|
| 1 |
|
| ພວກຜູ້ນຳໄດ້ຕັ້ງຖິ່ນຖານຢູ່ໃນນະຄອນເຢຣູຊາເລັມ ສ່ວນປະຊາຊົນທີ່ເຫຼືອນັ້ນພາກັນໃຊ້ສະຫລາກ ເພື່ອເລືອກເອົາຄອບຄົວໜຶ່ງໃນແຕ່ລະສິບຄອບຄົວໄປຢູ່ໃນນະຄອນເຢຣູຊາເລັມ ເມືອງສັກສິດ; ສ່ວນເກົ້າຄອບຄົວນັ້ນ ຕ້ອງໄປອາໄສຢູ່ໃນເມືອງໃຫຍ່ແລະເມືອງນ້ອຍອື່ນໆ. |
|
| 2 |
|
| ປະຊາຊົນໄດ້ຍ້ອງຍໍຜູ້ທີ່ອາສາສະໝັກເຂົ້າໄປຢູ່ໃນນະຄອນເຢຣູຊາເລັມ. |
|
| 3 |
|
| ທັງໝົດນີ້ ແມ່ນບັນດາຜູ້ນຳຂອງປະຊາຊົນ ທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ, ສ່ວນຄົນອື່ນໆໄດ້ໄປອາໄສຕາມເມືອງນ້ອຍ ເມືອງໃຫຍ່ ຊຶ່ງມີລາຍຊື່ຕໍ່ໄປນີ້: ບັນດາປະໂຣຫິດຊາວເລວີ, ຜູ້ຮັບໃຊ້ໃນພຣະວິຫານ ແລະເຊື້ອສາຍຂອງຜູ້ຮັບໃຊ້ຂອງກະສັດໂຊໂລໂມນ ກໍໄດ້ອາໄສຢູ່ໃນເມືອງ ທີ່ເປັນສົມບັດຂອງພວກເຂົາ. ບັນຊີລາຍຊື່ຂອງປະຊາຊົນຊັ້ນຜູ້ນຳຂອງຢູດາ ທີ່ໄດ້ມາຢູ່ໃນນະຄອນເຢຣູຊາເລັມ ມີດັ່ງນີ້: |
|
| 4 |
|
| ບັນດາສະມາຊິກຂອງເຜົ່າຢູດາ: ອາທາອີຢາລູກຊາຍຂອງອຸດຊີຢາ ແລະຫລານຊາຍຂອງເຊກາຣີຢາ. ບັນພະບຸລຸດຄົນອື່ນຂອງລາວມີດັ່ງນີ້: ອາມາຣີຢາ, ເຊຟາຕີຢາ ແລະມະຫາລາເລນ ເຊື້ອສາຍຂອງເປເຣັດ ຜູ້ທີ່ເປັນລູກຊາຍຂອງຢູດາ. |
|
| 5 |
|
| ມາອາເສອີຢາລູກຊາຍຂອງບາຣຸກ ແລະຫລານຊາຍຂອງກົນໂຮເຊ. ບັນພະບຸລຸດຄົນອື່ນໆຂອງລາວມີດັ່ງນີ້: ຮາຊາອີຢາ, ອາດາອີຢາ, ໂຢອີອາຣິບ ແລະເຊກາຣີຢາ ເຊື້ອສາຍຂອງເຊລາຜູ້ທີ່ເປັນລູກຊາຍຂອງຢູດາ. |
|
| 6 |
|
| ຈາກເຊື້ອສາຍຂອງເປເຣັດມີຜູ້ຊາຍທີ່ເກັ່ງກ້າ 468 ຄົນ ທີ່ອາໄສຢູ່ໃນນະຄອນເຢຣູຊາເລັມ. |
|
| 7 |
|
| ບັນດາສະມາຊິກຈາກເຜົ່າຂອງເບັນຢາມິນ: ສານລູລູກຊາຍຂອງເມຊຸນລຳ ແລະຫລານຊາຍຂອງໂຢເອັດ. ບັນພະບຸລຸດຄົນອື່ນໆຂອງລາວມີດັ່ງນີ້: ເປດາອີຢາ, ໂກລາອີຢາ, ມາອາເສອີຢາ, ອີທິເອນ ແລະເຢຊາອີຢາ. |
|
| 8 |
|
| ກັບໄບ ແລະ ສານໄລ ເປັນພີ່ນ້ອງຜູ້ໃກ້ຊິດ ຂອງສານລູ. ມີຜູ້ຊາຍຊາວເບັນຢາມິນທັງໝົດ 928 ຄົນ ທີ່ອາໄສຢູ່ໃນນະຄອນເຢຣູຊາເລັມ. |
|
| 9 |
|
| ໂຢເອນລູກຊາຍຂອງຊີກະຣີ ເປັນຜູ້ນຳຂອງພວກເຂົາ ແລະຢູດາລູກຊາຍຂອງຮັດເສນູຢາ ເປັນຮອງຜູ້ປົກຄອງເມືອງ. |
|
| 10 |
|
| ບັນດາປະໂຣຫິດ: ເຢດາອີຢາລູກຊາຍຂອງໂຢອີອາຣິບ ແລະຢາກິນ. |
|
| 11 |
|
| ເສຣາອີຢາລູກຊາຍຂອງຮິນກີຢາ ແລະຫລານຊາຍຂອງເມຊຸນລຳ. ບັນພະບຸລຸດຂອງລາວມີດັ່ງນີ້: ຊາດົກ, ເມຣາອີຢົດ ແລະອາຮີຕຸບທີ່ເປັນຜູ້ຄວບຄຸມປະຈຳວິຫານຂອງພຣະເຈົ້າ. |
|
| 12 |
|
| ສະມາຊິກທັງໝົດໃນຕະກຸນນີ້ ຜູ້ຮັບໃຊ້ຢູ່ໃນພຣະວິຫານມີ 822 ຄົນ. ອາດາອີຢາລູກຊາຍຂອງເຢໂຣຮາມ ແລະຫລານຊາຍຂອງເປລາລີຢາ. ບັນພະບຸລຸດຂອງລາວມີດັ່ງນີ້: ອາມຊີ, ເຊກາຣີຢາ, ປັດຊູ ແລະມັນກີຢາ. |
|
| 13 |
|
| ສະມາຊິກທັງໝົດໃນຕະກຸນນີ້ ຜູ້ທີ່ເປັນຫົວໜ້າຄອບຄົວມີ 242 ຄົນ. ອາມັດໄສລູກຊາຍຂອງອາຊາເຣນ ແລະຫລານຊາຍຂອງອາຮະໄຊ. ບັນພະບຸລຸດຂອງລາວມີດັ່ງນີ້: ເມຊີນເລໂມດແລະອິມເມ. |
|
| 14 |
|
| ສະມາຊິກທັງໝົດໃນຕະກຸນນີ້ທີ່ເປັນທະຫານເກັ່ງກ້າມີ 128 ຄົນ. ຜູ້ນຳຂອງພວກເຂົາແມ່ນຊັບດີເອນ ສະມາຊິກຂອງຄອບຄົວໜຶ່ງທີ່ສຳຄັນທີ່ສຸດ. |
|
| 15 |
|
| ຊາວເລວີ: ເຊມາອີຢາລູກຊາຍຂອງຮັດຊຸບ ແລະຫລານຊາຍຂອງອາຊະຣີກຳ. ບັນພະບຸລຸດຂອງລາວມີດັ່ງນີ້: ຮາຊາບີຢາ ແລະບັນນີ. |
|
| 16 |
|
| ຊັບເບທາຍ ແລະໂຢຊາບັດ ຄົນເລວີຜູ້ດີເດັ່ນ ພວກເຂົາໄດ້ຮັບຜິດຊອບວຽກງານນອກວິຫານຂອງພຣະເຈົ້າ. |
|
| 17 |
|
| ມັດຕານີຢາລູກຊາຍຂອງມີກາ ແລະຫລານຊາຍຂອງຊັບດີ ແມ່ນເຊື້ອສາຍຄົນໜຶ່ງຂອງອາສັບ. ລາວເປັນຜູ້ນຳກຸ່ມຮ້ອງເພງໃນພຣະວິຫານ ໂດຍຮ້ອງເພງພາວັນນາອະທິຖານໂມທະນາຂອບພຣະຄຸນ. ບັກບຸກີຢາເປັນຜູ້ຊ່ວຍຂອງມັດຕານີຢາ. ອັບດາລູກຊາຍຂອງຊາມມູອາ ແລະຫລານຊາຍຂອງກາລານ ແມ່ນເຊື້ອສາຍຂອງເຢດູທູນ. |
|
| 18 |
|
| ຊາວເລວີທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ ເມືອງສັກສິດ ທັງໝົດມີ 284 ຄົນ. |
|
| 19 |
|
| ພວກເຝົ້າຍາມປະຕູ: ອັກກຸບ, ຕານໂມນ ແລະພີ່ນ້ອງທັງໝົດຂອງພວກເຂົາມີ 172 ຄົນ. |
|
| 20 |
|
| ສ່ວນປະຊາຊົນອິດສະຣາເອນທີ່ຍັງເຫລືອ ແລະບັນດາປະໂຣຫິດທີ່ຍັງຢູ່ ແລະຊາວເລວີ ຕ່າງກໍອາໄສຢູ່ໃນທີ່ດິນຂອງຕົນໃນເມືອງໃຫຍ່ ແລະເມືອງນ້ອຍອື່ນໆຂອງຢູດາຍ. |
|
| 21 |
|
| ຜູ້ຮັບໃຊ້ໃນພຣະວິຫານໄດ້ອາໄສຢູ່ໃນສ່ວນໜຶ່ງຂອງນະຄອນເຢຣູຊາເລັມ ຊຶ່ງເອີ້ນວ່າ ໂອເຟນ ແລະເຮັດໜ້າທີ່ຂອງພວກເຂົາ ພາຍໃຕ້ການດູແລຂອງຊີຮາ ແລະກີຊະປາ. |
|
| 22 |
|
| ຜູ້ດູແລຂອງຊາວເລວີທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມແມ່ນອຸດຊີ. ລາວເປັນລູກຊາຍຂອງບານີ ແລະຫລານຊາຍຂອງຮາຊາບີຢາ. ບັນພະບຸລຸດຂອງລາວມີດັ່ງນີ້: ມັດຕານີຢາ ແລະມີກາ ຄົນໃນຕະກຸນຂອງອາສັບທີ່ຮັບຜິດຊອບຝ່າຍດົນຕຼີສຳລັບພິທີນະມັດສະການຕ່າງໆໃນພຣະວິຫານ. |
|
| 23 |
|
| ມີຄຳສັ່ງຂອງກະສັດຂໍ້ໜຶ່ງໄດ້ກຳນົດໄວ້ວ່າ, ຕະກຸນຕ່າງໆຈະຕ້ອງສັບປ່ຽນກັນຮ້ອງເພງແຕ່ລະວັນໃນພຣະວິຫານ. |
|
| 24 |
|
| ເປທາຮີຢາລູກຊາຍຂອງເມເຊຊາເບນແຫ່ງຕະກຸນເຊຣາ ແລະຢູ່ໃນເຜົ່າຢູດາ ໄດ້ປະຈຳຢູ່ທີ່ສຳນັກຂອງກະສັດ ເພື່ອຕາງໜ້າໃຫ້ປະຊາຊົນອິດສະຣາເອນ. |
|
| 25 |
|
| ປະຊາຊົນສ່ວນຫລາຍແມ່ນໄດ້ອາໄສຢູ່ໃນເມືອງນ້ອຍ ໃກ້ກັບໄຮ່ນາຂອງພວກເຂົາ. ພວກທີ່ເປັນຄົນໃນເຜົ່າຂອງຢູດາໄດ້ອາໄສຢູ່ໃນເມືອງກີຣິອາດອາກບາ, ດີໂບນ ແລະເຢກັບເຊເອນ ແລະໃນໝູ່ບ້ານຕ່າງໆທີ່ໃກ້ຄຽງກັບເມືອງເຫຼົ່ານັ້ນ. |
|
| 26 |
|
| ພວກເຂົາໄດ້ອາໄສຢູ່ໃນເມືອງຕ່າງໆຂອງເຢຊູອາ, ໂມລາດາ, ເບັດເປເລັດ |
|
| 27 |
|
| ແລະຮາຊາຊູອານ ແລະໃນເບເອນເຊບາ ແລະໃນໜູ່ບ້ານທີ່ຢູ່ອ້ອມແອ້ມນັ້ນ. |
|
| 28 |
|
| ພວກເຂົາອາໄສຢູ່ທີ່ເມືອງຊິກລັກ, ເມືອງເມໂກນາ ແລະໝູ່ບ້ານຂອງເມືອງນັ້ນ, |
|
| 29 |
|
| ເມືອງເອນຣິມໂມນ, ໂຊຣາ, ຢາຣະມຸດ, |
|
| 30 |
|
| ຊາໂນອາ, ອາດຸນລຳ ແລະໝູ່ບ້ານຕ່າງໆທີ່ຢູ່ໃກ້ຄຽງກັບເມືອງເຫຼົ່ານັ້ນ. ພວກເຂົາໄດ້ອາໄສຢູ່ໃນເມືອງລາກິດ ແລະໃນໄຮ່ນາຕ່າງໆທີ່ຢູ່ໃກ້ຄຽງ ແລະໃນເມືອງອາເຊກາ ແລະໃນໝູ່ບ້ານຕ່າງໆຂອງເມືອງນັ້ນ. ສະນັ້ນ ຈຶ່ງເວົ້າໄດ້ວ່າ ປະຊາຊົນຢູດານັ້ນໄດ້ອາໄສຢູ່ໃນເຂດແດນ ລະຫວ່າງເບເອນເຊບາທາງພາກໃຕ້ ແລະຮ່ອມພູຮິນໂນມທາງພາກເໜືອ. |
|
| 31 |
|
| ປະຊາຊົນຂອງເຜົ່າເບັນຢາມິນໄດ້ອາໄສຢູ່ ຕັ້ງແຕ່ເມືອງເກບາທາງພາກເໜືອ ຈົນຮອດມິກມາດ, ອາອີ, ເບັດເອນ ແລະໝູ່ບ້ານຕ່າງໆທີ່ຢູ່ໃກ້ຄຽງນັ້ນ; |
|
| 32 |
|
| ອານາທົດ, ໂນບ, ອານານີຢາ, |
|
| 33 |
|
| ຮາໂຊ, ຣາມາ, ກິດຕາອິມ, |
|
| 34 |
|
| ຮາດິດ, ເຊບົວອິມ, ເນບັນລັດ, |
|
| 35 |
|
| ໂລດ ແລະໂອໂນ ແລະໃນຮ່ອມພູຂອງພວກຊ່າງສີມື. |
|
| 36 |
|
| ຊາວເລວີບາງໝວດໄດ້ອາໄສຢູ່ໃນເຂດແດນຂອງຢູດາຍ ແລະໄດ້ຮັບມອບໝາຍໃຫ້ຢູ່ກັບປະຊາຊົນຂອງເຜົ່າເບັນຢາມິນ. |
|
|
|
|