|
| 1 |
|
| ໃນເວລານັ້ນ ໄດ້ມີຜູ້ທຳນວາຍສອງຄົນຄື: ຮັກກາຍ ແລະເຊກາຣີຢາລູກຊາຍຂອງອິດໂດ ໄດ້ກ່າວໃນນາມຂອງພຣະເຈົ້າແຫ່ງຊາດອິດສະຣາເອນຕໍ່ຊາວຢິວ ທີ່ອາໄສຢູ່ໃນແຂວງຢູດາຍແລະນະຄອນເຢຣູຊາເລັມ. |
|
| 2 |
|
| ເມື່ອເຊຣຸບບາເບນລູກຊາຍຂອງເຊອານຕີເອນ ແລະເຢຊູອາລູກຊາຍຂອງໂຢຊາດັກໄດ້ຍິນຖ້ອຍຄຳຂອງເພິ່ນ ພວກເຂົາຈຶ່ງເລີ່ມກໍ່ສ້າງວິຫານຂອງພຣະເຈົ້າໃນນະຄອນເຢຣູຊາເລັມຂຶ້ນໃໝ່ ແລະຜູ້ທຳນວາຍຂອງພຣະເຈົ້າສອງຄົນນີ້ກໍໄດ້ຊ່ວຍເຫລືອພວກເຂົາ. |
|
| 3 |
|
| ພໍດີໃນເວລາດຽວກັນນັ້ນ ຕັດເຕໄນຜູ້ປົກຄອງພາກຕາເວັນຕົກຂອງແມ່ນໍ້າເອີຟຣັດ, ເຊຕາກໂບເຊໄນ ແລະບັນດາເຈົ້າໜ້າທີ່ດ້ວຍກັນໄດ້ມາທີ່ນະຄອນເຢຣູຊາເລັມ ແລະຖາມວ່າ, “ແມ່ນຜູ້ໃດທີ່ສັ່ງໃຫ້ພວກເຈົ້າກໍ່ສ້າງວິຫານ ແລະຈັດຫາເຄື່ອງມາຕົບແຕ່ງ?” |
|
| 4 |
|
| ພວກເຂົາ ຍັງຖາມເຖິງຊື່ຂອງທຸກຄົນທີ່ຊ່ວຍການກໍ່ສ້າງນີ້ດ້ວຍ. |
|
| 5 |
|
| ແຕ່ພຣະເຈົ້າໄດ້ເຝົ້າເບິ່ງແຍງຮັກສາພວກຫົວໜ້າຂອງຊາວຢິວຢູ່ ພວກເຈົ້າໜ້າທີ່ຊາວເປີເຊຍຈຶ່ງຕັດສິນໃຈບໍ່ກະທຳສິ່ງໃດລົງໄປ ຈົນກວ່າພວກເຂົາຈະໄດ້ຂຽນຈົດໝາຍໄປຫາກະສັດດາຣິອຸດ ແລະຮັບຄຳຕອບຈາກເພິ່ນເສຍກ່ອນ. |
|
| 6 |
|
| ພວກເຂົາໄດ້ສົ່ງລາຍງານໄປ ໂດຍມີຖ້ອຍຄຳດັ່ງນີ້: |
|
| 7 |
|
| “ຮຽນ ກະສັດດາຣິອຸດ ຂໍທ່ານຈົ່ງປົກຄອງຢ່າງສັນຕິສຸກເຖີດ |
|
| 8 |
|
| ພວກຂ້ານ້ອຍຢາກຂໍຮຽນໃຫ້ທ່ານຊາບວ່າ, ພວກຂ້ານ້ອຍໄດ້ໄປທີ່ແຂວງຢູດາຍ ແລະກໍພົບວ່າ ວິຫານຂອງພຣະເຈົ້າອົງຍິ່ງໃຫຍ່ໄດ້ຖືກສ້າງຂຶ້ນອີກແລ້ວດ້ວຍຫີນກ້ອນໃຫຍ່ ແລະດ້ວຍໄມ້ຂາງທີ່ກາດເທິງກຳແພງ. ວຽກງານການກໍ່ສ້າງນີ້ໄດ້ດຳເນີນໄປດ້ວຍຄວາມພາກພຽນທີ່ສຸດ ແລະ ກ້າວໜ້າໄປໂດຍດີ. |
|
| 9 |
|
| ແລ້ວພວກຂ້ານ້ອຍກໍໄດ້ຖາມບັນດາຫົວໜ້າຂອງຄົນເຫຼົ່ານັ້ນວ່າ, ‘ແມ່ນຜູ້ໃດໃຫ້ສິດທິແກ່ພວກເຈົ້າສ້າງພຣະວິຫານນີ້ຂຶ້ນໃໝ່ ແລະຈັດຫາເຄື່ອງມາຕົບແຕ່ງ?’ |
|
| 10 |
|
| ພວກຂ້ານ້ອຍຍັງໄດ້ຖາມເຖິງຊື່ຂອງພວກເຂົາ ເພື່ອຈະລາຍງານໃຫ້ທ່ານໄດ້ວ່າ ແມ່ນຜູ້ໃດເປັນຫົວໜ້າໃນວຽກການນີ້. |
|
| 11 |
|
| ພວກເຂົາຈຶ່ງຕອບວ່າ, ‘ພວກຂ້ານ້ອຍເປັນຜູ້ຮັບໃຊ້ຂອງພຣະເຈົ້າແຫ່ງສະຫວັນແລະແຜ່ນດິນໂລກ ແລະພວກຂ້ານ້ອຍກຳລັງກໍ່ສ້າງວິຫານຂຶ້ນໃໝ່ຕາມແບບເດີມ ແລະໄດ້ຕົບແຕ່ງຕາມແບບເກົ່າ ຕາມທີ່ກະສັດແຫ່ງຊາດອິດສະຣາເອນຜູ້ມີອຳນາດໄດ້ສ້າງຂຶ້ນແຕ່ດົນນານມາແລ້ວ. |
|
| 12 |
|
| ແຕ່ເນື່ອງຈາກວ່າ ບັນພະບຸລຸດຂອງພວກຂ້ານ້ອຍເຮັດໃຫ້ພຣະເຈົ້າແຫ່ງສະຫວັນໂກດຮ້າຍ ພຣະອົງຈຶ່ງໃຫ້ກະສັດເນບູກາດເນັດຊາແຫ່ງບາບີໂລນ ກະສັດຈາກເຊື້ອສາຍຂອງການເດອານຕີຊະນະພວກເພິ່ນ. ວິຫານໄດ້ຖືກທຳລາຍ ແລ້ວປະຊາຊົນກໍຖືກກວາດເອົາໄປເປັນຊະເລີຍໃນບາບີໂລນ, |
|
| 13 |
|
| ຕໍ່ມາ ໃນປີທຳອິດທີ່ກະສັດໄຊຣັດຂຶ້ນເປັນຈັກກະພັດແຫ່ງບາບີໂລນ ເພິ່ນໄດ້ອອກຄຳສັ່ງໃຫ້ສ້າງວິຫານຂອງພຣະເຈົ້າຂຶ້ນໃໝ່. |
|
| 14 |
|
| ເພິ່ນໄດ້ເອົາເຄື່ອງໃຊ້ທີ່ເປັນຄຳ ແລະເປັນເງິນຂອງວິຫານຂອງພຣະເຈົ້າ ຊຶ່ງກະສັດເນບູກາດເນັດຊາໄດ້ຢຶດເອົາໄປຈາກພຣະວິຫານທີ່ນະຄອນເຢຣູຊາເລັມ ແລະໄດ້ນຳເອົາໄປໄວ້ຢູ່ໃນພຣະວິຫານທີ່ນະຄອນບາບີໂລນນັ້ນກັບຄືນມາ. ກະສັດໄຊຣັດໄດ້ສົ່ງເຄື່ອງເຫຼົ່ານີ້ໃຫ້ຊາຍຄົນໜຶ່ງຊື່ວ່າເຊັດບັດຊາ ຜູ້ທີ່ເພິ່ນໄດ້ແຕ່ງຕັ້ງໃຫ້ເປັນຜູ້ປົກຄອງຢູດາຍ. |
|
| 15 |
|
| ກະສັດໃຫ້ລາວນຳເຄື່ອງເຫຼົ່ານີ້ ກັບຄືນໄປໄວ້ໃນພຣະວິຫານທີ່ນະຄອນເຢຣູຊາເລັມ ແລະໃຫ້ສ້າງວິຫານຂອງພຣະເຈົ້າຂຶ້ນໃໝ່ຢູ່ບ່ອນເກົ່າຂອງມັນ. |
|
| 16 |
|
| ດັ່ງນັ້ນ ເຊັດບັດຊາຈຶ່ງວາງຮາກຖານວິຫານຂອງພຣະເຈົ້າ ແລະດຳເນີນການກໍ່ສ້າງມາຈົນເຖິງບັດນີ້ ແຕ່ກໍຍັງບໍ່ທັນແລ້ວເທື່ອ.’ |
|
| 17 |
|
| ບັດນີ້ ຖ້າທ່ານເຫັນຊອບ ຂໍໃຫ້ທຳການຄົ້ນເບິ່ງເອກະສານຂອງບັນດາກະສັດທີ່ນະຄອນບາບີໂລນ ເພື່ອຈະໄດ້ຮູ້ວ່າກະສັດໄຊຣັດໄດ້ອອກຄຳສັ່ງໃຫ້ສ້າງວິຫານຂອງພຣະເຈົ້ານີ້ຂຶ້ນໃໝ່ຫລືບໍ່ ແລ້ວຂໍທ່ານບອກໃຫ້ຂ້ານ້ອຍຮູ້ດ້ວຍວ່າ ຄວາມປະສົງຂອງທ່ານກ່ຽວກັບເລື່ອງນີ້ຄືອັນໃດ.” |
|
|
|
|