×

Lao ພຣະຄຳພີສັກສິ 2012

ເອຊະຣາ 2

1
ມີ​ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຫລາຍ​ຄົນ​ໄດ້​ອອກ​ຈາກ​ແຂວງ​ບາບີໂລນ ແລະ​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ​ແລະ​ຢູດາຍ; ແຕ່ລະຄົນ​ໄດ້​ກັບຄືນ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ໃຜ​ລາວ. ຄອບຄົວ​ຂອງ​ພວກເຂົາ​ໄດ້​ເປັນ​ຊະເລີຍ​ແລະ​ອາໄສ​ຢູ່​ໃນ​ບາບີໂລນ ຕັ້ງແຕ່​ສະໄໝ​ທີ່​ກະສັດ​ເນບູ​ກາດເນັດຊາ​ໄດ້​ຈັບ​ພວກເຂົາ​ໄປ​ທີ່​ນັ້ນ.
2
ບັນດາ​ຜູ້ນຳ​ຂອງ​ພວກເຂົາ​ມີ​ດັ່ງນີ້: ເຊຣຸບບາເບນ, ເຢຊູອາ, ເນເຫມີຢາ, ເສຣາອີຢາ, ເຣເອລາອີຢາ, ມໍເດໄກ, ບິນຊານ, ມີຊະປາ, ບິກໄຫວ, ເຣຫຸມ ແລະ​ບາອານາ. ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ຕະກຸນ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ພ້ອມ​ທັງ​ຈຳນວນ​ຄົນ​ຂອງ​ແຕ່ລະ​ຕະກຸນ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ:
3
ປາຣົດ - 2.172 ຄົນ
4
ເຊຟາຕີຢາ - 372 ຄົນ
5
ອາຣາ - 775 ຄົນ
6
ປາຮາດ-ໂມອາບ (ເຊື້ອສາຍ​ຂອງ​ເຢຊູອາ ແລະ ໂຢອາບ) - 2.812 ຄົນ
7
ເອລາມ - 1.254 ຄົນ
8
ຊັດຕຸ - 945 ຄົນ
9
ຊັກກາຍ - 760 ຄົນ
10
ບານີ - 642 ຄົນ
11
ເບບາຍ - 623 ຄົນ
12
ອາຊະກາດ - 1.222 ຄົນ
13
ອາໂດນີກຳ - 666 ຄົນ
14
ບິກໄຫວ - 2.056 ຄົນ
15
ອາດິນ - 454 ຄົນ
16
ອາເຕ (ມີ​ຊື່​ໜຶ່ງ​ອີກ​ວ່າ​ເຮເຊກີຢາ) - 98 ຄົນ
17
ເບໄຊ - 323 ຄົນ
18
ໂຢຣາ - 112 ຄົນ
19
ຮາຊຸມ - 223 ຄົນ
20
ກິບບາ - 95 ຄົນ
21
ຄົນ​ທີ່​ບັນພະບຸລຸດ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ດັ່ງ​ຕໍ່ໄປນີ້ ກໍໄດ້​ກັບຄືນ​ຄືກັນ: ເບັດເລເຮັມ - 123 ຄົນ
22
ເນໂຕຟາ - 56 ຄົນ
23
ອານາທົດ - 128 ຄົນ
24
ອາຊະມາເວດ - 42 ຄົນ
25
ກີຣີອາດ​ເຢອາຣີມ, ເກຟີຣາ ແລະ​ເບເອໂຣດ - 743 ຄົນ
26
ຣາມາ ແລະ ເກບາ - 621 ຄົນ
27
ມິກມາດ - 122 ຄົນ
28
ເບັດເອນ ແລະ​ອາອີ - 223 ຄົນ
29
ເນໂບ - 52 ຄົນ
30
ມັກບິດ - 156 ຄົນ
31
ເອລາມ​ພວກ​ອື່ນ - 1.254 ຄົນ
32
ຮາຣິມ - 320 ຄົນ
33
ໂລດ, ຮາດິດ ແລະ​ໂອໂນ - 725 ຄົນ
34
ເຢຣິໂກ - 345 ຄົນ
35
ເສນາຢາ - 3.630 ຄົນ
36
ຕໍ່ໄປນີ້​ແມ່ນ​ບັນຊີ​ລາຍຊື່​ຂອງ​ຕະກຸນ​ຂອງ​ປະໂຣຫິດ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ເຢດາອີຢາ (ເຊື້ອສາຍ​ຂອງ​ເຢຊູອາ) - 973 ຄົນ
37
ອິມເມ - 1.052 ຄົນ
38
ປັດຊູ - 1.247 ຄົນ
39
ຮາຣິມ - 1.017 ຄົນ
40
ຕະກຸນ​ຕ່າງໆ​ຂອງ​ຊາວ​ເລວີ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ເຢຊູອາ ແລະ ກາດມີເອນ (ເຊື້ອສາຍ​ຂອງ​ໂຮດາວີຢາ) - 74 ຄົນ
41
ນັກດົນຕຼີ​ປະຈຳ​ພຣະວິຫານ (ເຊື້ອສາຍ​ຂອງ​ອາສັບ) - 128 ຄົນ
42
ຄົນເຝົ້າຍາມ​ປະຈຳ​ພຣະວິຫານ (ເຊື້ອສາຍ​ຂອງ​ຊັນລຸມ, ອາເຕ, ຕານໂມນ, ອັກກຸບ, ຮາຕີຕາ, ແລະ​ໂຊໄບ) - 139 ຄົນ
43
ຕະກຸນ​ຕ່າງໆ​ຂອງ​ຄົນ​ເຮັດ​ວຽກ​ປະຈຳ​ພຣະວິຫານ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ຊີຮາ, ຮາສູຟາ, ຕັບບາອົດ,
44
ເກໂຣດ, ສີອາຮາ, ປາໂດນ,
45
ເລບານາ, ຮາກາບາ, ອັກກຸບ,
46
ຮາກາບ, ຊານໄມ, ຮານານ,
47
ກິດເດນ, ກາຮາ, ເຣອາອີຢາ,
48
ເຣຊິນ, ເນໂກດາ, ກັດຊຳ,
49
ອຸດຊາ, ປາເສຢາ, ເບສາຍ,
50
ອາສະນາ, ເມອູນິມ, ເນຟີສິມ,
51
ບັກບຸກ, ຮາກູຟາ, ຮາກຮູ,
52
ບາຊະລຸດ, ເມຮິດາ, ຮາກຊາ,
53
ບາກໂກ, ສີເສຣາ, ເຕມາ,
54
ເນຊີຢາ ແລະ​ຮາຕີຟາ.
55
ຕະກຸນ​ຕ່າງໆ​ຂອງ​ຄົນ​ຮັບໃຊ້​ຂອງ​ກະສັດ​ໂຊໂລໂມນ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ໂສໄຕ, ຮາໂສເຟເຣັດ, ເປຣູດາ,
56
ຢາອາລາ, ດາກໂກນ, ກິດເດນ,
57
ເຊຟາຕີຢາ, ຮັດຕິນ, ໂປເກເຣັດ​ຮັດເຊບາອິມ ແລະ​ອາມີ.
58
ຈຳນວນ​ເຊື້ອສາຍ​ທັງໝົດ​ຂອງ​ຄົນ​ເຮັດ​ວຽກ​ໃນ​ພຣະວິຫານ ແລະ​ຄົນ​ຮັບໃຊ້​ຂອງ​ກະສັດ​ໂຊໂລໂມນ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ທັງໝົດ 392 ຄົນ.
59
ມີ​ຈຳນວນ 652 ຄົນ ໃນ​ຕະກຸນ​ເດລາອີຢາ, ໂຕບີຢາ ແລະ​ເນໂກດາ ທີ່​ໄດ້​ກັບຄືນ​ມາ​ຈາກ​ເມືອງ​ເຕນເມລາ, ເຕນຮາກຊາ, ເຄຣຸບ, ອັດດານ ແລະ​ອິມເມ; ແຕ່​ພວກເຂົາ​ພິສູດ​ບໍ່ໄດ້​ວ່າ ພວກ​ຕົນ​ເປັນ​ເຊື້ອສາຍ​ຂອງ​ຊາວ​ອິດສະຣາເອນ.
60
61
ຕະກຸນ​ຕ່າງໆ​ຕໍ່ໄປນີ້​ແມ່ນ​ປະໂຣຫິດ​ທີ່ ບໍ່ມີ​ເອກະສານ ເພື່ອ​ພິສູດ​ເຖິງ​ບັນພະບຸລຸດ​ຂອງຕົນ ມີ​ດັ່ງນີ້: ໂຮບາອີຢາ, ຮັກກົດ ແລະ​ບາກຊິນໄລ. (ບັນພະບຸລຸດ​ຂອງ​ຕະກຸນ​ຂອງ​ບາກຊິນໄລ​ທີ່​ເປັນ​ປະໂຣຫິດ ໄດ້​ແຕ່ງງານ​ກັບ​ຍິງ​ຜູ້ໜຶ່ງ​ຈາກ​ຕະກຸນ​ບາກຊິນໄລ​ແຫ່ງ​ກິເລອາດ ແລະ​ໄດ້​ໃສ່​ຊື່​ຕາມ​ຕະກຸນ​ພໍ່ເຖົ້າ​ຂອງ​ຕົນ.) ເນື່ອງ​ຈາກ​ຄົນ​ເຫຼົ່ານີ້​ພິສູດ​ບໍ່ໄດ້​ວ່າ ແມ່ນ​ຜູ້ໃດ​ທີ່​ເປັນ​ບັນພະບຸລຸດ​ຂອງຕົນ; ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່ໄດ້​ຮັບໃຊ້​ເປັນ​ປະໂຣຫິດ.
62
63
ຜູ້ປົກຄອງ​ຊາວຢິວ​ໄດ້​ສັ່ງ​ບໍ່​ໃຫ້​ພວກເຂົາ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ ຈົນກວ່າ​ຈະ​ມີ​ປະໂຣຫິດ​ທີ່​ສາມາດ​ໃຊ້​ອຸຣິມ ແລະ​ທຸມມິມ.
64
ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ທີ່​ກັບຄືນ​ມາ​ສູ່​ປະເທດ ທັງໝົດ 42.360 ຄົນ
65
ຄົນ​ຮັບໃຊ້​ຊາຍ​ຍິງ​ຂອງ​ພວກເຂົາ 7.337 ຄົນ; ນັກດົນຕຼີ​ຊາຍ​ຍິງ - 200 ຄົນ
66
ມ້າ - 736 ໂຕ; ລໍ - 245 ໂຕ
67
ອູດ - 435 ໂຕ; ລາ - 6.720 ໂຕ
68
ເມື່ອ​ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ກັບຄືນ​ມາ​ສູ່​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ນະຄອນ​ເຢຣູຊາເລັມ​ແລ້ວ ກໍໄດ້​ມີ​ຫົວໜ້າ​ບາງຄົນ​ຖວາຍ​ເຄື່ອງ​ບູຊາ​ຕາມ​ໃຈ​ສະໝັກ ເພື່ອ​ຊ່ວຍ​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຢູ່​ໃນ​ບ່ອນ​ເດີມ​ຂຶ້ນ​ໃໝ່.
69
ພວກເຂົາ​ໄດ້​ຖວາຍ​ເພື່ອ​ວຽກງານ​ນີ້​ຫລາຍ​ເທົ່າທີ່ຈະ​ຫລາຍ​ໄດ້ ຊຶ່ງ​ຈຳນວນ​ທັງໝົດ ມີ​ດັ່ງນີ້: ຄຳ​ປະມານ 500 ກິໂລກຼາມ, ເງິນ​ປະມານ 2.800 ກິໂລກຼາມ ແລະ​ເສື້ອຄຸມ​ຂອງ​ປະໂຣຫິດ 100 ຜືນ.
70
ບັນດາ​ປະໂຣຫິດ​ຊາວ​ເລວີ​ແລະ​ປະຊາຊົນ​ບາງ​ພວກ ກໍໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ ຫລື​ຢູ່​ໃກ້​ນະຄອນ​ເຢຣູຊາເລັມ; ພວກ​ນັກດົນຕຼີ, ພວກ​ເຝົ້າຍາມ​ພຣະວິຫານ ແລະ​ພວກ​ເຮັດ​ວຽກ​ປະຈຳ​ພຣະວິຫານ​ກໍ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເມືອງ; ແລະ​ຊາວ​ອິດສະຣາເອນ​ທີ່​ຍັງເຫລືອ ກໍໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເມືອງ​ທີ່​ພວກ​ບັນພະບຸລຸດ​ຂອງ​ພວກຕົນ​ເຄີຍ​ອາໄສ​ຢູ່.
Lao ພຣະຄຳພີສັກສິ 2012
@ 2012 United Bible Societies
:
ບັນທຶກບັນທຶກ