|
| 1 |
|
| ກະສັດໂຢສີຢາໄດ້ສະຫລອງປັດສະຄາທີ່ນະຄອນເຢຣູຊາເລັມ ເພື່ອຍ້ອງຍໍໃຫ້ກຽດພຣະເຈົ້າຢາເວ; ໃນມື້ທີສິບສີ່ຂອງເດືອນທີໜຶ່ງ, ເພິ່ນໄດ້ຂ້າສັດສຳລັບການສະຫລອງ. |
|
| 2 |
|
| ເພິ່ນໄດ້ມອບໝາຍໜ້າທີ່ໃຫ້ພວກປະໂຣຫິດຜູ້ທີ່ເຮັດວຽກໃນວິຫານຂອງພຣະເຈົ້າຢາເວ ແລະໃຫ້ກຳລັງໃຈພວກເຂົາເພື່ອໃຫ້ເຮັດໄດ້ດີ. |
|
| 3 |
|
| ເພິ່ນຍັງໄດ້ແນະນຳຊາວເລວີ ຄູສອນຂອງຊາດອິດສະຣາເອນ ຜູ້ທີ່ໄດ້ຊຳລະຕົວໃຫ້ບໍຣິສຸດແກ່ພຣະເຈົ້າຢາເວວ່າ, “ຈົ່ງເອົາຫີບອັນບໍຣິສຸດເຂົ້າໄປໄວ້ໃນວິຫານທີ່ເຈົ້າໂຊໂລໂມນລູກຊາຍຂອງດາວິດກະສັດແຫ່ງອິດສະຣາເອນໄດ້ສ້າງຂຶ້ນ. ພວກເຈົ້າບໍ່ຕ້ອງເອົາໄປທີ່ນັ້ນທີ່ນີ້ອີກຕໍ່ໄປ, ແຕ່ໃຫ້ພວກເຈົ້າບົວລະບັດຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະປະຊາຊົນອິດສະຣາເອນຂອງພຣະອົງ. |
|
| 4 |
|
| ຈົ່ງເຂົ້າໄປປະຈຳຕຳແໜ່ງຂອງພວກເຈົ້າຢູ່ໃນວິຫານເປັນຕະກຸນ ຕາມການບັນທຶກທີ່ກະສັດດາວິດແຫ່ງອິດສະຣາເອນ ແລະການບັນທຶກທີ່ກະສັດໂຊໂລໂມນ ລູກຊາຍຂອງເພິ່ນ; |
|
| 5 |
|
| ແລະຈົ່ງຕຽມການພວກເຈົ້າຢູ່ໃນສະຖານທີ່ສັກສິດ ເພື່ອວ່າພວກເຈົ້າບາງຄົນຈະໄດ້ມີໂອກາດ ຊ່ວຍແຕ່ລະຄອບຄົວຂອງຊາວອິດສະຣາເອນ. |
|
| 6 |
|
| ໃຫ້ພວກເຈົ້າຂ້າລູກແກະແລະລູກແບ້ເຖິກສຳລັບປັດສະຄາ. ບັດນີ້ ຈົ່ງເຮັດພິທີຊຳລະພວກເຈົ້າເອງໃຫ້ໝົດມົນທິນ ແລະຈົ່ງຕຽມເຄື່ອງເຜົາບູຊາ ເພື່ອພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າຈະເຮັດຕາມຄຳແນະນຳ ຊຶ່ງພຣະເຈົ້າຢາເວໄດ້ມອບໃຫ້ຜ່ານທາງໂມເຊນັ້ນ.” |
|
| 7 |
|
| ເພື່ອໃຫ້ປະຊາຊົນໃຊ້ສຳລັບສະຫລອງປັດສະຄາ ກະສັດໂຢສີຢາໄດ້ບໍລິຈາກສັດຈາກຝູງສັດຂອງເພິ່ນ ມີດັ່ງນີ້: ລູກແກະແລະລູກແບ້ເຖິກສາມສິບພັນໂຕ ແລະງົວເຖິກສາມພັນໂຕ. |
|
| 8 |
|
| ສ່ວນຂ້າຣາຊການຂອງເພິ່ນກໍຍັງໄດ້ບໍລິຈາກໃຫ້ປະຊາຊົນ, ພວກປະໂຣຫິດ ແລະຊາວເລວີໄດ້ໃຊ້ດ້ວຍ. ສຳລັບຂ້າຣາຊການຜູ້ທີ່ຮັບຜິດຊອບວິຫານຂອງພຣະເຈົ້າ ມີດັ່ງນີ້: ມະຫາປະໂຣຫິດຮິນກີຢາ, ເຊກາຣີຢາ ແລະເຢຮີເອນ ກໍໄດ້ບໍລິຈາກລູກແກະກັບລູກແບ້ເຖິກສອງພັນຫົກຮ້ອຍໂຕ ແລະງົວເຖິກສາມຮ້ອຍໂຕ ເພື່ອເຜົາບູຊາໃນການສະຫລອງນັ້ນ. |
|
| 9 |
|
| ບັນດາຜູ້ນຳຂອງຊາວເລວີ ມີດັ່ງນີ້: ໂກນານີຢາ, ເຊມາອີຢາ ແລະເນທາເນນນ້ອງຊາຍຂອງຕົນ, ຮາຊາບີຢາ, ເຢອີເອນ ແລະໂຢຊາບັດ ກໍໄດ້ບໍລິຈາກລູກແກະກັບລູກແບ້ຫ້າພັນໂຕ ແລະງົວເຖິກຫ້າຮ້ອຍໂຕ ໃຫ້ຊາວເລວີເຜົາຖວາຍບູຊາ. |
|
| 10 |
|
| ເມື່ອໄດ້ຕຽມທຸກສິ່ງສຳລັບປັດສະຄາແລ້ວ ປະໂຣຫິດແລະຊາວເລວີກໍໄດ້ເຂົ້າປະຈຳໜ້າທີ່ຂອງໃຜລາວ ຕາມຄຳສັ່ງຂອງກະສັດ. |
|
| 11 |
|
| ຫລັງຈາກທີ່ໄດ້ຂ້າລູກແກະແລະລູກແບ້ເຖິກແລ້ວ ຊາວເລວີກໍໄດ້ລອກໜັງສັດອອກ ແລະປະໂຣຫິດໄດ້ຊິດເລືອດສັດນັ້ນໃສ່ເທິງແທ່ນບູຊາ. |
|
| 12 |
|
| ແລ້ວພວກເຂົາກໍແບ່ງປະຊາຊົນອອກເປັນໝວດຕາມຄອບຄົວ ແລະເອົາສັດທີ່ຈະເປັນເຄື່ອງບູຊານັ້ນຢາຍໃຫ້ ເພື່ອເຂົາຈະໄດ້ຖວາຍແດ່ພຣະເຈົ້າຢາເວ ຕາມທີ່ໄດ້ຂຽນໄວ້ໃນກົດບັນຍັດຂອງໂມເຊ. |
|
| 13 |
|
| ຊາວເລວີປີ້ງເຄື່ອງເຜົາບູຊາຂອງປັດສະຄາຕາມກົດລະບຽບ ແລະຕົ້ມເຄື່ອງບູຊາອັນບໍຣິສຸດໃນໝໍ້, ໃນການໍ້າ ແລະໃນໝໍ້ຂາງ ແລະຟ້າວຢາຍຊີ້ນນັ້ນໃຫ້ປະຊາຊົນ. |
|
| 14 |
|
| ຫລັງຈາກຢາຍແລ້ວ ຊາວເລວີກໍໄດ້ຈັດຕຽມຊີ້ນສຳລັບຕົນ ແລະສຳລັບພວກປະໂຣຫິດທີ່ສືບເຊື້ອສາຍຈາກອາໂຣນ. ສຳລັບພວກປະໂຣຫິດແລ້ວ ພວກເຂົາຫຍຸ້ງຢູ່ກັບວຽກນີ້ຈົນຮອດກາງຄືນ ໂດຍເຜົາສັດທັງໂຕ ແລະໄຂມັນເປັນເຄື່ອງບູຊາ. |
|
| 15 |
|
| ຕາມຄຳສັ່ງຂອງກະສັດດາວິດ ນັກດົນຕຼີຊາວເລວີໃນຕະກຸນອາສັບ ຕ່າງກໍເຂົ້າປະຈຳທີ່ຂອງຕົນ ມີດັ່ງນີ້: ອາສັບ, ເຮມານ ແລະເຢດູທູນ ຜູ້ທຳນວາຍປະຈຳກະສັດ. ຜູ້ເຝົ້າຍາມປະຕູພຣະວິຫານກໍບໍ່ໄດ້ປະລະໜ້າທີ່ຂອງຕົນ ເພາະຊາວເລວີຄົນອື່ນໆໄດ້ຈັດຕຽມປັດສະຄາເພື່ອພວກຕົນ. |
|
| 16 |
|
| ສະນັ້ນ ຕາມຄຳສັ່ງຂອງກະສັດໂຢສີຢາ ໃນມື້ນັ້ນ ທຸກສິ່ງທີ່ເຮັດເພື່ອຮັບໃຊ້ພຣະເຈົ້າຢາເວ ເຊັ່ນ: ຢຶດຖືພິທີສະຫລອງປັດສະຄາ ແລະເຜົາເຄື່ອງຖວາຍບູຊາທີ່ເທິງແທ່ນບູຊາຂອງພຣະເຈົ້າຢາເວກໍສຳເລັດລົງ. |
|
| 17 |
|
| ປະຊາຊົນທັງໝົດທີ່ໄດ້ມາທີ່ນັ້ນ ຕ່າງກໍສະຫລອງປັດສະຄາ ແລະເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງເປັນເວລາເຈັດວັນ. |
|
| 18 |
|
| ນັບມາແຕ່ສະໄໝຂອງຜູ້ທຳນວາຍຊາມູເອນ ບໍ່ເຄີຍໄດ້ສະຫລອງປັດສະຄາເຊັ່ນນີ້ເລີຍ. ບໍ່ມີກະສັດຄົນໃດໃນອະດີດທີ່ໄດ້ສະຫລອງປັດສະຄາ ດັ່ງທີ່ກະສັດໂຢສີຢາໄດ້ສະຫລອງ ໂດຍມີພວກປະໂຣຫິດຊາວເລວີ ແລະປະຊາຊົນຊາວຢູດາຊາວອິດສະຣາເອນ ແລະຊາວເຢຣູຊາເລັມເປັນຜູ້ໃຫ້ການຮ່ວມໄມ້ຮ່ວມມື. |
|
| 19 |
|
| ການສະຫລອງນີ້ໄດ້ຖືກຈັດຂຶ້ນ ໃນຣາຊການປີທີສິບແປດ ທີ່ໂຢສີຢາໄດ້ປົກຄອງ. |
|
| 20 |
|
| ຫລັງຈາກທີ່ກະສັດໂຢສີຢາໄດ້ເຮັດສິ່ງເຫຼົ່ານີ້ທັງໝົດສຳລັບພຣະວິຫານແລ້ວ ກະສັດເນໂກແຫ່ງເອຢິບໄດ້ຍົກທັບມາ ເພື່ອໂຈມຕີເມືອງກາກເກມິດທີ່ແມ່ນໍ້າເອີຟຣັດ. ໂຢສີຢາໄດ້ພະຍາຍາມຢັບຢັ້ງເພິ່ນໄວ້ |
|
| 21 |
|
| ແຕ່ເນໂກໄດ້ສົ່ງສານມາຫາໂຢສີຢາ ໂດຍມີຖ້ອຍຄຳດັ່ງນີ້: “ກະສັດແຫ່ງຢູດາຍເອີຍ ເສິກທີ່ຂ້າພະເຈົ້າກຳລັງເຮັດຢູ່ນີ້ບໍ່ກ່ຽວຂ້ອງກັບທ່ານ. ຂ້າພະເຈົ້າບໍ່ໄດ້ມາຕໍ່ສູ້ທ່ານ, ແຕ່ມາຕໍ່ສູ້ເຫຼົ່າສັດຕູຂອງຂ້າພະເຈົ້າ ເພາະພຣະເຈົ້າໄດ້ບອກຂ້າພະເຈົ້າໃຫ້ຮີບລົງມືເຮັດ. ພຣະເຈົ້າຢູ່ຝ່າຍຂ້າພະເຈົ້າ; ສະນັ້ນ ຢ່າພະຍາຍາມຂັດຂວາງຂ້າພະເຈົ້າເລີຍ ທ່ານຢາກໃຫ້ພຣະອົງທຳລາຍທ່ານບໍ?” |
|
| 22 |
|
| ແຕ່ໂຢສີຢາຕັ້ງໃຈທີ່ຈະສູ້ຮົບ. ເພິ່ນບໍ່ຍອມຟັງສິ່ງທີ່ພຣະເຈົ້າໄດ້ກ່າວຜ່ານທາງກະສັດເນໂກ; ດັ່ງນັ້ນ ເພິ່ນຈຶ່ງປອມຕົວເຂົ້າສູ້ຮົບທີ່ທົ່ງພຽງຂອງເມືອງເມກິດໂດ. |
|
| 23 |
|
| ໃນລະຫວ່າງການສູ້ຮົບຢູ່ນັ້ນ ກະສັດໂຢສີຢາໄດ້ຖືກລູກໜ້າທະນູຂອງທະຫານປະເທດເອຢິບ. ເພິ່ນໄດ້ສັ່ງທະຫານທີ່ຮັບໃຊ້ຕົນວ່າ, “ຈົ່ງເອົາເຮົາໜີໄປ ເຮົາເຈັບປວດຫລາຍ”. |
|
| 24 |
|
| ພວກເຂົາອູ້ມເພິ່ນອອກຈາກລົດຮົບຂອງເພິ່ນ ໄປໃສ່ລົດຮົບຄັນທີສອງໃນທີ່ນັ້ນ ແລະນຳເພິ່ນກັບເມືອສູ່ນະຄອນເຢຣູຊາເລັມ. ເພິ່ນໄດ້ຕາຍໃນທີ່ນີ້ແລະໄດ້ຖືກຝັງໄວ້ໃນອຸບມຸງແຫ່ງກະສັດ. ປະຊາຊົນທັງໝົດໃນຢູດາຍ ແລະນະຄອນເຢຣູຊາເລັມໄດ້ໄວ້ທຸກໃຫ້ເພິ່ນ. |
|
| 25 |
|
| ຜູ້ທຳນວາຍເຢເຣມີຢາໄດ້ປະພັນບົດເພງໄວ້ອາໄລອາວອນສຳລັບກະສັດໂຢສີຢາ. ຕໍ່ມາ ໄດ້ກາຍເປັນປະເພນີໃນປະເທດອິດສະຣາເອນ ທີ່ທັງຊາຍແລະຍິງຈະໃຊ້ເພງນີ້ ເມື່ອພວກຕົນໄວ້ທຸກໃຫ້ແກ່ເພິ່ນ. ເພງນີ້ມີຢູ່ໃນຊຸດຂອງເພງອາໄລອາວອນ. |
|
| 26 |
|
| ທຸກໆສິ່ງທີ່ກະສັດໂຢສີຢາໄດ້ເຮັດເຊັ່ນ: ການອຸທິດຕົນໃຫ້ແກ່ພຣະເຈົ້າຢາເວ, ການທີ່ເພິ່ນເຊື່ອຟັງກົດບັນຍັດ |
|
| 27 |
|
| ແລະປະຫວັດຕັ້ງແຕ່ຕົ້ນຈົນເພິ່ນຕາຍໄປ, ທັງໝົດນີ້ແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນແລະຢູດາຍ. |
|
|
|
|