|
| 1 |
|
| ຣາຊີນີແຫ່ງເຊບາໄດ້ຍິນເຖິງຊື່ສຽງຂອງກະສັດໂຊໂລໂມນ; ສະນັ້ນ ຣາຊີນີຈຶ່ງໄດ້ເດີນທາງມາທີ່ນະຄອນເຢຣູຊາເລັມ ເພື່ອຖາມເຖິງບັນຫາທີ່ຍາກຫລາຍບັນຫາເພື່ອເປັນການທົດສອບ. ມີຄະນະຜູ້ຕິດຕາມຣາຊີນີມາຢ່າງຫລວງຫລາຍ ພ້ອມທັງນຳເອົາເຄື່ອງເທດ, ເພັດພອຍແລະຄຳ ເປັນຈຳນວນຫລວງຫລາຍຂົນໃສ່ຫລັງອູດມາດ້ວຍ. ເມື່ອຣາຊີນີໄດ້ພົບກັບໂຊໂລໂມນ ຣາຊີນີກໍໄດ້ຖາມເພິ່ນທຸກບັນຫາທີ່ຣາຊີນີສາມາດຄິດໄດ້. |
|
| 2 |
|
| ເພິ່ນໄດ້ຕອບຣາຊີນີທຸກບັນຫາ; ບໍ່ມີບັນຫາໃດຍາກເກີນກວ່າທີ່ເພິ່ນຈະອະທິບາຍບໍ່ໄດ້. |
|
| 3 |
|
| ຣາຊີນີແຫ່ງເຊບາໄດ້ຍິນເຖິງປັນຍາຂອງກະສັດໂຊໂລໂມນ ແລະເຫັນຣາຊວັງທີ່ເພິ່ນໄດ້ສ້າງ. |
|
| 4 |
|
| ຣາຊີນີໄດ້ເຫັນອາຫານທີ່ເທິງໂຕະຂອງເພິ່ນ, ທີ່ພັກອາໄສຂອງບັນດາຂ້າຣາຊການຂອງເພິ່ນ, ການຈັດຕັ້ງຕ່າງໆຂອງພະນັກງານໃນພະຣາຊວັງ ແລະເຄື່ອງແບບທີ່ພວກເຂົາໃສ່, ເຄື່ອງນຸ່ງຫົ່ມຂອງຄົນຮັບໃຊ້ທີ່ຢືນລໍບໍລິການໃນງານຕ່າງໆ ແລະເຄື່ອງບູຊາທີ່ເພິ່ນໄດ້ຖວາຍ ໃນວິຫານຂອງພຣະເຈົ້າຢາເວ. ສິ່ງທັງໝົດນີ້ເຮັດໃຫ້ຣາຊີນີປະທັບໃຈຫລາຍທີ່ສຸດ. |
|
| 5 |
|
| ຣາຊີນີກ່າວຕໍ່ກະສັດວ່າ, “ຄຳເລົ່າລືທີ່ຂ້ານ້ອຍໄດ້ຍິນທີ່ປະເທດຂອງຂ້ານ້ອຍກ່ຽວກັບທ່ານ ແລະປັນຍາຂອງທ່ານນັ້ນກໍເປັນຄວາມຈິງແທ້ທຸກຢ່າງ |
|
| 6 |
|
| ຂ້ານ້ອຍບໍ່ໄດ້ເຊື່ອຄຳບອກເລົ່າຂອງພວກເຂົາ ຈົນກວ່າຂ້ານ້ອຍໄດ້ມາເຫັນໂດຍຕົນເອງ. ສິ່ງທີ່ຂ້ານ້ອຍໄດ້ຍິນມານັ້ນ ບໍ່ຮອດເຄິ່ງໜຶ່ງຂອງປັນຍາຂອງທ່ານເລີຍ. ທ່ານສະຫລຽວສະຫລາດຫລາຍກວ່າທີ່ພວກເຂົາໄດ້ເວົ້າມາ. |
|
| 7 |
|
| ພະນັກງານຜູ້ທີ່ຮັບໃຊ້ທ່ານນັ້ນກໍມີຄວາມສຸກທີ່ໄດ້ເຂົ້າພົບທ່ານ ແລະໄດ້ຮັບສິດພິເສດ ຟັງຖ້ອຍຄຳອັນສະຫລຽວສະຫລາດຂອງທ່ານກໍມີຄວາມສຸກຫລາຍ |
|
| 8 |
|
| ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ພຣະອົງສຳແດງໃຫ້ທ່ານເຫັນວ່າ ພຣະອົງພໍໃຈໃນຕົວທ່ານຫລາຍສໍ່າໃດຈຶ່ງແຕ່ງຕັ້ງທ່ານໃຫ້ເປັນກະສັດສຳລັບພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ. ເພາະພຣະເຈົ້າຂອງທ່ານຮັກປະຊາຊົນອິດສະຣາເອນຂອງພຣະອົງ ແລະຢາກຈະຮັກສາພວກເຂົາໄວ້ຕະຫລອດໄປ ພຣະອົງຈຶ່ງໄດ້ແຕ່ງຕັ້ງທ່ານໃຫ້ເປັນກະສັດ ເພື່ອຖືຮັກສາກົດບັນຍັດແລະຄວາມຍຸດຕິທຳໄວ້.” |
|
| 9 |
|
| ຣາຊີນີແຫ່ງເຊບາໄດ້ມອບສິ່ງຂອງຕ່າງໆທີ່ໄດ້ນຳມານັ້ນໃຫ້ແກ່ໂຊໂລໂມນ ດັ່ງນີ້: ຄຳປະມານສີ່ໂຕນ, ເຄື່ອງເທດຈຳນວນຫລວງຫລາຍ ແລະເພັດພອຍ. ຍັງບໍ່ເຄີຍມີເຄື່ອງເທດໃດໆທີ່ດີເທົ່າທຽມກັບຂອງຣາຊີນີແຫ່ງເຊບາ ໄດ້ນຳມາມອບໃຫ້ໂຊໂລໂມນ. |
|
| 10 |
|
| ຄົນຂອງກະສັດຮີຣາມ ແລະຂອງກະສັດໂຊໂລໂມນ ຍັງໄດ້ນຳຄຳມາຈາກໂອເຟຍ ແລະທັງໄດ້ນຳເອົາໄມ້ຈັນ ແລະເພັດພອຍມາດ້ວຍ. |
|
| 11 |
|
| ກະສັດໂຊໂລໂມນໄດ້ໃຊ້ໄມ້ນັ້ນເຮັດຂັ້ນໄດວິຫານຂອງພຣະເຈົ້າຢາເວ ແລະເຮັດວັງຂອງເພິ່ນເອງ ທັງເຮັດພິນນ້ອຍ ແລະພິນໃຫຍ່ໃຫ້ພວກນັກດົນຕຼີ. ໃນດິນແດນແຫ່ງຢູດາຍບໍ່ເຄີຍເຫັນເຊັ່ນນີ້ມາກ່ອນເລີຍ. |
|
| 12 |
|
| ກະສັດໂຊໂລໂມນໄດ້ມອບທຸກສິ່ງໃຫ້ຕາມທີ່ຣາຊີນີແຫ່ງເຊບາຂໍຮ້ອງ. ອັນນີ້ບໍ່ໄດ້ນັບສິ່ງທີ່ເພິ່ນໃຫ້ຕອບແທນຂອງຕ້ອນ ທີ່ນາງນຳມາມອບໃຫ້ເພິ່ນ. ແລ້ວຣາຊີນີພ້ອມຄະນະຜູ້ຕິດຕາມ ກໍກັບຄືນເມືອສູ່ດິນແດນແຫ່ງເຊບາ. |
|
| 13 |
|
| ທຸກໆປີໃດກະສັດໂຊໂລໂມນໄດ້ຮັບຄຳໜັກກວ່າຊາວຫ້າໂຕນ |
|
| 14 |
|
| ໂດຍບໍ່ນັບລາຍໄດ້ທີ່ເກັບພາສີຈາກພວກພໍ່ຄ້າ. ບັນດາກະສັດແຫ່ງອາຣາເບຍແລະຜູ້ປົກຄອງເມືອງຕ່າງໆໃນອິດສະຣາເອນ ໄດ້ນຳຄຳແລະເງິນມາມອບໃຫ້ເພິ່ນຄືກັນ. |
|
| 15 |
|
| ກະສັດໂຊໂລໂມນໄດ້ເຮັດໂລ້ໃຫຍ່ ສອງຮ້ອຍອັນ ແຕ່ລະອັນເຄືອບດ້ວຍຄຳໜັກປະມານຫົກກິໂລກຼາມ |
|
| 16 |
|
| ກັບເຮັດໂລ້ນ້ອຍສາມຮ້ອຍອັນ ແຕ່ລະອັນເຄືອບດ້ວຍຄຳໜັກປະມານສາມກິໂລກຼາມ. ເພິ່ນເອົາໂລ້ທັງໝົດນັ້ນໄປວາງໄວ້ທີ່ຫ້ອງໂຖງແຫ່ງດົງເລບານອນ. |
|
| 17 |
|
| ກະສັດຍັງໄດ້ເຮັດບັນລັງທີ່ກວ້າງໃຫຍ່ດ້ວຍ. ບາງສ່ວນຂອງບັນລັງນັ້ນເຮັດດ້ວຍງາຊ້າງ ແລະນອກນັ້ນໂອບດ້ວຍຄຳບໍຣິສຸດ. |
|
| 18 |
|
| ບັນລັງນັ້ນມີຂັ້ນໄດຫົກຂັ້ນ ແລະມີອັນຮອງຕີນທີ່ໂອບດ້ວຍຄຳ. ແຕ່ລະຂ້າງຂອງບັນລັງມີອັນຮອງແຂນ ແລະມີຮູບໂຕສິງຢືນຢູ່ແຕ່ລະຂ້າງ. |
|
| 19 |
|
| ມີຮູບໂຕສິງສິບສອງໂຕຢູ່ເທິງຂັ້ນໄດນັ້ນ ຄືແຕ່ລະຂັ້ນມີຮູບສິງແຕ່ລະຂ້າງ. ບໍ່ເຄີຍມີບັນລັງໃດເປັນເຊັ່ນນີ້ຢູ່ໃນຣາຊອານາຈັກອື່ນໆເລີຍ. |
|
| 20 |
|
| ຈອກທີ່ໂຊໂລໂມນໃຊ້ດື່ມເຮັດດ້ວຍຄຳທັງໝົດ ແລະເຄື່ອງໃຊ້ທັງໝົດໃນຫ້ອງໂຖງແຫ່ງດົງເລບານອນ ກໍເຮັດດ້ວຍຄຳບໍຣິສຸດທັງໝົດ. ໃນສະໄໝຂອງໂຊໂລໂມນນັ້ນ ເງິນຖືວ່າເປັນຂອງບໍ່ມີຄ່າ. |
|
| 21 |
|
| ເພິ່ນໄດ້ມີຂະບວນເຮືອແລ່ນທາງທະເລ ຮ່ວມກັບຂະບວນເຮືອຂອງກະສັດຮີຣາມ. ທຸກໆສາມປີໃດຂະບວນເຮືອເຫຼົ່ານີ້ ຈະກັບມາພ້ອມທັງນຳເອົາຄຳ, ເງິນ, ງາຊ້າງ, ລີງໃຫຍ່ ແລະລີງນ້ອຍມາດ້ວຍ. |
|
| 22 |
|
| ກະສັດໂຊໂລໂມນໄດ້ຮັ່ງມີແລະສະຫລຽວສະຫລາດກວ່າກະສັດທັງໝົດໃນໂລກ. |
|
| 23 |
|
| ບັນດາກະສັດທັງຫລາຍໄດ້ມາຂໍຄຳປຶກສາກັບເພິ່ນ ເພື່ອຟັງປັນຍາທີ່ພຣະເຈົ້າໄດ້ໃຫ້ແກ່ເພິ່ນ. |
|
| 24 |
|
| ກະສັດແຕ່ລະຄົນໄດ້ນຳສິ່ງຂອງມາມອບໃຫ້ໂຊໂລໂມນ ດັ່ງນີ້: ເຄື່ອງໃຊ້ທີ່ເຮັດດ້ວຍເງິນແລະຄຳ, ເສື້ອຜ້າ, ອາວຸດ, ເຄື່ອງເທດ, ມ້າແລະລໍ. ເຫດການເຊັ່ນນີ້ໄດ້ສືບຕໍ່ມາທຸກໆປີ. |
|
| 25 |
|
| ກະສັດໂຊໂລໂມນມີບ່ອນໄວ້ລົດຮົບແລະມ້າສີ່ພັນບ່ອນ ແລະມີທະຫານມ້າສິບສອງພັນຄົນ. ເພິ່ນໄດ້ຮັກສາບາງສ່ວນໄວ້ຢູ່ໃນນະຄອນເຢຣູຊາເລັມ. ແລະສ່ວນທີ່ເຫຼືອນັ້ນເພິ່ນໄດ້ປະໄວ້ຢູ່ຕາມເມືອງອື່ນໆ. |
|
| 26 |
|
| ເພິ່ນໄດ້ເປັນຜູ້ປົກຄອງສູງສຸດເໜືອກະສັດທັງໝົດໃນເຂດແດນ ຕັ້ງແຕ່ແມ່ນໍ້າເອີຟຣັດເຖິງດິນແດນຟີລິດສະຕິນ ແລະຮອດຊາຍແດນຂອງປະເທດເອຢິບ. |
|
| 27 |
|
| ໃນຣາຊການຂອງເພິ່ນ ເງິນໃນນະຄອນເຢຣູຊາເລັມຖືເປັນຂອງທຳມະດາດັ່ງກ້ອນຫີນ ແລະໄມ້ແປກກໍມີເຕັມດັ່ງໄມ້ໝາກເດື່ອຕາມເນີນພູຂອງຢູດາຍ. |
|
| 28 |
|
| ໂຊໂລໂມນໄດ້ສັ່ງມ້າມາຈາກມຸຊະຣີ ແລະມາຈາກປະເທດອື່ນໆດ້ວຍ. |
|
| 29 |
|
| ປະຫວັດຂອງກະສັດໂຊໂລໂມນຕັ້ງແຕ່ຕົ້ນຈົນຈົບ ແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງຜູ້ທຳນວາຍນາທານ ໃນ ປຶ້ມຄຳທຳນວາຍຂອງອາຮີຢາແຫ່ງຊີໂລ ແລະໃນ ປຶ້ມນິມິດຂອງຜູ້ທຳນວາຍອິດໂດ ທີ່ກ່າວເຖິງຣາຊການຂອງກະສັດເຢໂຣໂບອາມ ລູກຊາຍຂອງເນບັດແຫ່ງອິດສະຣາເອນເຊັ່ນກັນ. |
|
| 30 |
|
| ໂຊໂລໂມນໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມທົ່ວອິດສະຣາເອນເປັນເວລາສີ່ສິບປີ. |
|
| 31 |
|
| ເພິ່ນໄດ້ຕາຍໄປ ແລະໄດ້ຖືກຝັງໄວ້ທີ່ເມືອງຂອງດາວິດ; ເຣໂຫໂບອາມ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ. |
|
|
|
|