງອັດຊີເຣຍ ກໍໄດ້ມາຮຸກຮານອານາຈັກຢູດາຍ. ເພິ່ນໄດ້ປິດລ້ອມເມືອງຕ່າງໆທີ່ມີປ້ອມປ້ອງກັນ ແລະສັ່ງໃຫ້ກອງທັບຂອງເພິ່ນທະລຸກຳແພງເມືອງ. |
|
| 2 |
|
| ເມື່ອເຮເຊກີຢາເຫັນວ່າ ເຊັນນາເກຣິບຕັ້ງໃຈຈະໂຈມຕີນະຄອນເຢຣູຊາເລັມຄືກັນ |
|
| 3 |
|
| ເພິ່ນແລະບັນດາຂ້າຣາຊການຂອງເພິ່ນໄດ້ຕັດສິນໃຈ ຕັນບ່ອນລຳລຽງນໍ້າທີ່ນອກເມືອງ ເພື່ອບໍ່ໃຫ້ພວກອັດຊີເຣຍມີນໍ້າດື່ມ ເມື່ອພວກເຂົາຍົກທັບເຂົ້າມາໃກ້ນະຄອນເຢຣູຊາເລັມ. ດັ່ງນັ້ນ ບັນດາຂ້າຣາຊການຈຶ່ງນຳປະຊາຊົນຈຳນວນຫລວງຫລາຍ ໄປຖົມບໍ່ນໍ້າທັງໝົດເພື່ອບໍ່ໃຫ້ມີນໍ້າໄຫລອອກມາ. |
|
| 4 |
|
|
|
| 5 |
|
| ກະສັດຍັງໄດ້ສ້ອມແປງກຳແພງປ້ອງກັນເມືອງໃຫ້ເຂັ້ມແຂງຂຶ້ນ ໂດຍສ້າງຫໍຄອຍໄວ້ຕາມເທິງກຳແພງ ແລະກໍ່ສ້າງກຳແພງຮອບນອກອີກ. ນອກຈາກນີ້ ເພິ່ນຍັງໄດ້ສ້ອມແປງບ່ອນປ້ອງກັນທີ່ມີຢູ່ທົ່ວໄປ ທາງດ້ານທິດຕາເວັນອອກຂອງນະຄອນເຢຣູຊາເລັມ ຕາມບໍລິເວນທີ່ເກົ່າແກ່. ເພິ່ນຍັງເຮັດຫອກແລະໂລ້ເປັນຈຳນວນຫລວງຫລາຍໄວ້ອີກ. |
|
| 6 |
|
| ເພິ່ນໄດ້ເກນຜູ້ຊາຍໃນນະຄອນທຸກຄົນໃຫ້ເຂົ້າປະຈຳການ ໂດຍໃຫ້ຢູ່ໃຕ້ການບັນຊາຂອງນາຍທະຫານໃນກອງທັບ ແລະເອີ້ນພວກເຂົາໃຫ້ມາປະຊຸມກັນທີ່ສີ່ແຍກໃຈກາງເມືອງ. ແລ້ວເພິ່ນກໍໄດ້ກ່າວໜູນໃຈພວກເຂົາວ່າ, |
|
| 7 |
|
| “ຈົ່ງເດັດດ່ຽວແລະກ້າຫານ ແລະຢ່າສູ່ຢ້ານຈັກກະພັດອັດຊີເຣຍ ຫລືກອງທັບທີ່ລາວນຳມາ. ພວກເຮົາມີອຳນາດຫລາຍກວ່າພວກເຂົາ. |
|
| 8 |
|
| ພວກເຂົາມີອຳນາດຂອງມະນຸດ ແຕ່ພວກເຮົາມີພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຊ່ວຍເຫຼືອ ແລະຕໍ່ສູ້ເພື່ອພວກເຮົາ.” ເມື່ອໄດ້ຍິນຖ້ອຍຄຳທີ່ກະສັດຂອງພວກເຂົາກ່າວ ປະຊາຊົນກໍມີກຳລັງໃຈຂຶ້ນ. |
|
| 9 |
|
| ຕໍ່ມາ ຂະນະທີ່ກະສັດເຊັນນາເກຣິບແຫ່ງອັດຊີເຣຍແລະກອງທັບຂອງຕົນຍັງຢູ່ທີ່ເມືອງລາກິດ ເພິ່ນໄດ້ສົ່ງສານມາຫາກະສັດເຮເຊກີຢາ ແລະປະຊາຊົນຊາວຢູດາ ທີ່ອາໄສຢູ່ໃນນະຄອນເຢຣູຊາເລັມກັບເພິ່ນ ໂດຍມີຖ້ອຍຄຳດັ່ງນີ້: |
|
| 10 |
|
| “ຂ້າພະເຈົ້າ ກະສັດເຊັນນາເກຣິບແຫ່ງອັດຊີເຣຍ ຂໍຖາມວ່າ ແມ່ນສິ່ງໃດທີ່ເຮັດໃຫ້ພວກເຈົ້າໝັ້ນໃຈ ຍັງຢູ່ໃນນະຄອນເຢຣູຊາເລັມທີ່ຖືກປິດລ້ອມນີ້. |
|
| 11 |
|
| ເຮເຊກີຢາບອກພວກເຈົ້າວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະຊ່ວຍເອົາພວກເຈົ້າ ໃຫ້ພົ້ນຈາກອຳນາດຂອງພວກເຮົາ, ແຕ່ເຮເຊກີຢາກຳລັງຫລອກລວງພວກເຈົ້າ ແລະຈະພາພວກເຈົ້າຕາຍຍ້ອນອຶດເຂົ້າແລະຫິວນໍ້າ. |
|
| 12 |
|
| ລາວເປັນຜູ້ທີ່ທຳລາຍສະຖານທີ່ສູງ ແລະແທ່ນບູຊາຕ່າງໆຂອງພຣະອົງ ແຕ່ແລ້ວລາວກໍບອກປະຊາຊົນຊາວຢູດາກັບຊາວນະຄອນເຢຣູຊາເລັມ ນະມັດສະການ ແລະເຜົາຖວາຍບູຊາທີ່ເທິງແທ່ນບູຊາພຽງແຫ່ງດຽວ. |
|
| 13 |
|
| ພວກເຈົ້າບໍ່ຮູ້ບໍວ່າ ບັນພະບຸລຸດຂອງເຮົາແລະເຮົາເອງ ໄດ້ເຮັດຕໍ່ຊົນຊາດອື່ນຢ່າງໃດ? ພະຂອງຊົນຊາດອື່ນໆຊ່ວຍປະຊາຊົນຂອງພວກເຂົາ ໃຫ້ພົ້ນຈາກກຳມືຂອງຂ້ອຍໄດ້ບໍ? |
|
| 14 |
|
| ພະທັງໝົດຂອງຊົນຊາດເຫຼົ່ານັ້ນເຄີຍຊ່ວຍປະເທດຂອງຕົນ ຈາກພວກເຮົາເມື່ອໃດ? ແລ້ວແມ່ນຫຍັງທີ່ເຮັດໃຫ້ພວກເຈົ້າຄິດວ່າພຣະເຈົ້າຂອງພວກເຈົ້າຊ່ວຍພວກເຈົ້າພົ້ນຈາກກຳມືຂອງຂ້ອຍໄດ້? |
|
| 15 |
|
| ບັດນີ້ ຢ່າປ່ອຍໃຫ້ເຮເຊກີຢາຫລອກລວງ ຫລືນຳພາພວກເຈົ້າໄປໃນທາງຜິດຢ່າງນັ້ນເລີຍ. ຢ່າສູ່ເຊື່ອລາວ ບໍ່ມີພະຂອງຊົນຊາດໃດດອກ ທີ່ສາມາດຊ່ວຍປະຊາຊົນຂອງຕົນ ຈາກມືຂອງຂ້ອຍແລະຈາກມືຂອງບັນພະບຸລຸດຂອງຂ້ອຍໄດ້. ສະນັ້ນ ຈຶ່ງແນ່ນອນທີ່ສຸດວ່າ ພຣະເຈົ້າຂອງພວກເຈົ້າກໍຊ່ວຍພວກເຈົ້າໃຫ້ພົ້ນຈາກກຳມືຂອງຂ້ອຍບໍ່ໄດ້ຄືກັນ.” |
|
| 16 |
|
| ບັນດາຂ້າຣາຊການອັດຊີເຣຍເວົ້າສິ່ງທີ່ຕໍ່າຊ້າຕໍ່ສູ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ແລະຕໍ່ສູ້ກະສັດເຮເຊກີຢາຜູ້ຮັບໃຊ້ຂອງພຣະອົງ. |
|
| 17 |
|
| ເພິ່ນຍັງໄດ້ຂຽນຈົດໝາຍໝິ່ນປະໝາດພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ມີຖ້ອຍຄຳຕໍ່ສູ້ພຣະອົງວ່າ, “ພະຂອງຊົນຊາດອື່ນນັ້ນຊ່ວຍປະຊາຊົນຂອງຕົນໃຫ້ພົ້ນຈາກກຳມືຂອງເຮົາບໍ່ໄດ້ຢ່າງໃດ ແລະພຣະເຈົ້າຂອງເຮເຊກີຢາຈະຊ່ວຍປະຊາຊົນຂອງຕົນໃຫ້ພົ້ນຈາກກຳມືຂອງເຮົາບໍ່ໄດ້ຢ່າງນັ້ນ.” |
|
| 18 |
|
| ຂ້າຣາຊການໄດ້ຮ້ອງກ່າວຖ້ອຍຄຳເຫຼົ່ານີ້ເປັນພາສາເຮັບເຣີ ໃສ່ປະຊາຊົນນະຄອນເຢຣູຊາເລັມທີ່ຢູ່ເທິງກຳແພງເມືອງ ເພື່ອນາບຂູ່ໃຫ້ຢ້ານ ແລະໃຫ້ເສຍກຳລັງໃຈ; ແລ້ວພວກເຂົາກໍຈະເຂົ້າຢຶດເມືອງໄດ້ຢ່າງງ່າຍດາຍ. |
|
| 19 |
|
| ພວກເຂົາໄດ້ເວົ້າໃສ່ພຣະເຈົ້າຂອງຊາວນະຄອນເຢຣູຊາເລັມ ຢ່າງດຽວກັບບັນດາພະຂອງຊົນຊາດອື່ນ ຄືພະເປັນຮູບປັ້ນທີ່ມືມະນຸດໄດ້ສ້າງຂຶ້ນ. |
|
| 20 |
|
| ແລ້ວກະສັດເຮເຊກີຢາແລະຜູ້ທຳນວາຍເອຊາຢາລູກຊາຍຂອງອາໂມດ ກໍໄດ້ພາວັນນາອະທິຖານໃນເລື່ອງນັ້ນແລະຮ້ອງໄຫ້ສູ່ສະຫວັນ. |
|
| 21 |
|
| ພຣະເຈົ້າຢາເວຈຶ່ງໃຊ້ເທວະດາຕົນໜຶ່ງມາຂ້າທະຫານ ແລະນາຍທະຫານຂອງກອງທັບອັດຊີເຣຍ. ສະນັ້ນ ກະສັດແຫ່ງອັດຊີເຣຍຈຶ່ງໄດ້ກັບຄືນເມືອປະເທດຢ່າງອັບອາຍຂາຍໜ້າ. ມື້ໜຶ່ງ ເມື່ອເພິ່ນຍັງຢູ່ໃນວິຫານພະຂອງເພິ່ນ ລູກຊາຍເພິ່ນບາງຄົນໄດ້ໃຊ້ດາບສັງຫານເພິ່ນເສຍ. |
|
| 22 |
|
| ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໄດ້ຊ່ວຍກູ້ເອົາກະສັດເຮເຊກີຢາ ແລະປະຊາຊົນຊາວອິດສະຣາເອນຈາກກຳມືຂອງເຊັນນາເກຣິບ ກະສັດແຫ່ງອັດຊີເຣຍ ແລະຈາກເຫຼົ່າສັດຕູອື່ນໆອີກຂອງເພິ່ນ. ພຣະອົງໄດ້ເຮັດໃຫ້ປະຊາຊົນຢູ່ຢ່າງສະຫງົບສຸກ ກັບປະເທດໃກ້ຄຽງ. |
|
| 23 |
|
| ມີຫລາຍຄົນໄດ້ມາທີ່ນະຄອນເຢຣູຊາເລັມ ເພື່ອນຳເຄື່ອງຂອງມາຖວາຍແກ່ພຣະເຈົ້າຢາເວ ພ້ອມທັງນຳຂອງຂວັນມາໃຫ້ເຮເຊກີຢາດ້ວຍ; ສະນັ້ນ ຕັ້ງແຕ່ນັ້ນມາ ຊົນຊາດທັງຫລາຍຈຶ່ງຍ້ອງຍໍໃຫ້ກຽດເຮເຊກີຢາ. |
|
| 24 |
|
| ໃນເວລານັ້ນ ກະສັດເຮເຊກີຢາໄດ້ເຈັບປ່ວຍໜັກ ເກືອບຈະສິ້ນໃຈຕາຍ. ເພິ່ນຈຶ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ແລະພຣະອົງໄດ້ຕອບເພິ່ນໂດຍສຳແດງໝາຍສຳຄັນໃຫ້ຮູ້ວ່າເພິ່ນຈະດີ. |
|
| 25 |
|
| ແຕ່ເຮເຊກີຢາມີໃຈຈອງຫອງຂຶ້ນ, ເພິ່ນຈຶ່ງບໍ່ໄດ້ສະແດງຄວາມຮູ້ບຸນຄຸນໃນສິ່ງທີ່ເພິ່ນໄດ້ຮັບ, ຄວາມໂກດຮ້າຍຂອງພຣະອົງຈຶ່ງລົງມາເທິງເພິ່ນ, ເທິງຢູດາຍພ້ອມນະຄອນເຢຣູຊາເລັມກໍໄດ້ຮັບຄວາມລຳບາກ. |
|
| 26 |
|
| ແຕ່ໃນທີ່ສຸດ ເຮເຊກີຢາແລະປະຊາຊົນຊາວນະຄອນເຢຣູຊາເລັມ ໄດ້ຖ່ອມຕົວລົງ; ສະນັ້ນ ພຣະເຈົ້າຢາເວຈຶ່ງບໍ່ໄດ້ລົງໂທດປະຊາຊົນ ຈົນກວ່າເຮເຊກີຢາໄດ້ຕາຍໄປ. |
|
| 27 |
|
| ກະສັດເຮເຊກີຢາໄດ້ກາຍເປັນຜູ້ຮັ່ງມີ ແລະທຸກຄົນກໍຍ້ອງຍໍໃຫ້ກຽດເພິ່ນ. ເພິ່ນໄດ້ສ້າງຫ້ອງມ້ຽນຊັບສົມບັດທັງຫລາຍຄື ເງິນ, ຄຳ, ແກ້ວປະເສີດ, ເຄື່ອງເທດ, ໂລ້ ແລະຂອງມີຄ່າອື່ນໆ. |
|
| 28 |
|
| ນອກຈາກນີ້ ເພິ່ນຍັງສ້າງຫ້ອງມ້ຽນເຂົ້າ, ເຫຼົ້າອະງຸ່ນ, ນໍ້າມັນໝາກກອກເທດ; ສ້າງຄອກງົວແລະຄອກແກະ. |
|
| 29 |
|
| ນອກເໜືອຈາກສິ່ງເຫຼົ່ານີ້ທັງໝົດ ພຣະເຈົ້າຍັງໃຫ້ເພິ່ນມີແກະ ແລະງົວຢ່າງຫລວງຫລາຍຕື່ມ ແລະຊັບສົມບັດອື່ນໆອີກມາກມາຍ ຈົນເພິ່ນສ້າງຫລາຍເມືອງຂຶ້ນໃໝ່. |
|
| 30 |
|
| ແມ່ນກະສັດເຮເຊກີຢາ ທີ່ເປັນຜູ້ອັດຮູນໍ້າທີ່ໄຫລໄປສູ່ເມືອງກີໂຮນ ແລະເຮັດຮູນໍ້າໃຫ້ໄຫລໄປຕາມອຸບມຸງ ຜ່ານກຳແພງຂອງນະຄອນເຢຣູຊາເລັມ. ເຮເຊກີຢາໄດ້ເຮັດທຸກສິ່ງເປັນຜົນສຳເລັດ |
|
| 31 |
|
| ແລະແມ່ນແຕ່ຄະນະທູດຊາວບາບີໂລນກໍຍັງມາສອບຖາມເພິ່ນ ກ່ຽວກັບເຫດການອັນເປັນໝາຍສຳຄັນທີ່ເກີດຂຶ້ນໃນດິນແດນຂອງເພິ່ນ. ພຣະເຈົ້າໄດ້ປ່ອຍໃຫ້ເພິ່ນດຳເນີນການໂດຍຕົນເອງ ເພື່ອລອງເບິ່ງນິໄສໃຈຄໍຂອງເພິ່ນ. |
|
| 32 |
|
| ສິ່ງອື່ນໆອີກທີ່ກະສັດເຮເຊກີຢາໄດ້ເຮັດ ຕະຫລອດທັງການດີທັງຫລາຍຂອງເພິ່ນແມ່ນໄດ້ຖືກບັນທຶກໄວ້ໃນ ໜັງສືນິມິດຂອງຜູ້ທຳນວາຍເອຊາຢາລູກຊາຍຂອງອາໂມດ ແລະໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍແລະອິດສະຣາເອນ. |
|
| 33 |
|
| ເຮເຊກີຢາໄດ້ຕາຍໄປແລະຖືກຝັງໄວ້ທີ່ສ່ວນເທິງຂອງອຸບມຸງແຫ່ງກະສັດ. ປະຊາຊົນທັງໝົດໃນຢູດາຍແລະຊາວເຢຣູຊາເລັມໄດ້ເທີດທູນໃຫ້ກຽດເພິ່ນຢ່າງສູງເມື່ອເພິ່ນຕາຍໄປ. ແລ້ວເຈົ້າມານາເຊລູກຊາຍຂອງເພິ່ນກໍຂຶ້ນປົກຄອງແທນ. |
|
|
|
|