|
| 1 |
|
| ກະສັດໂຊໂລໂມນໄດ້ໃຊ້ເວລາຊາວປີ ເພື່ອສ້າງວິຫານຂອງພຣະເຈົ້າຢາເວແລະຣາຊວັງຂອງຕົນ. |
|
| 2 |
|
| ເພິ່ນໄດ້ສ້າງເມືອງຕ່າງໆ ທີ່ກະສັດຮີຣາມມອບໃຫ້ເພິ່ນນັ້ນຂຶ້ນໃໝ່ ແລະໄດ້ສົ່ງຊາວອິດສະຣາເອນໄປຕັ້ງຖິ່ນຖານໃໝ່ຢູ່ທີ່ນັ້ນ. |
|
| 3 |
|
| ເພິ່ນໄດ້ຢຶດເຂດແດນຂອງຮາມັດ-ໂຊບາ |
|
| 4 |
|
| ພ້ອມທັງໄດ້ສ້າງປ້ອມປ້ອງກັນເມືອງປານມີຣາຢູ່ໃນຖິ່ນແຫ້ງແລ້ງກັນດານ. ເພິ່ນໄດ້ສ້າງເມືອງທັງໝົດໃນຮາມັດຂຶ້ນໃໝ່ ເພື່ອໃຊ້ເປັນສູນກາງສະສົມສະບຽງອາຫານ. |
|
| 5 |
|
| ກະສັດໂຊໂລໂມນໄດ້ສ້າງເມືອງເຫຼົ່ານີ້ຂຶ້ນໃໝ່ເຊັ່ນກັນ ດັ່ງນີ້: ເບັດໂຮໂຣນເບື້ອງເທິງ ແລະເບັດໂຮໂຣນເບື້ອງລຸ່ມ (ເມືອງທັງສອງນີ້ໄດ້ມີປ້ອມປ້ອງກັນ ແລະມີກອນປະຕູເປັນເຫລັກແທ່ງ), |
|
| 6 |
|
| ເມືອງບາອາລາດ, ເມືອງທັງໝົດທີ່ເພິ່ນໃຊ້ເປັນບ່ອນສະສົມສະບຽງອາຫານ ແລະເມືອງທັງຫລາຍ ບ່ອນທີ່ເພິ່ນໄດ້ສະສົມຝູງມ້າແລະລົດຮົບ. ເພິ່ນຍັງດຳເນີນແຜນການກໍ່ສ້າງທັງໝົດຂອງເພິ່ນໃນນະຄອນເຢຣູຊາເລັມ, ໃນເລບານອນ, ຕະຫລອດທົ່ວທັງເຂດແດນທີ່ເພິ່ນປົກຄອງ. |
|
| 7 |
|
| ໂຊໂລໂມນໄດ້ຮັບແຮງງານທັງໝົດນັ້ນ ມາຈາກເຊື້ອສາຍຂອງປະຊາຊົນການາອານທີ່ບໍ່ໄດ້ຖືກຂ້າ ເມື່ອຊາວອິດສະຣາເອນໄດ້ໄປຢຶດຄອງດິນແດນ. ປະຊາຊົນເຫຼົ່ານັ້ນມີດັ່ງນີ້: ຊາວຮິດຕີ, ອາໂມ, ເປຣີຊີ, ຮີວີ ແລະຊາວເຢບຸດ. |
|
| 8 |
|
| ບັນດາເຊື້ອສາຍຂອງປະຊາຊົນເຫຼົ່ານັ້ນໄດ້ສືບຕໍ່ຕົກເປັນທາດຮັບໃຊ້ ມາຈົນເຖິງສະໄໝປັດຈຸບັນນີ້. |
|
| 9 |
|
| ຊາວອິດສະຣາເອນບໍ່ເຄີຍເປັນກຳມະກອນອອກແຮງງານ; ແຕ່ພວກເຂົາເປັນທະຫານ, ຂ້າຣາຊການ, ຄົນຂັບລົດຮົບ ແລະທະຫານມ້າ. |
|
| 10 |
|
| ມີຂ້າຣາຊການທັງໝົດ ສອງຮ້ອຍຫ້າສິບຄົນ ເປັນຜູ້ຮັບຜິດຊອບຄວບຄຸມກຳມະກອນທີ່ເຮັດວຽກຕາມໂຄງການກໍ່ສ້າງຕ່າງໆ. |
|
| 11 |
|
| ໂຊໂລໂມນໄດ້ຍ້າຍເມຍຂອງເພິ່ນ ລູກສາວຂອງກະສັດແຫ່ງເອຢິບອອກຈາກເມືອງຂອງດາວິດ ແລະໃຫ້ໄປຢູ່ໃນເຮືອນທີ່ເພິ່ນໄດ້ສ້າງສຳລັບນາງໂດຍສະເພາະ. ເພິ່ນເວົ້າວ່າ, “ນາງບໍ່ສົມຄວນຢູ່ໃນວັງຂອງກະສັດແຫ່ງອິດສະຣາເອນ ເພາະບ່ອນໃດທີ່ມີຫີບຂອງພຣະເຈົ້າຢາເວກໍເປັນບ່ອນສັກສິດ.” |
|
| 12 |
|
| ໂຊໂລໂມນໄດ້ຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວທີ່ເທິງແທ່ນບູຊາຂອງພຣະເຈົ້າຢາເວ ຊຶ່ງເພິ່ນໄດ້ສ້າງຂຶ້ນຕໍ່ໜ້າລະບຽງ. |
|
| 13 |
|
| ເພິ່ນໄດ້ເຜົາເຄື່ອງບູຊາຖວາຍຕາມກົດບັນຍັດຂອງໂມເຊທີ່ໄດ້ກຳນົດໄວ້ ດັ່ງນີ້: ວັນຊະບາໂຕ, ວັນເດືອນອອກໃໝ່, ເທດສະການສາມປາງປະຈຳປີຄື: ວັນກິນເຂົ້າຈີ່ບໍ່ມີເຊື້ອແປ້ງ, ວັນສະຫລອງການເກັບກ່ຽວ ແລະເທດສະການປຸກຕຸບຢູ່. |
|
| 14 |
|
| ເພື່ອປະຕິບັດຕາມກົດລະບຽບທີ່ກະສັດດາວິດພໍ່ຂອງເພິ່ນໄດ້ວາງໄວ້ ເພິ່ນໄດ້ຈັດວຽກປະຈຳວັນໃຫ້ແກ່ພວກປະໂຣຫິດ ແລະພວກເລວີທີ່ເປັນຜູ້ຊ່ວຍຮ້ອງເພງແລະເຮັດວຽກໃຫ້ພວກປະໂຣຫິດ. ເພິ່ນຍັງໄດ້ຈັດຕັ້ງໃຫ້ມີທະຫານເຝົ້າຍາມພຣະວິຫານເປັນໝວດໆ ເພື່ອເຮັດໜ້າທີ່ປະຈຳວັນ ຢູ່ຕາມແຕ່ລະປະຕູເຂົ້າພຣະວິຫານ ຕາມຂໍ້ຄຳສັ່ງຂອງກະສັດດາວິດຄົນຂອງພຣະເຈົ້າ. |
|
| 15 |
|
| ຄຳແນະນຳຕ່າງໆຊຶ່ງກະສັດດາວິດໄດ້ມອບໃຫ້ແກ່ບັນດາປະໂຣຫິດແລະພວກເລວີກ່ຽວກັບຫ້ອງໄວ້ເຄື່ອງ ແລະກ່ຽວກັບເລື່ອງອື່ນໆ ກໍໄດ້ຖືກນຳມາປະຕິບັດຢ່າງຕັ້ງໜ້າໂດຍທົ່ວເຖິງກັນ. |
|
| 16 |
|
| ໃນທີ່ສຸດ ວຽກການທັງໝົດຂອງກະສັດໂຊໂລໂມນກໍສຳເລັດ. ຈາກການວາງຮາກຖານວິຫານຂອງພຣະເຈົ້າຢາເວຈົນເຖິງການສ້າງວິຫານຂອງພຣະເຈົ້າຢາເວແລ້ວ ວຽກງານທັງໝົດແມ່ນໄດ້ບັນລຸຜົນໂດຍດີ. |
|
| 17 |
|
| ແລ້ວໂຊໂລໂມນກໍໄດ້ໄປທີ່ເອຊີໂອນ-ເກເບ ແລະເອລາດ ເມືອງທ່າເຮືອທີ່ແຄມອ່າວອາກາບາຢູ່ໃນດິນແດນຂອງເອໂດມ. |
|
| 18 |
|
| ກະສັດຮີຣາມໄດ້ສົ່ງເຮືອຫລາຍລຳ ພາຍໃຕ້ການຄວບຄຸມຂອງຂ້າຣາຊການຂອງເພິ່ນເອງ ພ້ອມທັງລູກເຮືອທີ່ມີຄວາມຊຳນິຊຳນານທາງທະເລມາໃຫ້ກະສັດໂຊໂລໂມນ. ພວກເຂົາໄດ້ແລ່ນເຮືອໄປກັບຂ້າຣາຊການຂອງໂຊໂລໂມນ ຈົນຮອດດິນແດນຂອງໂອເຟຍ ແລະໄດ້ນຳຄຳປະມານສິບຫົກໂຕນ ມາມອບໃຫ້ກະສັດໂຊໂລໂມນ. |
|
|
|
|