|
| 1 |
|
| ເຈົ້າມານາເຊໄດ້ຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸສິບສອງປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາຫ້າສິບຫ້າປີ. |
|
| 2 |
|
| ເພິ່ນໄດ້ປະຕິບັດຕາມພິທີການຕ່າງໆຂອງຊົນຊາດທີ່ພຣະເຈົ້າຢາເວໄດ້ຂັບໄລ່ອອກໄປຕໍ່ໜ້າປະຊາຊົນອິດສະຣາເອນ. ມານາເຊໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ. |
|
| 3 |
|
| ເພິ່ນໄດ້ສ້າງບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ ຊຶ່ງເຮເຊກີຢາພໍ່ຂອງເພິ່ນໄດ້ທຳລາຍນັ້ນຂຶ້ນໃໝ່. ເພິ່ນຍັງສ້າງແທ່ນບູຊາສຳລັບຂາບໄຫວ້ພະບາອານ, ສ້າງຮູບເຈົ້າແມ່ອາເຊຣາ ແລະຂາບໄຫວ້ຕາເວັນ, ເດືອນ, ດາວ. |
|
| 4 |
|
| ເພິ່ນຍັງສ້າງແທ່ນບູຊາຂອງຄົນບໍ່ນັບຖືພຣະເຈົ້າຂຶ້ນໃນວິຫານຂອງພຣະເຈົ້າຢາເວ ບ່ອນທີ່ພຣະເຈົ້າຢາເວໄດ້ກ່າວໄວ້ວ່າ ໃນເຢຣູຊາເລັມນາມຊື່ຂອງເຮົາຈະຕັ້ງຢູ່ຕະຫລອດໄປ. |
|
| 5 |
|
| ຢູ່ໃນເດີ່ນສອງບ່ອນຂອງວິຫານຂອງພຣະເຈົ້າຢາເວ ເພິ່ນໄດ້ສ້າງແທ່ນບູຊາສຳລັບຂາບໄຫວ້ຕາເວັນ, ເດືອນ, ດາວ. |
|
| 6 |
|
| ເພິ່ນຍັງເຜົາລູກຊາຍຂອງຕົນເປັນເຄື່ອງບູຊາຢູ່ໃນຮ່ອມພູຮິນໂນມ. ເພິ່ນໄດ້ຝຶກເວດມົນຄາຖາ ແລະປຶກສາໝໍມໍ. ເພິ່ນໄດ້ເຮັດບາບຢ່າງໃຫຍ່ຫລວງຕໍ່ສູ້ພຣະເຈົ້າຢາເວ ແລະເຮັດໃຫ້ພຣະອົງໂກດຮ້າຍ. |
|
| 7 |
|
| ເພິ່ນຍັງເອົາເທວະຮູບມາໄວ້ໃນວິຫານຂອງພຣະເຈົ້າ ບ່ອນທີ່ພຣະເຈົ້າໄດ້ກ່າວແກ່ດາວິດແລະໂຊໂລໂມນລູກຊາຍຂອງເພິ່ນວ່າ, “ໃນນະຄອນເຢຣູຊາເລັມ ຄືໃນວິຫານນີ້ ແມ່ນບ່ອນທີ່ເຮົາໄດ້ເລືອກເອົາໃນທ່າມກາງເຂດແດນທັງໝົດ ໃນສິບສອງເຜົ່າຂອງຊາດອິດສະຣາເອນ ໃຫ້ເປັນບ່ອນທີ່ນາມຊື່ຂອງເຮົາຈະຕັ້ງຢູ່ຕະຫລອດໄປ. |
|
| 8 |
|
| ແລະຖ້າປະຊາຊົນອິດສະຣາເອນເຮັດຕາມຂໍ້ຄຳສັ່ງທັງໝົດຂອງເຮົາ ແລະຮັກສາກົດບັນຍັດທີ່ໂມເຊ ຂ້າຮັບໃຊ້ຂອງເຮົາໄດ້ມອບໃຫ້ແກ່ພວກເຂົາ ແລ້ວເຮົາກໍຈະບໍ່ອະນຸຍາດໃຫ້ພວກເຂົາຖືກຂັບໄລ່ອອກໜີໄປຈາກດິນແດນທີ່ເຮົາໄດ້ມອບໃຫ້ແກ່ບັນພະບຸລຸດຂອງພວກເຂົາ.” |
|
| 9 |
|
| ມານາເຊໄດ້ນຳພາປະຊາຊົນຊາວຢູດາ ເຮັດບາບໜັກຫລາຍຂຶ້ນກວ່າຊົນຊາດອື່ນໆທີ່ພຣະເຈົ້າຢາເວໄດ້ທຳລາຍໄປຕໍ່ໜ້າປະຊາຊົນອິດສະຣາເອນ. |
|
| 10 |
|
| ເຖິງແມ່ນວ່າ ພຣະເຈົ້າຢາເວໄດ້ເຕືອນມານາເຊແລະປະຊາຊົນຂອງພຣະອົງແລ້ວກໍດີ ແຕ່ພວກເຂົາກໍບໍ່ຍອມຟັງ. |
|
| 11 |
|
| ສະນັ້ນ ພຣະເຈົ້າຢາເວຈຶ່ງໄດ້ນຳຜູ້ບັນຊາການກອງທັບຂອງກະສັດແຫ່ງອັດຊີເຣຍ ມາຮຸກຮານຢູດາຍ. ພວກເຂົາໄດ້ຈັບມານາເຊ ເອົາເບັດເກາະຄໍເພິ່ນ ທັງລ່າມໂສ້ແລະນຳເພິ່ນໄປສູ່ນະຄອນບາບີໂລນ. |
|
| 12 |
|
| ເມື່ອໄດ້ທົນທຸກຢູ່ເຊັ່ນນັ້ນ ເພິ່ນຈຶ່ງຖ່ອມຕົວລົງ ແລະຫັນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ແລະຖ່ອມຕົວລົງຫລາຍຕໍ່ໜ້າພຣະເຈົ້າຂອງບັນພະບຸລຸດຂອງເພິ່ນ ແລະໄດ້ພາວັນນາອະທິຖານຕໍ່ພຣະອົງ. |
|
| 13 |
|
| ພຣະເຈົ້າຮັບເອົາຄຳພາວັນນາອະທິຖານຂອງມານາເຊ ໂດຍເຮັດໃຫ້ເພິ່ນກັບຄືນມາສູ່ນະຄອນເຢຣູຊາເລັມ ເພື່ອປົກຄອງອານາຈັກອີກ. ເຫດການນີ້ໄດ້ເຮັດໃຫ້ເພິ່ນມີຄວາມແນ່ໃຈວ່າ ພຣະເຈົ້າຢາເວແມ່ນພຣະເຈົ້າ. |
|
| 14 |
|
| ຫລັງຈາກນີ້ ມານາເຊໄດ້ຕໍ່ກຳແພງຮອບນອກຂອງເມືອງດາວິດ ທາງດ້ານຕາເວັນອອກໃຫ້ສູງຂຶ້ນ ຕັ້ງແຕ່ຈຸດໜຶ່ງໃນຮ່ອມພູໃກ້ກັບນໍ້າພຸກີໂຮນທາງທິດເໜືອ ຈົນເຖິງປະຕູໜອງປາ ແລະຮອດບໍລິເວນຂອງເມືອງທີ່ມີຊື່ວ່າ ໂອເຟນ. ເພິ່ນຍັງໃຫ້ນາຍທະຫານໃນກອງທັບປະຈຳການ ຢູ່ຕາມແຕ່ລະເມືອງໃນຢູດາຍທີ່ມີປ້ອມປ້ອງກັນ. |
|
| 15 |
|
| ເພິ່ນໄດ້ຮື້ພະຕ່າງຊາດແລະເທວະຮູບ ທີ່ຕົນໄດ້ນຳມາໄວ້ໃນທີ່ນັ້ນ ອອກໄປຈາກວິຫານຂອງພຣະເຈົ້າຢາເວ; ເພິ່ນໄດ້ຮື້ແທ່ນບູຊາທັງໝົດທີ່ເພິ່ນໄດ້ສ້າງເທິງພູ ບ່ອນທີ່ວິຫານຂອງພຣະເຈົ້າຢາເວຕັ້ງຢູ່ ແລະທີ່ອື່ນໆອີກໃນນະຄອນເຢຣູຊາເລັມ ເອົາໄປຖິ້ມທີ່ນອກເມືອງ. |
|
| 16 |
|
| ເພິ່ນຍັງໄດ້ສ້ອມແປງແທ່ນບູຊາຂອງພຣະເຈົ້າຢາເວຄືນໃໝ່ ແລະເພິ່ນໄດ້ຖວາຍບູຊາເພື່ອຄວາມສາມັກຄີທຳ ແລະເພື່ອໂມທະນາຂອບພຣະຄຸນທີ່ເທິງແທ່ນບູຊານັ້ນ. ເພິ່ນໄດ້ສັ່ງໃຫ້ປະຊາຊົນຊາວຢູດາທັງໝົດ ຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ. |
|
| 17 |
|
| ເຖິງແມ່ນວ່າປະຊາຊົນຍັງສືບຕໍ່ຖວາຍເຄື່ອງບູຊາ ຕາມສະຖານທີ່ສູງຕ່າງໆກໍຕາມ, ແຕ່ພວກເຂົາກໍໄດ້ຖວາຍບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາເທົ່ານັ້ນ. |
|
| 18 |
|
| ສິ່ງອື່ນໆອີກທີ່ກະສັດມານາເຊໄດ້ເຮັດ ລວມທັງຄຳພາວັນນາອະທິຖານທີ່ເພິ່ນໄດ້ສະເໜີຕໍ່ພຣະເຈົ້າຂອງເພິ່ນ ແລະຖ້ອຍຄຳຂອງຜູ້ທຳນວາຍ ທີ່ໄດ້ເວົ້າກັບເພິ່ນໃນນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນນັ້ນ; ທັງໝົດແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ. |
|
| 19 |
|
| ຄຳພາວັນນາອະທິຖານຂອງກະສັດພ້ອມທັງຄຳຕອບຂອງພຣະເຈົ້າ ແລະເລື່ອງການເຮັດບາບຕ່າງໆກ່ອນເພິ່ນກັບໃຈໃໝ່ ເຊັ່ນ: ການກະທຳຊົ່ວຂອງເພິ່ນ, ບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ ສັນຍາລັກຂອງເຈົ້າແມ່ອາເຊຣາ ຊຶ່ງເພິ່ນໄດ້ເຮັດຂຶ້ນ ແລະຮູບເຄົາຣົບທີ່ເພິ່ນຂາບໄຫວ້ ແມ່ນໄດ້ບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງພວກຜູ້ທຳນວາຍ. |
|
| 20 |
|
| ມານາເຊໄດ້ຕາຍໄປ ແລະຖືກຝັງໄວ້ໃນຣາຊວັງ ແລະເຈົ້າອາໂມນລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ. |
|
| 21 |
|
| ເຈົ້າອາໂມນໄດ້ຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸຊາວສອງປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສອງປີ. |
|
| 22 |
|
| ດັ່ງກະສັດມານາເຊຜູ້ເປັນພໍ່ ເພິ່ນເຮັດບາບຕໍ່ສູ້ພຣະເຈົ້າຢາເວ ແລະຂາບໄຫວ້ຮູບເຄົາຣົບທີ່ພໍ່ຂອງຕົນໄດ້ຂາບໄຫວ້. |
|
| 23 |
|
| ແຕ່ຕ່າງກັບພໍ່ ຄືເພິ່ນບໍ່ຍອມຖ່ອມໃຈ ແລະຫັນມາຫາພຣະເຈົ້າຢາເວ ແລະຍິ່ງເຮັດບາບຫລາຍກວ່າພໍ່ອີກຊໍ້າ. |
|
| 24 |
|
| ບັນດາຂ້າຣາຊການຂອງອາໂມນໄດ້ວາງແຜນສັງຫານເພິ່ນຢູ່ໃນຣາຊວັງ. |
|
| 25 |
|
| ຕໍ່ມາ ປະຊາຊົນຊາວຢູດາໄດ້ຂ້າພວກທີ່ສັງຫານອາໂມນ ແລ້ວພວກເຂົາກໍໄດ້ແຕ່ງຕັ້ງເຈົ້າໂຢສີຢາລູກຊາຍຂອງເພິ່ນໃຫ້ຂຶ້ນເປັນກະສັດປົກຄອງແທນ. |
|
|
|
|